ອາເມລິກາ ສືບຕໍ່ສ້າງຄວາມກົດດັນຕໍ່ບັນດາຄູ່ຄ້າ

(VOVWORLD) - ໃນເດືອນ ເມສາ, ທ່ານປະທານາທິບໍດີ Donald Trump ໄດ້ປະກາດອັດຕາພາສີອາກອນພື້ນຖານ 10% ສຳລັບເກືອບທຸກປະເທດ, ແລະ ອັດຕາພາສີເພີ່ມເຕີມຂຶ້ນເຖິງ 50% ສຳລັບຫຼາຍປະເທດ ແລະ ເຂດແຄວ້ນ
ອາເມລິກາ ສືບຕໍ່ສ້າງຄວາມກົດດັນຕໍ່ບັນດາຄູ່ຄ້າ - ảnh 1ທ່ານເລຂາສື່ມວນຊົນທຳນຽບຂາວ ນາງ Karoline Leavitt
(ພາບ: REUTERS/Evelyn Hockstein)

        ວັນທີ 07 ກໍລະກົດ, ທ່ານປະທານາທິບໍດິ ອາເມລິກາ Donald Trump ໄດ້ປະກາດອັດຕາພາສີອາກອນໃໝ່ຂຶ້ນເຖິງ 40% ສຳລັບ 14 ປະເທດ. ພ້ອມກັນນັ້ນ, ກໍ່ແຈ້ງເລື່ອນເວລາຈັດວາງອັດຕາພາສີສົມທົບເລີ່ມແຕ່ວັນທີ 01 ສິງຫາ, ແທນທີ່ວັນທີ 09 ກໍລະກົດ ຄືດັ່ງທີ່ໄດ້ແຈ້ງກ່ອນໜ້ານັ້ນ. ນີ້ແມ່ນການກະທຳສົ່ງສັນຍາເພີ່ມຄວາມເຄັ່ງຕຶງໃນນະໂຍບາຍພາສີອາກອນຂອງອຳນາດການປົກຄອງ ອາເມລິກາ.

        ໃນເດືອນ ເມສາ, ທ່ານປະທານາທິບໍດີ Donald Trump ໄດ້ປະກາດອັດຕາພາສີອາກອນພື້ນຖານ 10% ສຳລັບເກືອບທຸກປະເທດ, ແລະ ອັດຕາພາສີເພີ່ມເຕີມຂຶ້ນເຖິງ 50% ສຳລັບຫຼາຍປະເທດ ແລະ ເຂດແຄວ້ນເຊິ່ງຈະເລີ່ມມີຜົນສັກສິດແຕ່ວັນທີ 09 ກໍລະກົດ. ໃນແຈ້ງການວັນທີ 07 ກໍລະກົດ, ທ່ານໄດ້ໂຈະການຈັດວາງອັດຕາພາສີເພີ່ມເຕີມຮອດວັນທີ 01 ສິງຫາ, ອະນຸຍາດໃຫ້ບັນດາປະເທດມີເວລາຕື່ມອີກ 3 ອາທິດເພື່ອເຈລະຈາກ່ຽວກັບອັດຕາພາສີສະເພາະກັບແຕ່ລະປະເທດ.

14 ປະເທດຈັດວາງອັດຕາພາສີແຕ່ 25 40%

        ມີທັງໝົດ 14 ປະເທດທີ່ທ່ານປະທານາທິບໍດິ Donald Trump ປະກາດອັດຕາພາສີສະເພາະໃນວັນທີ 07 ກໍລະກົດ, ດ້ວຍຈົດໝາຍ. ລະອຽດແມ່ນ, ອັດຕາພາສີ 25% ສຳລັບບັນດາສິນຄ້າທີ່ມາຈາກ: ຍີ່ປຸ່ນ, ສ.ເກົາຫຼີ, ກາຊັກສະຖານ, ມາເລເຊຍ ແລະ ຕູນີເຊຍ. ອັດຕາພາສີສູງກວ່າຈະໄດ້ຈັດວາງສຳລັບບັນດາສິນຄ້າທີ່ນຳເຂົ້າຈາກ: ອາຟະລິກາໃຕ້ ແລະ ບົດສະນີ ແຮກເຊໂກວີນາ (30%), ອິນໂດເນເຊຍ (32%), ແຊັກເບຍ ແລະ  ບັງກະລາເທດ (35%), ໄທ ແລະ ກຳປູເຈຍ (36%), ລາວ ແລະ ມຽນມາ (40%). ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 07 ກໍລະກົດ, ທ່ານເລຂາສື່ມວນຊົນທຳນຽບຂາວ ນາງ Karoline Leavitt, ຢັ້ງຢືນວ່າ:

        “ຫຼາຍອາທິດກ່ອນຂ້າພະເຈົ້າເຄີຍແຈ້ງວ່າ, ທ່ານປະທານາທິບໍດີ Donald Trump ຈະມີແຜນການດ້ານການຄ້າສຳລັບແຕ່ລະປະເທດລະອຽດ ແລະ ນັ້ນແມ່ນສິ່ງທີ່ອຳນາດການປົກຄອງປະຈຸບັນພວມສຸມໃສ່ປະຕິບັດ. ວັນທີ 07 ກໍລະກົດ, ທ່ານ Donald Trump ໄດ້ລົງນາມໃນລັດຖະດຳລັດບໍລິຫານຕໍ່ກຳນົດເວລາຈັດວາງອັດຕາພາສີແຕ່ວັນທີ 09 ກໍລະກົດ ໄປເຖິງວັນທີ 01 ສິງຫາ. ບັນດາອັດຕາພາສີສົມທົບໃໝ່ຈະໄດ້ແຈ້ງຜ່ານຈົດໝາຍທີ່ສົ່ງເຖິງການນຳບັນດາປະເທດ ຫຼື ຖ້າບັນລຸໄດ້ຂໍ້ຕົກລົງ, ບັນດາປະເທດນີ້ຈະສືບຕໍ່ເຈລະຈາກັບ ອາເມລິກາ. ອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ແລະ ຖັນແຖວການຄ້າຂອງທ່ານ ຢາກມີຂໍ້ຕົກລົງທີ່ດີທີ່ສຸດໃຫ້ແກ່ປະຊາຊົນ ແລະ ຜູ້ອອກແຮງງານ ອາເມລິກາ”.

        ໃນຈົດໝາຍທັງໝົດ 14 ສະບັບນັ້ນ, ທ່ານ Donald Trump ລ້ວນແຕ່ກ່າວເຕືອນວ່າ ອາດຈະເພີ່ມອັດຕາພາສີຂຶ້ນລະດັບສູງກວ່າອັດຕາທີ່ໄດ້ປະກາດ ຖ້າຫາກວ່າ ບັນດາປະເທດນັ້ນຈັດວາງອັດຕາພາສີໂຕ້ຕອບ. ທ່ານຢືນຢັນວ່າ, ບັນດາອັດຕາພາສີໃໝ່ຈະແມ່ນສະເພາະສຳລັບແຕ່ລະຂະແໜງ, ໝາຍຄວາມວ່າ ອັດຕາພາສີໃໝ່ຈະບໍ່ບວກກັບພາສີທີ່ ອາເມລິກາ ພວມຈັດວາງສຳລັບຂະແໜງການລະອຽດຈຳນວນໜຶ່ງ, ຄື: ເຫຼັກກ້າ ແລະ ອາລູມີນຽມລົດໂອໂຕນຳເຂົ້າ ອາເມລິກາ.

ການກັບຄືນມາຂອງນະໂຍບາຍ “ປະເທດ ອາເມລິກາ ເໜືອກວ່າສິ່ງໃດໝົດ”

        ແຈ້ງການຂອງທ່ານປະທານາທິບໍດີ Donald Trump ໄດ້ສ້າງຂີດໝາຍການກັບຄືນມາຂອງນະໂຍບາຍການຄ້າ “ປະເທດ ອາເມລິກາ ເໜືອກວ່າສິ່ງໃດໝົດ” ຂອງທ່ານ, ເພື່ອແນໃສ່ຈຳກັດການຂາດດຸນການຄ້າ ແລະ ປົກປ້ອງບັນດາຂະແໜງອຸດສາຫະກຳພາຍໃນປະເທດ. ທ່ານ ແລະ ບັນດາຜູ້ໃຫ້ຄຳປຶກສາໄດ້ຍົກກອອກບັນດາແຜນການທີ່ເຕັມໄປດ້ວຍຄວາມຫວັງໃຫ້ແກ່ໄລຍະຕໍ່ໄປ ແລະ ໄດ້ຢັ້ງຢືນເປັນຫຼາຍເທື່ອວ່າ ເຂົາເຈົ້າພວມເຈລະຈາກັບນັບ 10 ຄູ່ຄ້າເພື່ອແນໃສ່ຫຼຸດຜ່ອນການຂາດດຸນການຄ້າ ແລະ ລົບລ້າງບັນດາຮົ້ວກີດຂວາງ.

ອາເມລິກາ ສືບຕໍ່ສ້າງຄວາມກົດດັນຕໍ່ບັນດາຄູ່ຄ້າ - ảnh 2 ທ່ານ Donald Trump ກ່າວຄຳເຫັນໃນພາເຂົ້າຄ່ຳກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ
(ພາບ: REUTERS/Kevin Lamarque)

        ເຖິງວ່າໄດ້ວາງເປົ້າໝາຍບັນລຸໄດ້ຂໍ້ຕົກລົງກັບ 90 ປະເທດໃນຮອບເວລາ 90 ວັນ, ແຕ່ມາຮອດປະຈຸບັນ, ອາເມລິກາ ພຽງບັນລຸໄດ້ຂໍ້ຕົກລົງກັບ 3 ປະເທດນັ້ນແມ່ນ ອັງກິດ, ຈີນ ແລະ  ຫວຽດນາມ. ເຖິງວ່າທ່ານ Donald Trump ໄດ້ສະແດງຄວາມວິຕົກກັງວົນເປັນຫຼາຍຄັ້ງກ່ຽວກັບດ້ານການຄ້າກັບສະຫະພາບ ເອີລົບ (ອີຢູ) ກໍ່ຕາມ, ແຕ່ກຸ່ມນີ້ຍັງບໍ່ທັນໄດ້ຮັບຈົດໝາຍຈາກທ່ານ. ໃນຂະນະນັ້ນ, ຫຼາຍປະເທດກໍ່ຕັ້ງຄວາມຫວັງຈະມີການຕໍ່ກຳນົດເວລາ ເພື່ອມີເວລາຕື່ມອີກສຳລັບຂໍ້ຕົກລົງທີ່ສ້າງຜົນປະໂຫຍດໃຫ້ທັງ 2 ຝ່າຍ. ກ່າວຄຳເຫັນໃນພາເຂົ້າຄ່ຳກັບທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ຢູ່ທຳນຽບຂາວໃນຕອນຄ່ຳວັນທີ 07 ກໍລະກົດ, ທ່ານ Donald Trump ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຈະເວົ້າວ່າແມ່ນຄົງທີ່, ແຕ່ບໍ່ແມ່ນຄົມທີ່ 100%. ຖ້າຫາກວ່າເຂົາເຈົ້າໂທລະສັບ ແລະ ເວົ້າວ່າ ພວກຂ້າພະເຈົ້າຢາກເຮັດສິ່ງໃດໜຶ່ງຕາມວີທີອື່ນ, ພວກຂ້າພະເຈົ້າຈະເປີດໂອກາດໃຫ້ສິ່ງນັ້ນ. ແຕ່ໂດຍພື້ນຖານແລ້ວ, ໃນປະຈຸບັນແມ່ນຄືແນວນັ້ນ”.

        ປະຈຸບັນ, ບັນດາການເຈລະຈາຄັ້ງຕໍ່ໄປພວມໄດ້ຂຶ້ນແຜນ. ເລື່ອງປະກາດບັນດາອັດຕາພາສີໃໝ່ຂອງ ອາເມລິກາ ທີ່ຈະເລີ່ມປະຕິບັດແຕ່ວັນທີ 01 ສິງຫາ ໄດ້ສົ່ງຜົນສະທ້ອນເຖິງຕະຫຼາດການເງິນ ອາເມລິກາ ໃນທັນທີ, ເມື່ອສິ້ນສຸດວາລະທຸລະກຳໃນວັນທີ 07 ກໍລະກົດ, ບັນດາດັດຊະນີຫຼັກຊັບຢູ່ປະເທດນີິ້ໄດ້ຫຼຸດລົງພ້ອມກັນ. ບັນດານັກໄຈ້ແຍກມີຄວາມວິຕົກກັງວົນວ່າ ເລື່ອງຈັດວາງອັດຕາພາສີສົມທົບແນໃສ່ບັນດານັກສົ່ງອອກຕົ້ນຕໍ, ອາດຈະສົ່ງຜົນສະທ້ອນຫຼາຍພໍສົມຄວນເຖິງລະບົບສະໜອງທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ