ສຸມກຳລັງແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ການຜະລິດ ດຳເນີນທຸລະກິດ

 ​ວາລະ​ປະຊຸມ​ປະຈຳ​ເດືອນ​ກຸມພາ​ຂອງ​ລັດຖະບານ​ຫວຽດນາມ ​ເຊີ່ງຈັດ​ຂຶ້ນ​ເມື່ອ​ວັນ​ທີ 5-6/3 ທີ່​ຜ່ານ​ມາ ​ໄດ້​ປຶກສາ​ຫື​ລື ​ແລະ​ ຕັດສິນຫຼາຍ​ເນື້ອ​ໃນ​ທີ່​ສຳຄັນ, ​ໃນ​ນັ້ນມີ​ບັນດາ​ມາດ​ຕະການຕົນຕໍ​ໃນ​ການ​ຊີ້​ນຳ ບໍລິຫານ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ​ແຜນງົບ ປະມານ​ແຫ່ງ​ລັດ​ປີ 2012. ບັນດາ​ມາດ​ຕະການ​ຄົບ​ຊຸດ​ນີ້ ​ເພື່ອ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ເພື່ອ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

ສຸມກຳລັງແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ການຜະລິດ ດຳເນີນທຸລະກິດ - ảnh 1

ວາລະ​ປະຊຸມ​ປະຈຳ​ເດືອນ​ 2/2012 ​ຂອງ​ລັດຖະບານ​ຫວຽດນາມ

(ພາບ: baothanhhoa.vn)

   ລັດຖະບານ​ໄດ້​ຕີ​ລາຄາ​ວ່າ, ​ໃນ 2 ​ເດືອນ​ຕົ້ນປີ 2012, ດັດຊະນີ​ການ​ຜະລິດ​ອຸດສາຫະກຳ​ໄດ້​ເພີ່ມ​ຂຶ້ນ 3,9% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ 2011. ຍອດ​ວົງ​ເງິນ​ສົ່ງ​ອອກ​ໃນ 2 ​ເດືອນ​ຜ່ານ​ມາ​ຄາດ​ວ່າ​ບັນລຸ​ເກືອບ 15,9 ຕື້ USD, ​ເພີ່ມ 11,8% ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດທີ່​ໄດ້​ຮັບການ​ປະຕິບັດ​ບັນລຸ​ເກືອບ 1 ຕື້ USD, ​ເທົ່າ​ກັບ 91% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ 2011. ການ​ປ່ອຍ​ເງິນ ODA ຄາດ​ວ່າ​ບັນລຸ​ປະມານ 118 ລ້ານ USD, ​ເທົ່າ​ກັບ​ກ່ວາ 94% ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ລັດຖະບານ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ໃນ​ເດືອນ​ຜ່ານ​ມາ, ສະພາບ​ເສດຖະກິດ​ສັງຄົມ​ຫວຽດນາມ​ ຍັງປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ຫຼາຍ​ຢ່າງ. ​ເຖິງ​ວ່າ​ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ​ແລ້ວ​ກໍ​ຕາມ​ແຕ່​ຍັງ​ຢູ່​ໃນ​ລະດັບ​ສູງຢູ່, ການ​ຜະລິດ​ອຸດສາຫະກຳ​ເພີ່ມ​ຂຶ້ນ​ຢ່າງ​ຊັກ​ຊ້າ ​ແລະ​ ແມ່ນ​ລະດັບ​ເພີ່ມ​ຂື້ນ​ຕ່ຳ​ທີ່​ສຸດ​ໃນ​ຫຼາຍ​ປີຜ່ານມາ, ​ສິນຄ້າຂ້າງ​ສາງເພີ່ມຂຶ້ນ,      ລາຍ​ຈ່າ​ຍສົ້ນ​ເຂົ້າສູງ, ຂອບ​ຂະໜາດ​ການ​ຜະລິດ​ຖືກ​ຮັດ​ແຄບ​ລົ​ງ…

    ຕາມ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູ໋ງ ​ແລ້ວ, ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ລັດຖະບານ​ຍັງ​ສືບ​ຕໍ່​ຍືດໝັ້ນການ​ໃຫ້​ບຸລິມະສິດ​​ແກ່ຈຸດໝາຍ​ຄວບຄຸມ​ໄພ​ເງິນ​ເຟີ້, ຮັກ​ສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກກະຕິ, ສຸມ​ກຳລັງ​ເພື່ອ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​, ໜູນ​ຊ່ວຍ​ການ​ຊຸກ​ຍູ້​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຮັບປະກັນ​ການຈະ​ເລີ​ນ​ເຕີບ​ໂຕ​ໃຫ້​ເໝາະ​ສົມ, ຮັບປະກັນ​ຊີວິດ​ສັງຄົມ. ທ່ານ​ນາຍົກລັດຖະມົນຕີຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ຈົ່ງ​ກວດ​ກາ​ຄວາມ​ຕ້ອງການສິນຄ້າ​ເປັນ​ຢ່າງ​ດີ, ປະກອບສ່ວນຄວບຄຸມ​ໄພ​ເງິນ​ເຟີ້, ​ໂດຍ​ສະ​ເພາະ​ແມ່ນ​ຄວບ​ຄຸມບັນດາ​ປະ​ເພດ​ສິນຄ້າ​ຄື: ນ້ຳມັນ​ເຊື້ອ​ໄຟ, ອາຍ​ແກັດ ​ແລະ​ ຢາ​ປົວ​ພະຍາດຢ່າງ​ແໜ້ນ​ແຟ້ນ, ສະ​ເໜີ​ບັນດາ​ມາດ​ຕະການ ​ແລະ ຂັ້ນຕອນ​ການ​ປະຕິບັດ​ດັດສົມ​ລາຄາ​ບາງ​ປະ​ເພດສິນຄ້າທີ່​ຈຳ​ເປັນ ທັງ​ຮັບປະກັນ​ຈຸດໝາຍຄວບຄຸມ​ໄພ​ເງິນ​ເຟີ້, ທັງຍູ້​ແຮງ​ການ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ. ກ່ຽວ​ກັບ​ບັນດາ​ມາດ​ຕະການ​ໃຫ້​ບັນຫາ​ນີ້, ​ໃນ​ການ​ປະຊຸມ​ຂ່າວ​ຫຼັງ​ວາລະ​ປະຊຸມ​ປະຈຳ​ເດືອນ​ກຸມພາ​ຂອງ​ລັດຖະບານ, ທ່ານ ຫວູ໋ດຶກ​ດາມ, ລັດຖະມົນຕີ ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ໃຫ້​ຮູ້​ວ່າ:

   “​ລັດຖະບານ​ມອບ​ໜ້າ​ທີ່​ໃຫ້​ກະຊວງ​ອຸດສາຫະກຳ​ການ​ຄ້າ​ພິຈາລະນາ ​ແລະ​ ປັບ​ໃໝ​ລົງ​ໂທດ​ຕາມ​ກົດໝາຍ ບັນດາກໍລະນີ​​ໄດ້​ກັກ​ຕຸ​ນສິນຄ້າ. ບໍ່​ພຽງ​ແຕ່​ສຳລັບ​ນ້ຳມັນ​ເຊື້ອ​ໄຟ​ເທົ່າ​ນັ້ນ ຫາກທຸກການ​ກະທຳ​ຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ສົ່ງ​ຜົນ​ສະທ້ອນ​ເຖິງ​ຜູ້ນຳ​ໃຊ້​, ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ແລະ ​ໄປ​ຝືນ​ກັບ​ຂໍ້ກຳນົດ​ຂອງ​ກົດໝາຍ ກໍ​ລ້ວນ​ແຕ່​ຕ້ອງ​ລົງ​ໂທດຢ່າງ​ເຂັ້ມງວດ“

   ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູ໋ງກໍ​ຕີ​ລາຄາ​ວ່າ ການ​ບໍລິຫານ​ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດນັບ​ແຕ່​ຕົ້ນປີ​ມາ​ຮອດ​ປະຈຸ​ບັນ​ແມ່ນ​ດີ​ທີ່​ສຸດ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້. ປະຈຸ​ບັນ, ອັດຕາ​ດອກ​ເບັ້ຍ​ໃຫ້ກູ້​ຢືມ​ມີ​ທ່າອ່ຽງ​ຫລຸດ​ລົງ ​ແຕ່​ຍັງ​ຢູ່​ໃນ​ລະດັບ​ສູງຢູ່. ສະນັ້ນ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູ໋ງ ສະ​ເໜີ​ວ່າ, ພາຍຫຼັງວາລະ​ປະຊຸມ​ປະຈຳ​ເດືອນ​ກຸມພາ​ຂອງ​ລັດຖະບານ, ທະນາຄານ​ແຫ່ງ​ລັດ​ຈະ​ບໍລິຫານ​ນະ​ໂຍບາຍ​ເງິນຕາ​ຕາມ​ທິດ​ຫລຸດ​ອັດຕາ​ດອກ​ເບັ້ຍສິນ​ເຊື່ອ, ຮັບປະກັນ​ການຈະ​ເລີ​ນ​ເຕີບ​ໂຕ​ສິນ​ເຊື່ອ​ໃຫ້​ເໝາະ​ສົມ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ, ​ແກ້​ໄຂ​ບັນດາ​ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຢ່າງ​ກົມກຽວ, ​ແກ້​ໄຂ​ການ​ຊຳລະ​ຂອງ​ລະບົບ​ທະນາຄານ​ການ​ຄ້າ ​ແລະ ຮັກ​ສາ​ອັດຕາ​ແລກປ່ຽນ​ເງິ​ນຕາຕ່າງປະ​ເທດ​ໄວ້, ​​ບຸລິ​ມິ​ສິດ​ທຶນ​ໃຫ້​ບັນດາ​ຂົງ​ເຂດ​ກະ​ສິດ​ກຳ, ຊົນນະບົດ, ການ​ຜະລິດ​ສິນຄ້າ​ສົ່ງ​ອອກ, ອຸດສາຫະກຳ​ປຸງ​ແຕ່ງ, ອຸດສາຫະກຳ​ສຳຮອງ, ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ​ນ້ອຍ, ​ໂຄງການ​ເຮືອນ​ຢູ່​ສັງຄົມ. ກ່ຽວຂ້ອງ​ເຖິງ​ບັນຫາ​ນີ້, ທ່ານ ຫງວຽນ​ວັນ​ບີ່​ງ ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ໃຫ້​ຮູ້​ວ່າ:

​​ແຜນ​ນະ​ໂຍບາຍ​ຂອງ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ​ ໃນ​ປະຈຸ​ບັນ ​ແມ່ນ​ເຖິງ​ເວລາ​ແລ້ວ​ ທີ່​ທະນາຄານ​ສາມາດ​ຫລຸດ​ອັດຕາ​ດອກ​ເບັ້ຍລົງ 1%. ​ແລະ ​ສຳລັບຕະຫຼາດ​ບັນດາ​ອົງການ​ສິນ​ເຊື່ອ, ອັດຕາ​ດອກ​ເບັ້ຍ​ເພດານ​ກໍ​ຫລຸດ​ລົງ 1%. ພວກ​ຂ້າພະ​ເຈົາຢືນຢັນ​ວ່າ ສະພາບ​ການ​ຊຳລະ​ໄດ້​ຮັບ​ການ​ປະຕິ​ບັດຄື​ແນວ​ນັ້ນ ​ແຕ່​ທະນາຄານ​ແຫ່ງ​ລັດ​ຈະ​ມີ​ບັນດາ​ມາດ​ຕະການ​ປະສານ​ວຽກງານ​ ສະໜອງ​ເງິນຕາ​ມທິດ​ສ້າງ​ບັນດາ​ແຫຼ່ງທຶນ ​ເພື່ອ​ໃຫ້​ບັນດາ​ອົງການ​ສິນ​ເຊື່ອ​ສາມາດ​ນຳ​ໃຊ້​ເພື່ອ​ໃຫ້​ກູ້​ຢືມ​ທຶນໄດ້, ສ້າງ​ໃຫ້​ມີ​ການ​ກະຕຸ້ນໃນ​ເບື້ອຕົ້ນ​ໃຫ້​ບັນດາ​ອົງການ​ສິນ​ເຊື່ອ​ທີ່ມີ​ແຫຼ່ງທຶນ​​ແນ່​ໃນ​ຍູ້​ແຮງ​ການຈະ​ເລີ​ນ​ເຕີບ​ໂຕ​ສິນ​ເຊື່ອ“

ສຸມກຳລັງແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ການຜະລິດ ດຳເນີນທຸລະກິດ - ảnh 2

ຫລຸດຜ່ອນ​ອັດຕາ​ດອກ​ເບັ້ຍຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ

(ພາບ: dangcongsan.vn)

  ​ແລະ​ ກໍ​ໃນ​ວາລະ​ປະຊຸມ​ປະຈຳ​ເດືອນກຸມພາ​ຂອງ​ລັດຖະບານ​ຄັ້ງນີ້, ນາຍົກລັດຖະມົນຕີໄດ້​ມອບ​ໜ້າ​ທີ່ໃຫ້​ບັນດາ​ຂະ​ແໜງ​ສະ​ເໜີບັນດາ​ມາດ​ຕະການ​ພາສີ​ອາກອນ​ເພື່ອ​ໜູນ​ຊ່ວຍ​ວິ​ສາ​ຫະກິດ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ຍູ້​ແຮງ​ການ​ຜະລິດ​ອຸດສາຫະກຳ, ​ໂດຍ​ສະ​ເພາະ​ແມ່ນ​ອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ, ປະຕິບັດ​ບັນດາ​ມາດ​ຕະກາ​ນພັດທະນາ​ຕະຫຼາດ, ​ເພີ່ມ​ທະວີການ​ສົງ​ສິນຄ້າ​​ໄປ​ຍັງ​ເຂດ​ຊົນນະບົດ, ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ບໍລິການ. ທ່ານ​ນາຍົກ​ລົດ​ຖະມົນຕີ​ກໍ​ຮຽກຮ້ອງ​ໃຫ້​ບັນດາ​ຂະ​ແໜງ​ການ ຂັ້ນຕ່າງໆ​ຕ້ອງ​ມີ​ກົນ​ໄກ, ນະ​ໂຍບາຍ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທ​​ດພັດທະນາ ​ແລະ ​ເຄື່ອນ​ໄຫວ​ຢ່າງ​ມິ​ປະສິດທິ​ຜົນ, ຍູ້​ແຮງ​ການ​ລະດົມ​ບັນດາ​ແຫຼ່ງທຶນ​ພາຍ​ໃນ​ປະ​ເທດ​ດ້ວຍ​ຫຼາຍ​ຮູບ​​ການ​ລົງທຶນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ກ່ຽວ​ກັບ​ລະບຽບ​ການ​ຈົດ​ທະບຽນ​ໃໝ່ ​ແລະ ​ເພີ່ມ​ທຶນ, ຍູ້​ແຮ​ງລະດັບ​ຄວາມ​ໄວ​ໃນ​ການ​ປ່ອຍ​ທຶນ FDI, ODA, ຮັບປະກັນ​ຄຸນ​ນະພາ​ບບັນດາ​ກິດຈະກຳ​ກໍ່ສ້າງ. ນອກຈາກ​ນັ້ນ​ແລ້ວ, ທ່ານ​ນາຍົກ​ລັດຖະມົນຕີ​ຍັງ​ມອບ​ໜ້າ​ທີ່​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຈົ່ງ​ສືບ​ຕໍ່​ປະຕິບັດ​ບັນດາ​ນະ​ໂຍບາຍຮັບປະກັນ​ຊີວິດ​ສັງຄົມ​ເພື່ອ​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ