ອາເມລິກາປັບປຸງ ແລະ ສ້າງທີ່ຕັ້ງບົດບາດ ຍຸດທະສາດຢູ່ ທະວີບອາຟະລິກາ

  

ອາເມລິກາປັບປຸງ ແລະ ສ້າງທີ່ຕັ້ງບົດບາດ ຍຸດທະສາດຢູ່ ທະວີບອາຟະລິກາ - ảnh 1
 ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ​ນາງ Hillary Clinton ຢູ່ດາກາ ປະເທດ ເຊເນການ. (ພາບ: Reuters)


   ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ​ນາງ Hillary Clinton ພວມ​ທຳ​ການ​ຢ້ຽມຢາມ 6 ປະ​ເທດ​ໃນທະວີບອາ​ຟະ​ລິ​ກາ​ເປັນເວລາ 11 ວັນ. ການ​ຢ້ຽມຢາມ​ແມ່ນ​ຖືກ​ດຳ​ເນີນ​ພາຍຫຼັງ​ທີ່​ອຳນາດ​ການ​ປົກຄອງຂອງ​ປະທານາທິບໍດີ Barack Obama ປະກາດ​ຍຸດ​ທະ​ສາດ​ໃໝ່​ທີ່​ມີ​ຕໍ່​ເຂດ​ທາງ​ທິດ​ໃຕ້​ຂອງ​ທະ​ເລ​ຊາຍ​ຊາ​ຮາຣາ​ ເມື່ອ​ເດືອນ 6 ທີ່​ຜ່ານ​ມາ, ການ​ເດີນ​ທາງ​ຢ້ຽມຢາມຂອງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ  Hillary Clinton ​ແມ່ນ​ການ​ສືບ​ຕໍ່​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ ອາ​ເມ​ລິ​ກາ ​ເພື່ອ​ນຳ ທະວີບອາ​ຟະ​ລິ​ກາກາຍ​ເປັນ​ພາກ​ພື້ນ​ຮັບ​ບຸລິ​ມາ​ສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ.

    ການ​ເດີນທາງຢ້ຽມຢາມ 6 ປະ​ເທດ​ໃນທະວີບອາ​ຟະ​ລິ​ກາຂອງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ  Hillary Clinton ເລີ່ມແຕ່ວັນທີ 31/7 ຊຶ່ງພວມສະແດງໃຫ້ເຫັນບາດກ້າວເດີນໂດຍຖືຜົນປະໂຫຍດ ເປັນສຳຄັນ      ແລະ  ສະຫຼາດສະຫຼຽວໃນນະໂຍບາຍການຕ່າງປະເທດຂອງອາ​ເມ​ລິ​ກາ. ການ​ຢ້ຽມຢາມ​ແມ່ນ​ຖືກ​ດຳ​ເນີນ​ພາຍຫຼັງ​ທີ່​ປະທານາທິບໍດີ Barack Obama ປະກາດ​ຍຸດ​ທະ​ສາດ​ໃໝ່​ທີ່​ມີ​ຕໍ່ ທະວີບອາ​ຟະ​ລິ​ກາຊຶ່ງລວມມີ 4 ເສົາຄ້ຳຄື : ປັບປຸງບັນດາລະບອບ ປະຊາທິປະໄຕ, ຊຸກຍູ້ການເຕີບໂຕເສດຖະກິດ, ການຄ້າ ແລະ ການລົງທຶນ; ຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງ; ສົ່ງເສີມການພັດທະນາ ແລະ ອີກເທື່ອໜຶ່ງ​ໄດ້​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ເດີນ​ຕາມ, ​ສ້າງ​ຜົນ​ສະທ້ອນ​ຢ່າ​ງ​ແຂງ​ແຮງ​ຢູ່ ທະວີບອາ​ຟະ​ລິ​ກາ​ຂອງ ປະທານາທິບໍດີ Barack Obama ນັບ​ຕັ້ງ​ແຕ່​ເວລາ​ຫາ​ກໍ​​ເຂົ້າ​ດຳ​ລົງ​ຕຳ​ແໜ່​ງ.

    ຕາມ​​ແຜນການ​ຢ້ຽມຢາມແລ້ວ, ຢູ່​ປະ​ເທດ ​ເຊ​ເນ​ການ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ມີ​ບົດ​ກ່າວ​ປາ​ໄສ​ຢູ່​ມະຫາວິທະຍາ​ໄລ Cheikh Anta Diop ຢູ່​ນະຄອນຫຼວງ ດາ​ກາ, ຫຼັງ​ຈາກ​ນັ້ນ​ຈະ​ມີ​ການ​ພົບ​ປະ​ກັບ ປະທານາທິບໍດີ ​ເຊ​ເນ​ການ Macky Sall ​ເພື່ອ​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ຂອງວໍ​ຊິງ​ຕັນ ທີ່​ຖື​ເຊ​ເນ​ການ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ສຸດ​ຂອງ ອາ​ເມ​ລິ​ກາ ​ໃນ​ປະຊາ​ຄົມ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝະລັ່ງ​ຢູ່ທະວີບອາ​ຟະ​ລິ​ກາ. ຢູ່​ປະ​ເທດ​ຊູ​ດັງ​ໃຕ້, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ  Hillary Clinton ຈະມີ​ການ​ເຈລະຈາກັບ​ປະທານາທິບໍດີ Salva Kiir , ຢືນຢັນ​ຄືນ​ການ​ສະໜັບສະໜູນ​ຂອງ ອາ​ເມ​ລິ​ກາ ພ້ອມ​ທັງ​ຊຸກຍູ້​ວິວັດທະນາ​ການ​ເຈລະຈາ​ກັບ ຊູ​ດັງ ​ເພື່ອ​ແນ​ໃສ່​ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ໝັ້ນຄົງ, ນ້ຳມັນ ​ແລະ ສິດ​ພົນລະ​ເມືອງ​ລະຫວ່າງ 2 ປະ​ເທດ​ນີ້. ວັນ​ທີ 10/8 ທ່ານ​ນາງ Hillary Clinton ຈະຢ້ຽມຢາມ​ປະ​ເທດ ອຸ​ການ​ດາ ຊຶ່ງ​ຈະ​ມີ​ການ​ເຈລະຈາ​ກັບ ປະທານາທິບໍດີປະ​ເທດ​ເຈົ້າພາບ​​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ແຜ່​ລະບາດ​ເຊື້ອ​ໄວຣັດ Ebola ທີ່​ໄດ້​ເຮັດ​ໃຫ້ 14 ຄົນ​ຢູ່​ປະ​ເທດ​ນີ້​ເສຍ​ຊີວິດ. ສ່ວນ​ຢູ່​ປະ​ເທດ ​ເຄັນ​ຢາ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາຈະ​ມີ​ບັນດາ​ການ​ເຈລະຈາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ປະ​ເທດ​ນີ້​ເພື່ອ​ຢືນຢັນ​ການ​ສະໜັບສະໜູນ​ຂອງ ອາ​ເມ​ລິ​ກາທີ່​ມີ​ຕໍ່​ການ​ປະຕິບັດ​ສຳ​ເລັດ​ວິວັດທະ ນາ​ການມອບ​ໂອນ​ອຳນາດການ​ເມືອງ​ຢູ່ ​ໂຊ​ມາລີ​ໃນ​ວັນ​ທີ 20/8. ພາຍຫຼັງ​ຢ້ຽມຢາມ ມາລາ​ວິ, ທ່ານ​ນາງ Hillary Clinton ພ້ອມ​ກັບ​ຄະນະ​ນັກທຸລະກິດ ອາ​ເມ​ລິ​ກາ ຈະ​ໄປ​ຢ້ຽມຢາມອາ​ຟະ​ລິ​ກາ​ໃຕ້​ເພື່ອ​ເຂົ້າ​ຮ່ວມ​ການ​ສົນທະນາ​ຍຸດ​ທະ​ສາດ ອາ​ເມ​ລິ​ກາ - ອາ​ຟະ​ລິ​ກາ​ໃຕ້ ດ້ວຍ​ຈຸດ​ໃຈກາງ​ແມ່ນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

     ​ເຖິງ​ວ່າ​ດ້ວຍ​ຈຸດ​ສຸມ​ແມ່ນ​ຊຸກຍູ້​ປະຊາທິປະ​ໄຕ, ການ​ເຕີບ​ໂຕ​ເສດຖະກິດ ກໍ​ຄື​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ, ​ແຕ່​ວົງ​ການ​ນັກ​ສັງ​ເກດ​ການ​ຖື​ວ່າ ການ​ຢ້ຽມຢາມ​ຂອງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ແມ່ນ​ຊ້ອນ​ແຝງ ຫຼາຍ​ສິ່ງ​ຫຼາຍ​ຢ່າງ. ກ່ອນ​ອື່ນ​ໝົດ, ກ່ຽວ​ກັບ​ດ້ານພູມສາດ​ທ່ີ​ກ່ຽວຂ້ອງ​ເຖິງ​ການ​ເມືອງ, ດ້ວຍ​ເນື້ອ​ທີ່ ກ່ວາ 30 ລ້ານ​ຕາລາງ​ກິ​ໂລ​ແມດ ກວມ​ເອົາ 1/5 ​ເນື້ອ​ທີ່​ທົ່ວ​ໂລກ, ​ແຕ່​ດົນ​ນານ​ມາ​ແລ້ວ, ທະວີບອາ​ຟະ​ລິ​ກາ​ໄດ້​ມີ​ຊື່​ສຽງ​ດ້ວຍ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ ພ້ອມ​ກັບ​ເນື້ອ​ທີ່​ດິນອຸດົມສົມບູນ​ຮັບ​ໃຊ້ການ​ປູກຝັງ ​ແລະ ​ເຂດ​ປາ​ດົງ​ດິບ​ທີ່​ກ້ວາງ​ໃຫຍ່​ໄພສານ, ທະວີບອາ​ຟະ​ລິ​ກາຍັງ​ແມ່ນ​ແຫ່ງ​ສະໜອງ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປາ​ຂອງ​ດົງ​ຫຼາຍ​ຊະນິດ​ໃຫ້​ແກ່​ຕະຫຼາດ​ໂລກ. ​ເພາະສະ​ນັ້ນ ການ​ຢ້ຽມຢາມ​ຂອງທ່ານ​ນາງ Hillary Clinton ກໍ​ເພື່ອ​ແນ​ໃສ່​ຢັ້ງຢືນບັນ​ດາ​ການ​ຄິດ​ໄລ​ຂອງ​ທຳນຽບຂາວ, ມັນ​ຖືກ​ດຳ​ເນີນ​ໃນ​ຈຸດ​ເວລາ​ພາຍຫຼັງ​ທີ່​ຈີນ​ຈັດ​ຕັ້ງ​ກອງ​ປະຊຸມ​ລັດຖະມົນຕີ​ຄັ້ງ​ທີ່ 5 ​ເວທີ​ປາ​ໄສ​ຮ່ວມ​ມື ຈີນ - ທະວີບອາ​ຟະ​ລິ​ກາ ຢ່າງ​ສຳ​ເລັດ​ຜົນ​ເມື່ອ​ວັນ​ທີ 20/7ທີ່​ຜ່ານ​ມາ​ຢູ່​ປັກ​ກິ​ງ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຈີນ​ໄດ້​ປະ​ສົບ​ຜົນສຳ​ເລັດ​ດ້ວຍ​ບັນດາ​ຈຸດໝາຍ​ຂອງ​ຕົນຄື ຕັດສິນ​ໃຈ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່​ມີ​ຄວາມເລິກ​ເຊິ່ງຂຶ້ນ​ຕື່​ມ, ປັບປຸງ​ຄວາມ​ສາມັກ​ຄີ​ລະຫວ່າງ​ບັນດາ​ປະ​ເທດ​ພວມ​ພັດທະນາ. ​ແນ່ນອນ​ວ່າ ສຳລັບ​ວໍ​ຊິງ​ຕັນ, ຄວາມ​ມັກ​ໃຫຍ່​​ໄຝ່ສູງ ສ້າງ​ຜົນ​ສະທ້ອນ​ທີ່​ມີ​ລັກສະນະ​ຄອບງຳ​ກຳນົດ​ທິດ​ຢູ່ ທະວີບນີ້ ​ແມ່ນ​ຕ້ອງ​ໄດ້​ຮັບ​ການ​ຢັ້ງຢືນ​ຕໍ່ໜ້າ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ອື່ນໆ, ພິ​ເສດ​ແມ່ນ​ຈີນ.

   ອາດ​ຈະ​ເຫັນ​ໄດ້​ຄວາມ​ຈິງ ຂະນະ​ທີ່​ອຳນາດ​ການ​ປົກຄອງ​ສະ​ໄໝ​ກ່ອນ​ຂອງ ປະທານາທິບໍດີ G. Bush ​ໄດ້​ສຸມ​ກຳລັງ​ຫຼາຍ​ເກີນ​ໄປ​ເຂົ້າ​ໃນ​ການ​ສູ້​ຮົບ​ຕ້ານ​ໄພ​ກໍ່​ການ​ຮ້າຍ​ຢູ່ ອີຣັກ ​ແລະ ​ອາບ​ກາ​ນິສຖານ ​ແຕ່ພັດ​ປະລະ​ບັນດາ​ຜົນ​ປະ​ໂຫຍ​ດຢູ່ ທະວີບນີ້. ສຳລັບ​ປັກ​ກິ​ງ, ​ໄດ້​ມີ​ຈຸດ​ຢືນ​ຢູ່ ທະວີບອາ​ຟະ​ລິ​ກາ. ປະຈຸ​ບັນ​ຈີນ​ພວມ​ແມ່ນ​ນັກ​ລົງທຶນ​ຕ່າງ​ປະ​ເທດ​ອັນ​ດັບ​ໜຶ່ງ​ຢູ່​ຫຼາຍ​ປະ​ເທດ​ໃນ ທະວີບອາ​ຟະ​ລິ​ກາ. ຈີນ​ໄດ້​ສະຫງວນ​ບຸລິ​ມາ​ສິດ​ຫຼາຍ​ຢ່າງ​ໃຫ້​ແກ່ ທະວີບອາ​ຟະ​ລິ​ກາ​ຄື ​ເປີດ​ປະຕູ​ຕະຫຼາດ​ສິນຄ້າ, ຍົກ​ຈຳນວນ​ປະ​ເພດ​ສິນຄ້າ​ໄດ້​ຮັບ​ການ​ຍົກ​ເວັ້ນພາສີ ຈາກ 190 ປະ​ເພດ​ຂຶ້ນ​ເປັນ 440 ປະ​ເພດ​ໃຫ້​ແກ່ 28 ປະ​ເທດ​ດ້ອຍ​ພັດທະນາ​ໃນ ທະວີບນີ້, ພ້ອ​ມກັນ​ນັ້ນ ກໍ​ປະກາດ​ລົບ​ລ້າງ 150 ບ້ວງ​ໜິ້ສິນ​ໃຫ້​ແກ່ 32 ປະ​ເທດ​ໃນ ທະວີບອາ​ຟະ​ລິ​ກາ. ຢູ່​ທີ່ ກອງ​ປະຊຸມ​ລັດຖະມົນຕີ​ຄັ້ງ​ທີ່ 5 ​ເວທີ​ປາ​ໄສ​ຮ່ວມ​ມື ຈີນ - ທະວີບອາ​ຟະ​ລິ​ກາ​ເມື່ອ​ວັນ​ທີ 20/7ທີ່​ຜ່ານ​ມາ, ຈີນ​ໄດ້​ໝັ້ນ​ໝາຍ​ຖອກ​ບ້ວງ​ສິນ​ເຊື່ອ 20 ຕື້ USD ​​ເຂົ້າ​ພາກ​ພື້ນ​ນີ້ ​ແລະ ບ້ວງ​ສິນ​ເຊືອ່ນີ້​ຈະ​ຖືກ​ປ່ອຍ​ໃນ​ຮອບ 3 ປີ​ຂ້າງ​ໜ້າ.

   ຍ້ອນ​ເຫດ​ນີ້​ເອງ, ​ໄດ້​ເຮັດ​ໃຫ້ອຳນາດ​ການ​ປົກຄອງ​ຂອງ ປະທານາທິບໍດີ Barack Obama ບໍ່​ອາດ​ຊັກ​ຊ້າ​ໃນ​ການ​​ແຂ່ງຂັນ​ທີ່​ສຳຄັນ​ນີ້. ຫາງ​ສຽງ​ຖື​ວ່າ ການ​ຢ້ຽມຢາມອາ​ຟະ​ລິ​ກາຂອງລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ  Hillary Clinton ຄັ້ງ​ນີ້ ແມ່ນການກະທຳເພື່ອເພີ່ມທະວີສາຍພົວພັນ ແລະ ຜົນສະທ້ອນ ຂອງອາ​ເມ​ລິ​ກາທີ່ມີຕໍ່ບັນດາປະເທດພັນທະມິດໃນ ທະວີບອາ​ຟະ​ລິ​ກາ, ຜ່ານນັ້ນ ຈະສ້າງສຳພັນທະມິດໃໝ່ ເພື່ອຂຸດຄົ້ນບັນດາແຫຼ່ງຜົນປະໂຫຍດຊັບພະຍາກອນຢູ່ພາກພື້ນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ