(VOVWORLD) - ວັນທີ 19 ພຶດສະພາ, ບັນດາການນຳອັງກິດ ແລະ ສະຫະພາບເອີລົບ (EU) ໄດ້ລົງນາມຂໍ້ຕົກລົງຫຼາຍສະບັບກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພະລັງງານ, ສະບຽງອາຫານ, ສ້າງຂີດໝາຍກ່ຽວກັບການກຳນົດຄືນການພົວພັນໃໝ່ທີ່ສະໜິດສະໜົມກ່ວາ ພາຍຫຼັງໄລຍະໜຶ່ງຖືກແຕກແຫງຍ້ອນ Brexit ແລະ ໃນສະພາບການເອີລົບຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ກ່ຽວກັບພູມສາດການເມືອງ.
ບັນດາຂໍ້ຕົກລົງລະຫວ່ງ EU ແລະ ອັງກິດໄດ້ລົງນາມໃນຂອບເຂດກອງປະຊຸມສຸດຍອດ ອັງກິດ - EU ທີ່ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາຢູ່ນະຄອນຫຼວງ ລອນດອນ, ອັງກິດ. ນີ້ກໍ່ແມ່ນກອງປະຊຸມໃຫຍ່ຄັ້ງທຳອິດລະຫວ່າງສອງຝ່າຍ ທີ່ໄດ້ດຳເນີນຢູ່ປະເທດ ອັງກິດນັບແຕ່ເວລາການລົງປະຊາມະຕິ ໃນປີ 2016 ພາໄປເຖິງເລື່ອງ ອັງກິດຖອນຕົວອອກຈາກ EU, ຍັງໄດ້ເອີ້ນວ່າເຫດການ Brexit.
ໜ້າປະຫວັດສາດໃໝ່ໃນການພົວພັນ ອັງກິດ - EU
ຕາມຂໍ້ມູນໂດຍບັນດາການນຳ EU ແລະ ອັງກິດປະກາດ, ສອງຝ່າຍໄດ້ເຫັນດີເປັນເອກະພາບລົງນາມຂໍ້ຕົກລົງ 3 ສະບັບກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຄ້າສະບຽງອາຫານ ແລະ ພະລັງງານ. ທ່ານນາຍົກລັດຖະມົນຕີ ອັງກິດ , Keir Starmer ຢັ້ງຢືນວ່າ ຂໍ້ຕົກລົງ 3 ສະບັບນີ້ຈະນຳມາເຊິ່ງຜົນປະໂຫຍດອັນຍິ່ງໃຫຍ່ໃຫ້ແກ່ປະເທດອັງກິດ. ກ່າວຄຳເຫັນຕໍ່ລັດຖະສະພາອັງກິດໃນວັນທີ 20 ພຶດສະພາ, ທ່ານນາຍົກລັດຖະມົນຕີ Keir Starmer ເນັ້ນໜັ້ກເຖິງການເຈລະຈາບັນດາຂໍ້ຕົກລົງລະຫວ່າງ ອັງກິດ ແລະ EU ໂດຍອີງຕາມສາມມາດຖານຈະແຈ້ງ, ນັ້ນແມ່ນ ຕ້ອງຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ບັນດາຄອບຄົວອັງກິດ, ຊຸກຍູ້ວຽກເຮັດງານທຳ, ເພີ່ມທະວີການປ້ອງກັນຄວາມສະຫງົບເຂດຊາຍແດນ ໃຫ້ແກ່ປະເທດອັງກິດ ແລະ ບັນດາຂໍ້ຕົກລົງຫາກໍ່ໄດ້ຮັບການລົງນາມກັບ EU ຮັບປະກັນໄດ້ທັງສາມມາດຖານດັ່ງກ່າວ.
ຜູ້ນຳລັດຖະບານ ອັງກິດ ກໍ່ຖືວ່າ ບັນດາຂໍ້ຕົກລົງສະບັບໃໝ່ກັບ EU, ພ້ອມກັບບັນດາຂໍ້ຕົກລົງການຄ້າຫາກໍ່ບັນລຸໄດ້ໃນໄລຍະຜ່ານມາ ກັບອິນເດຍ ແລະ ອາເມລິກາ ຈະນຳປະເທດນີ້ກັບຄືນສູຸ່ຖານະບົດບາດທີ່ມີຢູ່ແລ້ວໃນໂລກ.
ຄວາມໂຕ້ຖຽງກັນເປັນໜ້າສົນໃຈທີ່ສຸດກ່ຽວຂ້ອງເຖິງຂໍ້ຕົກລົງການຫາປາທີ່ແກ່ຍາວເປັນເວລາ 12 ປີ, ຕາມນັ້ນແລ້ວ ອັງກິດຈະອະນຸຍາດໃຫ້ກຳປັ່ນຫາປາ ຂອງເອີລົບ ສືບຕໍ່ເຄື່ອນໄຫວໃນເຂດທະເລຂອງ ອັງກິດ. ແທນທີ່ນັ້ນ, EU ຈະຫຼຸດຜ່ອນບາງລະບຽບການບໍລິຫານໃຫ້ແກ່ ຊາວກະສິກອນ ແລະ ຊາວປະມົງ ອັງກິດເມື່ອສົ່ງອອກສິນຄ້າ ໄປຍັງຕະຫຼາດ EU. ທ່ານ David Henig, ນັກຊ່ຽວຊານກ່ຽວກັບນະໂຍບາຍການຄ້າ ອັງກິດ ຢູ່ສູນເອີລົບ ກ່ຽວກັບເສດຖະກິດ ການເມືອງສາກົນ (ECIPE) ໃຫ້ຂໍ້ສັງເກດວ່າ:
ບັນດາຂໍ້ຕົກລົງນີ້ມີຄວາມໝາຍຢ່າງແທ້ຈິງໃນສະພາບການ Brexit ຍ້ອນວ່າສິ່ງນີ້ສະແດງໃຫ້ເຫັນວ່າ ອັງກິດພວມປະລະແນວຄິດກ່ຽວກັບການສ້າງຂໍ້ກຳນົດສະເພາະຂອງຕົນ ແລະ ຍອມຮັບວ່າ EU ເຊິ່ງເປັນຕະຫຼາດໃກ້ຊິດກວມເອົາ 50%ການແລກປ່ຽນການຄ້າ ຈິ່ງແມ່ນສະຖານທີ່ເຊິ່ງ ອັງກິດ ຕ້ອງປັບຕົວໃຫ້ແທດເໝາະດ້ວຍຂໍ້ກຳນົດຕ່າງໆ.
ສຳລັບຝ່າຍ EU, ເລື່ອງບັນລຸໄດ້ຂໍ້ຕົກລົງສຳຄັນກັບ ອັງກິ ດກໍ່ໄດ້ຮັບຖືວ່າແມ່ນໄຊຊະນະອັນຍິ່ງໃຫຍ່ຂອງກຸ່ມນີ້ ຍ້ອນວ່າເລື່ອງປະເທດ ອັງກິດຍອມຮັບຂໍ້ກຳນົດຫຼາຍຢ່າງຂອງ EU ສະແດງໃຫ້ເຫັນວ່າ EU ຍັງແມ່ນຝ່າຍມີທ່າໄດ້ປຽບໃນການພົວພັນໃໝ່ກັບ ອັງກິດໃນໄລຍະຫຼັງ Brexit. ທ່ານນາງ Ursula von der Leyen, ປະທານ EC ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າພວມເປີດພາກໃໝ່ໃນການພົວພັນມີໜຶ່ງບໍ່ມີສອງລະຫວ່າງສອງຝ່າຍ. ນີ້ແມ່ນເລື່ອງລາວກ່ຽວກັບບັນດາຄູ່ຮ່ວມມືປະຫວັດສາດ ແລະ ທຳມະຊາດໄດ້ຮຽງບ່າຮຽງໄລ່ບົນເສັ້ນທາງສາກົນ, ພ້ອມກັນປະເຊີນໜ້າກັບບັນດາສິ່ງທ້າທາຍລວມ, ພ້ອມກັນເດີນຕາມບັນດາເປົ້າໝາຍລວມ ແລະ ແບ່ງປັນຄຸນຄ່າລວມ. ດັ່ງນັ້ນ, ພວກຂ້າພະເຈົ້າໄດ້ຊອກຫາບັນດາວິທີການ ເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນທັງສອງຝ່າຍ.
ພ້ອມກັນປະເຊີນໜ້າກັບສິ່ງທ້າທາຍຄວາມໝັ້ນຄົງ
ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ຢັ້ງຢືນວ່າ ອັງກິດ ຈະບໍ່ກັບຄືນຕະຫຼາດຮ່ວມ ແລະ ພັນທະມິດພາສີອາກອນ EU, ບໍ່ຕົກລົງເລື່ອງເດີນເຄື່ອນຍ້າຍແບບເສລີ ລະຫວ່າງ ອັງກິດ ແລະ EU, ພ້ອມທັງກໍ່ມີຈຳກັດການໂຍະຍານບັນດາຂໍ້ກຳນົດໃນຂົງເຂດການບໍລິການ, ພິເສດແມ່ນການບໍລິການການເງິນ. ໃນຂະນະນັ້ນ, ຝ່າຍ EU ກໍ່ມີຄວາມລະມັດລະວັງຕໍ່ການສະໜອງສິດພິເສດໃຫ້ແກ່ ອັງກິດ ເຊິ່ງບໍ່ມີພັນທະດ້ານການເງິນຢ່າງສົມຄວນ. ເຖິງຢ່າງໃດກໍຕາມ, ບັນດາຂໍ້ຕົກລົງທີ່ຫາກໍ່ບັນລຸໄດ້ ອະນຸຍາດອັງກິດ ສຳຜັດກັບຕະຫຼາດລວມເອີລົບ ດ້ວຍບັນດາບຸລິມະສິດເຊິ່ງບໍ່ມີປະເທດໃດບໍ່ແມ່ນສະມາຊິກຂອງ EU ຫຼື ສະມາຄົມການຄ້າເສລີ ເອີລົບ – EFTA (ລວມມີ: ນອກແວ, ສະວິດ, ອຽກລັງ, Lichtenstein) ມີ.
ໄປຄຽງຄູ່ກັນນັ້ນ, ນອກຈາກບັນດາຜົນປະໂຫຍດດ້ານເສດຖະກິດໃຫ້ແກ່ທັງສອງຝ່າຍ, ດ້ານໜຶ່ງທີ່ເປັນໜ້າສົນໃຈໃນບັນດາຂໍ້ຕົກລົງລະຫວ່າງ ອັງກິດ - EU ກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເມື່ອສອງຝ່າຍໄດ້ເຫັນດີກ່ຽວກັບສົນທິສັນຍາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເຊິ່ງອະນຸຍາດອັງກິດໄດ້ສຳຜັດກັບບ້ວງເງິນປ້ອງກັນຊາດທີ່ມີມູນຄ່າ 141 ຕື້ USD ຂອງ EU, ພ້ອມທັງມີພັນທະປະກອບສ່ວນການເງິນທີ່ສົມຄວນ. ທ່ານນາງ Olivia O’Sullivan ຜູ້ອຳນວຍການຄົ້ນຄ້ວາກ່ຽວກັບອັງກິດ ຢູ່ໂຄງການໂລກ, ສະຖາບັນ Chatham House (ອັງກິດ) ໃຫ້ຂໍ້ສັງເກດວ່າ ເລື່ອງ ອາເມລິກາ ພວມຫຼຸດຜ່ອນບັນດາຄຳໝັ້ນສັນຍາກັບ ເອີລົບ ບັງຄັບ ອັງກິດ ແລະ EU ຕ້ອງມີຄວາມສະໜິດຕິດພັນກ່ວາກ່ຽວກັບຄວາມໝັ້ນຄົງ.
ນີ້ແມ່ນການປ່ຽນແປງໃຫຍ່ໃນນະໂຍບາຍຄວາມໝັ້ນຄົງຂອງ ອາເມລິກາ ແລະ ຮຽກຮ້ອງຕ້ອງມີການຮັບມືຈາກບັນດາປະເທດ ເອີລົບ, ບໍ່ພຽງແຕ່ການໃຊ້ຈ່າຍເງິນຫຼາຍກ່ວາໃຫ້ແກ່ການປ້ອງກັນຊາດເທົ່ານັ້ນ ຫາກຍັງແມ່ນການພ້ອມກັນໃຊ້ຈ່າຍ, ພ້ອມກັນຂຶ້ນແຜນການ, ພ້ອມທັງຄິດເຖິງການແບ່ງປັນບັນດາກຳລັງຄວາມສາມາດດ້ານປ້ອງກັນຊາດທີ່ຈຳເປັນເພື່ອປົກປ້ອງເອີລົບ.
ໄປຄຽງຄູ່ກັບສົນທິສັນຍາປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບ EU, ໃນໄລຍະຜ່ານມາອັງກິດກໍ່ພວມຍູ້ແຮງບັນດາການຮ່ວມມືຄວາມໝັ້ນຄົງສະເພາະກັບບັນດາປະເທດຫຼັກແຫຼ່ງຂອງ EU, ຄືການລົງນາມຂໍ້ຕົກລົງພັດທະນາອາວຸດໄລຍະໄກ ກັບເຢຍລະມັນ ຫຼືພ້ອມກັບຝລັ່ງນຳໜ້າຄວາມມານະພະຍາຍາມສ້າງ ສຳພັນທະມິດດ້ວຍຄວາມສະໝັກ ໃຈ ຮັກສາສັນຕິພາບຢູ່ ຢູແກຼນໃນກໍລະນີບັນດາຝ່າຍເຂົ້າຮ່ວມການປະທະກັນບໍ່ບັນລຸໄດ້ຄຳສັ່ງຢຸດຍິງຍາວນານ.