(VOVWORLD) - ວັນທີ 11 ກໍລະກົດ ຕາມເວລາ ອາເມລິກາ (ກົງກັບວັນທີ 12 ກໍລະກົດ ຕາມເວລາ ຫວຽດນາມ), ແມ່ນຂີດໝາຍ 30 ປີເຕັມແຫ່ງວັນ ຫວຽດນາມ ແລະ ອາເມລິກາ ໄດ້ຫັນການພົວພັນທາງການທູດເປັນປົກກະຕິ (07/1995 – 07/2025). ນີ້ບໍ່ພຽງແຕ່ແມ່ນເຫດການປະຫວັດສາດເທົ່ານັນ, ຫາກຍັງແມ່ນການພິສູດຢ່າງມີຊີວິດຊີວາ ໃຫ້ແກ່ຄວາມມານະພະຍາຍາມຮ່ວມມືເພື່ອສັນຕິພາບ, ວັດທະນາຖາວອນລວມຂອງສອງປະເທດອີກດ້ວຍ. ພາຍຫຼັງ 30 ປີ, ໄລຍະໃໝ່ຕໍ່ໄປພວມໄດ້ສືບຕໍ່ສ້າງຂຶ້ນໃນການພົວພັນລະຫວ່າງ ຫວຽດນາມ-ອາເມລິກາ, ໝັ້ນໝາຍຈະມີບັນດາກຳລັງບົ່ມຊ້ອນຮ່ວມມືອັນໃຫ່ຍຫຼວງ ແລະ ເລິກເຊິ່ງກວ້າງຂວາງກ່ວາໃນຫຼາຍຂົງເຂດໃນອະນາຄົດ.
(ພາບປະກອບ: qdnd.vn)
|
ເລື່ອງ ຫວຽດນາມ ແລະ ອາເມລິກາ ປະກາດຫັນການພົວພັນທາງການທູດເປັນປົກກະຕິໃນວັນທີ 11 ກໍລະກົດ ປີ 1995 ແມ່ນປະຖົມປັດໄຈ, ແມ່ນພື້ນຖານສຳຄັນ ແລະ ແມ່ນກຳລັງໜູນອັນເຂັ້ມແຂງ ເພື່ອໃຫ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ໄດ້ຮັບການຮັກສາ ແລະ ພັດທະນາຢ່າງດີງາມໃນ 30 ປີຜ່ານມາ.
30 ປີ-ວິວັດການທີ່ເຕັມໄປດ້ວຍຂີດໝາຍຫຼາຍຢ່າງ
ໄລຍະເວລາ 30 ປີ ຄືແຕ່ປີ 1995-2025 ແມ່ນເສັ້ນທາງພັດທະນາຢ່າງກະໂດດຂັ້ນໃນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ. ຈາກຜູ້ເປັນອະດີດສັດຕູ, ໄປຮອດການຫັນການພົວພັນເປັນປົກກະຕິ ແລະ ຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານ (ເມື່ອປີ 2013) ແລະ ຫຼັງຈາກນັ້ນແມ່ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ປີ 2023). ທ່ານ ຫງວຽນກວັກຢຸ້ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຢືນຢັນວ່າ:
30 ປີແຫ່ງວັນຫັນການພົວພັນ ຫວຽດນາມ- ອາເມລິກາ ເປັນປົກກະຕິ ແມ່ນຂີດໝາຍທີ່ມີຄວາມໝາຍທີ່ສຸດ. ນີ້ອາດຈະເວົ້າໄດ້ວ່າ ແມ່ນວິວັດການທີ່ຫາຍາກໃນການພົວພັນສາກົນ. ສຳລັບ ຫວຽດນາມ, ນີ້ແມ່ນໝາກຜົນຂອງແນວທາງການຕ່າງປະເທດຢ່າງສະເໝີສະເໝີປາຍ ຄື: ເອກະລາດ, ເປັນເຈົ້າການ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເຊື່ອມໂຍງຢ່າງເລິກເຊິ່ງກ້ວາງຂວາງເພື່ອສັນຕິພາບ ແລະ ການພັດທະນາ.
30 ປີຜ່ານມາ, ຫວຽດນາມ ແລະ ອາເມລິກາ ໄດ້ສ້າງການພົວພັນພິເສດ ບໍ່ພຽງແຕ່ທາງດ້ານປະຫວັດສາດເທົ່ານັ້ນ, ຫາກຍັງຍ້ອນວິທີທີ່ສອງປະເທດ ໄດ້ບືນຕົວຂຶ້ນຈາກປະຫວັດສາດ ເພື່ອມຸ່ງໄປສູ່ອະນາຄົດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຜ່ານບັນດາໝາກຜົນການຮ່ວມມືທີ່ພົ້ນເດັ່ນໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການຮ່ວມມືດ້ານການສຶກສາ, ແລກປ່ຽນວັດທະນະທຳ….ທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ເນັ້ນໜັກວ່າ:
ຜ່ານການໂອ້ລົມສົນທະນາ ແລະ ປັບປຸງການພົວພັນ, ພວກເຮົາໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບຊື່ງກັນ ແລະ ກັນ ດ້ວຍການພ້ອມກັນແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຫຼັງສົງຄາມ, ປະຕິບັດບັນດາບາດກ້າວເດີນອັນແຂງແຮງ ຜ່ານການຊຸກຍູ້ການຄ້າ ແລະ ການລົງທຶນ, ເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ ແລະ ເປີດກ້ວາງບັນດາລາຍການແລກປ່ຽນດ້ານການສຶກສາ ເພື່ອນຳ ປຊຊ ສອງປະເທດຫຍັບມໍ່ເຂົ້າໃກ້ກັນກ່ວາ.
ພ້ອມກັບການພົວພັນສອງຝ່າຍ, ຫວຽດນາມ ແລະ ອາເມລິກາ ຍັງໄດ້ເພີ່ມທະວີການຮ່ວມມືຫຼາຍຝ່າຍ ບົນເວທີປາໄສພາກພື້ນ ແລະ ສາກົນ, ພ້ອມກັນແບ່ງປັນທັດສະນະກ່ຽວກັບບັນດາສິ່ງທ້າທາຍທົ່ວໂລກ ແລະ ພາກພື້ນ, ປະກອບສ່ວນເຂົ້າໃນສັນຄຕິພາບ ແລະ ຄວາມມີສະຖຽນລະພາບລວມ.
ມຸ່ງໄປເຖິງອະນາຄົດດ້ວຍບັນດາໂອກາດໃໝ່
ໂດຍໄດ້ໃຫ້ຂໍ້ສັງເກດກ່ຽວກັບໂອກາດຂອງ ຫວຽດນາມ ແລະ ອາເມລິກາ ໃນໄລຍະຕໍ່ໄປ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວັກຢຸ້ງ ຖືວ່າ:
ໃນໄລຍະທີ່ຈະມາເຖິງ, ສອງປະເທດອາດຈະໃຫ້ບຸລິມະສິດຊຸກຍູ້ການຮ່ວມມືຢູ່ບາງຂົງເຂດທີ່ພົ້ນເດັ່ນ. ກ່ອນອື່ນໝົດແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ ດ້ວຍຈຸດສຸມແມ່ນເຕັກໂນໂລຊີສູງ, ລະບົບສະໜອງ, ກະສິກຳເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ. ຫວຽດນາມ ປາດຖະໜາຢາກກາຍເປັນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈຂອງ ອາເມລິກາ ໃນລະບົບສະໜອງທົ່ວໂລກ. ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກຳ ກໍ່ແມ່ນຈຸດພົ້ນເດັ່ນໃໝ່, ພິເສດແມ່ນໃນບັນດາຂົງເຂດຄື: ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ພະລັງງານສະອາດ ແລະ ສາທາລະນະສຸກ…
ໃນອະນາຄົດ, ພິເສດ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການສະໜິດຕິດພັນລະຫວ່າງສອງລັດຖະບານ ຈາກເລື່ອງແລກປ່ຽນທັດສະນະເປັນປະຈຳ ກ່ຽວກັບບັນດານະໂຍບາຍການເງິນ ຕະຫຼອດຮອດການໂອ້ລົມສົນທະນາກ່ຽວກັບການແລກປ່ຽນການຄ້າ ໃນຂອບເຂດບັນດາສັນຍາການຄ້າ ແລະ ການລົງທຶນ ຈະສືບຕໍ່ສ້າງລະບົບຊີວະພາບຮ່ວມມືດ້ານເສດຖະກິດທີ່ນັບມື້ນັບໄດ້ຮັບການເປີດກ້ວາງ. ທ່ານ Ted Osius ປະທານສະພາດຳເນີນທຸລະກິດ ອາເມລິກາ-ອາຊຽນ ຢືນຢັນວ່າ, ກຳລັງບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນລະຫວ່າງ ຫວຽດນາມ ແລະ ອາເມລິກາ ຍັງໃຫ່ຍຫຼວງຢູ່:
ຫວຽດນາມ ແມ່ນຄູ່ຄ້າທີ່ໜ້າໄວ້ວາງໃຈຂອງ ອາເມລິກາ ແລະ ບັນດາວິສາຫະກິດ ອາເມລິກາ. ເມື່ອໄປຢ້ຽມຢາມ ຫວຽດນາມ, 64 ວິສາຫະກິດແຖວໜ້າຂອງ ອາເມລິກາ ໄດ້ຕັ້ງຄວາມຫວັງຫຼາຍຢ່າງ ເຂົ້າໃນອະນາຄົດອັນສົດໃສຂອງ ຫວຽດນາມ ແລະ ເຂົາເຈົ້າຢາກຊອກຫາສະພາບແວດລ້ອມແຫ່ງການດຳເນີນທຸລະກິດອັນຕັ້ງໜ້າກ່ວາອີກ. ວິສາຫະກິດ ຫວຽດນາມ ພວມສະໜອງເຄື່ອງອຸປະກອນໃຫ້ແກ່ໂຄງການພັດທະນາພະລັງງານຈຳນວນໜຶ່ງຢູ່ ຫວຽດນາມ.
ການພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ຢ່າງຕໍ່ເນື່ອງ ແລະ ເລິກເຊິ່ງກ້ວາງຂວາງ ໃນ 30 ປີທີ່ຜ່ານມາ ໄດ້ສະແດງໃຫ້ເຫັນວ່າ: ສອງປະເທດໄດ້ໂຈະອະດີດຕະການໄວ້, ຂ້າມຜ່ານຄວາມແຕກໂຕນ, ເສີມສະຫຍາຍຄວາມຄ້າຍຄືກັນ, ມຸ່ງໄປສູ່ອະນາຄົດ. ນີ້ແມ່ນຈຸດເວລາທີ່ເໝາະສົມເພື່ອໃຫ້ ຫວຽດນາມ ແລະ ອາເມລິກາ ພ້ອມກັນຫວນຄືນໄລຍະທາງທີ່ຜ່ານມາ, ພ້ອມທັງມຸ່ງໄປເຖິງອະນາຄົດ, ສືບຕໍ່ເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈມິດຕະພາບອັນດີງາມໃນຊຸມປີທີ່ຈະມາເຖິງ./.