ຫວຽດນາມ - ຍີ່ປຸ່ນ: ຮ່ວມມືພ້ອມກັນພັດທະນາ

​(vovworld) – ​ໂດຍ​ສືບ​ຕໍ່​ທ່າ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ, ວັນ​ທີ 12/12, ທ່ານ​ນາຍົກລັດຖະມົນຕີ ຫງວຽດນາມ ຫງວຽນເຕີ໋ນຢຸງ ​ເລີ່​ມຕົ້ນ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຢ່າງ​ເປັນ​ທາງ​ການ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທີ່​ແກ່ຍາວ​ເຖິງ​ວັນ​ທີ 15/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ກໍ່​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ການ​ພົວພັນ​ຄູ່​ເຈລະຈາ​ອາ​ຊຽນ - ຍີ່ປຸ່ນ, ກອງ​ປະຊຸມ​ຂັ້ນ​ສູງ​​ແມ່​ຂອງ - ຍີ່ປຸ່ນ​ຄັ້ງ​ທີ 5 ຢູ່​ໂຕ​ກຽວ.

ຫວຽດນາມ - ຍີ່ປຸ່ນ: ຮ່ວມມືພ້ອມກັນພັດທະນາ - ảnh 1

ທ່ານ​ນາຍົກລັດຖະມົນຕີ ຫງວຽດນາມ ຫງວຽນເຕີ໋ນຢຸງ

ແລະທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe.

(ພາບອິນເຕີແນດ)

ພາຍຫຼັງ​ 40 ປີ​ແຫ່ງ​ວັນສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ເມື່ອ​ເດືອນ 9/1973, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ພວມຢູ່​ໃນ​ໄລຍະ​ພັດທະນາ​ຢ່າງ​ແຮງ​ທີ່​ສຸດ. ຊັບ​ສົມບັດ​ອັນ​ລຳ້​ຄ່າ​ທີ່​ສຸດ​ຂອງ​ສອງ​ປະ​ເທດ ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ການ​ຮ່ວມ​ມື​ຮອບດ້ານ, ​ເຊິ່ງສະ​ແດງອອກ​ຜ່ານ​ເລື່ອງ​ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກ​ການ​ນຳ ​ແລະ ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຈາກປະຊາຊົນ​ສອງ​ປະ​ເທດ.

ຄູ່​ຮ່ວມ​ມື​ນັບ​ມື້​ນັບ​ສຳຄັນ​ຂອງ​ກັນ

ຫວຽດນາມ ​ແລະ ຍີ່ປຸ່ນ​ ໄດ້ກາຍ​ເປັນ​ຄູ່​ຮ່ວມ​ມື​ນັບ​ມື້​ນັບ​ສຳຄັນ​ຂອງ​ກັນ​ໃນ​ທຸກ​ຂົງ​ເຂດ, ນັບ​ແຕ່​ດ້ານ​ການ​ເມືອງ, ການ​ຕ່າງປະ​ເທດ, ​ເສດຖະກິດ - ການ​ຄ້າ, ການ​ລົງທຶນ, ການ​ຊ່ວຍ​ເຫຼືອ​ພັດທະນາ ຕະຫຼອດ​ຮອດ​ການ​ພັດທະນາ​ແຫຼ່ງຊັບ​ພະຍາກອນ​ມະນຸດ, ວິທະຍາສາດເຕັກ​ໂນ​ໂລ​ຢີ, ວັດທະນະທຳ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ...

ກ່ຽວ​ກັບ​ດ້ານ​ການ​ເມືອງ, ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ຍີ່ປຸ່ນ ​ໄດ້​ຮັບ​ການ​ປັບປຸງ ​ແລະ ຍົກ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ພິ​ເສດ​ແມ່ນ​ເລື່ອງ​ສອງ​ປະ​ເທດ​ເຫັນ​ດີ​ຍົກ​ລະດັບ​ຂອບ​ເຂດ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ​ຢູ່​ອາຊີ​ໃນ​ປີ 2009. ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໄປມາ​ຢ້ຽມຢາມ, ພົບ​ປະ​ເຊິ່ງກັນ​ ແລະ ກັນ​ເປັນ​ປະຈຳ, ປະກອບສ່ວນ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ປະ​ເທດ ​ແລະ ຍົກ​ອອກ​ການ​ຊີ້​ນຳ​ນຳພາ​ກ່ຽວ​ກັບ​ທິດ​ທາງ​ໃຫຍ່ ກໍ່​ຄື​ບັນດາ​ມາດ​ຕະການ​ລະອຽດ ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ.

ກ່ຽວ​ກັບ​ທາງ​ດ້ານ​ເສດຖະກິດ, ຍີ່ປຸ່ນ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ​ໃນ​ປະຈຸ​ບັນ, ທັງ​ເປັນ​ນັກ​ລົງທຶນ​ໃຫຍ່​ກວ່າ​ໝູ່ກ່ຽວ​ກັບ​ດ້ານ​ຈຳນວນ​ທຶນ​ຈົດ​ທະບຽນ ​ແລະ ຈຳນວນ​ໂຄງການ.

ກ່ຽວ​ກັບ​ດ້ານ​ການ​ຄ້າ, ຍີ່ປຸ່ນ​ແມ່ນ​ຄູ່​ຮ່ວມ​ມື​ສອງ​ຝ່າຍ​ໃຫຍ່​ອັນ​ດັບ 3 ຂອງ​ຫວຽດນາມ ດ້ວຍ​ວົງ​ເງິນ​ບັນລຸ 24,7 ຕື້USD ​ໃນ​ປີ 2012. ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຫຼາຍ​ສະບັບ, ​ໃນ​ນັ້ນ​ມີ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຫວຽດນາມ - ຍີ່ປຸ່ນ, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ ​ແລະ ນິຕິ​ກຳ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ.

ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກສາ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ວັດທະນະທຳ, ກິລາ, ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ... ກໍ່​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ. ຕີ​ລາຄາ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ​ໃນ​ປະຈຸ​ບັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ, ຖື​ວ່າ:

“ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ​ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ຢ່າງ​ແຮງ. ຊັບ​ສົມບັດ​ອັນ​ລຳ້​ຄ່າ​ທີ່​ສຸດ​ຂອງ​ສອງ​ປະ​ເທດ ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ການ​ຮ່ວມ​ມື​ຮອບດ້ານ, ​ເຊິ່ງສະ​ແດງອອກ​ຜ່ານ​ເລື່ອງ​ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກ​ການ​ນຳ ​ແລະ ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ນີ້​ກໍ່​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ນຳ​ການ​ຮ່ວມ​ມື​ຫວຽດນາມ - ຍີ່ປຸ່ນ ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ແທດ​ຈິງ​ໃຫ້​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ “.

ຄວາມ​ໃກ້ຊິດ​ດ້ານ​ພູມ​ສາດ, ການ​ພົວພັນ​ສະໜິດ​ຕິດ​ພັນ​ມາ​​ແຕ່​ດົນ​ນານ​ໃນ​ປະຫວັດສາດ, ພ້ອມ​ກັບ​ບັນດາ​ຜົນ​ປະ​ໂຫຍ​ດດ້ານ​ຍຸດ​ທະ​ສາດ​ໃນ​ໄລຍະ​ປະຈຸ​ບັນ ​ໄດ້​ເຮັດ​ໃຫ້​ຫວຽດນາມ ​ແລະ ຍີ່ປຸ່ນ​ນັບ​ມື້​ນັບ​ຫຍັບ​ມໍ່​ໃກ້​ກັນ​ກວ່າ. ບໍ່​ພຽງ​ແຕ່​ສະຫງວນ​​ ບຸລິ​ມາ​ສິດ​ແກ່​ການ​ຮ່ວມ​ມື​ນຳ​ກັນ​ໃນ​ລະດັບ​ສູງ​ສຸດ​ເທົ່າ​ນັ້ນ, ຫາກໃນ​ຂົງ​ເຂດ​ເສດຖະກິດ, ການພົບ​ປະ​ແລກປ່ຽນ​ປະຊາຊົນລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ກໍ່​ນັບ​ມື້​ນັບ​ສະໜິດ​ຕິດ​ພັນ​ກວ່າ. ນຳ້​ໃຈ​ມິດຕະພາບ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ໄດ້​ຮັບ​ການສະ​ແດງ​ອອກ​ຢ່າງ​ມີ​ຊີວິດ​ຊີວາ ຜ່ານ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ການ​ສະໜັບສະໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ ກັບ​ປະຊາຊົນ ​ແລະ ປະ​ເທດ​ຍີ່ປຸ່ນ​ໃນ​ເວລາ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ພາຍຫຼັງ​ເຫດ​ແຜ່ນດິນ​ໄຫວ, ຄື້ນຍັກ​​ເມື່ອ​ເດືອນ 3/2011. ບໍ່​ມີ​ເວລາ​ໃດ​ທີ່​ຫວຽດນາມ ​ພັດ​ມີການ​ບໍລິຈາກ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ​ແລະ ດຶງ​ດູດ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ເຂົ້າ​ຮ່ວມ​ຫຼາຍ​ຄື​ແນວ​ນັ້ນ. ທ່ານ ງຽມຫວູຂາຍ. ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ, ​ໃຫ້​ຮູ້​ວ່າ:

“ການ​ພົວພັນ​ດ້ານ​ການ​ທູດ​ຢ່າງ​ເປັນ​ທາງ​ການ​ລະຫວ່າງ​ສອງ​ລັດ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ກ່ອນ​ນີ້ 40 ປີ​ເຕັມ ​ແຕ່​ການ​ພົວພັນ​ການ​ທູດ​ປະຊາຊົນ​ພັດ​ມີ​ມາ​ກ່ອນ​ນີ້ກວ່າ 400 ປີ​ແລ້ວ. ​ໃນ​ປະຫວັດສາດ, ສອງ​ປະ​ເທດ​ໄດ້​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່ຄ້າຍຄື​ກັນ. ​ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ການ​ພົວພັນ, ສອງ​ປະ​ເທດ​ຍິ່ງ​ຄົ້ນ​ເຫັນມີຫຼາຍສິ່ງ​ ຫຼາຍຢ່າງ​ທີ່​ຄ້າຍຄື​ກັນ​ກວ່າ.“

ພ້ອມກັນ​ຮ່ວມ​ມື​ພັດທະນາ

​ເພື່ອ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ບັນລຸ​ໄດ້​ຜົນງານ​ຄື​ປະຈຸ​ບັນ​, ​ແມ່ນ​ຍ້ອນ​ມີ​ຄວາມ​ມານະ​ພະຍາຍາມ​ບໍ່​ຮູ້​ອິດ ບໍ່​ຮູ້​ເມື່ອຍ​ຂອງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ​ໃນ​ຕະຫຼອດ 40 ປີ​ທີ່​ຜ່ານ​ມາ. ​ໃນ​ຕໍ່ໜ້າ, ການ​ນຳ​ສອງ​ປະ​ເທດ ​ໄດ້​ຕົກລົງ​ສືບ​ຕໍ່​ຮ່ວມ​ມື​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ, ​ແຜນ​ຮ່າງ​ທີ່​ສຳຄັນ, ສອງ​ຝ່າຍ​ພວມ​ມີ​ບັນດາ​ບາດກ້າວ​ທີ່​ໝັ້ນຄົງ​ໃນ​ການ​ປະຕິບັດ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ຖະ​ແຫຼ​ງການ​ຮ່ວມ​ປີ 2011, ນັ້ນ​ແມ່ນ​ເພີ່ມ​ວົງ​ເງິນ​ການ​ຄ້າ​ພາຍຫຼັງ 10 ປີ​ໃຫ້​ຂຶ້ນ​ທົບ 2 ​ເທົ່າ.... ຍາມ​ໃດ​ຍີ່ປຸ່ນ​ກໍ່​ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ໃນ​ພາກ​ພື້ນ. ດັ່ງ​ນັ້ນ, ການ​ຢ້ຽມຢາມ​ຍີ່ປຸ່ນ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ ໃນ​ຄັ້ງ​ນີ້ ອີກ​ຄັ້ງ​ໜຶ່ງ​ຈະ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ຍີ່ປຸ່ນ​ພັດທະນາ​ຢ່າງ​ເລິກ​ເຊິ່ງກວ່າ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງ​ປະ​ເທດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ