ຫວຽດນາມ ປະກອບສ່ວນເພື່ອເພີ່ມທະວີບົດບາດຂອງອາຊຽນ

ຕອນ​ຄ່ຳ​ວັນ​ທີ 20/11, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ພະນົມ​ເປັນ ​ກັບ​ເມືອ​ຮອດຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 21 ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ​ຢູ່ກຳ​ປູ​ເຈຍ. ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ 21 ຄັ້ງນີ້, ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ.

ຫວຽດນາມ ປະກອບສ່ວນເພື່ອເພີ່ມທະວີບົດບາດຂອງອາຊຽນ - ảnh 1

(ພາບ:hanoimoi.com.vn)

   ໝາກຜົນ​ອັນໃຫ່ຍຫຼວງທີ່​ສຸດຂອງກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 21 ຄັ້ງນີ້, ນັ້ນ​ແມ່ນ, ບັນດາ​ການ​ນຳ​ອາ​ຊຽນ ​ໄດ້ຕັດສິນ​ໃຈ​​ຍູ້​ແຮງ​ການ​ປະຕິບັດ​ວິວັດທະນາ​ການ​​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ສຳ​ເລັດ​ຕາມຄວາມ​ຄຶບໜ້າ ​ແລະ ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ແຕ່ລະ​ເສົາຄ້ຳປຂອງະຊາ​ຄົມ, ​ພິ​ເສດ​ແມ່ນ​​ເສົາຄ້ຳດ້ານ​ເສດຖະກິດ. ບັນດາ​ການ​ນຳ​ອາ​ຊຽນ ກໍ່​ຊີ້​ນຳ​ຍູ້​ແຮງ​ການ​ຮ່ວມ​ສຳພັນ ​ແລະ ​ເຊື່ອມ​ຈອດ​ຢູ່​ພາກ​ພື້ນ, ກ່ອນ​ອື່ນ​ໝົດ​ແມ່ນ​ໃນ​ອາ​ຊຽນ ​ແລະ ຫຼັງ​ຈາກ​ນັ້ນ​ແມ່ນ​ເປີດ​ກ້ວາງ​ອອກ​ສູ່ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ.

    ທີ່​ກອງ​ປະຊຸມ​ຄັ້ງນີ້, ບັນດາ​ການ​ນຳ​ອາ​ຊຽນ ​ໄດ້​ຢັ້ງຢືນ​ວ່າ​ຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຫຼັກ​ແຫຼ່ງຂອງ​ອາ​ຊຽນ ​ໃນ​ການ​ຮັບປະກັນ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕີ​ພາບ, ສະຖຽນ​ລະ​ພາບ, ຄວາມໝັ້ນຄົງ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ​ກໍ່​ຄື​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ກຳນົດ​ທິດ​ແກ້​ໄຂ​ບັນດາ​ບັນຫາ​ລວມ​​ລວມຊື່​ງພາກ​ພື້ນຄວາມ​ສົນ​ໃຈ​. ທ່ານ Pham Binh Minh ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “ກອງ​ປະຊຸມ​ຄັ້ງນີ້​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ສຳຄັນ​ຈຳນວນ​ໜຶ່ງ, ​ໃນ​ນັ້ນມີ​ຖະ​ແຫຼ​ງການ​ພະນົມ​ເປັນ ​ກ່ຽວ​ກັບ​ສິດທິ​ມະນຸດ​, ​ໄດ້​ຮັບຮອງ​ເອົາ ຖະ​ແຫຼ​ງການສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບຂໍ້​ກຳນົດການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກລະຫວ່າງ​ອາ​ຊຽນ-ຈີນ ​ເພື່ອ​ຊຸກຍູ້​ການ​ປະຕິບັດ​ຖະ​ແຫຼ​ງດັ່ງກ່າວ​​ໃຫ້​ດີກ່ວາ​ອີກ. ພ້ອມ​ກັນນັ້ນ, ບັນດາ​ການ​ນຳ​ອາ​ຊຽນ ກໍ່​ຮັບຮອງ​ເອົາ​ບັນດາ​ຖະ​ແຫຼ​ງການ​ຂອງ​ອາ​ຊຽນ ກັບ​ຈີນ, ອາ​ເມ​ລິ​ກາ, ຍິ່ປຸ່ນ, ​ໃນ​ນັ້ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງທະ​ເລ, ການທ່ອງທ່ຽວ, ຄົມມະນາຄົມຂົນ​ສົ່ງ​ ​ແລະ ບັນຫາ​ອື່ນໆ…..

  

ຫວຽດນາມ ປະກອບສ່ວນເພື່ອເພີ່ມທະວີບົດບາດຂອງອາຊຽນ - ảnh 2

ທ່ານ Pham Binh Minh

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ

(ພາບ:nhandan.com.vn)

  ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍທ່ານນາຍົກລັດຖະມົນຕີ Nguyen Tan Dung ນຳ​ໜ້າ​ເຂົ້າຮ່ວມ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້ ​ແມ່ນສືບ​ຕໍ່​ປະຕິບັດທິດ​ນຳ​ຕັ້ງໜ້າ, ​ເປັນ​ເຈົ້າການ, ມີ​ຄວາມ​ຮັບຜິດຊອບ, ປະກອບສ່ວນ​ເຂົ້າ​ໃນວຽກ​ງານ​ລວມ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ​ເພີ່ມ​ທະວີ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ອົງ​ປະກອບຂອງ​ພາກ​ພື້ນ. ຕາມ​ນັ້ນ​ແລ້ວ, ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນການ​ເພີ່ມ​ທະວີ​ບົດບາດ ​ແລະ ການ​ຮ່ວມ​ມື​ຂອງ​ອາ​ຊຽນ ກໍ່​ຄື​ສ້າງ​ອາ​ຊຽນ ​​ໃຫ້​ມີ​ຄວາມສາມັກຄີ, ຮ່ວມ​ສຳພັນ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ, ​ເປີດ​ກ້ວາງ​ການ​ພົວພັນຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ໃນ​ພາກ​ພື້ນ. ທ່ານ Pham Binh Minh ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ຕື່ມ​ອີກວ່າ:

   “ພວກ​ເຮົາ​ໄດ້​ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ບັນດາ​ຂໍ້​ກຳນົດ​ການ​ປະພຶດ ​ເຮັດ​ແນວ​ໃດ​​ເພື່ອໃຫ້​ອາ​ຊຽນ ມີ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ຂອງ​ພາກ​ພື້ນ​ກໍ່​ຄືໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ສັງຄົມ, ວັດທະນະທຳ. ​ແລະ ພວກ​ເຮົາ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະ​ຖຽນລະ​ພາບ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ພິ​ເສດ​ແມ່ນ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ“.

    ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 21 ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ພິ​ເສດ​​ໃຫ້​ແກ່​ຫວຽດນາມ, ຍ້ອນ​ວ່າ, ທີ່​ກອງ​ປະຊຸມ​ຄັ້ງນີ້, ບັນດາ​ການ​ນຳ​ອາ​ຊຽນ ​ໄດ້ຕົກລົງ​ແຕ່ງຕັ້ງ ທ່ານ Le Luong Minh ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເປັນ​ເລຂາທິການ​ໃຫ່ຍຂອງ​ອາ​ຊຽນ ອາຍຸ​ການ 5 ປີ (2013-2017). ນັ້ນ​ແມ່ນ​ທ່ານ​ເລຂາທິການ​ໃຫ່ຍ​ຊາວ​ຫວຽດນາມ ຜູ້​ທຳ​ອິດ ຢູ່​ອົງການ​ອາ​ຊຽນ ສິ່ງ​ດັ່ງກ່າວ​ໄດ້ສະ​ແດງ​ໃຫ້​ເຫັນ​ບົດບາດ, ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ ກໍ່​ຄື​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນດາ​ປະ​ເທດ​ສະມາຊິກອາ​ຊຽນ ຕໍ່​ຫວຽດນາມ. ​ໂດຍ​​ປະຕິ​ບັດ​ບົດບາດ​ການ​ທູດ​ໃໝ່​ໃນ​ຈຸດ​ເວລາ​ສຳ​ຄັນ ຂະນະ​ທີ່​ອາ​ຊຽນ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ​ແຕ່​ຫາງ​ສຽງ​ມີ​ຄວາມ​ເຊື່ອໝັ້ນວ່າ, ດ້ວຍ​ທຸກສິ່ງທຸກ​ຢ່າງ​ທີ່​ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ປະກອບສ່ວນ​ໃຫ້​ແກ່​ອາ​ຊຽນ ​ໃນ 17 ປີຜ່ານມາ, ພ້ອມ​ກັບ​ຄຸນ​ນະ​ທາດ, ຄວາມ​ສາມາດ, ບົດຮຽນດ້ານ​ການ​ທູດ​ຫຼາຍ​ຝ່າຍ​​ໃນ 30 ປີຜ່ານມາ, ທ່ານ​ເລຂາທິການ​ໃຫ່ຍອາ​ຊຽນ ຄົນ​ໃໝ່ Le Luong Minh ຈະ​ຮັບຜິດຊອບ​ບົດບາດ​ຂອງ​ຕົນ​ເປັນ​ຢ່າງ​ດີ, ຮັບປະກັນ​ບັນດາ​ຜົນ​ປະ​ໂຫຍ​ດລວມຂອງ​ບັນດາ​ປະ​ເທດ​ອາ​ຊຽນ.

    ຜົນສຳ​ເລັດ​ລວມຂອງກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງທີ 21 ຢູ່​ພະນົມ​ເປັນ​ ປະ​ເທດ​ກຳປູ​ເຈຍ ອີກ​ເທື່ອ​ໜຶ່ງ​ໄດ້​ຢັ້ງຢືນ​ຄວາມ​ເຊື່ອໝັ້ນກ່ຽວ​ກັບ​ອົງການ​ອາ​ຊຽນ ​ແຫ່ງ​ການ​ຮ່ວມ​ມື, ​ເຊື່ອມ​ຈອດ, ​ເຊື່ອມ​​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ ​ແລະ ​ເຂົ້າຮ່ວມຢ່າງ​ຕັ້ງໜ້າ​ກ່ວາ​ອີກ​ເຂົ້າ​ໃນ​ບັນດາ​ບັນຫາ​ທົ່ວ​ໂລກ. ​ເຫດການ​ບັນດາ​ການ​ນຳ​ອາ​ຊຽນ ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ກ່ຽວ​ກັບ​ບັນດາ​ບາດກ້າວ​ລະອຽດ ​ແນ່​ໃສ່​ສ້າງ​ປະຊາຄົມ​ອາ​ຊຽນ ໝັ້ນຄົງ​ເຂັ້ມ​ແຂງ ​ແມ່ນ​ສານ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ເຈດ​ຈຳນົງ​ທີ່​ບໍ່​ມີ​ການ​ປ່ຽນ​ແປງ​ຂອງ​ອາ​ຊຽນ ທີ່​ມີ​ການ​ສະໜິດ​ຕິດ​ພັນ, ​ແມ່ນ​ກຸ່ມ​ການ​ເມືອງ​ເອກະ​ພາບ. ​ແລະ ​ໃນ​ນັ້ນມີ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ປະກອບສ່ວນ​ບໍ່​ໜ້ອຍ​ຂອງ​ຫວຽດນາມ, ຊື່​ງ​ແມ່ນສະມາຊິ​ກທີ່​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ