ອັງກິດ ຫລັງການປ່ອນບັດເລືອກຕັ້ງ: Brexit ເປີດກວ້າງຊ່ອງທາງແຕ່ຍັງບໍ່ທັນແມ່ນສິ່ງທີ່ດີທີ່ສຸດ

(VOVWORLD) -ດ້ວຍເລື່ອງຍາດໄດ້ 365 ທີ່ນັ່ງໃນຍອດຈຳນວນ 650 ທີ່ນັ່ງ ທີ່ສະພາຕ່ຳອັງກິດ ພາຍຫລັງການປ່ອນບັດເລືອກຕັ້ງທົ່ວປະເທດໃນວັນທີ 12 ທັນວາ ຜ່ານມາ, ພັກນິຍົກຮັກສາເດີມຂອງທ່ານນາຍົກລັດຖະມົນຕີອັງກິດ Boris Johnson ບັນລຸໄດ້ຈຳນວນບັດສະຫນັບສະຫນູນທີ່ຈຳເປັນເພື່ອສ້າງຕັ້ງລັດຖະບານ ພ້ອມທັງເປີດກວ້າງຊ່ອງທາງໃຫ້ການປະຕິວັດວິວັດທະນາການນຳປະເທດ ອັງກິດ ອອກຈາກ ສະຫະພາບເອີລົບ (Brexit) ຕາມການກຳນົດເວລາໃຫມ່ ແມ່ນວັນທີ 31 ມັງກອນປີ 2020. ເຖິງຢ່າງໃດກໍຕາມ ນັ້ນຍັງບໍ່ທັນແມ່ນສິ່ງທີ່ດີທີ່ສຸດ.

ອັງກິດ ຫລັງການປ່ອນບັດເລືອກຕັ້ງ: Brexit ເປີດກວ້າງຊ່ອງທາງແຕ່ຍັງບໍ່ທັນແມ່ນສິ່ງທີ່ດີທີ່ສຸດ - ảnh 1 ພາບປະກອບ

ຈຳນວນທີ່ນັ່ງຊື່ງພັກນິຍົມຮັກສາເດີມຍາດໄດ້ (365 ທີ່ນັ່ງ) ແມ່ນຫລາຍກວ່າ 39 ທີ່ນັ່ງເມື່ອທຽບໃສ່ຈຳນວນທີ່ນັ່ງທີ່ຕ້ອງຍາດໄດ້ຕາມການກຳນົດເພື່ອສ້າງຕັ້ງລັດຖະບານໃຫມ່ ຫາກບໍ່ຕ້ອງສຳພັນທະມິດກັບບັນດາກຳລັງການເມືອງອື່ນ (326 ທີ່ນັ່ງ). ແຕ່ສຳຄັນກວ່າ ຈຳນວນທີ່ນັ່ງນີ້ ຮັບປະກັນຈຳນວນທີ່ນັ່ງຢ່າງຂາດຂັ້ນຢູ່ສະພາຕ່ຳ ອະນຸຍາດໃຫ້ທ່ານນາຍົກລັດຖະມົນຕີ ອັງກິດ  ແລະ ພັກນິຍົມຮັກສາເດີມ ປະຕິບັດບັນດາແຜນການມັກໃຫຍ່ໄຝ່ສູງຂອງຕົນ ເປັນຕົ້ນແມ່ນ Brexit  ຊື່ງໄດ້ປະສົບກັບຄວາມຫຍຸ້ງຍາກໃນສອງປີຜ່ານມາ.

ເປີດກວ້າງຊ່ອງທາງເພື່ອຮັບຮອງ Brexit ທີ່ສະພາແຫ່ງຊາດ ອັງກິດ

ພາຍຫລັງໝາກຜົນການນັບບັດໄດ້ຮັບການຢັ້ງຢືນວ່າ ພັກນິຍົມຮັກສາເດີມຍາດໄດ້ຈຳນວນທີ່ນັ່ງສ່ວນໃຫຍ່ຢູ່ ສະພາຕ່ຳ, ທ່ານ ນາຍົກລັດຖະມົນຕີ ອັງກິດ Boris Johnson ຖະແຫລງວ່າ Brexit ບໍ່ແມ່ນຂໍ້ຕົກລົງທີ່ກໍ່ຄວາມຖົກຖຽງກັນຂອງປະຊາຊົນ ອັງກິດອີກແລ້ວ.

          ດ້ວຍເລື່ອງພັກນິຍົມຮັກສາເດີມ ປະຈຸບັນ ຍາດໄດ້ຈຳນວນທີ່ນັ່ງຢ່າງຂາດຂັ້ນ ຢູ່ ສະພາແຫ່ງຊາດ ດ້ວຍ 365/650 ບັດສະຫນັບສະຫນູນ, ສະນັ້ນ ໃນບໍ່ວ່າການຕົກລົງໃດກ່ຽວກັບ Brexit ຊື່ງລັດຖະບານອັງກິດຈະບັນລຸໄດ້ກັບ ອີຢູ ໃນໄລຍະຈະມາເຖິງ ກໍ່ສາມາດຈະຮັບຮອງໄດ້.

                    ສິ່ງກີດຂວາງ ແລະ ສິ່ງທ້າທາຍ

 ເລື່ອງພັກນິຍົມຮັກສາເດີມຍາດໄດ້ໄຊຊະນະອັນໃຫຍ່ຫລວງນີ້ ກໍ່ແມ່ນໝາກຜົນຊື່ງວົງການການນຳ ອີຢູ ພວມມຸ່ງຫວັງ. ບັນຫາບໍ່ແມ່ນ ຍ້ອນ ອີຢູ ສະຫນັບສະຫນູນພັກນິຍົມຮັກສາເດີມເທົ່ານັ້ນ  ຫາກຍ້ອນໄຊຊະນະຂອງພັກນິຍົມຮັກສາເດີມ ໝາຍຄວາມວ່າ ແງ່ຫວັງ Brexit ມີຄວາມຈະແຈ້ງກວ່າ. ນອກນັ້ນ ອີຢູ ຍັງຕັ້ງຄວາມຫວັງຕໍ່ເລື່ອງຍາດໄຊຊະນະຢ່າງຂາດຂັ້ນ, ທ່ານນາຍົກລັດຖະມົນຕີ ອັງກິດ ອາດຈະມີທ່າໄດ້ປຽບຕໍ່ບັນດາແນວຄວາມຄິດລະແວງສົງໄສ ເອີລົບ ໃນພັກນິຍົມຮັກສາເດີມ ແລະ ສ້າງການພົວພັນໃກ້ຊິດສະຫນິດສະຫນົມກັບ ເອີລົບຫລາຍກວ່າອີກ. ນີ້ໄດ້ຮັບຖືວ່າ ແມ່ນສິ່ງສະດວກຂອງທ່ານາຍົກລັດຖະມົນຕີ ອັງກິດ ໃນວິວັດທະນາການປຶກສາຫາລືກ່ຽວກັບການ Brexit ໃຫມ່ກັບ ອີຢູ.

          ເຖິງຢ່າງໃດກໍຕາມ ສິ່ງນັ້ນ ບໍ່ໝາຍຄວາມວ່າ ວິວັດທະນາການ Brexit ໃນປີ 2020 ຈະດຳເນີນໄປຢ່າງສະດວກ. ເພາະວ່າ ອີຢູ ຍາມໃດກໍ່ສະແດງໃຫ້ເຫັນທັດທະນະເດັດດ່ຽວບໍ່ປະໃຫ້ອັງກິດສຳຜັດກັບຕະຫລາດ ອີຢູ ຢ່າງງ່າຍດ່າຍ ຖ້າຫາກນາຍົກລັດຖະມົນຕີອັງກິດ ສືບຕາມແຜນການສ້າງບັນດາຂໍ້ກຳນົດດ້ານການຄ້າ, ສະພາບແວດລ້ອມທີ່ແຕກຕ່າງກັນຫລາຍເມື່ອທຽບໃສ່ບັນດາຂໍ້ກຳນົດ, ມາດຖານພວມປະຕິບັດໃນປະຈຸບັນ.

ນອກນັ້ນ ຖ້າສັງເກດໄລຍະເວລາ, ທ່ານນາຍົກລັດຖະມົນຕີ ອັງກິດ ຢາກສິ້ນສຸດການເຈລະຈາດ້ານການຄ້າກັບ ອີຢູ ໃນເດືອນພະຈິກ ປີ 2020 ເພື່ອເລີ່ມຕົ້ນນັບແຕ່ປີ 2021, ການພົວພັນລະຫວ່າງ ອັງກິດ ແລະ ອີຢູ ກ້າວເຂົ້າສູ່ຫນ້າປະຫວັດສາດໃຫມ່ຢ່າງແທ້ຈິງ. ຕາມນັກຊ່ຽວຊານ ແລະ ນັກການເມືອງ ອີຢູ ຫລາຍທ່ານແລ້ວ, ເລື່ອງສອງຝ່າຍບັນລຸໄດ້ຂໍ້ຕົກລົງດ້ານການຄ້າເສລີໃນໄລຍະເວລາຍັງບໍ່ທັນຮອດປີຫນຶ່ງອີກ ແມ່ນສິ່ງທີ່ບໍ່ອາດປະຕິບັດໄດ້. ສະນັ້ນ ລອນດອນ ມີຄວາມສ່ຽງບໍ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າເສລີກັບ ອີຢູ ຫລື ພຽງແຕ່ບັນລຸໄດ້ຂໍ້ຕົກລົງໂດຍມີການຈຳກັດ. ຖ້າຫາກແຜນການນັ້ນເກີດຂຶ້ນ ຄວາມຫຍຸ້ງຍາກວຸ້ນວາຍອາດຈະເກີດຂຶ້ນ ແລະ ກາຍເປັນສິ່ງທ້າທາຍແທ້ຈິງສຳລັບ Brexit.

ຄຽງຂ້າງນັ້ນ ວົງການນັກວິເຄາະກໍ່ຖືວ່າ ຝ່າຍຄັດຄ້ານ Brexit ຢູ່ ອັງກິດຈະສືບຕໍ່ຈຸດປະສົງຂອງຕົນ. ຕົວຢ່າງຄື ວັນທີ 14 ທັນວາ ຜ່ານມາ ຜູ້ວ່າການລັດ Scotland  ທ່ານ Nicola Sturgeon ໄດ້ກ່າວເຕືອນວ່າ ທ່ານນາຍົກລັດຖະມົນຕີ ອັງກິດ ຕ້ອງ “ສຸມໃສ່ເປັນພິເສດເຖິງຄວາມຈິງ” ແລະ ຮັບຮູ້ວ່າ ພັກ SNP ໄດ້ຮັບການມອບໝາຍເພື່ອປະຕິບັດການລົງປະຊາມະຕິກ່ຽວກັບພື້ນຖານເອກະລາດຄັ້ງທີ 2. ສິ່ງນີ້ອາດຈະແມ່ນການເປີດສາດໃຫ້ບັນດາຄວາມມານະພະຍາຍາມໃຫມ່ ຕ້ານຄືນວິວັດທະນາການ Brexit ຊື່ງທ່ານນາຍົກລັດຖະມົນຕີ Johnson ແລະ ພັກນິຍົມຮັກສາເດີມ ພວມມານະພະຍາຍາມສືບຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ