ຫວຽດນາມ ຍາມໃດກໍເຄົາລົບສິດເສລີໃນການສ້າງຕັ້ງສະມາຄົມ


(vovworld)- ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ສະ​ມ​າ​ຄົມ ໂດຍ​ກະ​ຊວງ​ພາຍ​ໃນ​ເປັນ​ເຈົ້າ​ພາບ​ຮຽບ​ຮຽງ ຫາກ​ໍ​ໄດ້​ຮັບ​ຄຳ​ເຫັນ​ປະ​ກອບ​ຈາກ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ເພື່ອ​ສືບ​ຕໍ່​ສ້າງ​ໃຫ້ສຳ​ເລັດ ກ່ອນ​ທີ່​ຍື່ນ​ສະ​ເຫນີ​ສະ​ພາ​ແຫ່ງ​ຊາດ ທີ່ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດຄັ້ງ​ຈະ​ມາ​ເຖິງ. ການ​ສ້າງຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ມາ​ຄົມ​ສຳ​ເລັດ ແມ່ນ​ບາດ​ກ້າວ​ຕັ້ງ​ຫນ້າ​ຂອງວິ​ວັດ​ການ​ປະ​ຊາ​ທິ​ປະ​ໄຕ​ໃນສັງ​ຄົມ ແລະ ຢືນ​ຢັນ​ບົດ​ບາດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​ສຳ​ລັບ​ທຸກ​ການ​ເຄື່ອນ​ໄຫວ​ຂອງ​ປະ​ເທດ​ຊາດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ທູ​ຮ​ວາ ທີ່​ມີ​ຫົວ​ຂໍ້​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ​ເຄົາ​ລົບ​ສິດ​ເສ​ລີ​ໃນ​ການ​ສ້າງ​ຕັ້ງ​ສະ​ມາ​ຄົມ.

ຫວຽດນາມ ຍາມໃດກໍເຄົາລົບສິດເສລີໃນການສ້າງຕັ້ງສະມາຄົມ - ảnh 1
ພາບ​ປະ​ກອບ:
ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ

       ຄວາມ​ເສ​ລີ​ໃນ​ການ​ສ້າງ​​ຕັ້ງສະ​ມາ​ຄົມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ພື້ນ​ຖານຂອງ​ພົນ​ລະ​ເມືອງ ຊື່ງ​ລັດ​ຫວຽດ​ນາມ ຮັບ​ຮູ້, ເຄົາ​ລົບ ໃນ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ. ສິດ​ດັ່ງ​ກ່າວ ໄດ້, ພວມ​ໄດ້​​ຮັບ​ການຮັບ​ປະ​ກັນ ແລະ ເສີມ​ຂະ​ຫຍາຍ​ໃນ​ພຶດ​ຕິ​ກຳຕົວ​ຈິງ​ຢູ່ ຫວຽດ​ນາມ.

       ຄວາມ​ຈິງ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ   

        ຄວາມ​ຈິງ​ຢູ່ ຫວຽດ​ນາມ ມີຫລາຍສະ​ມາ​ຄົມ​, ກຸ່ມ​ພົນ​ລະ​ເຮືອນພວມ​ເຄື່ອ​ນ​ໄຫວ. ຕາມ​ການ​ສະ​ຖິ​ຕິ​ຈາກ​ກະ​ຊວງ​ພາຍ​ໃນ​ແລ້ວ, ໄລ່​ຮອດ​ເດືອນ 12/2014, ທົ່ວ​ປະ​ເທດ ມີ​ 52.565 ສະ​ມາ​ຄົມ, ໃນ​ນັ້ນ 483 ສະ​ມາ​ຄົມ​ແມ່ນ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ແລະ 52.082 ສະ​ມາ​ຄົມ​ເຄ​ື່ອນ​ໄຫວ​ໃນ​ຂອບ​ເຂດ​ແຕ່​ລະ​ທ້ອງ​ຖິ່ນ. ສະ​ມາ​ຄົມ​ຈຳ​ນວນ​ຫນຶ່ງ ໄດ້​ຮັບ​ການ​ກຳ​ນົດ​ວ່າ ແມ່ນ​ອົງ​ການ​ການ​ເມືອງ​ສັງ​ຄົມ, ​ອົງ​ການ​ການ​ເມືອງ​ສັງ​ຄົມ - ອາ​ຊີບ. ສ່ວນ​ສະ​ມາ​ຄົມ​ຍັງ​ເຫລືອ​ແມ່ນ​ອົງ​ການ​ສັງ​ຄົມ -ອາ​ຊີບ, ອົງ​ການ​ສັງ​ຄົມ​ມະ​ນຸດ​ສະ​ທຳ ເຄື່ອນ​ໄຫວ​ຕາມ​ຫລັກ​ການ​ສະ​ຫມັກ​ໃຈ, ​ຮ​ັບ​ປະ​ກັນ​ລາຍ​ຈ່າຍ​ການ​ເຄື່ອນ​ໄຫວເອງ. ມີ 31 ສະ​ມາ​ຄົມ ໂດຍ​ແມ່ນ​ລັດ​ສະ​ຫນອງ​ງົບ​ປະ​ມານ ເພື່ອ​ສ້າງ​ເງື່ອນ​ໄຂ​ເຄື່ອນ​ໄຫວ, ເພາະ​ວ່າ ນີ້​ແມ່ນ​ບັນ​ດາ​ຂົງ​ເຂດ ຊື່​ງ​ລັດ​ກ​ໍ​ມ​ີ​ຄວາມ​ຮັບ​ຜິດ​ຊອບ​ປະ​ຕິ​ບັດ ຫລື​ສົ່ງ​ເສີມ​ການ​ປະ​ຕິ​ບັດ ເພື່ອ​ຊຸກ​ຍູ້​ພື້ນ​ຖານ​ວັນ​ນະ​ຄະ​ດີ​ຂອງ​ປະ​ເທດ​ຊາດ, ພັດ​ທະ​ນາ​ສະ​ຫວັດ​ດີ​ການ​ສັງ​ຄົມ. ບັນ​ດາ​ສະ​ມາ​ຄົມ, ອົງ​ການ​ສະ​ມາ​ຄົມ, ພິ​ເສດ​ແມ່ນ​ບັນ​ດາ​ສະ​ມາ​ຄົມ​ເສດ​ຖະ​ກິດ ໄດ້​ມີ​ການ​ປະ​ກອບ​ສ່ວນ​ຫລາຍ​ຢ່າງ​ເຂົ້າ​ໃນ​ວິ​ວັດ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກສະ​ມາ​ຄົມ​ກັບ​ອຳ​ນາດ​ການ​ປົກ​ຄອງ; ຫນູນ​ຊ່ວຍ​ສະ​ມາ​ຊິກ​ສະ​ມາ​ຄົມ​ໃນ​ການ​ເຄື​່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ກໍ​ຄື​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ດ້ານ​ການ​ຄ້າ, ສະ​ຫນອງ​ຂໍ້​ມູນ​ຂ່າວ​ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບ​ການ​ຜະ​ລິດ ແລະ ຕະ​ຫລາດ… ບັນ​ດາ​ສະ​ມາ​ຄົມ​ກໍ​ສວ​ມບົດ​ບາດ​ນັບ​ມື້ນັບ​ຕັ້ງ​ຫນ້າ​ໃນ​ການ​ໃຫ້​ຄຳ​ປຶກ​ສາ, ໄຈ້​ແຍກ​ຕີ​ລາ​ຄາ ສຳ​ລັບ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ, ບັນ​ດາ​ລາຍ​ການ, ໂຄງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ລັດ​ຖະ​ບານ​ ແລະ ຂອງທ້ອງ​ຖິ່ນ.

        ສິດ​ເສ​ລີ​ໃນ​ການ​ສ້າງ​ຕັ້ງ​ສະ​ມາ​ຄົມ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ເຄົາ​ລົບ

       ຫວຽດ​ນາມ ມີ​ສະ​ມາ​ຄົມ, ອົງ​ການ​ສະ​ມາ​ຄົມ, ສະ​ຫະ​ສະ​ມາ​ຄົມ…ເປັນ​ຈຳ​ນວນ​ຫລາຍ ກໍ​ຍ້ອນ​ວ່າ ລັດ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຮັບ​ປະ​ກັນ ແລະ ເສີມ​ຂະ​ຫຍາຍ​ຢ່າງ​ສຸດ​ຂີດ​ສິ​ດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ພົນ​ລະ​ເມືອງ, ໃນ​ນັ້ນ ມີ​ສິດ​ເສ​ລີ​ໃນ​ການ​ສ້າງ​ຕັ້ງ​ສະ​ມາ​ຄົມ, ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ສິດ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ​ຫວຽດ​ນາມ ຊື່ງ​ໄດ້​ຮັບ​ການ​ຮັບ​ຮູ້​ໃນ​ລັດ​ຖະ​ທຳ​ມະ​ນູນ​ທຸກ​ສະ​ບັບ​ຂອງ​ຫວຽດ​ນາມ ນັບ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ. ລະ​ອຽດ, ໃນ​ມາດ​ຕາ 10 ຂອງ​ລັດ​ຖະ​ທຳ​ມະ​ນູນ ປີ 1946 ​ໄດ້​ລະ​ບຸ​ວ່າ: “ພົນ​ລະ​ເມືອງ​ຫວຽດ​ນາມ ມີ​ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ, ສິດ​ເສ​ລີ​ໃນ​ການ​ພິມ​ຈຳ​ຫນ່າຍ, ສິດ​ເສ​ລີ​ໃນ​ການ​ຈັດ​ຕັ້ງ ແລະ ​ໂຮມປະ​ຊຸມ, ສິດ​ເສ​ລີ​ໃນ​ການ​ເຫລື້ອມ​ໃສ, ພັກ​ອາ​ໄສ, ໄປ​ມາ​ຢູ່​ພາຍ​ໃນ ແລະ ອອກ​ສູ່​ຕ່າງ​ປະ​ເທດ. ມາດ​ຕາ 25 ໃນ ລັດ​ຖະ​ທຳ​ມະ​ນູນປີ ໄດ້​ລະ​ບຸ​ວ່າ: “ພ​ົນ​ລະ​ເມືອງ ປະ​ເທດສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ​ຫວຽດ​ນາມ ມີ​ບັນ​ດາ​ສິດ​ເສ​ລີ​ຄື: ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ, ສື່ມວນ​ຊົນ, ​ໂຮ​ມປະ​ຊຸມ, ສ້າງ​ຕັ້ງ​ສະ​ມາ​ຄົມ ແລະ ແຫ່​ຂະ​ບວນ​ປະ​ທ້ວງ. ລັດ ຮັບ​ປະ​ກັນ​ບັນ​ດາ​ເງື່ອນ​ໄຂ​ທາງ​ດ້ານ​ວັດ​ຖ​ຸ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ພົນ​ລະ​ເມືອງ​ໄດ້​ຊົມ​ໃຊ້​ບັນ​ດາ​ສິດ​ດັ່ງ​ກ່າວ”. ມາດ​ຕາ 67 ລັດ​ຖະ​ທຳ​ມະ​ນູນ​ປີ 1980 ໄດ້​ລະ​ບຸ​ວ່າ: “ພົນ​ລະ​ເມືອງ ມ​ີ​ບັນ​ດາ​ສິດ​ເສ​ລີ​ຄື: ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ, ສື່ມວນ​ຊົນ, ໂຮ​ມປະ​ຊຸມ, ການ​ສ້າງ​ຕັ້ງ​ສະ​ມາ​ຄົມ, ການ​ແຫ່​ຂະ​ບວນ​ປະ​ທ້ວງ​ໃຫ້​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍດ​ຂອງ​ສັງ​ຄົມ​ນິ​ຍົມ ແລະ ຂອງ​ປະ​ຊາ​ຊົນ.” ມາດ​ຕາ 69 ໃນ​ລັດ​ຖະ​ທຳ​ມະ​ນູນ 1992 ກຳ​ນົດ: “ພົນ​ລະ​ເມືອງ ມີ​ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ, ສິດ​ເສ​ລີ​ສື່ມວນ​ຊົນ, ມີ​ສິດ​ສື່​ຂ່າວ, ສິດ​ປະ​ຊຸມ, ສ້າງ​ຕັ້ງ​ສະ​ມາ​ຄົມ, ແຫ່​ຂະ​ບວນ​ປະ​ທ້ວງ ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ.” ມາດ​ຕາ 25 ໃນ​ລັດ​ຖະທຳ​ມະ​ນູນ​ປີ 2013 ຢືນ​ຢັນ​ວ່າ: “ພົນ​ລະ​ເມືອງ ມີ​ສິດ​ເສ​ລີ​ໃນ​ການ​ປາກ​ເວົ້າ, ສິດ​ເສ​ລີ​ສື່​ມວນ​ຊົນ, ໄດ້​​ຮັບ​ຂ​ໍ້​ມູນ​ຂ່າວ, ໂຮ​ມປະ​ຊຸມ, ສ້າງ​ຕັ້ງ​ສະ​ມາ​ຄົມ, ແຫ່​ຂະ​ບວນ​ປະ​ທ້ວງ”. ນອກນັ້ນ ລັດ​ຫວຽດ​ນາມ ຍັງ​ຮັບ​ປະ​ກັນ ແລະ ປົກ​ປ້ອງ​ບັນ​ດາ​ສິດ​ເສ​ລີ​ໃນ​ການ​ສ້າງ​ຕັ້ງ​ສະ​ມາ​ຄົມ ຕາມ​ມາດ​ຕາ 22 ຂອງ​ສົນ​ທິ​ສັນ​ຍາ​ສາ​ກົນ ກ່ຽວ​ກັບ​ບັນ​ດາ​ສິດ​ດ້ານ​ການ​ເມືອງ ແລະ ພົນ​ລະ​ເຮືອນ​ປີ 1996, ໃນ​ນັ້ນ ຊີ້​ແຈ​້ງ: “ຜູ້​ໃດ​ກໍ​ມີ​ສິດ​ເສ​ລີ​ໃນ​ການ​ສ້າງ​ຕັ້ງ​ສະ​ມາ​ຄົມ, ນັບ​ທັງ​ສິດ​ສ້າງ​ຕັ້ງ ແລະ ເຂົ້າ​ຮ່ວມ​ບັນ​ດາ​ສະ​ມາ​ພັນ​ເພື່ອ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຕົນ.”

ສ້າງ​ກົດ​ໝາຍ ເພື່ອ​ປະ​ຕິ​ບັດ​ສິດ​ສ້າງ​ຕັ້ງ​ສະ​ມາ​ຄົມ​ໃຫ້​ດີກວ່າ

        ເຖິງ​ຢ່າງ​ໃດ​ກໍ​ຕາມ ມາ​ດ​ຕາ 22 ຂອງ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ບັນ​ດາ​ສິດ​ດ້ານ​ການ​ເມືອງ ແລະ ພົນ​ລະ​ເຮືອນ ປີ 1966 ຊື່ງ​ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ລົງ​ນາມ ໄດ້​ຊີ້​ໃຫ້​ເຫັນ​ວ່າ: “ ເລື່ອງ​ແກ້​ໄຂ​ສິດ​ສ້າງ​ຕັ້ງ​ສະ​ມາ​ຄົມ ພຽງ​ແຕ່​ກຳ​ນົດ​ໂດຍ​ກົດ​ໝາຍ, ເພາະ​ບັນ​ດາ​ຄວາມ​ຕ້ອງ​ການ​ທີ່​ຈຳ​ເປັນ​ໃນ​ສັງ​ຄົມ​​ມີປະ​ຊາ​ທິ​ປະ​ໄຕ ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ປອດ​ໄພ​ແຫ່ງ​ຊາດ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ, ເພື່ອ​ສຸ​ຂະ​ພາບ​ຂອງວົງ​ຄະ​ນາ​ຍາດ, ຈັນ​ຍາ​ທຳ ຫລື ບັນ​ດາ​ສິດ​ເສ​ລີ​ຂອງ​ຜູ້​ອື່​ນ. ເພາະ​ສະ​ນັ້ນ ບໍ່​ໄດ້​ສ້າງ​ຕັ້ງ​ສະ​ມາ​ຄົມ​ຕາມ​ລຳ​ພັງ​ໃຈ  ຖ້າ​ຫາກ​ສ້າງ​ຕັ້ງ​ສະ​ມາ​ຄົມ​ທີ່ກໍ່​​ຜົນ​ສະ​ທ້ອນ​ເຖ​ິງ​ຜົ​ນ​ປະ​ໂຫຍດ​ແຫ່ງ​ຊາດ ແລະ ສິດ​ເສ​ລີ​ຂອງ​ຜູ້​ອື່ນ. ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ຫວຽດ​ນາມ ຍາມ​ໃດ​ກໍ​ເຄົາ​ລົບ​ສິດ​ສ້າງ​ຕັ້ງ​ສະ​ມາ​ຄົມ ແລະ ບໍ່​ຖືກຈຳ​ກັດ ຖ້າ​ຫາກ​ສະ​ມາ​ຄົມ​ນັ້ນ​ເຄື່ອນ​ໄຫວ​ເພື່ອ​ມະ​ນຸດ​, ເພື່ອ​ປະ​ຊາ​ຊົນຢ່າງ​ແທ້​ຈິງ,. ແຕ່​ວ່າ ການ​ສ້າງ​ຕັ້ງ​ບັນ​ດາ​ອົງ​ການ​ເອ​ກະ​ລາດ ເພື່ອ​ກາຍ​ເປັນ​ອົງ​ການ​ກົງ​ກັນ​ຂ້າມ​ກັບ​ບັນ​ດາ​ອົງ​ການ​ໃນ​ລະ​ບົບ​ການ​ເມືອງ​ຫວຽດ​ນາມ, ວຽກ​ງານນັ້ນ​ແມ່ນ​ໄປ​ຝືນ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ, ລະ​ເມີດ​ກົດ​ໝາຍ​ຫວຽດ​ນາມ, ກົດ​ໝາຍ​ສາ​ກົນ. ເລື່ອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ຕົກ​ລ​ົງ​ສ້າງ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ມາ​ຄົມ ແມ່ນ​ເພື່ອ​ຮັບ​ປະ​ກັນ, ປົກ​ປ້ອງ​ສິດ​ສ້າງ​ຕັ້ງ​ສະ​ມາ​ຄົມ​, ເຂົ້າ​ຮ່ວມ​ສະ​ມາ​ຄົມ​ຂອງ​ພົນ​ລະ​ເມືອງ ໃຫ້​ດີກວ່າ ພ້ອມ​ທັງ​ຕອບ​ສະ​ຫນອງ​ຈິດ​ໃຈ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສິດ​ເສ​ລີ​ໃນ່​ການ​ສ້າງ​ຕັ້ງ​ສະ​ມ​າ​ຄົມ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ແລະ ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ການ​ເມືອງ ແລະ ພົນ​ລະ​ເຮືອນ ຊື່ງ​ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ