ຫວຽດນາມຕັ້ງໜ້າຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າອາຊຽນ-ຈີນ

(vovworld) –  ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ລັດຖະບານ​ປະ​ເທດ ສປ ຈີນ ​ແລະ ອຳນາດ​ການ​ປົກຄອງ​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ​ຂອງ​ຊົນ​ເຜົ່າຈວາງ, ​ແຂວງ​ກວາງຊີ, ປະ​ເທດ​ຈີນ. ວັນ​ທີ 3/9, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ອາ​ຊຽນ-ຈີນ ຄັ້ງ​ທີ 10 ຢູ່​ໜານ​ໜິງ, ​ແຂວງ​ກວາງຊີ, ປະ​ເທດ​ຈີນ. ການ​ເຂົ້າ​ຮ່ວມ​ເຫດການ​ຕ່າງໆ​ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ໋ຢຸງ ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດນາມ ​ຊຸກຍູ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອາ​ຊຽນ-ຈີນ​ຢ່າງ​ຕັ້ງໜ້າ, ພ້ອມ​ທັງ​ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ ໃນ​ການ​ຊອກ​ຫາ, ​ເປີດ​ກວ້າງ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫຼາດ​ຈີນ. 

ຫວຽດນາມຕັ້ງໜ້າຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າອາຊຽນ-ຈີນ - ảnh 1ຫວຽດນາມຕັ້ງໜ້າຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າອາຊຽນ-ຈີນ - ảnh 2

ຫວຽດນາມຕັ້ງໜ້າຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າອາຊຽນ-ຈີນ - ảnh 3

        ​ໂດຍ​ດຳ​ເນີນ​ໄປ​ໃນ​ສະຖານະ​ການ​ທີ່ອາ​ຊຽນ ​ແລະ ຈີນ ສະ​ເຫຼີ​ມສະຫຼອງ 22 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ, ງານ​ຕະຫລາດນັດ ຈີນ - ອາ​ຊຽນ (CAEXPO) ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ​, ການ​ຄ້າ ຈີນ - ອາ​ຊຽນ (CABIS) ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ “ພັດທະນາ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ - ກາລະ​ໂອກາດ​ໃໝ່, ກຳລັງ​ໜູນ​ໃໝ່, ​ໄລຍະ​ໃໝ່“ ສືບ​ຕໍ່​ສ້າງ​ຂີດ​ໝາຍສຳຄັນເພື່ອ​ນຳ​ການ​ພົວພັນ​ດ້ານ​ເສດຖະກິດ, ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ຂຶ້ນ​ສູ່​ບາດກ້າວ​ພັດທະນາ​ໃໝ່. ມາ​ຮອດ​ປະຈຸ​ບັນ, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງອາ​ຊຽນ - ຈີນ ມີ​ບາດກ້າວ​ກະ​ໂດດ​ຂັ້ນ ຈາກ​ກວ່າ 54 ຕຶ້ USD ​ໃນ​ປີ 2002 ​ໄດ້​ຂຶ້ນ​ເຖິງ 400 ຕຶ້ USD ​ໃນ​ປີ 2012, ດ້ວຍ​ລະດັບ​ເຕີບ​ໂຕ​ສະ​ເລ່ຍໃນ​ແຕ່ລະ​ປີບັນລຸ 22%. ​ໃນ 10 ປີຜ່ານມາ, ການ​ລົງທຶນ​ສອງ​ຝ່າຍ​ໄດ້​ລື່ນ​ກາຍ​ລະດັບ 70 ຕຶ້ USD. ສອງ​ຝ່າຍ​ໄດ້​ວາງ​ຈຸດໝາຍ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້ບັນລຸ​​ 500 ຕຶ້ USD ​ໃນ​ປີ 2015. ​ໃນ​ສະຖານະ​ການ​ທີ່​ຈີນ ພວມ​ປະຕິບັດ​ແຜນການ 5 ປີ ຄັ້ງ​ທີ 12 ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ພວມ​ຍູ້​ໄວ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນນັ້ນ, ກາລະ​ໂອກາດ​ຮ່ວມ​ມື​ດ້ານ​ການ​ຄ້າ​ອາ​ຊຽນ - ຈີນ ​ແມ່ນ​ຫຼາຍ​ທີ່​ສຸດ. ​ແຕ່​ເພື່ອ​ໝູນ​ໃຊ້​ກົນ​ໄກ​ການ​ຮ່ວມ​ມື​ນີ້​ຢ່າງ​ມີ​ປະສິດທິ​ຜົນ, ຕາມ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ຟ້າ​ມກວາງ​ວິ​ງ ​ແລ້ວ, ຈຳ​ເປັນ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ທີ່​ສຸດ​ຈາກ​ສອງ​ຝ່າຍ.

        “​ເພື່ອ​ສາມາດ​ນຳ​ໃຊ້​ບັນດາ​ເງື່ອນ​ໄຂ​ເຊິ່ງ FDA ພາກ​ພື້ນ​ນີ້ນຳ​ມາ​ໃຫ້ນັ້ນ ​ແມ່ນ​ຕ້ອງອີງ​ໃສ່ຄວາມ​ມານະ​ພະຍາຍາມ​ຂອງ​ແຕ່ລະ​ປະ​ເທດ, ​ເພາະວ່າ​ບໍ່​ແມ່ນ​ປະ​ເທດ​ສະມາຊິກ​ໃດ​ໃນອາ​ຊຽນ ກໍ່​ມີ​ລະດັບ​ພັດທະນາ​ເສດຖະກິດ​​ຄື​ກັນ. ຍ້ອນ​ເຫດ​ນັ້ນ, ​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ​ຕ້ອງ​ມີ​ບັນດາ​ລາຍການ​ໜູນ​ຊ່ວຍ​ບັນດາ​ປະ​ເທດ​ດ້ອຍ​ພັດທະນາ​ທາງ​ດ້ານ​ເສດຖະກິດ. ການ​ເຊື່ອມ​ໂຍງ​ບໍ່​ພຽງ​ແຕ່​ເພື່ອ​ນຳ​ເອົາ​ສິນຄ້າ​ເຂົ້າ​ເທົ່າ​ນັ້ນ, ຫາກ​ຕ້ອງຍາດ​ແຍ່ງ​ກາລະໂອກາດ​ເພື່ອ​ຍົກລະ​ດັບ​ພັດທະນາ​ເສດຖະກິດ, ລະດັບ​ຜະລິດ​ສິນຄ້າ​ໃຫ້ພັດທະນາ​​ສູງ​ກວ່າ​ອີກ​ດ້ວຍ, ພິ​ເສດ​ແມ່ນ​ການ​ນຳ​ໃຊ້​ວິທະຍາສາດ​ເຕັກນິກ​ເຕັກ​ໂນ​ໂລ​ຢີ“.

        ​ໂດຍ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ​ອາ​ຊຽນ, ຍາມ​ໃດ​ຫວຽດນາມ ​ກໍ່​ມານະ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ - ຈີນ, ທັດສະນະ​ຂອງ​ຫວຽດນາມ ​ແມ່ນ ​ເພີ່ມ​ທະວີ​ຊຸກຍູ້​ການ​ຮ່ວມ​ມື​ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ຝ່າຍ​ຕ່າງໆ​ເທົ່າ​ນັ້ນ ຫາກ​ຍັງ​ເພື່ອ​ຄວາມ​ວັດທະນາ​ຖາວອນ​ລວມຂອງ​ພາກ​ພື້ນ​ອີກ​ດ້ວຍ. ຫວຽດນາມ ​ພວມ​ມານະ​ພະຍາຍາມ​ພ້ອມ​ກັບບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຈີນ​ຊຸກຍູ້​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ສອງ​ຝ່າຍ​ໃຫ້​ພັດທະນາ​ຢ່າງ​ແຮງ​ໃນ​ທຸກ​ຂົງ​ເຂດ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ວິ​ງ ຢືນຢັນ​ວ່າ:

        “​ໃນ​ໄລຍະ​ຜ່ານ​ມາ, ​ດ້ວຍ​ທ່າ​ພັດທະນາ​ໃໝ່​ຂອງ​ຕົນ, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດຖະກິດ​ເວົ້າ​ລວມ ​ແລະ ​ເສດຖະກິດ​ພາກ​ພື້ນ​ເວົ້າ​ສະ​ເພາະ. ພວກ​ເຮົາ​ໄດ້​​ເຊື່ອມ​ໂຍງ​​ດີ​ທີ່​ສຸດກັບ​ອາ​ຊຽນ ​ແລະ ປະຈຸ​ບັນ, ຫວຽດນາມ ​ພວມ​ໄດ້​ຮັບ​ຖື​ວ່າ​ ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ປະຕິບັດ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ສຳລັບ​ປະ​ເທດ​ສະມາຊິກ​ ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ເສດຖະກິດ​ດີ​ທີ່​ສຸດ. ນີ້​​ແມ່ນພື້ນຖານ ​ເພື່ອ​ໃຫ້​ຫວຽດນາມ​ເຊື່ອມ​ໂຍງ​ດີ​ທີ່​ສຸດ​ໃນ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ, ​ໃນ​ນັ້ນ​ມີ​ຈີນ

ສຳລັບ​ຫວຽດນາມ ​ເວົ້າ​ສະ​ເພາະ, ​ເລື່ອງ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ຄັ້ງ​ນີ້​ໄດ້​ນຳ​ມາ​ເຊິ່ງຄຸນຄ່າຫລາຍ​ຢ່າງ. ກ່ອນ​ອື່ນ​ໝົດ, ​ແຂວງ ກວາງຊີ ​ແມ່ນ​ທ້ອງ​ຖິ່ນ​ຂອງ​ຈີນ ມີ​ເສັ້ນ​ຊາຍ​ແດນ​ທາງບົກຕິດ​ຈອດກັບ 4 ​ແຂວງ​ຊາຍ​ແດນທາງ​ພາກ​ເຫນືອ​ຂອງ​ຫວຽດນາມ. ທີ່​ງານ​ຕະຫລາດນັດ​ຄັ້ງ​ນີ້ ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ດ້ວຍ​ຂອບ​ຂະຫນາດ​ໃຫຍ່        ຊື່​ງລວມມີ​ຮ້ານ​ວາງສະ​ແດງ​ສິນຄ້າ 200 ຮ້ານ ​ແລະ ວິ​ສາ​ຫະກິດ 110 ​ແຫ່ງ, ນຳ​ຫນ້າ​ໃນ​ຈຳນວນ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ສາກົນ ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ. ປີ 2012, ຕາມ​ບົດ​ລາຍ​ງານ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ທີ່​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ, ຄຸນ​ນະພາ​ບ ​ແລະ ຈຳນວນ​ທຸລະ​ກຳ​ດ້ານ​ການ​ຄ້າ​ ລ້ວນ​ແຕ່ເພີ່ມ​ຂຶ້ນ, ຍອດ​ມູນ​ຄ່າ​ທຸລະ​ກຳ ​ແລະ ສັນຍາ​ການ​ຄ້າ​ຮ່ວມ​ມື​ລົງທຶນ​ທີ່​ງານ​ຕະຫລາດນັດ​ບັນລຸ​ກວ່າ 90 ລ້ານ USD. ຍອດ​ວົງ​ເງິນ​ສົ່ງ​ອອກ​ລະຫວ່າງ ຫວຽດນາມ ​ແລະ ​ແຂວງ​ກວາງຊີ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ເພີ່ມ​ຂຶ້ນ​ກວ່າ 20%. ​ໃນ​ຂະນະ​ນັ້ນ ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ ຈີນ ​ແລະ ຫວຽດນາມ ກໍ​ພັດທະນາ​ຢ່າງ​ວ່ອງ​ໄວ.

        ​ເລື່ອງ​ເຂົ້າ​ຮ່ວມ​ງານ​ຕະຫລາດນັດ​ ອາ​ຊຽນ - ຈີນ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ລົງທຶນ ການ​ຄ້າ ອາ​ຊຽນ - ຈີນ ຄັ້ງ​ນີ້​ຂອງ​ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ກໍ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຢືນຢັນ​ຢ່າງ​ຈະ​ແຈ້ງ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ ຫວຽດນາມ ​ແມ່ນ​ຖື​ ​ການ​ພັດທະນາ​ການ​ພົວພັນ​ບ້ານ​ໃກ້​ເຮືອ​ນຄຽງ​ມິດຕະພາບ, ການ​ຮ່ວມ​ມື​ຮອບດ້ານ​ກັບ​ຈີນ ເປັນ​ສຳຄັນ ພ້ອມ​ທັງ​ຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ​ເພື່ອ​ຊອກ​ຫາ ​ເປີດ​ກວ້າງ​ກາລະ​ໂອກາດ​ດຳ​ເນີນ​ທຸລ​ະກິດ​ຢູ່​ຕະຫລາດ​ຈີນ, ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຢູ່​ເຂດ​ຊາຍ​ແດນ​ຂອງ​ຈີນ ພິ​ເສດ​ກ່ຽວ​ກັບ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ກັບ​ແຂວງ ກວາງ​ຊີ. ດ້ວຍ​ສານ​ທີ່​ຕັ້ງຫນ້າ​ດັ່ງກ່າວ, ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ຮັບ​ຄວາມ​ມຸ່ງ​ຫວັງ​ວ່າ ຈະ​ບັນລຸ​ໝາກຜົນ​ອັນ​ດີງາມ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ​ຫວຽດນາມ ​ແລະ ຈີນ​ກວ່າ​ອີກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ