(VOVWORLD) - ບັນດາປະເທດຕ້ອງລົງທຶນບຳລຸງກໍ່ສ້າງລົງເລິກໃຫ້ກຳລັງປະຕິບັດກົດໝາຍຫຼາຍກວ່າ, ພິເສດແມ່ນການນຳໃຊ້ AI ເພື່ອສືບສວນ ແລະ ທຳລາຍບັນດາກຸ່ມອາດສະຍະກຳຂ້າມຊາຍແດນທີ່ນຳໃຊ້ເຕັກໂນໂລຊີສູງ.
ໃນສະພາບເຕັກໂນໂລຊີພັດທະນາຢ່າງແຮງ, ພິເສດແມ່ນເຕັກໂນໂລຊີປັນຍາປະດິດ (AI) ນັ້ນ, ບັນດາການເຄື່ອນໄຫວອາດຊະຍາກຳຫຼອກລວງຂ້າມຊາຍແດນ ນັບມື້ນັບແນບນຽນ, ສັບສົນກວ່າ, ກ່າຍເປັນຄວາມສ່ຽງຂອງທົ່ວໂລກໃນຍຸກສະໄໝດີຈີຕອນ.
ທີ່ກອງປະຊຸມສະມັດຊາໃຫຍ່ຄັ້ງທີ 93 ຈັດຂຶ້ນຢູ່ Marrakech (Morocco) ແຕ່ວັນທີ 24 – 27 ພະຈິກ, ອົງການຕຳຫຼວດອາຍາສາກົນ (Interpol) ໄດ້ຮັບຮອງເອົາມະຕິຮຽກຮ້ອງການຮ່ວມມືທົ່ວໂລກ ເພື່ອສະກັດກັ້ນອາດຊະຍາກຳທີ່ພວມແຜ່ຂະຫຍາຍໃນວົງກວ້າງດ້ວຍລະດັບທີ່ໜ້າເຕືອນໄພນີ້.
ບັນດາຕົວເລກທີ່ໜ້າເຕືອນໄພ
ທີ່ກອງປະຊຸມຄັ້ງນີ້, Interpol ໄດ້ປະກາດຫຼາຍຕົວເລກທີ່ໜ້າເຕືອນໄພ. ລະອຽດແມ່ນ, ອາດຊະຍາກຳຫຼອກລວງຂ້າມຊາຍແດນ ແລະ ອາດຊະຍາກຳທາງໄຊເບີເວົ້າລວມພວມເພີ່ມຂຶ້ນ, ນັບທັງຂອບຂະໜາດ,ລະດັບສັບສົນ ແລະ ຂອບເຂດສົ່ງຜົນສະທ້ອນ, ກໍ່ຄວາມເສຍຫາຍໃນທົ່ວໂລກປະມານ 8.000 ຕື້ USD (ປີ 2023), ຄາດວ່າບັນລຸຕົວເລກ 10.500 ຕື້ USD (ໃນປີ 2025) ແລະ ລືນກາຍ GDP ຂອງຫຼາຍພື້ນຖານເສດຖະກິດໃຫຍ່. Interpol ໄດ້ກ່າວເຕືອນເປັນພິເສດກ່ຽວກັບຄວາມສ່ຽງນາບຂູ່ຈາກບັນດາສູນຫຼອກລວງຂ້າມຊາດ. ນີ້ແມ່ນເຄືອຂ່າຍອາກາດຊະກຳທີ່ມີການຈັດຕັ້ງ, ປະຕິບັດການຫຼອກລວງຜ່ານອິນເຕີເນັດ ເພື່ອຢຶດເອົາສັບສິນດ້ວຍເຕັກໂນໂລຊີສູງ. ສິ່ງທີ່ໜ້າສົນໃຈ, ມີຜູ້ຖືກເຄາະຮ້າຍຫຼາຍຄົນຍັງຖືກຫຼອກລວງໄປປະເທດອື່ນ ດ້ວຍຄັນຕະລະບັດທີ່ວ່າ “ວຽກງານທີ່ມີເງິນເດືອນສູງ”, ຫຼັງຈາກນັ້ນຖືກບັງຄັບເຂົ້າຮ່ວມບັນດາການເຄື່ອນໄຫວຫຼອກລວງໂດຍກົງ. ຕາມ Interpol ແລ້ວ, ບັນດາສູນນີ້ພວມເປີດກວ້າງອອກສູ່ຫຼາຍພາກພື້ນໃນໂລກ, ຈາກ ອາຊີຕາເວັນອອກສ່ຽງໃຕ້ ຮອດ ອາຟະລິກາ, ອາຟະລິກາກາງ ແລະ ຕາເວັນອອກກາງ. ຜູ້ຖືກເຄາະຮ້າຍຂອງບັນດາການເຄື່ອນໄຫວຫຼອກລວງນີ້ໄດ້ພົບເຫັນຢູ່ 66 ປະເທດ, ສະແດງໃຫ້ເຫັນຂອບຂະໜາດທົ່ວໂລກ ແລະ ລັກສະນະສັບສົນຂອງອາດຊະຍາກຳປະເພດນີ້.
ໃນບັ້ນກວາດລ້າງຢ່າງຮອບດ້ານຫວ່າງມໍ່ໆມານີ້, Interpol ໄດ້ສົມທົບກັບບັນດາອົງການທີ່ຮັບຜິດຊອບໜ້າທີ່ຢູ່ 185 ປະເທດ ອາຟະລິກາ ຈັບຕົວອາດຊະຍາກຳທາງໄຊເບີ 1.209 ຄົນ ທີ່ໄດ້ຫຼອກລວງຜູ້ຖືກເຄາະຮ້າຍເກືອບ 88.000 ຄົນ; ຕຳຫຼວດ ເຢຍລະມັນ ກໍ່ທຳລາຍຄືອຂ່າຍຫຼອກລວງຂ້າມຊາຍແດນດ້ວຍຂອບຂະໜາດໃຫຍ່ ລັກເອົາຂໍ້ມູນບັດເຄຣດິດຂອງ 4,3 ລ້ານຄົນ ຢູ່ 193 ປະເທດ, ກໍຄວາມເສຍຫາຍປະມານ 350 ລ້ານ USD. ຕາມທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ແລ້ວ, ອາດຊະຍາກຳທາງໄຊເບີ ໄດ້ກາຍເປັນໄພນາບຂູ່ຖິງສັນຕິພາບ ແລະ ຄວາມໝັ້ນຄົງສາກົນຢ່າງແທດຈິງ.
“ອາດຊະຍາກຳມີການຈັດຕັ້ງຂ້າມຊາຍແດນແມ່ນໄພນາບຂູ່ຢ່າງຮ້າຍແຮງໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຢູ່ທຸກແຫ່ງ, ທຸກປະເທດ, ຈາກຜູ້ຮັ່ງມີຕະຫຼອດຮອດຜູ້ທຸກຍາກ, ແຕ່ເໜືອຮອດໃຕ້, ຈາກປະເທດພັດທະນາ ຕະຫຼອດຮອດປະເທດພວມພັດທະນາ. ອິນເຕີເນັດແມ່ນບໍຄຳໃຫ້ແກ່ອຳຊະຍາກຳປະເພດນີ້”.
ຕໍ່ໜ້າໄພນາບຂູ່ທີ່ນັບມື້ນັບໃຫຍ່ຫຼວງໃນປະຈຸບັນຂອງອາດຊະຍາກຳຂ້າມຊາຍແດນນີ້, ບັນດາກົນໄກຮ່ວມມືສາກົນພວມໄດ້ຮັບການຍູ້ແຮງ, ໃນນັ້ນ ພົ້ນເດັ່ນແມ່ນເລື່ອງເປີດເຊັນສົນທິສັນຍາສະຫະປະຊາຊາດກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ) ໃນທ້າຍເດືອນ ຕຸລາ ຜ່ານມາ.
ບັນຫາການນຳໃຊ້ AI
ໃນສິ່ງທ້າທາຍລວມກ່ຽວກັບການຕ້ານອາດຊະຍາກຳຫຼອກລວງຂ້າມຊາຍແດນນັ້ນ, ບັນຫາເຕັກໂນໂລຊີໄດ້ກາຍເປັນຕາໂສ້ຫຼັກ, ເມື່ອຄວາມສັບສົນຂອງອາດຊະຍາກຳເຕັກໂນໂລຊີສູງພວມວາງອອກສິ່ງທ້າທາຍຢ່າງໃຫຍ່ຫຼວງໃຫ້ແກ່ບັນດາອົງການປະຕິບັດກົດໝາຍ. ພິເສດແມ່ນບັນດາອົງການອາດຊະຍາກຳພວມປ່ຽນແປງໃໝ່ເລ່ລ່ຽມຢ່າງບໍ່ຢຸດຢັ້ງ, ນຳໃຊ້ AI, ເຕັກໂນໂລຊີໃບໜ້າຜູ້ໂທປອມ (Deepfake) ເພື່ອປະຕິບັດການຫຼອກລວງຢ່າງແນບນຽນ, ມີຂອບຂະໜາດໃຫຍ່.
ເພື່ອຮັບມືກັບສິ່ງທ້າທາຍດ້ານເຕັກໂນໂລຊີ, Interpol ຖືວ່າ ບັນດາປະເທດຕ້ອງລົງທຶນບຳລຸງກໍ່ສ້າງລົງເລິກໃຫ້ກຳລັງປະຕິບັດກົດໝາຍຫຼາຍກວ່າ, ພິເສດແມ່ນການນຳໃຊ້ AI ເພື່ອສືບສວນ ແລະ ທຳລາຍບັນດາກຸ່ມອາດສະຍະກຳຂ້າມຊາຍແດນທີ່ນຳໃຊ້ເຕັກໂນໂລຊີສູງ. ທ່ານ Valdecy Urquiza, ເລຂາທິການໃຫຍ່ Interpol ໃຫ້ຮູ້ວ່າ:
“Interpol ມີ 3 ຍຸດທະສາດເພື່ອໜູນຊ່ວຍບັນດາປະເທດ. ທີ 1, ພວກຂ້າພະເຈົ້າໜູນຊ່ວຍບັນດາອົງການປະຕິບັດກົດໝາຍປະເທດຕ່າງໆເຂົ້າໃຈແຈ້ງບັນດາກຸ່ມອາດຊະຍາກຳນຳໃຊ້ AI ແມ່ນຄືແນວໃດ. ຖັກຈາກນັ້ນ, ພວກຂ້າພະເຈົ້າໜູນຊ່ວຍຕຳຫຼວດບັນດາປະເທດເຂົ້າໃຈໄດ້ວ່າ ເຂົາເຈົ້າສາມາດ ແລະ ຄວນນຳໃຊ້ AI. ປະຈຸບັນ, ພວກຂ້າພະເຈົ້າພວມພັດທະນາບັນດາເຄື່ອງມື ແລະ ການບໍລິການ (AI) ເຊິ່ງຕຳຫຼວດຫຼາຍປະເທດສາມາດນຳໃຊ້ໃນການສືບສວນ, ໂດຍສະເພາະແມ່ນບັນດາການສືບສວມທີ່ສັບສົນ. ຖ້າມີແຫຼ່ງຂໍ້ມູນໃຫຍ່, AI ສາມາດຊ່ວຍໄດ້ຫຼາຍ. ຍຸດທະສາດທີ 3 ແມ່ນ ພວກຂ້າພະເຈົ້າໄດ້ໃຫ້ຄຳແນະນຳ ກໍຄືຊຸກຍູ້ການສົນທະນາກັບບັນດາອົງການປະຕິບັດກົດໝາຍ ແລະ ສັງຄົມພົນລະເຮືອນກ່ຽວກັບການນຳໃຊ້ AI ດ້ວຍຄວາມຮັບຜິດຊອບ”.
ເດືອນ ຕຸລາ ຜ່ານມາ, Interpol ພ້ອມກັບຕຳຫຼວດ ສ.ເກົາຫຼີ ຜັນຂະຫຍາຍບັ້ນເຄື່ອນໄຫວຮ່ວມຢູ່ເຂດຊາຍແດນລະຫວ່າງ ກຳປູເຈຍ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ ອາຊີຕາເວັນອອກສ່ຽງໃຕ້ ເພື່ອຕາມລ່າຜູ້ຖືກສົງໄສກ່ຽວຂ້ອງເຖິງກຸ່ມຫຼອກລວງ, ແລະ ຄາດວ່າຈະສືບຕໍ່ເປີດກວ້າງການເຄື່ອນໄຫວນີ້ໄປສູ່ບັນດາເຂດຊາຍແດນຈຸດສຸມຂອງ ອາຊຽນ ໃນເດືອນນີ້.