(vovworld) – ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີອິນເດຍ Manmohan Sinh, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໄປຢ້ຽມຢາມລັດຖະກິດເຖິງ ສ ອິນເດຍ ແຕ່ວັນທີ 22/11. ການຢ້ຽມຢາມບໍ່ພຽງແຕ່ຢັ້ງຢືນນະໂຍບາຍຂອງຫວຽດນາມ ແມ່ນຖືເປັນສຳຄັນການພົວພັນກັບອິນເດຍ ເທົ່ານັ້ນ, ຫາກຍັງເພື່ອແນໃສ່ເປີດກວ້າງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນເດຍ ເລິກເຊິ່ງກວ່າອີກ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ
(ພາບ: ອິນເຕີແນດ)
ຫວຽດນາມ ແລະ ອິນເດຍ ສ້າງຕັ້ງການພົວພັນທາງການທູດນັບແຕ່ວັນທີ 7/1/1972, ສ້າງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2003. ເດືອນ 7/2007, ເນື່ອງໃນໂອກາດການຢ້ຽມຢາມອິນເດຍ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນປຸງ, ສອງຝ່າຍໄດ້ລົງນາມໃນ “ຖະແຫຼງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອິນເດຍ“. ນີ້ແມ່ນຈຸດສູງຂອງວິວັດການພັດທະນາການພົວພັນຫວຽດນາມ - ອິນເດຍ, ແມ່ນບາດກ້າວຂອງການພົວພັນອັນດີງາມ ເຊິ່ງໄດ້ຮັບການທົດສອບຜ່ານບັນດາໄລຍະປະຫວັດສາດຂອງທັງສອງປະເທດ ແລະ ສອງຊາດ.
ການພົວພັນມິດຕະພາບທີ່ເປັນມູນເຊື້ອ ສ້າງທ່າໃຫ້ແກ່ການຮ່ວມມືສອງຝ່າຍ
ລັດຖະບານ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຢືນຢັນວ່າ, ການໃຫ້ບຸລິມາສິດແກ່ການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບອິນເດຍ ແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຖະບານ ແລະ ປະຊາຊົນຫວຽດນາມ. ສ່ວນລັດຖະບານອິນເດຍ ຍາມໃດກໍ່ຖືຫວຽດນາມ ເປັນເສົາຄຳ້ໃນນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ; ການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບຫວຽດນາມ ແມ່ນນະໂຍບາຍຂອງບັນດາພັກການເມືອງຢູ່ອິນເດຍ. ທັງສອງປະເທດມີຫຼາຍຈຸດທີ່ຄ້າຍຄືກັນ ແລະ ມີການຮ່ວມມືຢ່າງແໜ້ນແຟ້ນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ.
ເມື່ອເວົ້າເຖິງການພົວພັນຫວຽດນາມ - ອິນເດຍ ໃນປະຈຸບັນ, ການນຳທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນສອງປະເທດ ລ້ວນແຕ່ຢືນຢັນວ່າ ນັ້ນແມ່ນການພົວພັນພິເສດ, ບໍ່ພຽງແຕ່ເພື່ອຜົນປະໂຫຍດທາງດ້ານການເມືອງ, ເສດຖະກິດເທົ່ານັ້ນ, ຫາກຍັງແມ່ນນ້ຳໃຈມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງສອງປະເທດອີກດ້ວຍ. ທ່ານ ຫວູກວາງຢ້ຽມ, ອະດີດເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ, ຮອງປະທານສະມາຄົມມິດຕະພາບຫວຽດນາມ -ອິນເດຍ, ຖືວ່າ:
“ການພົວພັນລະຫວ່າງສອງປະເທດຫວຽດນາມ - ອິນເດຍ ແມ່ນດີທີ່ສຸດ, ສາມາດຮ່ວມມືນຳກັນໃນທຸກຂົງເຂດເພື່ອພັດທະນາ. ຄວາມຈິງໄດ້ພິສູດໃຫ້ເຫັນວ່າ ການພົວພັນລະຫວ່າງຫວຽດນາມ - ອິນເດຍ ໄດ້ພັດທະນາຢ່າງແຮງໃນໄລຍະມໍ່ໆມານີ້. ສອງປະເທດໄດ້ສ້າງຕັ້ງກົນໄກຮ່ວມມືນຳກັນ ແລະ ຂ້າພະເຈົ້າເຊື້ອໝັ້ນວ່າ, ຜ່ານການຢ້ຽມຢາມຂັ້ນສູງຄືການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຄັ້ງນີ້, ການພົວພັນລະຫວ່າງສອງປະເທດຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່“.
ປະຈຸບັນ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອິນເດຍ ພວມໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທະຜົນ ແລະ ແທດຈິງ ອີງບົນ 5 ເສົາຄຳ້ຕົ້ນຕໍ ແມ່ນ: ການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ - ການຄ້າ, ວັດທະນະທຳ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ກ່ຽວກັບການພົວພັນດ້ານເສດຖະກິດ, ການຄ້າ. ການລົງທຶນ, ອີນເດຍ ຮັບຮອງຫວຽດນາມ ແມ່ນພື້ນຖານເສດຖະກິດການຕະຫຼາດຢ່າງຄົບຖ້ວນ. ໃນສະພາບຄວາມຊຸດໂຊມຂອງທົ່ວໂລກ, ແຕ່ການຄ້າສອງຝ່າຍຍັງຄົງເພີ່ມຂຶ້ນ, ບັນລຸເກືອບ 4 ຕື້ USD ໃນປີ 2012. ສອງປະເທດເຫັນດີເປັນເອກະພາບຈະສູ້ຊົນ ເພື່ອຍົກວົງເງິນການຄ້າຂຶ້ນ 7 ຕື້ USD ໃນປີ 2015 ຕາມທິດຫຼຸດຜ່ອນການນຳເຂົ້າເກີນດຸນຂອງຫວຽດນາມ. ປະຈຸບັນ, ອິນເດຍ ມີ 73 ໂຄງການລົງທຶນຍັງມີປະສິດທິຜົນຢູ່ຫວຽດນາມ. ໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສອງຝ່າຍຕັ້ງໜ້າແລກປ່ຽນຄະນະຜູ້ແທນ, ຮ່ວມມືບຳລຸງສ້າງ, ແລກປ່ຽນຂໍ້ມູນ ແລະ ນັບແຕ່ປີ 2003 ມາຮອດປະຈຸບັນ ໄດ້ຈັດຕັ້ງການປະຊຸມຄູ່ເຈລະຈາຍຸດທະສາດປ້ອງກັນຊາດຫວຽດນາມ - ອິນເດຍ ຂັ້ນຮອງລັດຖະມົນຕີເຖິງ 8 ຄັ້ງ. ສອງປະເທດຍັງຕັ້ງໜ້າຜັນຂະຫຍາຍການຮ່ວມມືໃນຫຼາຍຂົງເຂດອື່ນໆຄືຄົ້ນຄ້ວາ ແລະ ໝູນໃຊ້ເຕັກໂນໂລຢີສູງ, ເຕັກໂນໂລຢີຊີວະສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ...
ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ່າອີກ
ບົນພື້ນຖານການພົວພັນອັນດີງານນັ້ນ, ການຢ້ຽມຢາມລັດຖະກິດເຖິງອິນເດຍ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງ. ກ່ອນການຢ້ຽມຢາມ, ທ່ານນາງເອກອັກຄະລັດຖະທູດອິນເດຍ ປະຈຳຫວຽດນາມ Preeti Saran, ຢືນຢັນວ່າ:
“ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຈະເປັນຂີດໝາຍແຫ່ງບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງຫວຽດນາມ - ອິນເດຍ. ນີ້ແມ່ນການປ້ຽມຢາມເທື່ອທີ 2 ຂອງທ່ານເຖິງອິນເດຍ, ກ່ອນນັ້ນແມ່ນໃນຖານະເປັນປະທານສະພາແຫ່ງຊາດ. ແຕ່ນີ້ແມ່ນເທື່ອທຳອິດທີ່ທ່ານໄປອິນເດຍ ໃນຖານະເປັນເລຂາທິການໃຫຍ່. ມັນສະແດງໃຫ້ເຫັນວ່າ ການພົວພັນທາງດ້ານການເມືອງລະຫວ່າງສອງປະເທດໄດ້ກ້າວຂຶ້ນຢູ່ລະດັບສູງໃໝ່ ແລະ ຢືນຢັນວ່າ ສອງປະເທດຫວຽດນາມ - ອິນເດຍ ລ້ວນແຕ່ຖືເປັນສຳຄັນການພົວພັນຮ່ວມມືນຳກັນ. ຂ້າພະເຈົ້າຖືວ່າ, ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຈະຊຸກຍູ້ການພົວພັນສອງຝ່າຍກວ່າອີກ, ຫວັງວ່າການຢ້ຽມຢາມຈະປະສົບຜົນສຳເລັດ ແລະ ສືບຕໍ່ເຮັດໃຫ້ການພົວພັນລະຫວ່າງສອງປະເທດມີປະສິດທິຜົນ ແລະ ແທດຈິງ “.
ການຢ້ຽມຢາມອິນເດຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເພື່ອແນໃສ່ຜັນຂະຫຍາຍການເຄື່ອນໄຫວພົວພັນຕ່າງປະເທດຢ່າງຮອບດ້ານ ຂອງພັກ ແລະ ລັດຫວຽດນາມ, ເພີ່ມທະວີການພົວພັນກັບອິນເດຍ, ກໍ່ຄືຊຸກຍູ້ ແລະ ເປີດກວ້າງການພົວພັນລະຫວ່າງພັກກອມມູນິດຫວຽດນາມ ກັບບັນດາພັກການເມືອງຢູ່ອິນເດຍ, ລະຫວ່າງສະພາແຫ່ງຊາດ ແລະ ປະຊາຊົນສອງປະເທດ, ຮັດແໜ້ນ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນເດຍ ໃນທຸກຂົງເຂດ, ມຸ່ງໄປໄປເຖິງອະນາຄົດທີ່ສົດໃສຂອງທັງສອງປະເທດ ເພື່ອພ້ອມກັນພັດທະນາຈະເລີນໝັ້ນຄົງ.