ຫວຽດນາມ ມານະພະຍາຍາມຕ້ານໄພແຫ້ງແລ້ງຢ່າງຮ້າຍແຮງ


(vovworld)- ຫວຽດ​ນາມ ພວມ​ປະ​ເຊີນ​ຫນ້າ​ກັບ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັ​ມ​ຊືມເຂົ້າ​ເຂດ​ທົ່ງ​ພຽງ​ຢ່າງ​ແຮງ ນັບ​ແຕ່​ສີບ​ປີ​ມານີ້. ປະ​ກົດ​ການ El Nino ດ້ວຍ​ຄວາ​ມ​ແຮງ​ສູງ ບໍ່​ພຽງ​ແຕ່​ເຮັດ​ໃຫ້​​ອູນ​ຫະ​ພູມເພີ່ມ​ຂຶ້ນ​ສູງ, ຂາດ​ແຄນ​ນ້ຳ​ຝົນ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ການ​ຜະ​ລິດ​ກະ​ສິ​ກຳ ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເທົ່າ​ນັ້ນ ຫາກ​ຍັງ​ປົກ​ຄຸມໄປທົ່ວ​ເຂດ​ທີ່ກວ້າງ​ໃຫຍ່ ຈາກ​ທິດ​ໃຕ້​ພາກ​ກາງ, ເຂດ​ໄຕ​ງວຽນ ຈົນ​ເຖິງ​ທິດ​ຕາ​ເວັນ​ອອກ​ພ​າກ​ໃຕ້ ແລະ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ພາກ​ໃຕ້​ຫວຽດ​ນາມ. ປະ​ຈຸ​ບັນ ລັດ​ຖະ​ບານ ແລະ ບັນ​ດາ​ທ້ອງ​ຖິ່ນ ພວມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຈຳ​ກັດ​ຄວາມ​ເສຍ​ຫາຍ​​ຍ້ອນ​ອາ​ກາ​ດ​ຮ້າຍ​ແຮງ​ດັ່ງ​ກ່າວ​ໃຫ້ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ ແລະ ຖື​ວ່າ ນີ້​ແມ່ນ​ຫນ້າ​ທີ່​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ.

ຫວຽດນາມ ມານະພະຍາຍາມຕ້ານໄພແຫ້ງແລ້ງຢ່າງຮ້າຍແຮງ - ảnh 1
​ແກ້​ໄຂ​ສະ​ພາບໄພ​ແຫ້ງ​ແລ້ງ​ຢູ່​ພາກ​ໃຕ້
ພາບປະ​ກອບ:daidoanket

        ປະ​ຈຸ​ບັນ, ສະ​ພາບ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊືມເຂົ້າ​ເຂດ​ທົ່ງ​ພຽງ​ຢ່າງ​ແຮງ. ຢູ່ ເຂດ​ທິດ​ໃຕ້​ພາກ​ກາງ, ປີ 2016 ຄາດ​ວ່າມີ ທົ່ງ​ນາ 40.000 ເຮັກ​ຕ​າ ຕ້ອງ​ຢຸດ​ຕິ​ການ​ຜະ​ລິດ ແລະ ປະ​ຊາ​ຊົນ 50.000 ຄົນ​ຈະ​ຖືກ​ຂາ​ດ​ແຄນ​ນ້ຳ​ສະ​ອາດ. ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ຖືກ​ນ້ຳ​ເຄັມ​ຊືມ​ເຂົ້າ​ດ້ວຍ​ລະ​ດັບ​ສູງກວ່າ​ລະ​ດັບ​ສະ​ເລ່ຍ​ປະ​ຈຳ​ປີ ແລະ ເຂົ້າ​ເລິກເຂດ​ດິນ​ຕໍ່​ແຜ່ນ 90 ກິ​ໂລ​ແມັດ. ຄາດ​ວ່າ ​ເດື​ອນ 5,6 ຈະ​ມາ​ເຖິງ ສະ​ພາບ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ເຄັມຊືມ​ເຂົ້າ​ຈະ​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງກວ່າ ແລະ ຢູ່ ​ແຂວງ ແທງ​ຮ​ວາ, ເຫງ້​ອານ, ກວ໋າງ​ບີງ, ກວ໋າງ​ຈີ້…ອາດ​ຈະ​ເກີດ​ໄພ​ແຫ້ງ​ແລ້ງ ຍ້ອນ El Nino. ທ່ານ ລັດ​ຖະ​ມົນ​ຕີ ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ກາວ​ດືກ​ຟາດ ໃຫ້​ຮູ້​ວ່າ:

        “ບັນ​ດາ​ເຂດ​ຖືກ ນ້ຳ​ເຄັມ​ຊືມ​ເຂົ້າ​ ກວມກວ່າ​ເຄິ່ງ​ຫນຶ່ງ​ເນື້ອ​ທີ່​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ຢູ່​ທິດ​ໃຕ້​ແຂວງ ກຽນ​ຢາງ,ທົ່ວ​ແຂວງ ກາ​ເມົາ, ບາກ​ລຽວ, ຊອກ​ຈັງ, ຈາ​ວີງ, ເບນ​ແຈ ແລະ ¾ ແຂວງ ເຫົ້າ​ຢາງ. ແຕ່​ສິ່ງ​ທີ່​ເປັນ​ຫ່ວງ​ກັງວົນ​ກວ່າ​ໝູ່ ແມ່ນ​ໃນ​ເດືອນ 3 ຫາ​ເດືອນ 6 ແມ່ນ​ອາ​ກາດ​ຮ້ອນກວ່າ​ໝູ່​ໃນ​ປີ.”

        ການ​ຊີ້​ນຳ​ຢ່າງ​ຂ້ຽວ​ຂາດ​ຈາກ​ສູນ​ກາງ

ຕໍ່​ຫນ້າ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ແຮງ​ຈາກປະ​ກົດ​ກ​ານ El Nino, ລັດ​ຖະ​ບານ ໄດ້​ກຳ​ນົດ ການ​ຕ້ານ​ໄພ​ແຫ້ງ​ແລ້ງ​ປີ 2016 ຕ້ອງ​ຕິດ​ພັນ​ກັບ​ວິ​ໄສ​ທັດ​ຍາວ​ນານ. ວັນ​ທີ 4/2/2016, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ປະ​ກາດ​ໃຊ້​ຄຳ​ສັ່ງ​ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ຮີບ​ດ່ວນ​ເພື່ອ​ປ້ອງ​ກັນ, ຕ້ານ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ເຄັມຊືມ​ເຂົ້າ​ເຂດ​ທົ່ງ​ພຽງ. ພາຍ​ຫລັງ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ກວດ​ກາ​, ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ, ຕ້ານ ນ້ຳ​ເຄັມ​ຊືມ
ເຂົ້າ​​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ໄພ​ແຫ້ງ​ແລ້ງ​ຢູ່​ທິດ​ໃຕ້​ພາກ​ກາງ ແລະ ເຂດ​ໄຕ​ງວຽນ. ຫວ່າງ​ແລ້ວນີ້, ທີ່ກອງ​ປະ​ຊຸມ​ນັດ​ສາ​ມັນ​ປະ​ຈຳ​ເດືອນ 2/2016, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ ແລະ ທ້ອງ​ຖິ່ນ ຕ້ອງ​ຕິດ​ຕາມ​ການ​ຜັນ​ແປ​ຂອງ​ອາ​ກາດ​ຢ່າງ​ໃກ​້​ຊິດ​ຕິດ​ແທດ ແລະ ຫນູນ​ຊ່ວຍ​ປະ​ຊາ​ຊົນ​ຢູ່​ເຂດ​ປະ​ສົບ​ໄພ​ຢ່າງ​ທັນ​ການ. ກ່ຽວ​ກັບ​ໄລ​ຍະ​ຍາວ​, ທ່ານ​ ຫງວຽນ​ຄັກ​ດີ້ງ, ຫົວ​ຫນ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ໃຫ້​ຮູ້​ວ່າ:

        “ຈະ​ດັດ​ປັບ​ອົງປະ​ກອບ​​ການປູກ​ຝັງຢ່າງ​ແຮງ ດ້ວຍ​ວິ​ໄສ​ທັດ​ຍາວ​ນານ ບໍ່​ພຽງ​ແຕ່​ໃນ​ປີນີ້​ເທົ່າ​ນັ້ນ ຫາກ​ແກ່​ຍາວ​ໃນ​ຫລາຍ​ປີ ຕາມ​ທິດ​ຫັນ​ປ່ຽນ​ລະ​ດູ​ການ, ຫັນ​ປ່ຽນ​ອົງປະ​ກອບ​ການ​ປູກ​ຝັງ, ສັດ​ລ້ຽງໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ແຫລ່ງ​ນ້ຳ ແລະ ໃຫ້​ມີ​ປະ​ສິດ​ທິ​ຜົນ. ກ​ະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ສະ​ເຫນີທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປີດກວ້າງ​ການ​ຄູນ​ຄັນ​ຄູ, ຂຸດ​ຫນອງ, ກະ​ກຽມ​ນ້ຳ​ສະ​ອາດ​ໃຫ້​ປະ​ຊາ​ຊົນໃນ​ໄລ​ຍະ 2016-2020 ດ້ວຍ​ຈຳ​ນວນ​ເງິນ 55.000 ຕື້​ດົງ.”

        ທ້ອງ​ຖິ່​ນ​ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ

       ຕໍ່​ຫນ້າ​ບັນ​ດາ​ຜົນ​ຮ້າຍ​ຢ່າງ​ແຮງ​ຈາກ​ສະ​ພາບ ນ້ຳ​ເຄັມ​ຊືມ​ເຂົ້າ​​ເຂດ​ທົ່ງ​ພຽງ​ນັບ​ມື້​ນັບ​ສູງ, ແຂວງ ກາ​ເມົາ ໄດ້​ຊີ້​ນຳ​ວຽກ​ງານ​ຄູນ​ຄັນ​ຄູ​ເພື່ອ​ສະ​ກັດ​ກັ້ນ​ນ້ຳ​ເຄັມ​ໄວ​ກວ່າ​​ຫນຶ່ງ​ເດືອນ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ. ທ່ານ ຫງວຽນ​ຕຽນ​ຫາຍ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ກາ​ເມົາ ໃຫ້​ຮູ້​ວ່າ: ແຂວງ ກາ​ເມົາ ເພີ່ມ​ທະ​ວີ​ວຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ການ​ປ້ອງ​ກັນ, ຕ້ານ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊືມ​ເຂົ້າ​ເຂດ​ທົ່ງ​ພຽງ ໃຫ້​ແກ່​ປະ​ຊາ​ຊົນ ພ້ອມ​ທັງ​ຈັດ​ຕັ້ງ​ການ​​ຝຶກອົມ​ຮົມ, ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ເຕັກ​ນິກ​ໃນ​ການ​ປູກ​ເຂົ້າ, ລ້ຽງ​ກຸ້ງ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ການ​ຂອງ​ດິນ​ຟ້າອ​າ​ກາດ.

ທ່ານ ຫງວຽນ​ຟອງກວາງ, ຮອງ​ຫົວ​ຫນ້າ​ຄະ​ນະ​ປະ​ຈຳ ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ຖື​ວ່າ: ການ​ຕ້ານ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊືມເຂົ້າ​ເຂດ​ທົ່ງ​ພຽງ ປະ​ຈ​ຸ​ບັນ​ແມ່ນ​ບັນ​ຫາ​ຄວາມ​ເປັນ​ຕາຍ.

        “ຄູນ​ຄັນ​ຄູ​ເພື່ອ​ສະ​ສົມ​ນ້ຳ​ຈືດ, ສະ​ກັດ​ກັ້ນ ນ້ຳ​ເຄັມ​ຊືມ​ເຂົ້າ​​ເຂດ​ຜະ​ລິດ​ເປັນ​ຈຸດ​ສຸມ​ ລວ​ມ​ມີບັນ​ດາ​ແຂວງ​ຄື: ອານ​ຢາງ, ກຽນ​ຢາງ, ເກີນ​ເທີ…ກ່ຽວ​ກັບ​ໄລ​ຍະ​ຍາວ, ສະ​ເຫນີ​ລັດ​ຖະ​ບານ ຈົ່ງ​ເຮັດ​ວຽກ​ກັບ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຈຳ​ນວນ​ຫນຶ່ງ​ຢູ່​ເຂດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ກ່ຽວກັບ​ບັນ​ຫາ ນ້ຳ​ເຄັມ​ຊືມເຂົ້າ​, ຄູນ​ຄັ​ນ​ຄູ. ນີ້​ແມ່ນ​ບັນ​ຫາ​ລະ​ດັບ​ຊາດ.”

        ໄລ​ຍະ​ຈຸດ​ສຸມ​ຂອງ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ເຄັມ​ຊືມ​ເຂົ້າ​ເຂດ​ທົ່ງ​ພຽງ​ແມ່ນ​ເກີດ​ຂຶ້ນ​ໃນ​ຊຸມ​ເດືອນ​ຈະ​ມາ​ເຖິງ. ເລື່ອງ​ລັດ​ຖະ​ບານ ແລະ ບັນ​ດາ​ທ້ອ​ງ​ຖິ່ນ​ຈະ​ປະ​ຕິ​ບັດ​ການ ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຮ້າຍ​ແຮງ​ດັ່ງ​ກ່າວ​ຢ່າງ​ຂ້ຽວ​ຂາດ ພ້ອມ​ທັງ​ເປັນ​ເຈົ້າ​ການ​ຮັບ​ມື​ໃນ​ໄລ​ຍະ​ຍາວ ຈະ​ຊ່ວຍ​ໃຫ້​ຫວຽດ​ນາມ ຈຳ​ກັດ​ບັນ​ດາ​ຄວາມ​ເສຍ​ຫາຍ​ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດກໍ່​ຂຶ້ນ​ໃຫ້​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ