ຫວຽດນາມ ປະກອບສ່ວນເຂົ້າໃນການກຳນົດທິດອະນາຄົດ ອາຊຽນ

(VOVWORLD) - ການເລີ່ມປຸກລະດົມ ແລະ ຈັດຕັ້ງ AFF ຄືດັ່ງກົນໄກເຈລະຈາຂອງ ອາຊຽນ ເພື່ອຮັບເອົາບັນດາແນວຄວາມຄິດ ແລະ ການສະເໜີແນະໃໝ່ໃຫ້ແກ່ ອາຊຽນ
ຫວຽດນາມ ປະກອບສ່ວນເຂົ້າໃນການກຳນົດທິດອະນາຄົດ ອາຊຽນ - ảnh 1 ເວທີປາໄສອະນາຄົດ ອາຊຽນ 2025
(ພາບ: ຄະນະຈັດຕັ້ງ)

        ວັນທີ 25 ກຸມພາ, ເວທີປາໄສອະນາຄົດ ອາຊຽນ 2025 (AFF 2025), ໄຂຂຶ້ນຢູ່ ຮ່າໂນ້ຍ. ໂດຍໄດ້ຈັດຂຶ້ນເປັນເວລາ 2 ວັນ, AFF 2025 ແມ່ນໜຶ່ງໃນບັນດາເຫດການຫຼາຍຝ່າຍໃຫຍ່ທີ່ສຸດໂດຍ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນໃນປີນີ້, ແມ່ນຂໍ້ລິເລີມສະແດງໃຫ້ເຫັນບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມືລວມ ອາຊຽນ, ກຳນົດທິດອະນາຄົດພັດທະນາແບບຍືນຍົງກວ່າໃຫ້ແກ່ປະຊາຄົມ.

        ດ້ວຍຜູ້ແທນກວ່າ 500 ທ່ານຈົດທະບຽນເຂົ້າຮ່ວມໂດຍກົງ, ເວທີປາໄສໄດ້ເຕົ້າໂຮມການມີໜ້າຂອງການນຳຂັ້ນສູງບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື, ນັກຊ່ຽວຊານ ແລະ ນັກຮຽນຮູ້ແຖວໜ້າພາກພືຶ້ນ ແລະ ສາກົນ, ພ້ອມກັບຜູ້ຕາງໜ້າມາຈາກບັນດາອົງການຈັດຕັ້ງສາກົນ ແລະ ປະຊາຄົມວິສາຫະກິດ.

        ນີ້ແມ່ນຄັ້ງທີ 2 ທີ່ເວທີປາໄສອະນາຄົດ ອາຊຽນ ໄດ້ຈັດຂຶ້ນຢູ່ ຫວຽດນາມ, ໂດຍຜ່ານແນວຄິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຍົກອອກມາທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 43 ຢູ່ ອິນໂດເນເຊຍ ໃນເດືອນ ກັນຍາ 2023.

ຫວຽດນາມ ປະກອບສ່ວນເຂົ້າໃນການກຳນົດທິດອະນາຄົດ ອາຊຽນ - ảnh 2ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn
(ພາບ: TTXVN)

ເຊື່ອມຕໍ່ບັນດາແນວຄວາມຄິດເພື່ອອະນາຄົດພັດທະນາແບບຍືນຍົງຂອງ ອາຊຽນ

        ຫົວຂໍ້ “ສ້າງ ອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ກວມລວມ ໃນໂລກມີການຜັນແປຫຼາຍຢ່າງ” ຂອງ AFF 2025 ໄດ້ສ່ອງແສງບັນດາຄຸນຄ່າແກ່ນສານຂອງ ອາຊຽນ. ໃນໄລຍະຜ່ານມາ, ແນວຄວາມຄິດ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ປະກົດຂຶ້ນນັບມື້ນັບຫຼາຍໃນບັນດາຫົວຂໍ້, ຍຸດທະສາດການຮ່ວມມືຂອງ ອາຊຽນ, ພິເສດແມ່ນວິໄສທັດອາຊຽນ 2045. ໃນຂະນະນັ້ນ, ແນວຄວາມຄິດ “ກວມລວມ” ໄດ້ຮັບຮູ້ໂດຍໄວໃນກົດບັດອາຊຽນ, ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງໃນໄລຍະປະຈຸບັນ. ສະນັ້ນ, ການເລີ່ມປຸກລະດົມ ແລະ ຈັດຕັ້ງ AFF ຄືດັ່ງກົນໄກເຈລະຈາຂອງ ອາຊຽນ ເພື່ອຮັບເອົາບັນດາແນວຄວາມຄິດ ແລະ ການສະເໜີແນະໃໝ່ໃຫ້ແກ່ ອາຊຽນ ເຊິ່ງບັນດາການນຳຢູ່ພາຍໃນ ແລະ ນອກ ອາຊຽນ ຕີລາຄາສູງ. ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ຖືວ່າ:

        “ຫວຽດນາມ ມີວິໄສທັດຍາວໄກກ່ຽວກັບບັນດາທິດທາງຂັ້ນຕອນການພັດທະນາຂອງ ອາຊຽນ. ສະນັ້ນ, ເວທີປາໄສອະນາຄົດ ອາຊຽນ ແມ່ນສອດຄ່ອງກັບບັນດາສິ່ງທີ່ ອາຊຽນ ພວມເດີນຕາມໃນການສ້າງວິໄສທັດປະຊາຄົມ ອາຊຽນ 2045. ເວທີປາໄສແມ່ນຊ່ອງເຈລະຈາ, ສະໜອງບັນດາແນວຄວາມຄິດປະດິດສ້າງ, ຊ່ວຍໃຫ້ ອາຊຽນ ເຫັນໄດ້ສິ່ງທ້າທາຍ ແລະ ໄລຍະທາງທີ່ຈະມາເຖິງຢ່າງຈະແຈ້ງກວ່າ”.

        ພ້ອມກັບການປຶກສາຫາລືບັນດາທ່າອ່ຽງໃຫຍ່ສົ່ງຜົນສະທ້ອນເຖິງ ອາຊຽນ, ບົດບາດຂອງ ອາຊຽນ ໃນສະພາບການໂລກໃນປະຈຸບັນ, ເວທີປາໄສປີນີ້ຍັງນຳແງ່ມູມສັງເກດໃໝ່ກ່ຽວກັບບັນດາຫົວຂໍ້ທີ່ມີລັກສະນະເປັນທ່າອ່ຽງ ແລະ ມີຄວາມຈຳເປັນ. ນັ້ນແມ່ນບັນຫາຄຸ້ມຄອງບໍລິຫານບັນດາເຕັກໂນໂລຊີທີ່ຫາກໍ່ພົ້ນເດັ່ນ ເພື່ອຮັບປະກັນຄວາມໝັ້ນຄົງຢ່າງຮອບດ້ານ; ທ່າອ່ຽງເຕັກໂນໂລຊີ, ປັນຍາປະດິດ ທີ່ອາດສາມາດສົ່ງຜົນສະທ້ອນເຖິງຄວາມເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ ໃນອະນາຄົດ. ທ່ານ ຈິ້ງມິງແມ້ງ, ຜູ້ຮັກສາການຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດ, ສະຖາບັນພົວພັນຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ, ໃຫ້ຮູ້ວ່າ:

        “ບັນຫາເຕັກໂນໂລຊີໃນປະຈຸບັນພວມພົ້ນເດັ່ນຂຶ້ນຢ່າງຈະແຈ້ງ, ມີຫຼາຍບັນຫາປິ່ນອ້ອມການພັດທະນາເຕັກໂນໂລຊີ, ຄື: ຄວາມສາມາດນຳໃຊ້, ຄຸນຄ່າຂອງເຕັກໂນໂລຊີ, ບັນຫາການຄຸ້ມຄອງບໍລິຫານເພື່ອຫຼີກລ່ຽງຄວາມສ່ຽງ… ການປະກົດຕົວຂອງ DeepSeek, ChatGPT, ໄດ້ເຕື້ອງເຖິງຫຼາຍບັນຫາກ່ຽວກັບການແກ່ງແຍ້ງດ້ານເຕັກໂນໂລຊີໃນປະຈຸບັນຂອງໂລກ. ເລື່ອງຈັດວາລະປຶກສາຫາລືກ່ຽວກັບເຕັກໂນໂລຊີແມ່ນມີຄວາມສຳຄັນທີ່ສຸດ, ພ້ອມທັງກໍ່ເພື່ອຕອບສະໜອງມະຕິເລກທີ 57 ຂອງ ຫວຽດນາມ ກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ”.

ຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນການໂອ້ລົມສົນທະນາກ່ຽວກັບອະນາຄົດຂອງພາກພື້ນ

        ສຳລັບ ຫວຽດນາມ, ເວທີປາໄສປີນີ້ຈັດຂຶ້ນໃນຈຸດເວລາທີ່ມີຄວາມໝາຍພິເສດ. ປີນີ້ຄົບຮອບ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (1995 – 2025). ປີນີ້ກໍ່ສ້າງຂີດໝາຍໄລຍະ 10 ປີສ້າງຕັ້ງປະຊາຄົມ ອາຊຽນ ແລະ ແມ່ນປີ ອາຊຽນ ຮັບຮອງເອົາວິໄສທັດປະຊາຄົມ ອາຊຽນ 2045. ເວທີປາໄສອະນາຄົດ ອາຊຽນ ໄດ້ກາຍເປັນສ່ວນເພີ່ມຕື່ມໃຫ້ແກ່ບັນດາກົນໄກທາງການຂອງ ອາຊຽນ ແລະ ກອງປະຊຸມຂັ້ນສູງ ອາຊຽນ. ຜ່ານເວທີປາໄສ, ລັດຖະບານສະມາດສະເໜີ ແລະ ເຜີຍແຜ່ບັນດານະໂຍບາຍຍຸດທະສາດເຖິງມະຫາຊົນ; ຮັບຟັງ, ສົນທະນາຈາກບັນດາຝ່າຍທີ່ກ່ຽວຂ້ອງ; ກຳນົດບັນດາສິ່ງທ້າທາຍ ແລະ ຈຸດທີ່ມີຄວາມສ່ຽງສູງຂອງພາກພື້ນ, ຈາກນັ້ນກໍ່ມີມາດຕະການແກ້ໄຂໃຫ້ເໝາະສົມ.

        ໃນສະພາບການນັ້ນ, ອີກເທື່ອໜຶ່ງເວທີປາໄສອະນາຄົດ ອາຊຽນ 2025 ໄດ້ຢືນຢັນບົດບາດເປັນເຈົ້າການ ແລະ ນຳໜ້າຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ. ຜ່ານການສ້າງພື້ນຖານການສົນທະນາຫຼາຍຝ່າຍ, AFF 2025 ໄດ້ຕັ້ງຄວາມຫວັງວ່າ ຈະປະກອບບັນດາແນວຄວາມຄິດ ແລະ ຂໍ້ລິເລີ່ມສຳຄັນໃຫ້ແກ່ການພັດທະນາແບບຍືນຍົງຂອງປະຊາຄົມ ອາຊຽນ ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ