ສະພາບວິກິດການຢູ່ Nigeria

​  Nigeria ພວມຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຢ່າງແທ້​ຈິງ ຂະນະ​ທີ່​ການ​ປະ​ທະ​ກັນ​ດ້ານ​ເຊື້ອ​ຊາດ​ຜີວພັນ ນັບ​ມື້​ນັບ​ເລິກ​ເຊີ່ງ​ຂຶ້ນ​ຕື່ມ, ​ໃນ​ຂະນະ​ນັ້ນ, ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງຕ່າງໆ ​ເພື່ອຄັດ​ຄ້ານ​ຂໍ້​ຕົກລົງ​ເພີ່ມ​ລາຄາ​ນ້ຳມັນ​ເຊື້ອ​ໄຟຂອງ​ລັດຖະບານ​ ກໍ​ພວມ​ຂະຫຍາຍ​ຢ່າງ​ກ້ວາງຂວາງ. ໃນ​ຊຸມ​ມື້​ຜ່ານ​ມາ ສື່​ມວນ​ຊົນ​ໄດ້​ສຸມ​ໃສ່​ຄວາມຂາດ​ສະຖຽນ​ລະ​ພາບທາງ​ສັງຄົມ ​ແລະ​ໄພ​ເກີດ​ສົງຄາມ​ກາງ​ເມືອງ ຢູ່ Nigeria ​.

ສະພາບວິກິດການຢູ່ Nigeria - ảnh 1

ການແຫ່ຂະບວນປະທ້ວງຂະຫຍາຍຢ່າງກ້ວາງຂວາງຢູ່ Nigeria

ພາບ: Http//:baophuyen.com.vn

​   ບັນດາ​ການ​ແຫ່​ຂະ​ບວນ​ໄດ້​ເກີດ​ຂຶ້ນ ພາຍຫລັງທີ່ອົງການ​ດັດສົມ​ລາຄາ​ບັນດາ​ຜະລິດ​ຕະພັນ​ເຄມີນ້ຳມັນ​ຂອງ​ລັດຖະບານ Nigeria ​ປະກາດ​ຂໍ້​ຕົກລົງ​ຢຸດຕິ​ການ​ພະຍຸ​ງລາຄາ​​ເຊື້ອ​ເພິ​ງໃນ​ວັນ​ທີ 1/1/2012 ອັນ​ໄດ້​ເຮັດ​ໃຫ້​ລາຄາ​​ນ້ຳມັນເຊື້ອ​ໄຟ​ເພີ່ມ​ຂຶ້ນ. ​ເຖິງ​ວ່າ​ແມ່ນ​ປະ​ເທດ​ຜະລິດນ້ຳມັນ​ຫຼາຍກ່ວາ​ໝູ່​ໃນ​ທະວີບ​ນີ້​ ​ແລະ​ກໍ​ແມ່ນ​ສະມາຊິກ​ອົງການ​ບັນດາ​ປະ​ເທດ​ສົ່ງ​ອອກ​ນ້ຳມັນ​  ຫລື OPEC ​ແລະ​ມີ​ນຳ​ມັນ​ດິບ​ເພື່ອ​ສົ່ງ​ອອກຫຼາຍກໍ​ຕາມ ​ແຕ່ Nigeria ຍັງຕ້ອງ​ໃຊ້​ເງິນ​ຕາ​ຕ່າງປະ​ເທດຈຳນວນຫຼາຍ ​ເພື່ອ​ນຳ​ເຂົ້າເຊື້ອ​​ເພິ​ງ. ຕາມ​ບັນດາ​​ເຈົ້າໜ້າ​ທີ່​ລັດຖະບານ​ແລ້ວ, ​ໃນ​ປີ 2011 ຜ່ານ​ມາ, ປະ​ເທດ​ນີ້​ໄດ້​ໃຊ້​ເງິນ​ເຖິງ 8 ຕຶ້​ໂດ​ລາ​ສະຫະລັດ ​ເພື່ອ​ພະຍຸ​ງລາຄານ້ຳມັນ​ເຊື້ອ​ໄຟ. ​ເລື່ອງ​ຢຸດຕິການພະຍຸ​ງລາຄານ້ຳມັນ​ເຊື້ອ​ໄຟ ​ແມ່ນ​ເພື່ອ​ມີ​ເງິນ​ລົງທຶນ​ເຂົ້າພື້ນຖານ​ໂຄງ​ລ່າງ​ຢູ່​ປະ​ເທດ​ນີ້ ຊື່​ງປະຈຸ​ບັນ​ພວມ​ຢູ່​ໃນ​ສະພາບ​ຊຸດ​ໂຊມທີ່​ສຸດ ພ້ອມ​ທັງ​ຊ່ວຍ​ຫລຸດຜ່ອນ​ກຳລັງ​ດັນ​ທີ່​ມີ​ຕໍ່​ການ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ. ​ແຕ່​ວ່າ ປະຊາຊົນ Nigeria

ສ່ວນຫຼາຍພວມ​ດຳລົງ​ຊີວິດ​ດ້ວຍ​ລາຍ​ຮັບ​ຕ່ຳ​ກ່ວາ 2 ​ໂດ​ລາ​ສະຫະລັດ/ມື້, ​ເລື່ອງຢຸດການພະຍຸ​ງລາຄານ້ຳມັນ​ເຊື້ອ​ໄຟ ​ໄດ້​ຕັດ​ຂາດ​ແຫຼ່ງ​ຜັນ​ປະ​ໂຫຍ​ດພຽງ​ໜື່ງ​ດຽວ​ທີ່​ເຂົາ​ເຈົ້າ​ໄດ້​ຊົມ​ໃຊ້​ຈາກ​ລັດຖະບານ. ຍ້ອນ​ເຫດ​ນັ້ນ, ການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງຕ່າງໆ ​ເພື່ອຄັດຄ້ານ​ຂໍ້​ຕົກລົງ​ລົບ​ລ້າງການ​ພະຍຸ​ງລາຄານ້ຳມັນ​ເຊື້ອ​ໄຟຂອງ​ລັດຖະບານ​ ໄດ້​ແກ່ຍາວ​​ເຖິງ​ກ່ວາ 10 ມື້​ແລ້ວ ​ແລະ​ບໍ່​ທັນ​ມີ​ສັນຍານ​ຢຸດຕິ​ລົງ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຖື​ວ່າ ຂໍ້​ຕົກລົງ​ຂອງ​ລັດຖະບານ ພຽງ​ແຕ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ຊົນຊັ້ນກາງ ​ແລະ​ຜູ້​ຮັ່ງມີ​ເທົ່າ​ນັ້ນ ​​ຂະນະ​ທີ່​​ເຮັດ​ຄ່າ​ໃຊ້​ຈ່າ​ຍທາງຄົມມະນາຄົມ​ຂົນ​ສົ່ງ​ເພີ່ມ​ຂຶ້ນ ​ພາ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສ່ວນຫຼາຍ ​ມີ​ຄວາມ​ຫຍຸ້ງຍາກຍິ່ງ​ຂຶ້ນ​. ວັນ​ທີ 9/1, ​ໄດ້​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ບັນ​ດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ​ແລະ​ຕຳຫຼວດຢູ່​ນະຄອນ​ຈຳນວນ​ໜື່ງ ຊື່​ງ​ເຮັດ​ໃຫ້​ນັບ​ຮ້ອຍ​ຄົນ​ເສຍ​ຊີວິດ ​ແລະ​ຖືກ​ບາດ​ເຈັບ. ພິ​ເສດ​ແມ່ນ, ​​ການ​ຢຸດ​ງານ​ຂະໜາດ​ໃຫ່ຍ​ໃນ​ວັນ​ທີ 9-10/1 ​ໄດ້​ເຮັດ​ໃຫ້ປະ​ເທດ​ອາ​ຟຼິກກາ​ຕາ​ເວັນ​ຕົກ​ນີ້​ ເກືອບ​ຄື​ວ່າ​ຖືກ​ຢຸດ​ສະ​ງັກ ຍ້ອນ​ສະໜາມ​ບິນ​ພາຍ​​ໃນປະ​ເທດ, ບັນດາ​ປ້ອມຂາຍ​ນ້ຳມັນ​ເຊື້ອ​ໄຟ, ທະນາຄານ​ທັງ​ໝົດ ລ້ວນ​ແຕ່​ປິດ​ບໍລິການ.

   ​ໃນ​ຂະນະ​ນັ້ນ, ການ​ປະ​ທະ​ກັນ​ດ້ານ​ເຊື້ອ​ຊາດ​ຜີວພັນ-ສາສະໜາ​ ກໍ ພວມ​ເກີດ​ຂຶ້ນ​ຢ່າງ​ຂ້ຽວຂາດ​ຢູ່​ປະ​ເທດ​ມີ​ພົນລະ​ເມືອງຫຼາຍກ່ວາ​ໝູ່​ຢູ່​ທະວີບ ອາ​ຟຼິກກາ​ນີ້. ບັນດາ​ຜູ້​ຖື​ສາສະໜາ​ອິດ​ຊະລາ​ມ​ເກືອບ​ທັງ​ໝົດ​ຢູ່​ປະ​ເທດ​ນີ້ ​ແມ່ນ​ດຳລົງ​ຊີວິດ​ຢູ່​ພາກ​ເໜືອ, ​ໃນ​ຂະນະ​ທີ່​ຜູ້​ຖື​ສາສະໜາກາ​ໂຕ​ລິກ ພັດ ດຳລົງ​ຊີວິດ​ຢູ່​ພາກ​ໃຕ້. ໃນ​ໄລຍະ​ຜ່ານ​ມາ, ກຳລັງ​ອິດ​ຊະລາ​ມຫົວ​ຮຸນ​ແຮງ Boko Haram ຊື່​ງ​ໄດ້ກໍ່​ບັນດາ​ເຫດການ​ໃຊ້​ຄວາມ​ຮຸນ​ແຮງ​ອັນ​ນອງ​ເລືອດ​ ແນ່​ໃສ່​ບັນດາ​ຜູ້​ຖື​ສາສະໜາ​ຄຼິດຢູ່​ພາກ​ເໜືອ Nigeria ​ ​ໄດ້​ອອກ​ຄຳ​ຂາດ ບັງຄັບ​ໃຫ້​ຜູ້​ຖື​ສາສະໜາກາ​ໂຕ​ລິກຢູ່​ພາກ​ເໜືອ ຕ້ອງ​ຍ້າຍ​ໄປ​ດຳລົງ​ຊີວິດ​ຢູ່​ພາກ​ໃຕ້. ກຳລັງ​ນີ້​ໄດ້​ດຳ​ເນີນ​ບັນດາ​ເຫດ​ວາງລະ​ເບີດ​ສະຫຼະຊີບ​ໃນ​ທົ່ວ​ປະ​ເທດ  Nigeria ​ໃນ​​ໂອກາດວັນ​ບຸນຄຼິດສມາດທີ່​ຜ່ານ​ມາ ຊື່​ງ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ 37 ຄົນ​ເສຍຊີວິດ ​ແລະ​ອີກ 57 ຄົນ​ຖືກ​ບາດ​ເຈັບ.

ສະພາບວິກິດການຢູ່ Nigeria - ảnh 2
ປະທານາທິບໍດີ Nigeria
ພາບ: Http//africansuccess.org

  ລັດຖະບານ​ຂອງ​ປະທານາທິບໍດີ Goodluck Jonathan ​ເກືອບ​ຄື​ວ່າ​ຕົກ​ຢູ່​ໃນ​ສະພາບ​ເກີດ​ວິ​ກິດ​ການ ຍ້ອນຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ການ​ບຸກ​ໂຈມ​ຕີ​ອັນ​ນອງ​ເລືອດ ​ຂອງ​ພວກ​ທະຫານ​ກະບົດ​ອິດ​ຊະລາ​ມ Boko Haram ​ແຕ່​ບໍ່​​ໄດ້​ຮັບ​ໝາກຜົນ ​ແລະ ປະຈຸ​ບັນ ຍັງ​ຕ້ອງ​ຊອກ​ຫາ​ວິທີ​ແກ້​ໄຂ​ການ​ແຫ່​ຂະ​ບວນປະ​ທ້ວງ, ການ​ຢຸດ​ງານ​ຄັ້ງຕ່າງໆ. Nigeria ພວມຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ທີ່​ສຸດ. ຍັງ​ຄົງຈື່​ຢູ່ວ່າ ຢູ່​ປະ​ເທດ​ອາ​ຟຼິກກາ​ເໜືອ Tunisia, ວັນ​ທີ 17/12/2010 ​ເລື່ອງຜູ້​ຂາຍ​ເຄື່ອງ​ຕາມ​ທາງ Mohamed el Bouzazi ​ໄດ້​ເຜົາ​ຕົວ​ຕາຍ​ເພື່ອ​ຄັດຄ້ານ​ການ​ຂົ່ງ​ເຫງ ​ຂອງ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ ​ໄດ້​ເຣັດ​ໃຫ້​ເກີດ​ການ​ແຫ່​ຂະ​ບວນປະ​ທ້ວງ ຄັ້ງຕ່າງໆ​ເພື່ອ​ຄັດຄ້ານ​ລັດຖະບານ, ທ່ວງ​ໃຫ້​ປັບປຸງ​ຊີວິດ​ການ​ເປັນ​ຢູ່, ຈາກ​ນັ້ນ​ໄດ້​ຂະຫຍາຍ​ອອກ​ໄປ​ປະ​ເທດ​ອື່ນໆ ​ແລະ​ໄກ້​ກາຍ​ເປັນ​ຂະ​ບວນການ “ລະດູບານ​ໃໝ່​ອາຣັບ” ​ທ່ວງ​ເອົາ​ປະຊາທິປະ​ໄຕ ​ແລະ​ປ່ຽນ​ແປງ​ລະບອບ​ຢູ່​ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ, ອາ​ຟຼິກກາ​ເໜືອ. ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່ Nigeria ​ເພື່ອ​ຄັດຄ້ານ​ເລື່ອງ​ລົບ​ລ້າງ​ພະຍຸງການ ລາຄາ​ນ້ຳມັນ​ເຊື້ອ​ໄຟ ອາດ​ຈະ​ພາ​ໄປ​ເຖິງ​ການ​ຈັດການ​ແຫ່​ຂະ​ບວນຂະໜາດ​ໃຫ່ຍ.

​ດ່ວານ​ຈູງ

   

ຕອບກັບ

ຂ່າວ/ບົດ​ອື່ນ