ຫວຽດນາມ ແລະ ສົນທິສັນຍາກົດໝາຍທະເລປີ 1982

(vovworld) -  ປີ​ນີ້ ສະຫະ​ປະຊາ​ຊາດ (ສປຊ) ​ແລະ ບັນດາ​ປະ​ເທດ​ສະມາຊິກ​ລະນຶກ 30 ປີ​ແຫ່ງ​ວັນ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍທະ​ເລ​ປີ 1982 ຂອງ ສປຊ (UNCLOS 1982). ນັບ​ແຕ່​ໄດ້ຮັບການປະກາດໃຊ້ມາ​ຮອດ​ປະຈຸ​ບັນ, UNCLOS 1982 ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ໃຫ້ສົມບູນ​ແບບ ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ຂອງສະພາບ ຕົວ​ຈິງ. ​ໃນ​ສະພາບ​ການ​ທີມະນຸດນັບ​ມື້​ນັບ​ມຸ່ງ​ໄປ​ເຖິງ​ມະຫາ​ສະມຸດ, ຄວາມ​ຕ້ອງການ​ຂຸດ​ຄົ້ນ​ຜົນ​ປະ​ໂຫຍ​ດຈາກ​ຊັບພະຍາກອນ​ທະ​ເລ​ມີ​ຄວາມຈຳ​ເປັນ​ທີ່​ສຸດ, ດັ່ງ​ນັ້ນການ​ພິພາດ​ທີ່​ເກີດ​ຂຶ້ນລະຫວ່າງ​ປະ​ເທດ​ຕ່າງໆ​ແມ່ນຍາກ​ທີ່​ຈະຫລີກ​ລ້ຽງ​ໄດ້, UNCLOS 1982 ​ໄດ້​ກາຍ​ເປັນ​ເອກະສານ​ນິຕິ​ກຳ​ທີ່​ສຳຄັນ, ​​ແລະໄດ້​ຮັບ​ຖື​ວ່າ ​ແມ່ນ​ກົດ​ບັດ​ຂອງ​ໂລກ​ກ່ຽວ​ກັບ​ທະ​ເລ ​ແລະ ມະຫາ​ສະມຸດ. ສຳລັບ ຫວຽດນາມ, ນັບ​ແຕ່​ເມື່ອ​ໃຫ້​ສັດຕະຍາບັນ​ຫລື​ໃນ​ຕະຫລອດ​ຂະ​ບວນວິວັດ​ແຫ່ງ​ການ​ເຂົ້າ​ຮ່ວມ​ສົນທິສັນຍາ, ຍາມ​ໃດ ຫວຽດນາມ​ກໍ​ມີທັດສະນະ​ເຄົາລົບ ​ແລະ ປະຕິບັດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ສົນທິສັນຍາ​ໃນ​ກາ​ນ​ແກ້​ໄຂ​ການ​ພິພາດ​ບົນ​ທະ​ເລຢ່າງສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​.

ຫວຽດນາມ ແລະ ສົນທິສັນຍາກົດໝາຍທະເລປີ 1982 - ảnh 1
ແກ້​ໄຂ​ການ​ພິພາດຢູ່​ທະ​ເລ​ໂດຍ​ສັນຕິ​ວິທີ ທັງ​ແມ່ນ​ພັນທະ​ຂອງ​ບັນດາ​ປະ​ເທດສະມາຊິກຂອງ ສປຊ

        ສົນທິສັນ​ຍາ​ກົດໝາຍວ່າ​ດ້ວຍ​ທະ​ເລ​ປີ 1982 ລວມມີ:  320 ຂໍ້​ມາດຕາ ​ແລະ 9 ​ເອກະສານ​ຊ້ອນ​ທ້າຍ, ກຳນົດ​ຢ່າງຮອບດ້ານ​ກົດ​ລະບຽບ​ນິຕິ​ກຳຂອງ​ບັນດາ​ເຂດ​ທະ​ເລ​ທີ່ຂຶ້ນ​ກັບ​ອະທິປະ​ໄຕ ​ແລະ ສິດ​ອະທິປະ​ໄຕ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ​ກໍ​ຄື​ກົດ​ລະບຽບ​ນິຕິ​ກຳ​ຂອງ​​ເຂດ​ທະ​ເລ​ສາກົນ ​ແລະ ພື້ນທະ​ເລ​ສາກົນ. ພ້ອມ​ກັນ​ນັ້ນ, ສົນທິສັນຍາ​ກໍກຳນົດ​ສ້າງ​ຕັ້ງ​ກົນ​ໄກ​ສາກົນ​ທີ່​ສຳຄັນ​ຫລາຍ​ສະບັບ​ທີ່ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຢູ່​ທະ​ເລ ​ແລະ ມະຫາ​ສະຫມຸດ ຄື: ສານ​ສາກົນ​ກ່ຽວ​ກັບກົດໝາຍວ່າ​ດ້ວຍ​ທະ​ເລ, ອົງການ​​ສິດ​ອຳນາດ​ສາກົນ​ກ່ຽວ​ກັບ​ພື້ນມະຫາ​ສະໝຸດ, ຄະນະ​ກຳມະການ​ເຂດ​ຂັ້ນ​ໄຫ​ວ່ທະວີບ. ພິ​ເສດ, ກ່ຽວຂ້ອງ​ເຖິງ​ການ​ພິພາດທີ່​ອາດ​ຈະ​ເກີດ​ຂຶ້ນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ, ສົນ​ທິສັນຍາ​ກົດໝາຍວ່າ​ດ້ວຍ​ທະ​ເລ​ປີ 1982 ຮຽກຮ້ອງ​​ໃຫ້ບັນດາ​ປະ​ເທດ​ສະມາຊິກ​ແກ້​ໄຂ​ທຸກ​ການ​ພິພາດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ອະທິ​ບາຍ​ຫລື​ນຳ​ໃຊ້​ສົນທິສັນຍາ​​ໂດຍສັນຕິ​ວິທີຕາມ​ກຳນົດ​ຂອງ​ກົດ​ບັດ ສປຊ. ມາ​ຮອດ​ປະຈຸ​ບັນ, ມີ 162 ປະ​ເທດ​ສະມາຊິກ​ ຢູ່ ອາຊີ, ອາ​ຟຼິກາ, ​ເອີ​ລົບ, ທະວີບອາ​ເມ​ລິ​ກາ ​ແລະ ທະວີບ​ໂອ​ເຊ​ອາ​ນີ​ເຂົ້າ​ຮ່ວມ​ສົນທິສັນຍາ.

        ​ໂດຍ​ແມ່ນ​ປະ​ເທດ​ແຄມ​ທະ​ເລ, ນັບ​ແຕ່​ຊຸມ​ມື້​ທຳ​ອິດ, ຫວຽດນາມ ​ໄດ້​ຕັ້ງຫນ້າ​ເຂົ້າ​ຮ່ວມ​ວິວັດທະນາ​ການ​ເຈລະຈາ​ກ່ຽວ​ກັບ​ແຜນ​ຮ່າງ UNCLOS 1982. ພາຍຫລັງ UNCLOS 1982 ​ໄດ້​ຮັບ​ການ​ຮັບ​ຮອງ​​ເອົາ, ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ທຳ​ອິດ​ເຊັນ​ສົນທິສັນຍາ ​ແລະ ວັນ​ທີ 23/6/1994, ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຕົກລົງ​ໃຫ້​ສັດຕະຍາບັນ​ເອກະສານ​ນິຕິ​ກຳ​ທີ່​ສຳຄັນ​ນີ້. ​ເມື່ອ​ອະທິບາຍ​ໃຫ້​ແກ່​ການ​ລົງ​ນາມ​ໃນ UNCLOS 1982,​ ທ່ານ  Le Hoai Trung ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ​, ​ເອກ​ອັກຄະ​ລັດ​ຖະທູດ, ຫົວຫນ້າ​ຄະນະ​ຜູ້ຕາງຫນ້າ​ຂອງ​ຫວຽດນາມ  ປະຈຳ ສປຊ ຖື​ວ່າ:

        “ ສປຊ ​ແມ່ນ​ເວທີ​ປາ​ໄສ​ທົ່ວ​ໂລກ, ​ແມ່ນ​ເວທີ​ປາ​​ໄສ​​ໃຫຍ່​ສຸດ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາປະ​ເທດ​​ເກືອບ​ທັງ​ໝົດ​ຢູ່​ໃນ​ໂລກ ​ແລະ ສປຊ ​ເຄື່ອນ​ໄຫວ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສາກ​ົນ, ມີ​ຜົນ​ກະທົບ​ເຖິງ​ຊີວິດ​ສາກົນ ​ແລະ ຂອງ​ແຕ່ລະ​ປະ​ເທດ. ບັນດາ​ບັນຫາ​ຊຶ່ງ ຫວຽດນາມ ພວມ​ສົນ​​ໃຈ​ເພື່ອ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ, ສປຊ ກໍ​ແມ່ນ​ເວທີ​ປາ​ໄສ​ສຳຄັນ​ເພື່ອ​ປະຕິບັດ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕົນ. ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍທະ​ເລ​ປີ 1982 ​​ເໝາະ​ສົມ​ກັບ ຫວຽດນາມ, ນັ້ນ​ແມ່ນ ຍາມ​ໃດ​ຫວຽດນາມ ກໍ​ເຊີ​ດຊູ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ.”

        ດ້ວຍ​ແຜນ​ນະ​ໂຍບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ໃນ​ຕະຫລອດ 18 ປີ ທີ່ເປັນ​ສະມາຊິກ​ຂອງ​ສົນທິສັນຍາ​ດັ່ງກ່າວ, ຫວຽດນາມ ​ໄດ້​ຕັ້ງຫນ້າ​ເຂົ້າ​ຮ່ວມ​ທຸກ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ບັນດາ​ກົນ​ໄກ​ສາກົນ​ຕາມ​ສົນທິສັນຍາ. ຫວຽດນາມ ​ໄດ້​ຮັບ​ເລືອກ​ເປັນ​ຮອງ​ປະທານ​ສະມັດຊາ​ໃຫຍ່​ອົງການ​ມີ​ສິດ​ອຳນາດ​ສາກົນ​ກ່ຽວກັບ​ພື້ນທະ​ເລ ​ແລະ ສະມາຊິກ​ຂອງ​ສະພາ​ອົງການ​ສິດ​ອຳນາດ. ​ໃນບັນດາ​ເວທີ​ປາ​ໄສ​ທີ່ກ່ຽວຂ້ອງ, ຍາມ​ໃດ ຫວຽດນາມ​ກໍ​ຢືນຢັນ​ວ່າ: ​ໃນ​ການ​ຂຸດ​ຄົ້ນ​ທະ​ເລ, ບັນດາ​ປະ​ເທດ​ຕ້ອງ​ປະຕິບັດ​ຕາມ​ຂໍ້​ກຳນົດ​ໃນ​ສົນທິສັນຍາ, ປະຕິບັດ​ສິດ ​ແລະ ພັນທະ​ຕາມ​ສົນທິສັນຍາ​ຢ່າງ​ຄົບ​ຖ້ວນ. ຫວຽດນາມ ກໍ​ໄດ້​ຢືນຢັນ​ເປັນ​ຫລາຍ​ຄັ້ງ​ວ່າ: ​ໂດຍ​ແມ່ນ​ປະ​ເທດ​ແຄມ​ທະ​ເລ, ຫວຽດນາມ ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ບັນດາ​ເຂດ​ທະ​ເລ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕ ​ແລະ ສິດ​ອະທິ​ດປະ​ໄຕ​ຂອງ​ຕົນ​ເພື່ອ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ​ໃນ​ຂະນະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຍາມ​ໃດ ຫວຽດນາມ ກໍ​ປະຕິບັດ​ຕາມ​ຂໍ້​ກຳນົດ​ຂອງ​ສົນທິສັນຍາ, ​ເຄົາລົບ​ສິດ​ຂອງ​ບັນດາ​ປະ​ເທດ​ອື່ນ​ ຢ່າງຖືກຕ້ອງ​ກັບ​ບັນດາ​ຂໍ້​ກຳນົດ​ຂອງ​ສົນທິສັນຍາ. ພ້ອມ​ກັນ​ນັ້ນ ຫວຽດນາມ ກໍ​ສະ​ເຫ​ນີ​ໃຫ້​ບັນດາ​ປະ​ເທດ​ແຄມ​ທະ​ເລ​ຕາ​ເວັນ​ອອກ ​ແລະ ບັນດາ​ປະ​ເທດ​ອື່ນໆ ຈົ່ງ​ເຄົາລົບ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຫວຽດນາມ ຢູ່ ທະ​ເລ​ຕ​າ​ເວັນ​ອອກ. ສຳລັບ​ກໍລະນີ​ລະ​ເມີດ​ສິດ​ອະທິປະ​ໄຕ​ຂອງ ຫວຽດນາມ ທີ່​ມີ​ຕໍ່​ໄຫລ່​ທະວີບ ​ແລະ ​ເຂດ​ເສດຖະກິດ​ພິ​ເສດ​ຂອງ​ຕົນຢ່າງ​ຮ້າຍ​ແຮງ, ຫວຽດນາມ ​ເດັດດ່ຽວ​ຕໍ່ສູ້​ຜ່ານ​ການເຈລະຈາທາງ​ການ​ທູດ​ຂັ້ນ​ຕ່າ​ງໆ​ເພື່ອ​ປົກ​ປັກ​ຮັກສາ​ສິດ​ອະທິປະ​ໄຕ​ຂອງ​ຕົນ.

        ​ໂດຍອີງ​ໃສ່​ບັນດາ​ຂໍ້​ກຳນົດ​ຂອງ UNCLOS 1982, ມາ​ຮອດ​ປະຈຸ​ບັນ ຫວຽດນາມ ກໍ​ດຳ​ເນີນ​ການ​ເຈລະຈາ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ພິພາດ​ຈຳນວນ​ຫນຶ່ງ​ກ່ຽວກັບ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫລ່ທະວີບ. ທ່ານ  Le Hoai Trung ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຫວຽດນາມ ຊີ້​ແຈງ​ທັດສະນະ, ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ​​ໃນ​ເລື່ອງ ພ້ອມ​ກັບ​ບັນດາ​ປະ​ເທດ​ປະຕິບັດ​ກົດໝາຍ​ສາກົນ​ຢ່າງ​ເຂັ້ມ​ງວດ, ​ແກ້​ໄຂ​ການ​ພິພາດ, ການ​ຂີດ​ຂັ້ນ​ຊາຍ​ແດນ​ທາງທະ​ເລ, ກຳນົດເຂດຊອ້ນກັນ, ສະ​ແດງ​ໃຫ້​ເຫັນ​ນະ​ໂຍບາຍ​ຂອງ ຫວຽດນາມ ​ແມ່ນ​ມີ​ເຈດ​ຕະນາ​ດີ ​ແລະ ​ປະຕິ​ບັດ​ກົດໝາຍ​ສາກົນ​,​ ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍທະ​ເລ​ຂອງ ສປຊ ຢ່າງ​ເຂັ້ມ​ງວດ, ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ໃນ​ບັນຫາ​ຮ່ວມ​ມື​ກໍ​ຄື​ແກ້​ໄຂ​ບັນດາ​ການ​ພິພາດ​ບົນ​ທະ​ເລ. ຫວຽດນາມ ກໍ​ປາດ​ຖະຫນາຢາກໃຫ້ທຸກ​ປະ​ເທດ​ພ້ອມ​ກັນ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນ​ທີ່​ຍັງ​​ຄົງຄ້າງ​​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ທາງ​ດ້ານ​ກົດໝາຍ, ​ໃນ​ນັ້ນ ມີ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍທະ​ເລຂອງ ສປຊ ປີ 1982”

         ແກ້​ໄຂ​ການ​ພິພາດຢູ່​ທະ​ເລ​ໂດຍ​ສັນຕິ​ວິທີ ທັງ​ແມ່ນ​ພັນທະ​ຂອງ​ບັນດາ​ປະ​ເທດສະມາຊິກຂອງ ສປຊ ຕາມ​ການ​ກຳນົດ​ຂອງ​ກົດ​ບັດ ທັງ​ແມ່ນ​ພັນທະ​ຕາມ​ສົນທິສັນຍາ​ກົດໝາ​ຍວ່າ​ດ້ວຍທະ​ເລ​ປີ 1982. ດ້ວຍ​ຈິດ​ໃຈ​ດັ່ງກ່າວ, ຫວຽດນາມ ​ໄດ້, ພວມ ​ແລະ ຈະ​ສືບ​ຕໍ່​​ເຄື່ອນ​ໄຫວ​ຕາມ​ແຜນ​ນະ​ໂຍບາຍ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍທະ​ເລ​ປີ 1982 ພ້ອມ​ທັງ ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ອື່ນ ຈົ່ງ​​ປະຕິບັດ​​ພັນທະນີ້. ຫລັກ​ໝັ້ນ​ດັ່ງກ່າວ​ຂອງ ຫວຽດນາມ ພວມ​ໄດ້​ຮັບ​ການ​ສະຫນັບສະຫນູນ​ຢ່າງ​ກວ້າງຂວາງ​ຈາກປະຊາ​ຄົມ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ