ຫວຽດນາມພ້ອມກັບອາຊຽນມຸ່ງໄປເຖິງອະນາຄົດ

vovworld)- ປີ 2013, ອາຊຽນ ບັນລຸໄດ້ຜົນງານສຳຄັນຫລາຍຢ່າງ, ນັບທັງການປະຕິບັດວິວັດທະນາ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ກໍ​ຄື​ປັບປຸງ, ​ເຮັດ​​ໃຫ້ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ​ເລິກ​ເຊິ່ງກວ່າ, ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ອາ​ຊຽນ​ໃນ​ໂລກ​ຫລາຍ​ຂົ້ວ. ​ເສີມ​ຂະຫຍາຍ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ຜົນ​ສຳ​ເລັດລວມຂອງ ອາ​ຊຽນ ປີ 2013, ປີ 2014 ຫວຽດນາມ ສືບ​ຕໍ່​ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ຊຸກຍູ້​ຄວາມ​ສາມັກຄີ, ການ​ຮ່ວມ​ມື ພ້ອມ​ກັບ​ອາ​ຊຽນ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ເພື່ອ​ນຳ​ອາ​ຊຽນກາຍ​ເປັນ​ປະຊາ​ຄົມ​ລວ​ມ​ໃນ​ປີ 2015.

ຫວຽດນາມພ້ອມກັບອາຊຽນມຸ່ງໄປເຖິງອະນາຄົດ - ảnh 1
ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມ
ຟ້າມບີງມີງ ແລະ ທ່ານ ຫວາງອີ, ລັດຖະມົນຕີການຕ່າງປະເທດຈີນ
ພາບ:TTXVN

        ອາດ​ຈະ​ເວົ້າ​ວ່າ ​ໃນ 18 ປີ​ທີ່​ເຂົ້າ​ເປັນ​ສະມາຊິກ​ຂອງ​ອາ​ຊຽນ, ປີ 2013 ​ແມ່ນ​ຈຸດ​ເວລາ​ທີ່​ຫວຽດນາມ ສະ​ແດງ​​ໃຫ້​ເຫັນ​ການ​ເຂົ້າ​ຮ່ວມ​ຢ່າງ​ແຂງ​ແຮງ ​ແລະ ຕັ້ງຫນ້າ ​ປະກອບຫລາຍ​ບັນຫາ​ລວມ​ຂອງ​ອາ​ຊຽນ, ​ເປັນ​ຕົ້ນ​ແມ່ນ​ໃນຈຸດ​ເວລາ​ຫັນ​ເປັນປະຊາ​ຄົມ​ອາ​ຊຽນ​ໃນປີ 2015 ​ໃກ້​ຈະ​ມາ​ຮອດ​ແລ້ວ. ບໍ່​ພຽງ​ແຕ່​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ປະຕິບັດ​ບັນດາ​ຈຸດ​ສຸມ​ບຸລິມະສິດ​ຂອງ​ ອາ​ຊຽນ ຢ່າງ​ປະສິດທິ​ຜົນ, ຖືກຕ້ອງ​ກັບ​ຄວາມ​ຄືບ​ຫນ້າ​ເທົ່າ​ນັ້ນ, ຫາກ​ຫວຽດນາມ ຍັງ​ເຂົ້າ​ຮ່ວມ​​ໂດຍກົງ ​ແລະ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ກຳນົດ​ບັນດາ​ລັດຖະນະ​ໂຍບາຍ​ສຳຄັນ​ຂອງ ອາ​ຊຽນ, ​ເປັນ​ຕົ້ນ​ແມ່ນ​ເຂົ້າ​ຮ່ວມ​ການ​ສ້າງ​ບັນດາ​ຖະ​ແຫລ​ງການ​ໃນ​ຂົງ​ເຂດ​ຂະ​ແຫນງ​ສະ​ເພາະ​ກ່ຽວ​ກັບ​ການ​ຮັບປະກັນ​ຊີວິດ​ສັງຄົມ, ​ແມ່ຍິງ ​ແລະ ​ເດັກນ້ອຍ, ປ້ອງ​ກັນ​ ​ແລະ ຕ້ານ​ໂລກລະບາດ, ການຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ.

        ຄວາມ​ມານະ​ພະຍາຍາມ​ຊຸກຍູ້​ການ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ເສດຖະກິດ​ພາກ​ພື້ນ

        ຜົນງານ​ພົ້ນ​ເດັ່ນ​ຂອງ​ອາ​ຊຽນ​ໃນ​ປີ 2013 ​ແມ່ນ​ບັນລຸ​ບາດກ້າວ​​ແຂງ​ແຮງ​ໃນ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ. ຕົວ​ເລກ​່ສຳ​ເລັດ 80% ບັນດາ​ມາດ​ຕະການ​ທີ່​ຖືກ​ຍົກ​ອອກ​ໃນ​​ແຜນການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ທຸກ​ຂົງ​ເຂດ, ​​ໄດ້​ພິສູດ​ໃຫ້​ເຫັນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ພວມ​ຢູ່​​ໃນ​ລະດັບ​ສູງ​ພໍ​ສົມຄວນ. ​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ສ້າງ​ປະຊາ​ຄົມ​​ເສດຖະກິດ​ອາ​ຊຽນ, ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ສຳ​ເລັດ​ບັນດາ​ຈຸດໝາຍ, ຄວາມ​ຄືບ​ຫນ້າ, ປະລິມານ​ວຽກ​ງານ, ຢືນ​ອັນ​ດັບ​ທີ 4 ຖັດຈາກ ສິງກະ​ໂປ, ມາ​ເລ​ເຊຍ ​ແລະ ​ໄທ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖ​ະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມບີ​ງມີ​ງ ​ໃຫ້​ຮູ້​ວ່າ:

        “ມາ​ຮອດ​ປະຈຸ​ບັນ, ​ໃນ​ອາ​ຊຽນ ມີ 3 ​ເສົາ​ຄຳ້ ນັ້ນ​ແມ່ນ​ເສົາ​ຄຳ້​ຄວາມ​ໝັ້ນຄົງ​ການ​ເມືອງ, ​ເສົາ​ຄຳ້​ເສດຖະກິດ, ​ເສົາ​ຄຳ້​ວັດທະນະທຳ​ສັງຄົມ, ບັນດາ​ຄາດໝາຍ​ບັນລຸ​ໄດ້​ນັ້ນ​ແມ່ນການ​ສ້າງປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015 ​ບັນລຸ​ໄດ້ 80%, ສ່ວນ​ຍັງ​ເຫລືອ​ 20% ​ແມ່ນບັນດາ​ປະ​ເທດ​ຕ້ອງ​ພ້ອມ​ກັນ​ພະຍາຍາມ​ສຳ​ເລັດ​ໃນ​ໄລຍະ 2014-2015 ຈຶ່ງ​​ກາຍ​ເປັນ​ປະຊາ​ຄົມ​ອາ​ຊຽນ​ໄດ້. ຫວຽດນາມ ​ໄດ້​ສຳ​ເລັດ​ປະມານ 84%. ປີ 2014 ​ແລະ 2015 ​ແມ່ນ​ປີ​ບານພັບ​ໃນ​ເລື່ອງ​ຫວຽດນາມ​ຕ້ອງ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍານ​ເພື່ອ​ໃຫ້​ອາ​ຊຽນກາຍ​ເປັນ​ປະຊາ​ຄົມ​​ໃນ​ປີ 2015.”

        ຮັກສາ​ຄວາມ​ສາມັກຄີ​ພາຍ​ໃນ​ກຸ່ມ

        ຄຽງ​ຄູ່​ກັບ​ການ​ຊຸກຍູ​້ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ, ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນ​ຊຸກຍູ້​ການ​ຕ່າງປະ​ເທດ​ຂອງ​ອາ​ຊຽນ ​ໃຫ​້ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ, ສົ່ງ​ເສີມ​ບັນດາ​ຄູ່​ຮ່ວມ​ມື​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ສ້າງ​ບັນດາ​ຈຸດ​ສຸມ ​ແລະ ບຸລິມະສິດ​ຂອງ​ພາກ​ພື້ນ. ຫວຽດນາມ ​ໄດ້​ຮັບ​ຫນ້າ​ທີ່ ​ແລະ ພວມ​ເສີມ​ຂະຫຍາຍ​ບົດບາດ​ປະ​ເທດ​ປະສານ​ງານ​ການ​ພົວພັນ​ຄູ່​ເຈ​ລະ​ຈາ ອາ​ຊຽນ- ອີ​ຢູ (2012-2015) ​ເປັນ​ຢ່າງ​ດີ, ສ້າງ​ພື້ນຖານ​ເພື່ອ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ອີ​ຢູ. ພ້ອມ​ກັນ​ນັ້ນ ຫວຽດນາມ ສົມທົບ​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ປະ​ເທດ​ປະສານ​ງານ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ ຊຸກຍູ້ ​ແລະ ຍົກ​ການ​ພົວພັນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ກວ່າ, ​ເປັນ​ຕົ້ນ​ການ​ສົມທົບ​ກັບ​ໄທ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ຈີນ, ​ໃນ​ນັ້ນ ​ເລື່ອງ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ຊຸກຍູ້​ການ​ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ຟ້າ​ມບີ​ງມີ​ງ ຢືນຢັນ​ວ່າ:

        “​ໃນ​ອາ​ຊຽນ, ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ປີ 2013 ບັນລຸ​ໄດ້​ຄວາມ​ເປັນ​ເອກະ​ພາ​ບຄວາມ​ສາມັກຄີ​ສູງ. ນີ້​ແມ່ນ​ໝາກຜົນ​ພົ້ນ​ເດັ່ນ​ພາຍຫລັງ​ປີ 2012, ທີ່ີກອງ​ປະຊຸມ​ບັນດາ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງທີ 45 ບໍ່​ສາມາດ​ອອກ​ຖະ​ແຫລ​ງການ​ຮ່ວມ​ໄດ້. ​ແຕ່ ຍ້ອນ​ມີ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ, ປີ 2013 ​ແມ່ນ​ປີ​ບັນລຸ​ໄດ້​ໝາກຜົນ ​​ໂດຍ ລະອຽດ ​ແມ່ນ ​ເລື່ອງ​ຈີນ ​ເຫັນ​ດີ​ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ປະຕິບັດ​ການ​ທາ​ບທາມ​ຄຳ​ເຫັນ​ກ່ຽວ​ກັບ​ການ​ສ້າງ COC. ກ່ອນ​ນີ້ ​ເມື່ອປີ 2012 ​ເມື່ອ​ຫວຽດນາມ ​ເປັນ​ປະ​ເທດ​ປະສານ​ງານ​ຂອງ​ອາ​ຊຽນ - ຈີນ, ຫວຽດນາມ ​ໄດ້​ພ້ອມ​ກັບ​ບັນດາ​ປະ​ເທດ​ສ້າງ​ບັນດາ​ປັດ​ໄຈ​ພື້ນຖານ​ຂອງ​ບັນດາ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ COC, ປະຈຸ​ບັນ ບົນ​ພື້ນຖານ​ບັນດາ​ປັດ​ໄຈ​ນີ້ ອາ​ຊຽນ ​ແລະ ຈີນ ຈະ​ພ້ອມ​ກັນ​ປຶກສາ​ຫາລື.”

        ​ມຸ່ງ​ໄປ​ເຖິງ​ຄາດໝາຍ​ປະຊາ​ຄົມ​ຫນຶ່ງ​ດຽວ

ເຖິງ​ວ່າ ອາຊຽນ ບັນລຸ​ໄດ້​ບັນດາ​ໝາກຜົນ​ເປັນ​ຫນ້າ​ຊື່ນ​ຊົມ​ໃນ​ປີຜ່ານມາກໍ​ຕາມ​ແຕ່​​ໃນ​ຊຸມ​ປີ​ຈະ​ມາ​ເຖິງ ອາ​ຊຽນ ຍັງ​ຄົງ​ປະສົບ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ຄື: ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຈຳກັດ, ການ​ກະທົບ​ຈາກ​ການ​ແກ້​ງ​ແຍ້​ງລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ໃນ​ພາກ​ພື້ນ. ສິ່ງ​ດັ່ງ​ກ່າວ​ຮຽກຮ້ອງ​​ແຕ່ລະ​ປະ​ເທດ​ສະມາຊິກ ຕ້ອງ​ມານະ​ພະຍາຍາມ​ກວ່າ ​ເພື່ອ​ຮັກສາ​ຄວາມ​ສາມັກຄີ ​ແນ​ໃສ່​ປະຕິບັດ​ບັນດາ​ຈຸດໝາຍ​ທີ່​ຍັງ​ເຫລືອ​ໃນ​ວິວັດທະນາ​ການ​ສ້າງ​ປະຊາ​ຄົມ. ສຳລັບ ຫວຽດນາມ, ວິວັດທະນາ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ບໍ່​ພຽງ​ແຕ່​ສຳ​ເລັດ​​​ໃນ​ວັນ​ທີ 31/12/2015 ​ເທົ່ານັ້ນ ຫາກ​ຍັງ​ຕ້ອງ​ວາງ​ອອກ​​ທິດທາງ​ເພື່ອ​ໃຫ້​ອາ​ຊຽນ ສືບ​ຕໍ່ພັດທະນາ, ​ເສີມ​ຂະຫຍາຍ​ບົດ​ບາດ​ຂອງ​ຕົນ​ຢູ່​​ພາກ​ພື້ນ​ຫລັງ​ປີ 2015. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ ຖື​ວ່າ:

        “ບັນຫາ​ອາ​ຊຽນ ສາມັກຄີ,​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຮ່ວມ​ສຳພັນ​ຢູ່​ໃນ​ລະດັບສູ​ງກວ່າ ​ແມ່ນ​ບັນຫາ​ທີ່​ຫວຽດນາມ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ອາ​ຊຽນ ສາມັກຄີ ​ແມ່ນ​ຜົນ​ປະ​ໂຫຍ​ດ​ສຳລັບ​ຫວຽດນາມ. ມາດຖານ​ສ້າງ​ປະຊາ​ຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ຖືກ​ຍົກ​ສູງ​ກວ່າ​ອີກ. ນັ້ນ​ແມ່ນ ຄຸນ​ນະພາ​ບການ​ຮ່ວມ​ສຳພັນ​ໃນ​ອາ​ຊຽນ, ຍົກ​ລະດັບ​ຄອງ​ຊີບ​ຂຶ້ນ​ທົບ​ສອງ​ເທົ່າ, ຫລຸ​ດຜ່ອນ​ອັດຕາ​ຜູ້​ທຸກ​ຍາກ​ອຶດຫິວ​ລົງ​ເຄິ່ງຫນຶ່ງ. ມາດ​ຕະການ​ທັງ​ໝົດ​ເຫລົ່າ​ນັ້ນ ຫວຽດນາມ ພວມ​ຄົ້ນ​ຄ້ວາ, ສະ​ເຫນ​ີ, ຊອກ​ວິທີ​ປະຕິບັດ. ຢາກ​ສ້າງສຳ​ເລັດປະຊາ​ຄົມ​ອາ​ຊຽນ ຕ້ອງ​ຜັນ​ຂະຫຍາຍ​ຢ່າງ​ຂ້ຽວຂາດ ​ແລະ ສິ່ງ​ດັ່ງກ່າວ​ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ກັບ​ສັນຕິພາບ​ຂອງ​ພາກ​ພື້ນ.”

        ກາ​ນສ້າງ​ ອາ​ຊຽນ ​ໃຫ້​ມີ​ຄວາມສາມັກຄີ​ເຂັ້ມ​ແຂງ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາດ​ຂອງ​ຫວຽດນາມ ​ເທົ່ານັ້ນ ຫາກ​ຍັງ​ຂອງ​ທຸກ​ປະ​ເທດ​ສະມາຊິກ ອາ​ຊຽນ ອີກ​ດ້ວຍ. ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015 ພຽງ​​ແຕ່ແມ່ນ​ຂີດ​ໝາຍ​ເທົ່າ​ນັ້ນ, ​ເພາະ​ຍັງ​ມີ​ຫລາຍ​ວຽກ​ງານ​ຕ້ອງ​ເຮັດ​ເພື່ອ​ໃຫ້ ອາ​ຊຽນ ສາມັກຄີ ​ແລະ ນັບ​ມື້​ນັບ​ຢືນຢັນ​ທີ່​ຕັ້ງ​ບົດບາດ​ໃນ​ໂລກ. ​ໃນ​ວິວັດທະນາ​ການ​ນັ້ນ ​ແຜນ​ນະ​ໂຍບາຍ​ຂອງ​ຫວຽດນາມ ​ແມ່ນ​ສືບ​ຕໍ່​ມານະ​ພະຍາຍາມ​ພ້ອມ​ກັບ​ບັນດາ​ປະ​ເທດສະມາຊິກ ອາ​ຊຽນ ພັດທະນາ​ຢ່າງ​ແຂ​ງ​ແຮງ​ກວ່າ ບໍ່​ພຽງ​ແຕ່​ຮອດ​ປີ 2015 ​ເທົ່າ​ນັ້ນ ຫາກ​ຫລັງ​ປີ 2015 ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ