(VOVWORLD) - ວັນທີ 24-25 ພະຈິກ, ສະຫະພາບ ອາຟະລິກາ (AU) ແລະ ສະຫະພາບ ເອີລົບ (EU) ໄດ້ຈັດກອງປະຊຸມສຸດຍອດຢູ່ Luanda, Angola. ນີ້ແມ່ນການກະທຳຫຼ້າສຸດຂອງສອງທະວີບໃນການກຳນົດການພົວພັນຄືນໃໝ່ໃນສັງກາດໃໝ່ກ່ຽວກັບ 3 ເສົາຄ້ຳເສດຖະກິດ, ການຄ້າ ແລະ ຄວາມໝັ້ນຄົງ ໃນສະພາບການທີ່ພູມສາດການເມືອງທົ່ວໂລກ ໄດ້ແບ່ງແຍກຢ່າງເລິກເຊິ່ງ ແລະ ຮຽກຮ້ອງບົດບາດທີ່ສຳຄັນໃຫ້ແກ່ ອາຟະລິກາ ທີ່ນັບມື້ນັບຫຼວງຫຼາຍກວ່າ.
ກອງປະຊຸມສຸດຍອດ AU-EU ຢູ່ Luanda, Angola ມີການເຂົ້າຮ່ວມຂອງປະມຸກລັດເກືອບທັງໝົດ 27 ປະເທດ EU, 55 ປະເທດ AU ພ້ອມດ້ວຍການນຳຫຼາຍອົງການຈັດຕັ້ງສາກົນໃຫຍ່, ໃນນັ້ນມີ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ.
ການພົວພັນຍຸດທະສາດທີ່ມີຄວາມສະເໝີພາບກວ່າ
ຫົວເລື່ອງຈຸດສຸມຢູ່ ກອງປະຊຸມສຸດຍອດ AU-EU ຄັ້ງນີ້ແມ່ນເຮັດໃຫ້ການພົວພັນລະຫວ່າງສອງກຸ່ມເລິກເຊິ່ວກວ່າອີກ ໃນບັນດາຂົງເຂດອຸດສາຫະກຳ, ການຫັນປ່ຽນພະລັງງານ, ເຕັກໂນໂລຊີ ແລະ ຂຸດຄົ້ນແຫຼ່ງແຮ່ທາດຍຸດທະສາດຢ່າງມີປະສິດທິຜົນ, ຊື່ງແມ່ນປັດໄຈຖືກຖືວ່າແມ່ນພື້ນຖານໃຫ້ແກ່ການພັດທະນາໃນໄລຍະຍາວນນານຂອງທັງສອງທະວີບ.
ທ່ານ Nuur Mohamud Sheekh ໂຄສົກ AU, ຊີ້ແຈ້ງວ່າ ອາຟະລິກາ ບໍ່ຊອກຫາບັນດາຖະແຫຼງການໃໝ່ ຫາກແມ່ນບັນດາຄຳໝັ້ນສັນຍາລະອຽດທີ່ສາມາດຜັນຂະຫຍາຍໃນຕົວຈິງໄດ້. ນີ້ອາດຈະຖືວ່າແມ່ນຈຸດອ່ອນຂອງ EU ຂະນະທີ່ກຸ່ມນີ້ພວກຊັກຊ້າເມື່ອທຽບກັບຫຼາຍຄູ່ແຂ່ງເສດຖະກິດອື່ນຄື: ຈີນ, ອາເມລິກາ, ຕວກກີ, ບັນດາປະເທດເຂດອ່າວ ໃນການລົງທຶນເຂົ້າຂົງເຂດອຸດສາຫະກຳແຮ່ທາດຢູ່ ອາຟະລິກາ.
ທ່ານ Mahmoud Ali Youssouf, ປະທານຄະນະກຳມະການ AU, ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າຮຽກຮ້ອງໃຫ້ການພົວພັນຄູ່ຮ່ວມມືດ້ານການຄ້າດຸ່ນດຽງກວ່າ ແລະ ຄວາມປາດຖະໜາຢາກລົງທຶນຂອງ ເອີລົບ ເຂົ້າໃນວິວັດການປຸງແຕ່ງແຮ່ທາດຢູ່ ອາຟະລິກາ. ພວກຂ້າພະເຈົ້າກໍ່ຮຽກຮ້ອງການຍຸບເລີກຮົ້ວກີດຂວາງດ້ານພາສີອາກອນ ແລະ ປອດພາສີອາກອນທັງໝົດ ທີ່ໄດ້ກີດຂວາງບັນດາຜະລິດຕະພັນຂອງ ອາຟະລິກາ ເຂົ້າເຖິງຕະຫຼາດ ເອີລົບ. ສຸດທ້າຍ, ພວກຂ້າພະເຈົ້າຮຽກຮ້ອງໃຫ້ມິລັດທິຫຼາຍຝ່າຍທີ່ເຂັ້ມແຂງ ແລະ ມີຊີວິດຊີວາກວ່າ, ອີງຕາມຄວາມສະເໝີພາບ ແລະ ເຄົາລົບທຸກປະເທດ.
ຕາມວົງການນັກສັງເກດການແລ້ວ, ການແກ່ງແຍ້ງຂອງ ເອີລົບ ຢູ່ ອາຟະລິກາ ຈະຖືກວັດແທກດ້ວຍບັນດາໂຄງການທີ່ນຳມາເຊິ່ງວຽກເຮັດງານທຳ, ພື້ນຖານໂຄງລ່າງ ແລະ ຜົນປະໂຫຍດທີ່ເປັນຮູບຮ່າງ. ໂຄງການກໍ່ສ້າງເສັ້ນທາງລົດໄຟແລວ Lobito ເຊື່ອມຕໍ່ປະເທດສາທາລະນະລັດ ປະຊາທິປະໄຕ Congo – Zambia ກັບມະຫາສະໝຸດອັກລັງຕິກ ດ້ວຍແຫຼ່ງທຶນຂອງ ອີຢູ-ອາເມລິກາ ພວມຖືກຖືວ່າແມ່ນການທົດລອງສຳຄັນໃຫ້ແກ່ອິດທິພົນຊື່ສຽງນີ້. ຄຽງຂ້າງນັ້ນ, ອາຟະລິກາ ກໍ່ລໍຄອຍ ເອີລົບ ໜູນຊ່ວຍເປີດກ້ວາງການຄ້າພາຍໃນກຸ່ມ ອາຟະລິກາ ຊື່ງປະຈຸບັນກວມເອົາພຽງແຕ່ 15% ຍອດວົງເງິນການຄ້າທົ່ວໂລກເທົ່ານັ້ນ.
ບົດບາດປ້ອງກັນຄວາມໝັ້ນຄົງທີ່ໃຫຍ່ກວ່າໃຫ້ແກ່ ອາຟະລິກາ
ໄປຄຽງຄູ່ກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ແຮ່ທາດຍຸດທະສາດ, ສິ່ງທີ່ໜ້າສົນໃຈ ແລະ ແຕກຕ່າງຢູ່ກອງປະຊຸມສຸດຍອດ AU-EU ຄັ້ງນີ້ ແມ່ນເມື່ອທຽບກັບກອງປະຊຸມສຸດຍອດຄັ້ງກ່ອນນີ້ 3 ປີ (ຄືປີ 2022) ແມ່ນບັນດາການປຶກສາຫາລືກ່ຽວກັບຄວາມໝັ້ນຄົງ, ສັນຕິພາບ ແລະ ການກຳນົດບົດບາດທີ່ນັບມື້ນັບສຳຄັນກວ່າຂອງ ອາຟະລິກາ ໃນບັນດາບັນຫາທົ່ວໂລກ.
ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ຖືວ່າ: “ແກນໃນການພົວພັນຮ່ວມມືລະຫວ່າງ ເອີລົບ ແລະ ອາຟະລິກາ ຕ້ອງກາຍເປັນໜຶ່ງໃນບັນດາບ່ອນອີງໃຈກາງຂອງປະຊາຄົມໂລກ” ບໍ່ພຽງແຕ່ກ່ຽວກັບດ້ານການເມືອງເທົ່ານັ້ນ, ຫາກຍັງໃນດ້ານເສດຖະກິດ, ການພັດທະນາ ແລະ ຄວາມໝັ້ນຄົງອີກດ້ວຍ. ກ່ຽວກັບດ້ານການເງິນ, ຜູ້ນຳໜ້າ ສປຊ ເນັ້ນໜັກເຖິງຄວາມຕ້ອງການມອບໃຫ້ບັນດາປະເທດພວມພັດທະນາມີສຽງເວົ້າແຮງກວ່າ ໃນບັນດາກົນໄກການເງິນທົ່ວໂລກ. ກ່ຽວກັບດ້ານຄວາມໝັ້ນຄົງ, ການເມືອງ, ທ່ານ ເລຂາທິການໃຫຍ່ ສປຊ ກໍ່ໄດ້ສະໜັບສະໜູນເລື່ອງ ອາຟະລິກາ ມີສຽງເວົ້າເທົ່າທຽມກັບບັນດາທະວີບອື່ນ ຢູ່ໃນທຸກລະດັບການຄຸ້ມຄອງບໍລິຫານທົ່ວໂລກ:
ດ້ວຍເລື່ອງບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ສ່ວນຫຼາຍໄດ້ປະຕິດບັດຢູ່ ອາຟະລິກາ ແລະ ຫຼາຍເປົ້າໝາຍປະຕິຮູບທີ່ພວກຂ້າພະເຈົ້າໄດ້ຍົກອອກມານັ້ນ ບໍ່ພຽງແຕ່ໃນດ້ານເສດຖະກິດເທົ່ານັ້ນ, ຫາກຍັງແມ່ນດ້ານການເງິນ ແລະ ບັນດາການກຳນົດລະບຽບສາກົນ, ສອດຄ່ອງກັບບັນດາຜົນປະໂຫຍດຂອງ ອາຟະລິກາ ອີກດ້ວຍ, ຄວາມຈຳເປັນໃນປະຈຸບັນແມ່ນມອບໃຫ້ ອາຟະລິກາ ມີສຽງເວົ້າຢູ່ທຸກກົນໄກ, ໃນນັ້ນຈະແຈ້ງທີ່ສຸດແມ່ນຢູ່ສະພາຄວາມໝັ້ນຄົງ ສປຊ. ເລື່ອງ ອາຟະລິກາ ບໍ່ມີຜູ້ຕາງໜ້າປະຈຳຢູ່ ສະພາຄວາມໝັ້ນຄົງ ສປຊ ຕ້ອງໄດ້ຮັບການປັບປຸງຍິ່ງໄວກໍ່ຍິ່ງດີ.
ໂດຍໄດ້ສະແດງໃຫ້ເຫັນໃນຄວາມຕັດສິນໃຈສ້າງສຽງເວົ້າດ້ານຄວາມໝັ້ນຄົງ-ການເມືອງໃໝ່ໃຫ້ແກ່ ອາຟະລິກາ, ທີ່ກອງປະຊຸມສຸດຍອດຢູ່ Luanda, AU ແລະ EU ໄດ້ອອກຖະແຫຼງການຮ່ວມກ່ຽວກັບບັນດາການປະທະກັນໃຫຍ່ໃນໂລກ ກໍ່ຄືຄຳໝັ້ນສັນຍາລະຫວ່າງສອງຝ່າຍກ່ຽວກັບການປົກປ້ອງລັດທິຫຼາຍຝ່າຍ, ຊຸກຍູ້ບັນດາຄວາມມານະພະຍາຍາມສ້າງສັນຕິພາບທົ່ວໂລກ./.