ສອນວິຊາຊີບ ແລະ ສ້າງວຽກເຮັດງານທຳ ຊ່ວຍຄົນພິການເຊື່ອມຕົວເຂົ້າກັບວົງຄະນະຍາດ

ສອນວິຊາຊີບ ແລະ ສ້າງວຽກເຮັດງານທຳ ຊ່ວຍຄົນພິການເຊື່ອມຕົວເຂົ້າກັບວົງຄະນະຍາດ - ảnh 1
ມີຄົນພິການຫຼາຍຄົນໄດ້ຮັບການໜູນຊ່ວຍ ສ້າງ​ການ​ດຳລົງຊີວິດ​
ເປັນ​ປົກກະຕິ ​ແລະ ​ເຊື່ອມຕົວ​ເຂົ້າ​ກັບ​ສັງຄົມ

   ປະຈຸບັນ ຢູ່ຫວຽດນາມມີຄົນພິການ 6,7 ລ້ານຄົນ, ແຕ່ໃນນັ້ນ ມີພຽງ 15% ມີວຽກເຮັດງານທຳເປັນ ປົກກະຕິພໍສົມຄວນ ແລະ 10% ໄດ້ຮັບການບຳລຸງສ້າງ ດ້ານວິຊາ​ຊີບ. ​ໃນ​ສະພາບ​ການ​ນີ້, ລັດ, ບັນດາ​ອົງການຈັດ​ຕັ້ງ​ສັງຄົມ, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ໄດ້ ​ແລະ ພວມ​ມານະ​ພະຍາຍາມ​ວາງ​ນະ​ໂຍບາຍ ​ແລະ ສ້າງ​ສະພາບ​​ແວດ​ລ້ອມ​ເພື່ອ​ໜູນ​ຊ່ວຍຄົນພິການ​ມີວຽກເຮັດງານທຳ, ສ້າງ​ການ​ດຳລົງຊີວິດ​ເປັນ​ປົກກະຕິ ​ແລະ ​ເຊື່ອມຕົວ​ເຂົ້າ​ກັບ​ສັງຄົມ.

     ສຳລັບຄົນພິການ, ຖ້າ​ຫາກ​ມີ​ອາຊີບ, ວຽກ​ເຮັດ​ງານ​ທຳ ຈະ​ຊ່ວຍ​ເຂົາ​ເຈົ້າສ້າງ​ການ​ດຳລົງຊີວິດ​ເປັນ​ປົກກະຕິ ​ແລະ ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະນະ​ຍາດ​ເທື່ອ​ລະ​ກ້າວ. ຢູ່​ຫວຽດນາມ, ວຽກ​ງານ​ສອນ​ວິຊາ​ຊີບ ​ແລະ ​ແກ້​ໄຂວຽກເຮັດງານທຳ​ໃຫ້​ແກ່ຄົນພິການ ​ໄດ້​ຮັບ​ການ​ເອົ​າ​ໃຈ​ໃສ່​ເປັນ​ພິ​ເສດ. ກົດໝາຍ​ວ່າ​ດ້ວຍ​ການ​ສອນ​ວິຊາ​ຊີບ​ປີ 2006 ມີ​ໝວດ​ໜຶ່ງ​ກຳນົ​ດການ ສອນ​ວິຊາ​ຊີບ​ໃຫ້​ແກ່ຄົນພິການ, ຊ່ວຍ​ເປົ້າ​ໝາຍ​ນີ້​ມີ​ຄວາມ​ສາມາດ​ປະກອບ​ອາຊີບ​ທີ່​ແທດ​ເໝາະ​ກັບ​ຄວາມ​ສາມາດ​ອອກ​ແຮງ​ງານ​ຂອງ​ຕົນ​ເພື່ອ​ຊອກຫາ ວຽກເຮັດງານທຳ​ໃຫ້​ຕົນ​ເອງ​, ສ້າງ​ການ​ດຳລົງຊີວິດ​ເປັນ​ປົກກະຕິ. ລັດ​ກໍ​ຍັງ​ຢືນຢັນ​ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ ​ແລະ ບັນດາ​ນະ​ໂຍບາຍ​ບຸລິ​ມະສິດ​ຕ່າງໆທີ່​ມີ​ຕໍ່​ບັນດາ​ຮາກ​ຖານ ສອນວິຊາ​ຊີບ​ໃຫ້​ແກ່ ຄົນພິການ ​ແນ​ໃສ່​ສົ່ງ​ເສີມ​ວຽກ​ງານ ສອນວິຊາ​ຊີບ​ໃຫ້​ແກ່ຄົນພິການ. ປະມວນ​ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ​ຂອງ​ຫວຽດນາມ​ຍັງ​ຊີ້​ແຈ້ງວ່າ : ​ແຕ່ລະ​ປີ, ລັດ​ສະຫງວນ​ບ້ວງ​ງົບປະມານ​ເພື່ອ​ຊ່ວຍ ຄົນພິການ​ຟື້ນ​ຟູ​ສຸຂະພາບ, ຟື້ຶ້ນຟູ​ຄວາມ​ສາມາດ​ອອກ​ແຮງ​ງານ, ຮຽນ​ວິຊາ​ຊີບ ​ແລະ ມີ​ນະ​ໂຍບາຍ​ໃຫ້​ກູ້​ຢືມ​ເງິນ​ດ້ວຍ​ຄ່າ​ດອກ​ເບ້ຍ​ຕ່ຳ​ ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ມີວຽກເຮັດງານທຳ, ສ້າງ​ການ​ດຳລົງຊີວິດ​ເປັນ​ປົກກະຕິ. ​ໃນ​ຕົວ​ຈິງ, ​ແຕ່ລະ​ປີ, ລັດ​ໄດ້​ສະຫງວນ​ງົບປະມານ​ນັບ​ຮ້ອຍ​ຕື້​ດົງ ​ເພື່ອ​​ເພີ່ມ​ທະວີ​ວຽກ​ງານ ສອນວິຊາ​ຊີບ​ໃຫ້​ແກ່ຄົນພິການ. ປະຈຸ​ບັນ ທົ່ວ​ປະ​ເທດ​ມີ​ຮາກ​ຖານສອນວິຊາ​ຊີບ​ໃຫ້​ແກ່ຄົນພິການ ກ່ວາ 256 ​ແຫ່ງ, ​ໃນ​ນັ້ນ ມີ 55 ​ແຫ່ງ​ ສອນວິຊາ​ຊີບສະ​ເພາະ​ຂອງຄົນພິການ.

     ພ້ອມ​ກັບ​ວຽກ​ງານ ສອນວິຊາ​ຊີບ, ການ​ເຄື່ອນ​ໄຫວ​ສ້າງວຽກເຮັດງານທຳ​ໃຫ້​ແກ່ຄົນພິການ ກໍ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່. ລັດ​ໄດ້​ມີ​ຫຼາຍ​ມາດ​ຕະການ​ສົ່ງ​ເສີມ ວຽກເຮັດງານທຳ​ໃຫ້​ແກ່ຄົນພິການຄື ປະກາດ​ໃຊ້ ​ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ​ບຸລິມະສິດ, ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ນຳ​ໃຊ້​ແຮງ​ງານ​ແມ່ນ ຄົນພິການ, ໜູນ​ຊ່ວຍ​ຮາກ​ຖານ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ​ຂອງຄົນພິການ, ສ້າ​ງຕັ້ງ​ກອງ​ທຶນ​ແຫ່ງ​ຊາດ​ກ່ຽວ​ກັບ ວຽກເຮັດງານທຳ. ຂະ​ແໜງ​ແຮງ​ງານ-ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ ຈັດ​ຕັ້ງ​ງານ​ຕະລາດ​ນັດວຽກເຮັດງານທຳເປັນ​ປະຈຳ ນັບ​ແຕ່​ປີ 2006 ​ເປັນ​ຕົ້ນ​ມາ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ສະຫງວນ​ສະ​ເພາະ​​ໃຫ້​ແກ່ ຄົນພິການຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ, ຮາກ​ຖານສອນວິຊາ​ຊີບຫຼາຍ​ແຫ່ງ. ພ້ອມ​ກັນ​ນັ້ນ, ມີ​ຫຼາຍ​ອົງການ,ສ່ວນ​ບຸກຄົນ​ກໍ​ມານະ​ພະຍາຍາມ​ສ້າງວຽກເຮັດງານທຳ​ໃຫ້​ແກ່ຄົນພິການ. ທ່ານ Greig Craft ຜູ້ອຳ​ນວຍ​ການ​ໃຫຍ່​ບໍລິສັດ​ເຄື່ອງ​ອຸປະກອນ ​ແລະ ຜະລິດ​ຕະພັນ​ປອດ​ໄພ​ຫວຽດນາມ Protec ຊຶ່ງ​ແມ່ນ​ວິ​ສາ​ຫະກິດ​ສ້າງວຽກເຮັດງານທຳ ​ໃຫ້ຄົນພິການ ​ໃຫ້​ຮູ້​ວ່າ :

    “ ພວກ​ຂ້າພະ​ເຈົ້າ​ຮັບ​ເອົ​າ ຄົນພິການ​ເຂົ້າ​ມາ​ເຮັດ​ວຽກ ບໍ່​ພຽງ​ແຕ່​ເລີ່​ມມາ​ຈາກ​ລັກສະນະ​ມະນຸດສະທຳ​, ການ​ກຸສົ​ນເທົ່າ​ນັ້ນ, ຫາກ​ເຫັນ​ວ່າ ​ເຂົາ​ເຈົ້າ​ດ້ອຍ​ໂອກາດ​ສຳ​ຜັດ​ກັບ​ວຽກ​ງານ. ພວກ​ເຂົາ ​ແມ່ນ​ບັນດາ​ຜູ້​ເຮັດ​ວຽກ​ດ້ວຍ​ຄວາມ​ດຸ​ໝັ້ນ​ຂະຫຍັນ​ພຽນ ​ແລະ ອົດທົນ. ​ເຂົາ​ເຈົ້າ​ເອງ ກໍ​ປະກອບສ່ວນ​ເປັນ​ຢ່າງ​ດີ​ຄື​ຄົນ​ທຳ​ມະ​ດາ​ອື່ນໆ ”

     ຕາມ​ການ​ສະ​ຖີຕິ, ປະຈຸ​ບັນ, ທົ່ວ​ປະ​ເທດມີຮາກ​ຖານ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ​ກ່ວາ 400 ​ແຫ່ງຂອງຄົນພິການ ດ້ວຍ​ແຮງ​ງານ​ແມ່ນຄົນພິການ ປະມານ 15.000 ຄົນ​. ປະມານ 65% ຈຳນວນ​ຄອບ​ຄົວ​ມີ ຄົນພິການ​ໄດ້​ຊົມ​ໃຊ້​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ພັດທະນາ​ການ​ຜະລິດ​ຄື ຍັກ​ເວັ້ນ, ຫຼຸດຜ່ອນອາກອນ, ໜູນ​ຊ່ວຍ​ບ້ວງ​ສິນ​ເຊື່ອດ້ວຍ​ຄ່າ​ດອກ​ເບ້ຍ​ຕ່ຳ, ທີ່​ດິນ​ທຳ​ການ​ຜະລິດ....ທ່ານ​ຫງວຽນ​ດິງລຽວ ປະ​ທານສະມາຄົມ​ຊ່ວຍ​ເຫຼືອ ຄົນພິການ ​ແລະ ​ເດັກ​ກຳພ້າ​ຫວຽດນາມ​ໃຫ້​ຮູ້​ວ່າ:

  “ ສຳລັບຄົນພິການ, ສິ່ງ​ທີ່​ສຳຄັນ​ທີ່​ສຸດ ​ແມ່ນ​ເລື່ອງ​ເຂົາ​ເຈົ້າ​ຕ້ອງ​ມີ ວຽກເຮັດ ງານທຳຢູ່​ແຫ່ງ​ທີ່​ເຂົາ​ເຈົ້າ​ດຳລົງ​ຊີວິດ. ນີ້​ແມ່ນ​ທິດ​ກ້າວ​ເດີນ​ຊຶ່ງ​ພວກ​ຂ້າພະ​ເຈົ້າພວມ​ປະຕິບັດ. ຄົນພິການສາມາດ​ເຮັດ​ວຽກ​ຢູ່​ຫຼາຍ​ບ່ອນ​ຄື ​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ​ສົ່ງ​ອອກ. ​ແຕ່​ຕາມ​ຂ້າພະ​ເຈົ້າ​ແລ້ວ, ທິດ​ກ້າວ​ເດີ​ນ​ໃນ​ການ​ສ້າງວຽກເຮັດງານທຳ​ໃຫ້​ແກ່​ເຂົາ​ເຈົ້າ​ແມ່ນ​ວົງ​ຄະນະ​ຍາດ​ສັງຄົມ, ​ເພາະວ່າ ​ແຫ່ງ​ທີ່​ເຂົາ​ເຈົ້າ​ກຳ​​ເນີ​ດ ​ແລະ ​ໃຫຍ່​ຂຶ້ນ​ນັ້ນ ​ແມ່ນ​​ແຫ່ງ​ທີ່ເຂົາ​ເຈົ້າ​ໄດ້​ຮັບ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ຈາກ​ພໍ່​ແມ່, ຍາດ​ພີ​ນ້ອງ ​ແລະ ຊາວບ້ານ. ພວກ​ຂ້າ​ພະ​ເຈົ້າ​ປະຕິບັດ​ທົດ​ລອງ​ໃນ 3 ປີຜ່ານມາ ​ແມ່ນ​ໄດ້​ຮັບ​ຜົນສຳ​ເລັດ​ດີທີ່​ສຸດ. ​ເຂົາ​ເຈົ້າ​​ເຮັດ ວຽກ​ຢູ່​ຕາມ​ສະຫະກອນ, ຮາກ​ຖານ​ການ​ຜະລິດ​ເອກະ​ຊົນ ...”

      ​ໃນ​ໂຄງການ​ດຳ​ເນີນ​ງານ​ໜູນ​ຊ່ວຍຄົນພິການ​ໄລຍະ 2012-2020, ລັດຖະບານ​ຫວຽດນາມ​ສື​ບຕໍ່​ໃຫ້​ບຸລິມະສິດ​ແກ່​ຈຸດໝາຍ​ສ້າງວຽກເຮັດງານທຳ ​ໃຫ້ ຄົນພິການ, ສູ້​ຊົນ​ຮອດ​ປີ 2015, ຄົນພິການຈຳນວນ 250.000 ຄົນ​ທີ່​ຍັງ​ມີ​ຄວາມ​ສາມາດ​ອອກ​ແຮງ​ງານ ຈະ​ໄດ້​ຮັບ​ການ​ຮຽນ​ວິລາ​ຊີບ ​ແລະ ມີ​ວຽກ​ເຮັດ​ງານ​ທຳ​ທີ່​ເໝາະ​ສົມ. ຫວຽດນາມ​ກໍ​ພວມ​ທົດ​ລອງ​ສ້າງ​ຮູບ​ແບບ​ສ້າງວຽກເຮັດງານທຳຫາ​ເງິນ​ລ້ຽງ​ຊີບ​ໃຫ້ ຄົນພິການ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ເຂົາ​ເຈົ້າ​ປະຕິບັດ​ສິດ ​ແລະ ພັນທະ​ຂອງ​ຕົນ​ຄື​ພົນລະ​ເມືອງ​ຄົນ​ອື່ນໆ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ​ເພື່ອ​ໃຫ້ ຄົນພິການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງຄົມ .

ຕອບກັບ

ຂ່າວ/ບົດ​ອື່ນ