ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດພັດທະນາແບບຍືນຍົງ

(vovworld)- ວັນ​ທີ 28/4, ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ​ຫງວຽນ​ເຕີນ​ຢູງ ພ້ອມ​ດ້ວຍ​ຮອງ​ນາຍົກລັດຖະມົນຕີ 4 ທ່ານ, ລັດຖະມົນຕີ 9 ທ່ານ ​ແລະ ປະທານ​ຄະນະ​ກຳມະການ​ປະຊາຊົນ​ 2 ນະຄອນ​ໃຫຍ່ 2 ທ່ານ ​ໄດ້​ມີ​ການ​ພົບ​ປະ​ສົນທະນາ​ກັບ​ປະຊາ​ຄົມ​ວິ​ສາ​ຫະກິດ. ​ໃນ​ສະພາບ​ການ​ທີ່​ວິ​ສາ​ຫະກິດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກ່ຽວ​ກັບ​ແຫ​ລ່ງທຶນ, ນະ​ໂຍບາຍ ​ແລະ ຕະຫລາດ. ກອງ​ປະຊຸມ​ໄດ້​ຮັບ​ຄວາມ​ມຸ້ງ​ຫວັງ​ວ່າ ຈະ​ເປີດ​ບັນດາ​ທິດ​ບຸກທະລຸ​ເພື່ອ​ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ​ເຄ່ືອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ກວ່າ,​ປະກອບສ່ວນ​ປະຕິບັດ​ຈຸດໝາຍ, ຫນ້າ​ທີ່​ພັດທະນາ​ເສດຖ​ະກິດ​ສັງຄົມ​ຊື່​ງ ລັດຖະບານ​ໄດ້​ວາງ​ອອກ​​ໃຫ້​ແກ່​ປີ 2014-2015 ຢ່າງ​ມີ​ໄຊ.

ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດພັດທະນາແບບຍືນຍົງ - ảnh 1
ລັດຖະບານ ​ແລະ ວິ​ສາ​ຫະກິດ ພ້ອມ​ກັນ​ແບ່ງປັນ​ຄວາມ​ຫຍຸ້ງຍາກ
photo:dnrtv.org.vn

        ກອງ​ປະ​ຊຸມ​ສົນທະນາ​ດັ່ງກ່າວ​ແມ່ນ​ການ​ເຄື່ອນ​ໄຫ​ວປະຈຳ​ປີ ​ແລະ ກາຍ​ເປັນ​ເວທີ​ປາ​ໄສ​ສຳຄັນ​ເພື່ອ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະກິດ ​ແບ່ງ​ປັນ​ຄວາມ​ຫຍຸ້ງຍາກ​ຂໍ້​ຕິດ​ຂັດ​ໂດຍ​ກົງ​ໃນ​ວິວັດ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ. 4 ໝວດ​ຫົວ​ເລື່ອງ ​ແມ່ນຄວາມ​ສົນ​ໃຈ​ຕົ້ນຕໍ​ຈາກ​ປະຊາ​ຄົມ​ວິ​ສາ​ຫະກິດ ຈະ​ຖືກ​ນຳ​ສະ​ເຫ​ນີ ​ແລະ ປຶກສາ​ຫາລື​ທີ່​ ກອງ​ປະຊຸມ ຊື່​ງລວມມີ: ວິ​ສາ​ຫະກິດ​ພາກ​ເອກະ​ຊົນກັບ​ບັນຫາ​ສຳ​ພັດ​ກັບ​ສິນ​ເຊ່ືອ​ທະນາຄານ, ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ພາສີ ​ແລະ ສຳ​ພັດ​ກັບ​ແຫ​ລ່ງທຶນ​ຜ່ານ​ບັນດາ​ກອງ​ທຶນ​ຄຳ້ປະກັນ​ບັນຫາ​ສຳ​ພັດ​ກັບ​ຕະຫລາດ,​ບັນຫາ​ສຳ​ພັດ​ກັບ​ທີ່​ດິນ​ບໍ່​ຖືກ​ມົນ​ລະ​ພິດເພື່ອ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ.

        ລັດຖະບານ ​ແລະ ວິ​ສາ​ຫະກິດ ພ້ອມ​ກັນ​ແບ່ງປັນ​ຄວາມ​ຫຍຸ້ງຍາກ ​ແລະ ສະ​ເຫ​ນີມາດ​ຕະການ​ແກ້​ໄຂ

        ມີ​ຜູ້​ແທນ​ປະມານ 500 ຄົນ,​​ໃນ​ນັ້ນ ວິ​ສາ​ຫະກິດ​ພາກ​ເອກະ​ຊົນ 400 ​ແຫ່ງ, ວິ​ສາ​ຫະກິດ​ມີ​ເງິນ​ລົງທຶນ​​ໂດຍ​ກົງຂອງ​ຕ່າງປະ​ເທດ(FDI) 50 ​ແຫ່ງ, ລັດ​ວິ​ສາ​ຫະກິດ 20 ​ແຫ່ງ ມີຫນ້າ​ທີ່ີກອງ​ປະຊຸມ ​ເພ່ືອ​ສົນທະນາ​ໂດຍ​ກົງ​ກັບ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ບັນຫາ​ກ່ຽວ​ກັບ​ເສດຖະກິດ​ວິ​ສາ​ຫະກິດ. ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ອນ​ຈັດ​ຕັ້ງ​ກອງ​ປະຊຸມ, ທ່ານ ຫວູຕຽນ​ໂລກ, ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI) ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ພື້ນຖານ​ເສດຖະກິດ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃຫມ່​ເຊີ່​ງຢູ່​ທີ່​ນັ້ນ ຮຽກຮ້ອງ​​ໃຫ້​ມີການ​ສ້າງ​​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄື​ນ​ໃຫມ່, ມູ່ງ​ໄປ​ເຖິງ​ໂຄງ​ປະກອບ​ທັນ​ສະ​ໄຫມ ​ແລະ ໝັ້ນຄົງ ກາຍ​ເປັນບັນຫາ​ສຳຄັນ​ທີ່​ຂາດ​ບໍ່​ໄດ້, ສະ​ນັ້ນ  ນາຍົກລັດຖະມົນ​ຕີ ຕົກລົງ​ພົບ​ປະ​ກັບ​ປະຊາ​ຄົມ​ວິ​ສາ​ຫະກິດ ​ເພື່ອ​ຮັບ​ຟັງ,​​ແລກປ່ຽນ​ກັບ​ບັນດາ​ວິ​ສາ​ຫະກິດ, ຈາກ​ນັ້ນ ຫັນ​ບັນດາ​ບາດກ້າວ​ກ່ຽວ​ກັບ​ລະບອບ​ນະ​ໂຍບາຍ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

        “ ຂ້າພະ​ເຈົ້າ​ຖື​ວ່າ ກອງ​ປະຊຸມ​ຄັ້ງ​ນີ້ ມີ​ບົດບາດ​ສຳຄັນ, ພິ​ເສດ ​ໃນ​ສະພາບ​ການ​ປະຈຸ​ບັນ ​ເມື່ອ​ສະພາບ​ແວດ​ລ້ອມ​ເສດ​ຖະກິດ​ມະຫາ​ພາກ​ພວມ​ເປັນ​ປົກກະຕິ, ການ​ພັດທະນາ​ວິ​ສາ​ຫະກິດກໍ​ຄື​ບັນດາ​ມາດ​ຕະການ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ປະຈຸ​ບັນ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ຈະ​ເລີ​ນ​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະພາ​ບການ​ເຕີ​ບ​​ໂຕ​​ແມ່ນ​ສິ່ງ​ສຳຄັນທີ່​ສຸດ. ​ໃນ​ຊຸມ​ມື້​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ກວ່າ 300 ຄຳ​ເຫັນສະ​ເຫ​ນີທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ກະຊວງ,​ຂະ​ແຫນງ​ການ, ທ້ອງ​ຖິ່ນ ​ແລະ ພວກ​ຂ້າພະ​ເຈົ້າ​ໄດ້​ສົ່ງ​ເຖິງ​ບັນດາ​ກະຊວງ​,ຂະ​ແຫນງ​ການ,​ທ້ອງ​ຖິ່ນ ​ແລະ ລາຍ​ງານ​​ຕໍ່​ນາຍົກລັດຖະມົນຕີ. ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ມີຫລາຍ​ຄຳ​ເຫັນ​​ຂອງ​ວິ​ສາ​ຫະກິດ  ໄດ້​ຮັບ​ການ​ແກ້​ໄຂ​​ໃນທັນ​ທີ່. ບັນດາ​ບັນຫາ​ທີ່​ຍັງ​ເຫລືອ ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຈະສືບ​ຕໍ່​ມີ​ຄຳຕອບ, ນີ້​ກໍ​ແມ່ນ​ວິທີ​ເພື່ອ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະບອບ​ນະ​ໂຍບາຍ​ທີ່​ໄດ້​ວາງ​ອອກ.”

        ບັນຫາ​ສຳ​ຄັນ​ຫນຶ່ງ​ອີກ​ຊື່​ງບັນດາ​ວິ​ສາ​ຫະກິດ​ຍົກ​ອອກ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ນັ້ນ​ແມ່ນ ບັນດາ​ວິ​ສາ​ຫະກິດ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ​ໃນ​ການ​ສຳ​ພັດ​ກັບ​ບ້ວງສິນ​ເຊື່ອ. ປະຈຸ​ບັນ ມີ​ກວ່າ 32% ຈຳນວນ​ວິ​ສາ​ຫະກິດ​ມີ​ຄຳ​ຕອບ​ວ່າ ​ໄດ້​ກູ້​ຢືມ​ທຶນ​ທະນາຄານ​ເປັນ​ປະຈຳ, ກວ່າ 35%ວິ​ສາ​ຫະກິດ ຖື​ວ່າ ​ກູ​້ຢືມ​ທຶນ​ໄດ້ ​ແຕ່​ຫຍຸ້ງຍາກ​ທີ່​ສຸດ ​ແລະ 33% ວິ​ສາ​ຫະກິດ​ຍັງ​ເຫລືອ ຢືນຢັນ ບໍ່​ສາມາດ​ກູ້​ຢືມ​ທຶນ​​ໄດ້. ຕາ​ມສະຫະ​ສະມາຄົມ​ວິ​ສາ​ຫະກິດ ຂະຫນາດ​ກາງ ​ແລະ ນ້ອຍ​ແລ້ວ, ນັບ​ແຕ່​ປີ 2012 ຮອດ​ເດືອນ 9/2013, ມີ​ວິ​ສາ​ຫະກິດ​ຈຳນວນ​ຫນ້ອຍ​ໄດ້​ຮັບ​ການ​ຄ້ຳປະກັນຈາກ​ທະນາຄານ​ເພື່ອ​ກູ້​ຢຶມທຶນ​ຂອງ​ທະນາຄານ​ການຄ​​້າ ສະ​ນັ້ນ ມີ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ຫລາຍ​ແຫ່ງ ຕົກ​ເຂົ້າ​ສຸູ່ສະພາບ​ທີ່​ຫຍຸ້ງຍາກ. ທ່ານ ​ໂດ​ແອ​ງຕວນ, ຜູ້ອຳນວຍການ ບໍລິສັດ​ການ​ຄ້າ ​ແລະ ບໍລິການ​ຂາ​ອອກ​ຂາ​ເຂົ້າ​ສິນ​ໃນ​ນຳ້ ​ເຟືອ​ກຕຽນ ຈຳກັດ, ນະຄອນ ດາຫນັງ ຍົກ​ຄຳ​ເຫັນ​ວ່າ:

        “ບໍລິສັດ​ພວກ​ຂ້າພະ​ເຈົ້າ​ຫາ​ກໍ່​ເຊັນ​ສັນຍາ​ການ​ຄ້າ​ກັບ​ຄູ່​ຮ່ວມ​ມື​ຍີ່ປຸ່ນ ລວມມູນ​ຄ້າ 50.000-60.000 USD ​ແຕ່​ກໍປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ກູ້​ຢືມ​ທຶນ. ​ແລະ ປາດ​ຖະຫນາ​ວ່າ ທະນາຄານຕ້ອງ​ພິຈາລະຈາ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ, ການ​ປະກອບສ່ວນ​ຂອງ​ວິ​ສາ​ຫະກິດ,  ​ແລະ ມີ​ຕະຫລາດ​ຂາຍ​ຜະລິດ​ຕະພັນ​ຫລື​ບໍ່, ມີ​ຄວາມ​ສາມາດ​ພັດທະນາ​ຫລື​ບໍ່. ຖ້າ​ມີ​ເງື່ອນ​ໄຂ​ພັດທະນາ​ຢ່າງພຽງ​ພໍ ຄວນ​ບຸລິມະສິດ​​ໃຫ້​ ວິ​ສາ​ຫະກິດ ກູ້​ຢືມ​ທຶນ​ເພື່ອພັດທະນາ.”

        ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ແກ້​ງ​ແຍ້​ງຢ່າງ​ສະ​ເຫມີ ພາບ ​ແລະ ພັດທະນາ​ແບ​ບຍືນ​ຍົງ

        ຕາມ​ບົດ​ລາຍ​ງານ​ສັງ​ລວມກ່ຽວ​ກັບ​ສະພາບ​ການ​ວິ​ສາ​ຫະກິດ ​ແລະ ຫນ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2014-2015, ປະຈຸ​ບັນ ກຸ່ມລັດ​ວິ​ສາ​ຫະກິດ ​ໄດ້ ​ແລະ ພວມ​ສວມ​ບົດບາດ​ນຳ​ຫນ້າ​ໃນ​ການ​ພັດທະນາ ​ແຕ່​ໃນ​ໄລຍະ​ຍາວ, ການ​ຈະ​ເລີ​ນ​ເຕີບ​ໂຕ​ຂອງ​​ເສດຖະກິດ​ພາກ​ເອກະ​ຊົນ ຈະ​ປະ​ກອບ​ສ່ວນ​ຄື​ກຳລັງ​ຫນູນ​ພັດທະນາ​ປະ​ເທດ​ຊາດ.

        ຕາມ​ອັດຕາ​ສ່ວນ GDP, ກຸ່ມ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ ​ໄດ້​ບືນ​ຕົວ​ຂຶ້ນ​ຢືນ​ອັນ​ດັບ​ຫນຶ່ງ ຖັດມາ​ແມ່ນ​ກຸ່ມ​ລັດ​ວິ​ສາ​ຫະກິດ. ສະ​ນັ້ນ ທີ່ກອງ​ປະຊຸມ ຄັ້ງ​ນີ້, ທ່ານນາຍົກລັດຖະມົນຕີ ​ໄດ້​ສຸມ​ໃສ່​ບັນຫາ​ສ້າງ​ເງື່ອນ​ໄຂ​ພັດທະນາ​ໃຫ້​ແກ່​ວິ​ສາ​ຫະກິດ ​ເວົ້າ​ລວມ ​ແລະ ພິ​ເສດ ​ແມ່ນ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ. ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ເຖິງ​ການ​ຮັບປະກັນ​ສິດ​ເສລີ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ​ແກ້ງ​ແຍ້​ງຢ່າງ​ສະ​ເຫມີ​ພາບ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ. ທ່ານ ຫວູຕຽນ​ໂລກ ຖື​ວ່າ: ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ສ່ວນ​ຫລາຍ ​ແມ່ນ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ,​ສະ​ນັ້ນ ຕ້ອງ​ສືບ​ຕໍ່​ສ້າງ​​ເງື່ອນ​ໄຂ​ສະດວກ​ກວ່າ​ອີກໃຫ້​ແກ່​ວິ​ສາ​ຫະກິດ​​ໃນ​ການ​ສ້າງ​ຕັ້ງ,​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​​.

        “ສ້າງ​ສະພາບ​ແວ​ດລ້ອມ​ແຫ່ງ​ການ​ດຳນ​ເນ​ທຸລະ​ກິດ​ຢ່າງ​ສະດວກ​ງ່າຍດາຍ, ສະ​ເຫມີ​ພາບ ​ແມ່ນ​ສິ່ງ​ສຳຄັນ​ທີ່​ສຸດ. ​ເພາະວ່າ ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ປະສົບ​ກັບ​ຄວາ​ມຫຍຸ້ງຍາກ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ສະ​ນັ້ນ ຕ້ອງການບັນດາ​ລາຍການ,​ມາດ​ຕະການ​ຫນູນ​ຊ່ວຍ. ​ໃນ​ວິວັດ​ການ​ສຳ​ພັດ​ກັບ​ແຫ​ລ່ງກຳລັງ​ເພື່ອ​ພັດທະນາ ຄວນ​ມີ​ບັນດາ​ລາຍການ​ສະ​ເພາະ​ໃຫ້​ແກ່​ກຸ່ມ​ວິ​ສາ​ຫະກິດ​ນີ້. ນອກ​ນັ້ນ ຍ້ອນ​ມີຂອບ​ຂະຫນາດ​ນ້ອຍ ສະ​ນັ້ນ ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ຍາກ​ທີ່​ສຳ​ພັດ​ກັບ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໄດ້. ປະຈຸ​ບັນ ລັດຖະບານ, VCCI ​ແລະ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​​ໂລ​ຊີ ​ໄດ້, ພວມ ຈັດ​ຕັ້ງບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ນັກວິທະຍາສາດ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ຍົກ​ສູງ​ກຳລັງ​ແກ້ງ​ແຍ້​ງ​ໃຫ້​ແກ່​ວິ​ສາ​ຫະກິດ.”

        ພື້ນຖານ​ເສດຖະກິດ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ຫວຽດນາມ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃຫມ່. ພ້ອມ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ນັບ​ມື້​ນັ​ບ​ເລິກ​ເຊິ່ງ, ກວ້າງຂວາງ, ຫວຽດນາມ ມີ​ຄວາມ​ຕ້ອງການ ​​ວິ​ສາ​ຫະກິດມີ​ກຳລັງ​ແຮງ​ຢ່າງ​ພຽງພໍ​ເພື່ອ​ສຳ​ພັດ​ກັບ ​ເຕັກ​ໂນ​ໂລ​ຊີ​ໃຫມ່, ກາຍ​ເປັນ​ຄູ່ຮ່ວມ​ມື​ຂອງ​ບັນດາ​ກຸ່ມ​ບໍລິສັດ​ຂ​້າມຊາດ. ​ເຫດການ​ທ່ານ​ນາຍົກລັດຖະມົນຕີ ພົບ​ປະ​ ກັບ​ວິ​ສາ​ຫະກິດ​ໃນ​ປີ 2014 ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາ​ມ​ເອົາ​ໃຈ​ໃສ່, ​ແບ່ງປັນ​ຂອງ​ລັດຖະບານ​ກັບ​ວິ​ສາ​ຫະກິດ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ກຳລັງ​ຫນູນ​ໃຫ້​ແກ່​ວິ​ສາ​ຫະກິດ, ​ເປັນ​ຕົ້ນ​ແມ່ນ​ກຸ່ມ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ພັດທະນາ​ແບບ​ຍືນ​ຍົງ​ພ້ອມ​ກັບ​ພື້ນຖານ​ເສດ​ຖະກິດ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ