(VOVWORLD) - ວັນທີ 4 ກໍລະກົດ, ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ Brazil Lula da Silva, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS (ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ) ເປີດກ້ວາງປີ 2025 ແລະ ເຄື່ອນໄຫວສອງຝ່າຍຢູ່ສາທາລະນະລັດ ສະຫະພັນ Brazil. ນີ້ແມ່ນການເຄື່ອນໄຫວທາງການທູດທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີນີ້, ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການຮ່ວມມືສາກົນເທົ່ານັ້ນ, ຫາກຍັງຢັ້ງຢືນສຽງເວົ້າຂອງບັນດາປະເທດພວມພັດທະນາອີກດ້ວຍ, ເປີດໂອກາດມຸ່ງໄປເຖິງບັນດາຕະຫຼາດໃໝ່ ໃນສະພາບການທີ່ການຄ້າທົ່ວໂລກມີການຜັນແປຫຼາຍຢ່າງ.
ການໄປປະຕິບັດງານຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແມ່ນເພື່ອແນໃສ່ຫັນເປັນລະອຽດ, ຜັນຂະຫຍາຍແນວທາງການຕ່າງປະເທດຂອງ ຫວຽດນາມ, ພ້ອມທັງແມ່ນການເຄື່ອນໄຫວທີ່ສຳຄັນທີ່ສຸດ ເພື່ອຜັນຂະຫຍາຍບັນດາໜ້າທີ່, ເປົ້າໝາຍໃນມະຕິເລກທີ 59 ຂອງກົມການເມືອງ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່.
ປັບປຸງຂົວຕໍ່ຮ່ວມມືກັບ ອາເມລິກາລາຕິນ
ເລື່ອງເຂົ້າຮ່ວມກອງປະຊຸມສຸດຍອດ BRICS 2025 ດ້ວຍຖານະແມ່ນປະເທດຄູ່ຮ່ວມມື ໄດ້ຊ່ວຍໃຫ້ ຫວຽດນາມ ມີເວທີປາໄສໜຶ່ງຕື່ມອີກ ເພື່ອແບ່ງປັນທັດສະນະ, ບົດຮຽນປະສົບການ ແລະ ພ້ອມກັນແກ້ໄຂບັນດາບັນຫາທົ່ວໂລກ, ພິເສດແມ່ນບັນດາບັນຫາກ່ຽວຂ້ອງເຖິງການພັດທະນາເສດຖະກິດ, ການຄ້າ, ການລົງທຶນ ແລະ ຄວາມສະຫງົບປອດໄພສາກົນ.
ດ້ວຍຫົວເລື່ອງຂອງກອງປະຊຸມສຸດຍອດ BRICS 2025 ແມ່ນ “ຊຸກຍູ້ການຮ່ວມມືຝ່າຍໃຕ້ເພື່ອການບໍລິຫານກວມລວມ ແລະ ຍືນຍົງ” ນັ້ນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ນາງ ຫງວຽນມິນຮັ່ງ ຢືນຢັນວ່າ:
ນີ້ກໍ່ແມ່ນຫົວເລື່ອງໄດ້ຕອບສະໜອງຜົນປະໂຫຍດຂອງບັນດາປະເທດພວມພັດທະນາໃນໄລຍະປະຈຸບັນຢ່າງຖືກຕ້ອງ. ທ່ານນາຍົກລັດຖະມົນຕີຈະພ້ອມກັບບັນດາການນຳ, ບັນດາປະເທດ BRICS, ບັນດາປະເທດຄູ່ຮ່ວມມື, ປະເທດແຂກຖືກເຊີນ ປຶກສາຫາລືບັນດາມາດຕະການເພື່ອຊຸກຍູ້ການຮ່ວມມືສາມັກຄີສາກົນ, ຊຸກຍູ້ການຮ່ວມມືຝ່າຍໃຕ້ ແນໃສ່ສ້າງລະບົບບໍລິຫານທົ່ວໂລກທີ່ຈະແຈ້ງ, ກວມລວມ, ຍືນຍົງ ແລະ ຕອບສະໜອງຜົນປະໂຫຍດຂອງບັນດາປະເທດໃນປະຊາຄົມສາກົນ ໂດຍສະເພາະແມ່ນບັນດາປະເທດພວມພັດທະນາ ໃຫ້ເປັນຢ່າງດີກ່ວາ.
ເລື່ອງ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກ້ວາງຄັ້ງນີ້ ຍັງໄດ້ຊ່ວຍ ຫວຽດນາມ ມີໂອກາດເປີດກວ້າງການຮ່ວມມືກັບບັນດາປະເທດສະມາຊິກ BRIC ກໍ່ຄືປະເທດອື່ນໆ, ໂດຍສະເພາະແມ່ນຕະຫຼາດ ອາເມລິກາໃຕ້ທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ທີ່ພິທີເປີດສະຫຼອງຢູ່ສະຖານທູດ Argentina ປະຈຳ ຮ່າໂນ້ຍ ເມື່ອວັນທີ 1 ກໍລະກົດ ທີ່ຜ່ານມາ, ທ່ານຮອງລັດຖະມົນຕີ Agustín Tejeda Rodriguez, ໄດ້ເນັ້ນໜັກເຖິງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ:
ການພົວພັນດ້ານເສດຖະກິດ ການຄ້າລະຫວ່າງ Argentina ແລະ ຫວຽດນາມ ໃນຊຸມປີຜ່ານມາ ໄດ້ມີການເຕີບໂຕຢ່າງແຮງ, ແຕ່ເຖິງແນວນັ້ນກໍ່ຕາມ, ສອງປະເທດຍັງຢູ່ໄກ ເມື່ອທຽບກັບຄວາມສາມາດບົ່ມຊ້ອນພັດທະນາຂອງຕົນ. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າຢາກຮ່ວມມືກັບ ຫວຽດນາມ, ຮ່ວມມືເພື່ອລົບລ້າງ ຫຼືຫລຸດຜ່ອນບັນດາຮົ້ວກີດຂວາງ, ສິ່ງກີດຂວາງໃຫ້ແກ່ການຄ້າ ການລົງທຶນລະຫວ່າງສອງປະເທດ, ໂດຍສະເພາະແມ່ນດ້ານການຄ້າ
ຄວາມໝາຍສຳຄັນດ້ານພົວພັນສອງຝ່າຍ
ການພົວພັນລະຫວ່າງ ຫວຽດນາມ ແລະ Brazil ພວມພັດທະນາຢ່າງດີງາມ ໃນຂອບເຂດຄູ່ຮ່ວມມືຍຸດທະສາດ. ນີ້ແມ່ນການໄປປະຕິບັດງານຢູ່ Brazil ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ, ພາຍຫຼັງທີ່ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດເມື່ອເດືອນພະຈິກ ປີ 2024. ການໄປປະຕິດບັດງານຄັ້ງນີ້ກໍ່ແມ່ນຂີດໝາຍ 3 ປີຢ່າງລຽນຕິດ ທີ່ການນຳລັດຖະບານຫວຽດນາມ ໄປຢ້ຽມຢາມ Brazil, ພື້ນຖານເສດຖະກິດໃຫ່ຍກ່ວາໝູ່ໃນພາກພື້ນ ອາເມລິກາລາຕິນ ແລະ ເປັນ top 3 ໃນທະວີບ ອາເມລິກາ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ນາງ ຫງວຽນມິນຮັ່ງ ຢືນຢັນວ່າ:
ການຢ້ຽມຢາມຄັ້ງນີ້ຈະຊຸກຍູ້ບັນດາໝາກຜົນລະອຽດກ່ຽວກັບການເປີດປະຕູຕະຫຼາດ ສຳລັບບັນດາຜະລິດຕະພັນ ແລະ ສິນຄ້າຂອງສອງຝ່າຍໃຫ້ຫຼາຍກ່ວາອີກ. ນີ້ແມ່ນໝາກຜົນທີ່ສຳຄັນທີ່ສຸດ ໃນສະພາບການທີ່ ຫວຽດນາມ ພວມຍູ້ແຮງການຫັນຕະຫຼາດ, ຜະລິດຕະພັນ, ລະບົບສະໜອງເປັນຫຼາຍຮູບຫຼາຍແບບ. Brazil ແມ່ນຕະຫຼາດໃຫຍ່ທີ່ສຸດສຳລັບສິນຄ້າສົ່ງອອກຂອງ ຫວຽດນາມ.
ໃນສະພາບການນັ້ນ, ການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ໄດ້ເປັນການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ-Brazil. ສິ່ງສຳຄັນກ່ວາ ນັ້ນແມ່ນ ການຢ້ຽມຢາມ ໄດ້ປະກອບສ່ວນຊຸກຍູ້ການພົວພັນຂອງ ຫວຽດນາມ ກັບຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນທີ່ຍັງໃຫ່ຍຫຼວງຢູ່ພາກພື້ນ ອາເມລິກາ ລາຕິນ ແລະ ພາກພື້ນ Caribe. ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີກໍ່ສືບຕໍ່ຍົກສູງ ທີ່ຕັ້ງບົດບາດຂອງ ຫວຽດນາມ ໃນບັນດາເວທີປາໄສຫຼາຍຝ່າຍກ່ວາອີກ, ຢັ້ງຢືນ “ຫວຽດນາມ ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ວາງໃຈ” ຂອງເພື່ອນມິດສາກົນ./.