ສະແຫວງຫາແຫລ່ງກຳລັງແຮງຫລາຍກວ່າໃຫ້ແກ່ການພັດທະນາປະເທດຊາດ

(vovworld) - ​ເພີ່​ມທະວີ​ການ​ພົວພັນ​ກັບຕ່າງປະ​ເທດ​ຮັບ​ໃຊ້​ເສດຖະກິດ​ແມ່ນ​ຫນຶ່ງ​ໃນ 5 ຫນ້າ​ທີ່​ຈຸດ​ສຸມ​ຂອງ​ການ​ພົວພັນ​ຕ່າງປະ​ເທດ​ແຫ່ງ​ຊາດ​ຂອງ ຫວຽດນາມ ​ໃນ​ປີ 2013 ກໍ​ຄື​ໃນ​ໄລຍະ​ໃຫມ່, ​ເພື່ອ​ສະ​ແຫວ​ງຫາບັນດາ​ແຫ​ລ່ງກຳລັງ​ອັນໃຫຍ່ຫລວງ​ກວ່າ​ໃຫ້​ແກ່​ກາ​ນພັດທະນາ​ປະ​ເທດ​ຊາດ. ຍາດ​ແຍ່ງ​ກາລະ​ໂອກາດ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ຂຸດ​ຄົ້ນ​ບັນດາ​ຕະຫລາດ​ໃຫມ່​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນໃຫຍ່​ຫລວງ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຕ້ອງ​ມີ​ການ​ຫນູນ​ຊ່ວຍ, ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ກັບ​ຕ່າງປະ​ເທດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເອົ​າ​ໃຈ​ໃສ່​ຕົ້ນຕໍ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງແມ່ນ​ຄວາມ​ຕັດສິນ​ໃຈ​ຂອງ​ຂະ​ແຫນງ​ການ​ທູດ ຫວຽດນາມ ​ໃນ​ປີ 2013 ​ທ່ານ ຟ້າ​ມບິ່ນ​ມີນ ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້ຢືນຢັນ​ຄື​ດັ່ງກ່າວເນ່ືອງ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃຫມ່​ປີ​ມະ​ເສ​ງ 2013 ​ໃນ​ລາຍການ​ປະຊາຊົນ​ຕັ້ງ​ຄຳຖາມ, ລັດຖະມົນຕີ​​ໃຫ້​ຄຳຕອບ​. ນັກ​ຂ່າວ ​ແອນ​ຮ່ວຽນ ຄັດ​ສະ​ເຫ​ນີບາງ​ເນື້ອ​ໃນ​ຂອງ​ລາຍການ​ນີ້. ​

ສະແຫວງຫາແຫລ່ງກຳລັງແຮງຫລາຍກວ່າໃຫ້ແກ່ການພັດທະນາປະເທດຊາດ - ảnh 1
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ນມີນ
ພາບ:internet

        ປີ 2012, ​ເຖິງ​ວ່າ​ສະພາບ​ການ​ເສດ​ຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ​ຕາມ, ​ແຕ່​ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຂອງ ຫວຽດນາມ ຍັງ​ຄົງ​ບັນລຸ​ກວ່າ 13 ຕື້ USD, ບັນດາ​ນັກ​ອຸປະຖຳ ຍັງຄົງ​ສະຫງວນ​ທຶນ ODA ໃຫ້​ແກ່ ຫວຽດນາມ ກວ່າ 6,4 ຕື້ USD.     ຕົວ​ເລກ​ດັ່ງກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​ຂອງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ສຳລັບ​ແງ່​ຫວັງ​ພັດທະນາ​​ເສດຖະກິດ ຂອງຫວຽດນາມ. ພິ​ເສດ, ​ໃນ​ປີຜ່ານມາ, ຈຳນວນ​ເງິນຕາ​ຕ່າງປະ​ເທດ​ຊຶ່ງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ຝາກ​ມາ​ຫວຽດນາມ ​ເພີ່ມ​ຂຶ້ນ​ຫລາຍ​ເມື່ອ​ທຽບ​ໃສ່​ປີ 2011, ຄາດ​ວ່າ​ບັນລຸ​ກວ່າ 10 ຕື້ USD, ຜ່ານ​ນັ້ນ ນຳ ຫວຽດນາມ ກາຍ​ເປັນ​ປະ​ເທດ​ຮັບ​ເງິນຕາ​ຕ່າງປະ​ເທດ​​ໂດຍ​ຊາວ​ຕ່າງ​ດ້າວ​ອາ​ໄສ​ຢູ່​ຕ່າງປະ​ເທດ​ຝາ​ມາ​ຫລາຍ​ອັນ​ດັບ​ 7 ຂອງ​ໂລກ. ຈຳນວນ​ເງິນຕາ​ຕ່າງປະ​ເທດ​ທີ່​ຊາວ ຫວຽດນາມ ​ຝາກ​ມາ ສ່ວນ​ຫລາຍ​ແມ່ນ​ເພື່ອ​ລົງທຶນ, ພັດທະນາ, ຜະລິດ​ກໍ​ຄື​ຫນູນ​ຊ່ວຍ​ຄອບຄົວ​ກໍ່ສ້າງ​ເຮືອນ​ຊານ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ. ພິ​ເສດ ຈຳນວນ​ເງິນ​ຕາ​ຊຶ່ງ​ຊາວ ຫວຽດນາມ ຝາກ​ມາ​ນັ້ນ ​ໄດ້​ສົ່ງ​ເຖິງ​ເຂດ​ຊົນນະບົດ, ​ເຂດ​ຫ່າງ​ໄກ​ສອກ​ຫລີກ ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ. ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ນ​ມີນ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ຈຳນວນ​ເງິນຕາ​ຊຶ່ງ​ຊາວ ຫວຽດນາມ ຝາກ​ມາ​ນັ້ນ ​ແມ່ນ​ກວມ 60 - 70%​    ແຫ​ລ່ງ​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ ​ເຂົ້າ ຫວຽດນາມ ນັບ​ແຕ່​ປີ 1991 ມາ​ຮອດ​ປະຈຸ​ບັນ. ນີ້​ແມ່ນ​ແຫ​ລ່ງ​ເງິນ​ຢ່າງ​ແທ້​ຈິງ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ, ປ​ະກອບ​ສ່ວນ​ຮັກສາ​ອັດຕາ​ແລກປ່ຽນ​ເງິນຕາ​ໃຫ້​ເປັນ​ປົກກະຕິ ກໍ​ຄື​ເພີ່ມ​ຈຳນວນ​ການສະ​ສົມ​​​ເງິນຕາ​ຕ່າງປະ​ເທດໃຫ້​ແກ່ ຫວຽດນາມ. ພວກ​ເຮົາ ມີ​ຄວາມ​ເຄົາລົບ​ນັບຖືຕໍ່ຊາວ​ຫວຽດນາມທີ່​ພວມ​ຮຳ່ຮຽນ, ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ທີ່ໄດ້​ຝາກ​ເງິນຕາ​ຕ່າງປະ​ເທດ​ມາ, ສິ່ງ​ດັ່ງກ່າວ​ທັງ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະ​ເທດ​ຊາດ ກໍ​ຄື​ຄອບຄົວ​ຂອງ​​ເຂົາ​ເຈົ້າ​ອີກ​ດ້ວຍ.”

        ຈຸດ​ພົ້ນ​ເດັ່ນ​ທີ່​ສ້າງ​ຄວາມ​ປະທັບ​ໃຈ​ໃນ​ປີ 2012 ​​ນັ້ນ​ແມ່ນເປັນ​ຄັ້ງ​ທຳ​ອິດ ພາຍຫລັງ 19 ປີ ທີ່ຫວຽດນາມ ສົ່ງ​ອອກ​ສິນຄ້າ​ເກີນ​ດຸນ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ບັນດາ​ຜູ້​ຊ່ຽວຊານ​ແມ່ນ​ຫນຶ່ງ​ໃນ​ບັນດາຂົງ​ເຂດ​ພົ້ນ​ເດັ່ນ​ສຳຄັນ​ທີ່​ສຸດ​ໃນ​ສະພາບ​ເສດຖະກິດ​ທົ່ວ​ໂລກ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ ​ໄດ້ ​ແລະ ພວມ​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ. ພວກ​ເຮົາ​ບັນລຸ​ໄດ້ຜົນງານ​ດັ່ງກ່າວ​ຍ້ອນ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ພື້ນຖານ​ເສດຖະກິດ​ກໍ​ຄື​ການ​ປະຕິບັດ​ຢ່າງ​ຂ້ຽວ​ຂາດ, ​​ແຂງ​​ແຮງ​ຂອງ​ທັງ​ລະບົບ​ການ​ເມືອງ, ​ໃນ​ນັ້ນ ມີ​ການ​ປະກອບສ່ວນ​ບໍ່​ແມ່ນ​ຫນ້ອຍຂອງ​ຂະ​ແຫນງ​ການ​ທູດ ຫວຽດນາມ.

        ປີ 2013, ​ເສດ​ຖະກິດ​ໂລກ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ ຈະ​ສືບ​ຕໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແຕ່​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ນ​ມິນ ຢືນຢັນວ່າ: ການພົວພັນ​ກັບ​ຕ່າງປະ​ເທດ​ກ່ຽວ​ກັບ​ຂົງ​ເຂດ​ເສດຖະກິດ​ຈະ​ສືບ​ຕໍ່​ສຸມ​ໃສ່​ເປັນ​ເສນາ​ທິການ, ສະຫນອງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ເສດຖະກິດ, ຕີ​ລາຄາ​ທ່າ​ອ່ຽງ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ເພື່ອ​ສະຫນອງ​ຂໍ້​ມູນ​ຂ່າວສານ, ​ເປັນ​ເສນາ​ທິການ​ໃຫຍ່​ແກ່​ບັນດາ​ກະຊວງ, ຂະ​ແຫນງ​ການ, ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ. ຂະ​ແຫນງ​ການ​ທູດ​ກໍ​ເພີ່ມ​ທະວີການ​ຊອກ​ຮູ້, ຄົ້ນ​ພົບ​ບັນດາ​ຕະຫລາດ, ບັນດາ​ປະ​ເທດ​ມີ​ຄວາມ​ສາມາດ​ບ່ົມ​ຊ້ອນ​ຮ່ວມ​ມື​ຂອງ ຫວຽດນາມ ກັບ​ພາຍ​ນອກ, ​ແນະນຳ​ໃຫ້​ບັນດາ​ວິ​ສາ​ຫະກິດ. ພິ​ເສດ ຂະ​ແຫນງ​ການ​ທູດ ຫນູນ​ຊ່ວຍ​ປົກ​ປັກ​ຮັກສາ​ອິດ​ທິພົນ​ຂອງ​ບັນດາ​ຜະລິດ​ຕະພັນ​ກຸ້ງ ຫວຽດນາມ ຢູ່​ຕະຫລາດ​ໂລກ ຕໍ່ຫນ້າ​ໄພ​ຖືກ​ຟ້ອງ​ຮ້ອງ​ຕ້ານ​ການ​ອຸດ​ຫນູນ​ຂອງ ອາ​ເມ​ລິ​ກາ.

        “ກະຊວງ​ການ​ຕ່າງປະ​ເທດ ມີ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ບັນຫາ​ນີ້​ໂດຍ​ໄວ​ເພື່ອ​ສະຫນອງ​ໃຫ້​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ວິ​ສາ​ຫະກິດຂອງ ຫວຽດນາມ. ນັບ​ແຕ່​ນີ້​ຮອດ​ເດືອນ 7, ​ແມ່ນ​ຈຸດ​ເວລາ​ທີ່​ຝ່າຍ ອາ​ເມ​ລິ​ກາ ຍົກ​ອອກ​ຄຳ​ຕັດສິນ​ກ່ຽວ​ກັບ​ກໍລະນີ​ດັ່ງກ່າວ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຈະ​ສົມທົບ​ກັບ​ກະຊວງ​ອຸດສາຫະກຳ, ການ​ຄ້າ ​ແລະ ສະຫະ​ສະມາຄົມ​ສົ່ງ​ອອກກຸ້ງ​ຂອງ ຫວຽດນາມ ​ເພື່ອ​ຜັນ​ຂະຫຍາຍ​ບາງ​ມາດ​ຕະການ​ລະອຽດ. ທີ​ຫນຶ່ງ ​ແມ່ນ​ສົມທົບ​ກັບ​ກະຊວງ​ການ​ຄ້າ, ຄະນະ​ກຳມະການ​ການ​ຄ້າ​ສາກົນ​ຂອງ ອາ​ເມ​ລິ​ກາ, ຊຶ່ງ​ແມ່ນ​ສອງ​ອົງການ​ແກ້​ໄຂ​ກໍລະນີ​ດັ່ງກ່າວ, ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ​ການ​ກະທົບ​ຂອງ​​ເຫດການ​ນີ້​ສຳລັບ​ຜູ້​ຜະລິດ​ກຸ້ງ​ຂອງ ຫວຽດນາມ ​ແລະ ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ອາ​ເມ​ລິ​ກາ. ມາດ​ຕະການ​ທີ 2 ​ແມ່ນພວກ​ເຮົາ​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື, ວິ​ສາ​ຫະກິດ ນຳ​ເຂົ້າ​ສິນ​ໃນ​ນ້ຳຂອງ​ອາ​ເມ​ລິ​ກາ ​ເພື່ອ​ສະຫນອງ​ບັນດາ​ຂໍ້​ມູນ​ຂ່າວສານ​ຢ່າງພາວະ​ວິ​ໄສ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ອອກສຽງ​ຄັດ​ຄ້ານ​ກໍລະນີ​ຟ້ອງ​ຮ້ອງ​ດັ່ງກ່າວ.”

ສະແຫວງຫາແຫລ່ງກຳລັງແຮງຫລາຍກວ່າໃຫ້ແກ່ການພັດທະນາປະເທດຊາດ - ảnh 2
ລາຍການ​ປະຊາຊົນ​ຕັ້ງ​ຄຳຖາມ, ລັດຖະມົນຕີ​​ໃຫ້​ຄຳຕອບ
ພາບ:internet

        ປະຈຸ​ບັນ, ຫວຽດນາມ ມີ​ອົງການ​ທູຕານຸທູດ​ເກືອບ 100 ​ແຫ່ງ​ຢູ່​ຕ່າງປະ​ເທດ. ອາດ​ຈະ​ເວົ້າ​ໄດ້​ວ່າ, ບັນດາ​ອົງການ​ດັ່ງກ່າວ​ພວມ​ເຄື່ອນ​ໄຫວ​ຢ່າງ​ຕັ້ງຫນ້າ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ, ​ແຜນການ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ກ່ຽວ​ກັບ​ຂົງ​ເຂດ​ເສດ​ຖະກິດ. ປີ 2012, ຂະ​ແຫນງ​ການ​ທູດ ​ໄດ້​ສຳ​ເລັດ​ການ​ສ້າງ​ຍຸດ​ທະ​ສາດ​ສັງ​ລວມກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ໃນ​ນັ້ນ ມີ​ຍຸດ​ທະ​ສາດ​ຮ່ວມ​ມື​ກັບ​​ແຕ່ລະ​ປະ​ເທດ, ​ແຕ່​ລະ​ອົງການ, ພາກ​ພື້ນ​ກ່ຽວ​ກັບ​ຂົງ​ເຂດຂາ​ອອກ​ຂາ​ເຂົ້າ, ການ​ລົງທຶນ ​ເພື່ອ​ສະ​ແຫວ​ງຫາ​ບັນດາ​ແຫ​ລ່ງກຳລັງທີ່​ໃຫຍ່ຫລວງ​ກວ່າ​ໃຫ້​ແກ່​ປະ​ເທດ​ຊາດ. ປີ 2013, ການ​ພົວພັນ​ກັບ​ຕ່າ​ງປະ​ເທດ​ກ່ຽວ​ກັບ​ຂົງ​ເຂດ​ເສດຖະກິດ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າ​ງ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ, ​ໃນ​ສະພາບ​ປະ​ເທດ​ຊາດ ກໍ​ຄື​ໂລກ​ພວມຢູ່​ໃນ​ໄລຍະ​ພັດທະນາ​ໃຫມ່. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ນ​ມິນ ຢືນຢັນ​ວ່າ:

        “​ໃນ​ປີ 2013, ພວກ​ເຮົາ​ຍັງ​ຄົງ​ສືບ​ຕໍ່​ທ່າ​ອ່ຽງ​ເພີ່ມ​ທະວີ​ກາ​ນພົວພັນ​ກັບ​ອາ​ເມ​ລິ​ກາ ລາຕີ​ນ ​ພ້ອມ​ທັງ​ເປີດ​ກວ້າງ​ອອກ​ສູ່​ບັນດາ​ພາກ​ພື້ນ​ອື່ນ, ນັ້ນ​ແມ່ນ​ຕາ​ເວັນ​ອອກ​ກາງ, ອາ​ຟະ​ລິ​ກາ​ເຊິ່ງ​ແມ່ນ​ເຂດ​ທີ່ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ.”

        ​ໂດຍ​ແມ່ນ​ຫນຶ່ງ​ໃນ​ຈຳນວນ 3 ​ເສົາ​ຄ້ຳ​ຂອງ​ການ​ທູດ ຫວຽດນາມ, ພ້ອມ​ກັບ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ໃນ​ຂົງ​ເຂດ​ການ​ເມືອງ, ວັດທະນະທຳ, ການ​ພົວພັນ​ກັບ​ຕ່າງປະ​ເທດ​ໃນ​ຂົງ​ເຂດ​ເສດຖະກິດ​ພວມ​ຕັ້ງຫນ້າ​ສະ​ແດງ​ໃຫ້​ເຫັນ​ບົດບາດ​ເປັນ​ເສນາ​ທິການ, ຕີ​ລາຄາ​ທ່າ​ອ່ຽງສະພາບ​ການ, ສະ​ເຫ​ນີການ​ເລ​ືອກ​ເຟັ້ນຄູ່​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ໃຫ້​ຖືກ​ຕ້ອງຕາ​ມ​ທິດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ​ຂອງ ຫວຽດນາມ, ປະກອບສ່ວນ​ນຳ​ມາ​ເຊິ່ງບັນດາ​ແຫ​ລ່ງກຳລັງ​ທີ່ໃຫຍ່ຫລວງ​ກວ່າ​ໃຫ້​ແກ່​ປະ​ເທດ​ຊາດ

ຕອບກັບ

ຂ່າວ/ບົດ​ອື່ນ