(VOVWORLD) - ຫວຽດນາມ ພວມນັບມື້ນັບກາຍເປັນສະຖານທີ່ນັດພົບຂອງບັນດາເຫດການວິທະຍາສາດ - ເຕັກໂນໂລຢີສຳຄັນລະດັບພາກພື້ນ ແລະ ສາກົນ. ສັບປະດາວິທະຍາສາດ VinFuture 2025, ໄດ້ດຳເນີນແຕ່ວັນທີ 2 – 6 ທັນວາ ຢູ່ຮ່າໂນ້ຍ, ອີກຄັ້ງໜຶ່ງຢັ້ງຢືນວ່າ ຫວຽດນາມ ບໍ່ພຽງແຕ່ແມ່ນສະຖານທີ່ຮັບເອົາພູມປັນຍາເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ເຕົ້າໂຮມພູມປັນຍາຂອງມວນມະນຸດທົ່ວໂລກອີກດ້ວຍ.
ພິທີມອບລາງວັນ VinFuture 2025 (ພາບ: ຄະນະຈັດຕັ້ງ) |
ດ້ວຍຫົວຂໍ້ “ພ້ອມກັນບືນຕົວຂຶ້ນ - ພ້ອມກັນວັດທະນາຖາວອນ”, ສັບປະດາວິທະຍາສາດ VinFuture 2025 ດ້ວຍຈຸດສຸມແມ່ນພິທີມອບລາງວັນ VinFuture 2025, ໄດ້ຈັດຂຶ້ນເປັນປີທີ 5 ຢູ່ຫວຽດນາມ. ເຫດການປະຈຳປີນີ້ໄດ້ປະກອບສ່ວນເຊື່ອມຕໍ່ພູມປັນຍາ, ປຸກລຸກຄວາມມຸ່ງຫວັງ ແລະ ຍົກລະດັບທີ່ຕັ້ງຂອງ ຫວຽດນາມ ຄືເປັນສູນສົ່ງເສີມວິທະຍາສາດ ແລະ ນະວັດຕະກຳທົ່ວໂລກ.
ສະຖານທີ່ພົບປະ, ແລກປ່ຽນ ແລະ ເລີ່ມຕົ້ນບັນດາແນວຄວາມຄິດ
ດ້ວຍການເຂົ້າຮ່ວມຂອງນັກວິທະຍາສາດທີ່ມີຊື່ສຽງນັບຮ້ອຍທ່ານ, ໃນນັ້ນມີຫຼາຍທ່ານໄດ້ຮັບລາງວັນ Nobel, Fields, Turing, ບັນດາຜູ້ປະດິດແຕ່ງ ແລະ ການນຳຂອງບັນດາອົງການເຕັກໂນໂລຢີແຖວໜ້າໂລກ, ສັບປະດາວິທະຍາສາດ VinFuture ໄດ້ສ້າງການເຊື່ອມຕໍ່ພິເສດ: ເຊື່ອມຕໍ່ລະຫວ່າງບັນດານັກວິທະຍາສາດ ແລະ ບັນດາບັນຫາທົ່ວໂລກ, ລະຫວ່າງພູມປັນຍາບັນດິດ ກັບການໝູນໃຊ້ໃນຕົວຈິງ, ລະຫວ່າງໂລກ ແລະ ຫວຽດນາມ. ທ່ານ ສຈ ຟານແມັງເຫືອງ, ຜູ້ອຳນວຍການສູນນະວັດຕະກຳ ແລະ ເຕັກໂນໂລຢີວັດສະດຸ, ມະຫາວິທະຍາໄລ VinFuture ຢັ້ງຢືນວ່າ:
ຜ່ານບັນດາໂຄງການນັ້ນ, ພວກເພື່ອນໜຸ່ມ ຫວຽດນາມ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບລະດັບຄວາມສຳຄັນຂອງວິທະຍາສາດເຕັກໂນໂລຢີ, ມີໂອກາດໄດ້ພົບປະກັບບັນດານັກວິທະຍາສາດໃນໂລກ. ນັ້ນແມ່ນບັນດາຜົນປະໂຫຍດເຊິ່ງພວກເຮົາບໍ່ສາມາດຄິດໄລ່ໄດ້. ຄວາມໝາຍຂອງເຫດການນີ້ແມ່ນໃຫຍ່ຫຼວງທີ່ສຸດ, ເປັນຕົ້ນແມ່ນໃນສະພາບການຫວຽດນາມ ພວມຜັນຂະຫຍາຍມະຕິເລກທີ 57.
VinFuture ບໍ່ພຽງແຕ່ແມ່ນເຫດການເພື່ອໃຫ້ ຫວຽດນາມ ຮັບເອົາສິ່ງຍອດຍິ່ງທາງດ້ານວິທະຍາສາດຂອງໂລກເທົ່ານັ້ນ, ກົງກັນຂ້າມ, ຜ່ານ VinFuture, ຫວຽດນາມ ພວມຄ່ອຍໆກາຍເປັນສະຖານທີ່ເຕົ້າໂຮມ, ສະຖານທີ່ພົບປະ, ແລກປ່ຽນ ແລະ ເລີ່ມຕົ້ນບັນດາແນວຄວາມຄິດ, ກິດຈະກຳທີ່ມີກຳລັງສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງ.
ເມື່ອບັນດາປັນຍາຊົນແຖວໜ້າໂລກ ເລືອກເອົາ ຫວຽດນາມ ແມ່ນສະຖານທີ່ມາປຶກສາຫາລືກ່ຽວກັບອະນາຄົດວິທະຍາສາດ, ສິ່ງນີ້ມີຄວາມໝາຍດຽວກັນກັບເລື່ອງ ຫວຽດນາມ ໄດ້ ແລະ ພວມສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການປະດິດຄິດສ້າງ, ການຄົ້ນຄ້ວາ ແລະ ຮ່ວມມືສາກົນ. ທ່ານ ປອ Filippo Giorgi ສະມາຊິກຄະນະກຳມະການລາງວັນ VinFuture ໃຫ້ຮູ້ວ່າ:
ຂ້າພະເຈົ້າມາ ຫວຽດນາມ ເປັນສອງຄັ້ງ, ຍ້ອນວ່າ ຂ້າພະເຈົ້າໄດ້ມີການຮ່ວມມືຈຳນວນໜຶ່ງກັບບັນດານັກວິທະຍາສາດ ຫວຽດນາມ. ຂ້າພະເຈົ້າໄດ້ຈັດຕັ້ງກອງປະຊຸມສຳມະນາ ແລະ ໃນກອງປະຊຸມສຳມະນານີ້, ຂ້າພະເຈົ້າຮູ້ສຶກປະທັບໃຈທີ່ສຸດຕໍ່ໄວໜຸ່ມ ຫວຽດນາມ ຫຼາຍຄົນ. ເຂົາເຈົ້າເປັນຄົນມີຈິດໃຈຮ່ຳຮຽນ, ມີທັດສະນະວິທະຍາສາດ ແລະ ເຕັກໂນໂລຢີທີ່ກ້າວໜ້າ.
ຖືວິທະຍາສາດເຕັກໂນໂລຢີຢູ່ໃນທີ່ຕັ້ງໃຈກາງໃນຮູບແບບພັດທະນາ
ການຈັດຕັ້ງສຳເລັດ VinFuture ໃນຫຼາຍປີຜ່ານມາ ກໍ່ໄດ້ຢັ້ງຢືນວິໄສທັດຍຸດທະສາດຂອງ ຫວຽດນາມ ໃນການລົງທຶນເຂົ້າວິທະຍາສາດ - ເຕັກໂນໂລຢີ ຄືພື້ນຖານຂອງ ການພັດທະນາ. ທີ່ພິທີມອບລາງວັນ VinFuture 2024 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັ້ກວ່າ:
ລາງວັນ VinFuture ໄດ້ສ້າງແຫຼ່ງບັນດານໃຈ ແລະ ຊຸກຍູ້ການຮ່ວມມືທົ່ວໂລກ, ເຊື່ອມຕໍ່ຄືແນວຄວາມຄິດທີ່ປະດິດສ້າງເພື່ອແກ້ໄຂບັນດາສິ່ງທ້າທາຍໃຫຍ່ຂອງທົ່ວໂລກ. ສິ່ງນີ້ກໍ່ເໝາະສົມກັບຍຸດທະສາດພັດທະນາຂອງ ຫວຽດນາມ, ເຊິ່ງແມ່ນສະຖານທີ່ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ໄດ້ຮັບການກຳນົດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພັດທະນາປະເທດຊາດໂດຍໄວ ແລະ ຍືນຍົງ.
ເຫດການມີຂອບຂະໜາດທົ່ວໂລກນີ້ບໍ່ພຽງແຕ່ເຊີດຊູບັນດາຜົນງານທາງດ້ານວິທະຍາສາດດີເດັ່ນເທົ່ານັ້ນ, ຫາກຍັງສ້າງຈິດໃຈກໍ່ສ້າງອະນາຄົດອີງຕາມວິທະຍາສາດເຕັກໂນໂລຢີ, ເຊິ່ງແມ່ນຈິດໃຈເຊິ່ງ ຫວຽດນາມ ຍາມໃດກໍ່ຢຶດໝັ້ນເດີນຕາມຍຸດທະສາດພັດທະນາປະເທດຊາດ. ເມື່ອບັນດານັກວິທະຍາສາດແຖວໜ້າໂລກ ພ້ອມກັນພົບກັນຢູ່ ຮ່າໂນ້ຍ, ເຂົາເຈົ້າບໍ່ພຽງແຕ່ນຳມາເຊິ່ງພູມປັນຍາ, ບົດຮຽນປະສົບການ ແລະ ແງ່ມູນທົ່ວໂລກເທົ່ານັ້ນ, ຫາກຍັງສ້າງການເຊື່ອມຕໍ່ໃໝ່, ການຮ່ວມມືໃໝ່ ແລະ ໂອກາດໃໝ່ ເພື່ອໃຫ້ວິທະຍາສາດ ຫວຽດນາມ ບືນຕົວອອກໄປໄກ. ທ່ານ ປອ ເລທ້າຍຮ່າ, ຜູ້ອຳນວຍການຝ່າຍບໍລິຫານ ກອງທຶນ VinFuture ຢັ້ງຢືນດ້ວຍຄວາມພາກພູມໃຈວ່າ:
ຈາກ ຫວຽດນາມ, VinFuture ໄດ້ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈທີ່ວ່າ ວິທະຍາສາດບໍ່ມີພົນແດນ. VinFuture ມີກຳລັງແຮງແຜ່ກະຈາຍພິເສດບໍ່ພຽງແຕ່ມີຄຸນຄ່າທາງດ້ານທິດສະດີເທົ່ານັ້ນ ຫາກຍັງປຸກລຸກຄວາມໄວ້ເນື້ອເຊື່ອໃຈວ່າ ທຸກພູມປັນຍາບໍ່ວ່າມາແຕ່ໃສກໍ່ລ້ວນແຕ່ສາມາດສ້າງຜົນກະທົບຕໍ່ໂລກ.
VinFuture ບໍ່ພຽງແຕ່ແມ່ນລາງວັນວິທະຍາສາດເທົ່ານັ້ນ, ຫາກຍັງແມ່ນສິ່ງພິສູດໃຫ້ແກ່ແງ່ຫວັງຂອງ ຫວຽດນາມ, ຕັ້ງວິທະຍາສາດ - ເຕັກໂນໂລຢີຢູ່ໃຈກາງຂອງລະບົບພັດທະນາ. ຄວາມຄາດຫວັງນີ້ ໄດ້ສະແດງອອກຜ່ານການສ້າງບັນດາພື້ນຖານລະບອບລະບຽບການ, ດຶງດູດແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສົ່ງເສີມການຄົ້ນຄ້ວາ - ພັດທະນາ ແລະ ສຳຄັນກ່ວານັ້ນແມ່ນການສ້າງສະພາບແວດລ້ອມເພື່ອໃຫ້ປັນຍາຊົນທົ່ວໂລກ ອາດສາມາດພົບປະ ແລະ ແຜ່ກະຈາຍ. ສັບປະດາດວິທະຍາສາດ VinFuture 2025 ໄດ້ນຳ ຫວຽດນາມ ກາຍເປັນສະຖານທີ່ເຕົ້າໂຮມພູມປັນຍາທົ່ວໂລກ, ເປີດວິໄສທັດຍາວນານຂອງປະເທດທີ່ມີຄວາມຫວັງ, ປ່ຽນແປງໃໝ່ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບ.