ຮ່ວມແຮງຮ່ວມໃຈເພື່ອຈຸດໝາຍເຊື່ອມໂຍງເຂົ້າກັບສາກົນ

    ຮ່ວມແຮງຮ່ວມໃຈເພື່ອຈຸດໝາຍເຊື່ອມໂຍງເຂົ້າກັບສາກົນ - ảnh 1
         ( ພາບ :baomoi.com )

ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ໃນ​ບັນດາ​ອົງການ​ການ​ຄ້າ ​ແລະ ອົງການ​ການ​ເງິນ​ໃຫຍ່​ນັນ​ມື້​ນັບ​ເລິກ​ເຊິ່ງ, ນີ້​ກໍ່​ແມ່ນ​ກາລະ​ໂອກາດ​ທີ່​ດີ, ​ແຕ່​ກໍ່​ຍັງ​ມີ​ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ, ​ເປັນ​ຕົ້ນ​ແມ່ນ​ໃນ​ສະພາບ​ວິ​ກິດ​ການຄືປະຈຸບັນ. ຕ້ອງເຮັດແນວໃດທັງ ປົກປັກຮັກສາຜົນປະໂຫຍດແຫ່ງຊາດເປັນຢ່າງດີ, ທັງສາມາດເຊື່ອມໂຍງເຂົ້າກັບ ສາກົນໄດ້, ນັ້ນແມ່ນໜ້າທີ່ໄດ້ວາງອອກໃຫ້ຂະແໜງການທູດ, ໃນນັ້ນມີບັນດາ ເອກອັກຄະລັດຖະທູດ, ທີ່​ປຶກສາ​ດ້ານ​ການ​ຄ້າ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ນີ້​ກໍ່​ແມ່ນ​ເນື້ອ​ໃນ​ຖືກ​ເຕື້ອງ​ເຖິງ​ໃນ​ກອງ​ປະຊຸມ ທີ່​ປຶກສາ​ດ້ານ​ການ​ຄ້າ​ປີ 2011 ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ວຽກ​ງານການ​ຕ່າງປະ​ເທດ ຄັ້ງ​ທີ່ 27 ຊຶ້ງພວມ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ດ້ວຍ​ຫົວ​ຂໍ້​ວ່າ “ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ​ແລ​ະໜ້າ​ທີ່ການ​ພົວພັນ​ດ້ານ​ເສດຖະກິດ​ກັບ​ຕ່າງປະ​ເທດ​ໃນ​ໄລຍະ​ໃໝ່ ”

   ​ໃນ​ບັນຍາກາດ​ຟົດ​ຟື້ນ​ຍາມ​ທ້າຍ​ປີ 2011, ບັນດາເອກອັກຄະລັດຖະທູດ, ທີ່​ປຶກສາ​ດ້ານ​ການ​ຄ້າ​, ທູດ​ການ​ຄ້າຫວຽດນາມທີ່​ປະຈຳ​ຢູ່​ປະ​ເທດ​ຕ່າງໆ​ໃນ​ໂລກ ​ໄດ້​ກັບ​ມານະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ ທີ່​ປຶກສາ​ດ້ານ​ການ​ຄ້າ​ປີ 2011. ທາງ​ດ້ານ​ສຳພາລະ​ຂອງ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່ມີ​ຂໍ້​ມູນ​ຂ່າວສານ​ຈາກ ຕະຫຼາດ​ທີ່​ເຂົາ​ເຈົ້າ​ຮັບຜິດຊອບ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບັນດາ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ສຸ​ມຈິດ​ສຸມ​ໃຈ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ຂອງປະ​ເທດ​ຊາດ. ກອງ​ປະຊຸມທີ່​ປຶກສາ​ດ້ານ​ການ​ຄ້າ​ຄັ້ງ​ນີ້​ເລັ່ງ​ໃສ່​ຕີ​ລາ​ຄາ, ​ໄຈ້​ແຍກ​ສະພາບ​ການ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ​ສາກົນ, ຈາກ​ນັ້ນ​ຈະ​ວາງ​ອອກ​ໜ້າ​ທີ່​ລະອຽດ​ເພື່ອ​ສືບ​ຕໍ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ ​ເພື່ອ​ຈຸດໝາຍ​ສູງ​ສຸດ​ແມ່ນ​ນຳ​ຜົນ​ຜະ​ໂຫຍ​ດ ມາສູ່ປະ​ເທດ​ຊາດ. ​ແຕ່​ໃນ​ໄລຍະ​ໃໝ່​ນີ້, ຂະນະ​ທີ່ການ​ເປີດ​ກ້ວາງ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ​ແມ່ນນັບມື້​ນັບ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ເປັນ​ຢ່າງ​ດີ, ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ​ນັ້ນ, ມີ​ຄຳ​ຄິດ​ຄຳ​ເຫັນ​ຫຼາຍ​ຂໍ້​ຖື​ວ່າ ຄວນ​ມີ​ການ​ສົມທົບ​ກັນ​ເປັນ​ຢ່າງ​ດີ​ກ່ວາ​ອີກ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ພິ​ເສດ​ແມ່ນ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ. ທ່ານ​ຫງວຽນກວກ​ເກືອ​ງເອກອັກຄະລັດ ຖະທູດຫວຽດນາມປະຈຳ​ອາ​ເມ​ລິ​ກາ​ແບ່ງປັນ​ຄຳ​ເຫັນ​ວ່າ ການ​ທູດ​ພຽງ​ແຕ່​ໜູນ​ຊ່ວຍ ​ແລະ​ສ້າງ​ສະພາບ​ແວດ​ລ້ອມ, ຫາກ​ບໍ່​ສາມາດ​ເຮັດ​ແທນ​ວິ​ສາ​ຫະກິດ​ໄດ້, ກຳລັງ​ພາຍ​ໃນ​ຂອງ​ວິ​ສາ​ຫະກິດ​ຈຶ່ງ​ແມ່ນ​ປັດ​ໃຈ​ທີ່​ສຳຄັນ​ທີ່​ສຸດ, ຕັດສິນ​ປະສິດທິ​ຜົນການ​ແກ່ງ​ແຍ້​ງ ​ແລະ​ເໜືອ​ກ່ວາ​ສິ່ງ​ໃດ​ໝົດ​ແມ່ນ​ຕ້ອງ​ກຳ​ແໜ້ນ​​ກົດໝາຍ​ການ​ຄ້າ​ສາກົນ, ຫຼີກ​ລ້ຽງ​ຄວາມ​ສ່ຽງ​ເມື່ອດຳເນີນທຸລະກິດຢູ່​ບັນດາຕະຫຼາດຈຸດ​ສຸມ. ທ່ານເກືອງໃຫ້ຮູ້ວ່າ : “​ແຕ່​ລະອາ​ທິດ, ຂ້າພະ​ເຈົ້າ​ກໍ່​ລ້ວນ​ແຕ່​ຕ້ອນຮັບ​ບັນດາ ຄະນະວິ​ສາ​ຫະກິດ​ອາ​ເມ​ລິ​ກາ ​ແລະ​ໃນ​ທຸກເດືອນ​ໃດ ກໍ​ມີ​​ສະຫະ​ສະມາຄົມ​ວິ​ສາ​ຫະກິດຕ່າງໆ​ຂອງ ອາ​ເມ​ລິ​ກາ​ພົບ​ປະກັນ​ເພື່ອ​ຊອກ​ຮູ້​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ​ເຂົ້າ​ຫວຽດນາມ. ສຳລັບວິ​ສາ​ຫະກິດຫວຽດນາມ​ແລ້ວ, ຂ້າພະ​ເຈົ້າ​ກໍ່​ໄດ້​ຕ້ອນຮັບ​ບາງ​ ວິ​ສາ​ຫະກິດມາ​ຊອກ​ຮູ້​ກ່ຽວ​ກັບ​ການ​ລົງທຶນ​ທຳ​ມາ​ຄ້າ​ຂາຍ​ຢູ່ອາ​ເມ​ລິ​ກາ, ​ແຕ່​ຂ້າພະ​ເຈົ້າ​ເຫັນ​ວ່າ ຄວາມ​ເປັນ​ເຈົ້າ​ການ​ຂອງວິ​ສາ​ຫະກິດ​ຫວຽດນາມ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ຕະຫຼາດ​ອາ​ເມ​ລິ​ກາ, ພິ​ເສດ​ແມ່ນຄວາມ​ເປັນ​ເຈົ້າ​ການ​ຂອງວິ​ສາ​ຫະກິດ​ຫວຽດນາມ​ໃນ​ວິວັດ​ການ​ຫວຽດນາມ​ເຂົ້າ​ຮ່ວມ​ເຈລະຈາ​ ສັນຍາ​ຄູ​ຮ່ວມ​ມື​ຍຸດ​ທະ​ສາດ​ເຊື່ອມ​ຕໍ່​ປາຊີ​ຟິກ ( TPP ) ​ແມ່ນ​ຍັງອ່ອນ​ຫຼາຍ​ເມື່ອ​ທຽບ​ໃສ່ວິ​ສາ​ຫະກິດອາ​ເມ​ລິ​ກາ  ”​

   ທ່ານ​ຫງວຽນກວກ​ເກືອ​ງ​ໃຫ້​ຮູ້​ວ່າ ປະຈຸ​ບັນ​ໃນ​ການ​ເຈລະຈາ TPP ກັບ​ອາ​ເມ​ລິ​ການັ້ນ, ມີ​ສະຫະ​ສະມາຄົມວິ​ສາ​ຫະກິດຫວຽດນາມ​ພຽງ​ແຫ່ງ​ດຽວ, ນັ້ນ​ແມ່ນ​ສະຫະ​ສະທາ​ຄົມ​ຕ່ຳ​ແຜ່ນ​ຕັດຫຍິບ ​ໄດ້​ເປັນ​ເຈົ້າ​ການ​​ແຕ່ງ​ຕັ້ງ​ຜູ້​ຕາງໜ້າ​ເຂົ້າ​ຮ່ວມ​ຄະນະ​ນັກ​ເຈລະຈາ​ຫວຽດນາມ. ​ໃນ​ຂະນະ​ນັ້ນ, ບັນດາວິ​ສາ​ຫະກິດອາ​ເມ​ລິ​ກາ ມີ​ການ​ເອົາ​ໃຈ​ໃສ່​ຢ່າງ​ຫຼວງ​ຫຼາຍ, ​ເຂົາ​ເຈົ້າ​ຂົນຂວາຍ​ຄະນະ​ນັກ​ເຈ​ລະ​ຈາ​​ເພື່ອ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ຕົນ. ທ່ານ​ຫງວຽນກວກ​ເກືອ​ງ​ເນັ້ນ​ໜັກ​ວ່າ ຍິ່ງ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ເທົ່າ​ໃດ ກໍ່​ຍິ່ງ​ສາມາດ ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ຕົນ​ໄດ້​ເທົ່າ​ນັ້ນ. ພ້ອມ​ກັນ​ນັ້ນ​ກໍ່​ຍັງ​ກ່າວ​ເຕືອນວິ​ສາ​ຫະກິດວຫວຽດນາມ ​ເມື່ອດຳເນີນ​ທຸລະກິດຢູ່​ຕະຫຼາດ​ອາ​ເມ​ລິ​ກາ ​ແມ່ນ​ຕ້ອງ​ປະຕິບັດ​ຕາມ​ລະບຽບ​ກົດ​ໝາຍ, ທັງ​ນີ້ຈຶ່ງ ສາມາດ ກຽມພ້ອມ​ຮັບ​ມື​ກັບ​ບັນດາ​ກໍລະນີ​ຮ້ອງ​ຟ້ອງ.

   ທ່ານຫງວຽນ​ຟູ​ບີ​ງ ເອກອັກຄະລັດຖະທູດຫວຽດນາມ​ປະຈຳ​ຍີ​ປຸ່ນ​ ເນັ້ນ​ໜັກ​ວ່າ ບັນດາເອກອັກຄະລັດຖະທູດ, ທີ່​ປຶກສາ​ດ້ານ​ການ​ຄ້າ​ຫວຽດນາມຢູ່​ຕ່າງປະ​ເທດ ຄວນ​ເປັນ​ເຈົ້າ​ການ​ສັງ​ເກດ​ຕີ​ລາຄາ​ສະພາບ​ການ​ຢ່າງ​ຖືກຕ້ອງ, ​ເພື່ອ​ຈາກ​ນັ້ນຈະ​ຊອກ​ຫາ​ບັນດາ​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້​ງ, ​ເພີ່ມ​ທະວີ​ການ​ຄ້າ, ດຶງ​ດູດ​ການ​ລົງທຶນ. ຕາມ   ທ່ານຫງວຽນ​ຟູ​ບີ​ງ ​ແລ້ວ, ​ເຖິງ​ວ່າ​ໃນ​ປີ​ທີ່​ຜ່ານ​ມາ ຍີ​ປຸ່ນປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ​ຍ້ອນ​ຜົນ​ຮ້າຍ​ຢ່ອນ​ຫຼັງ​ຈາກ​ເຫດ​ແຜ່ນດິນ​ໄຫວ ​ແລະ ຄື້ນຟອງ​ຍັກ​ກໍ່ຕາມ, ​ແຕ່​ຍີ​ປຸ່ນຍັງ​ຄົງ​ແມ່ນ​ຕະຫຼາດ​ໃຫຍ​່ຂອງ​ຫວຽດນາມ.  ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ຟູ​ບີ​ງ ​ເວົ້າ​ວ່າ:   “ຍີ​ປຸ່ນ​ສາມາດ​ເພິ່ງ​ຕົນ​ເອງ​ກຸ້ມ​ຕົນ​ເອງ​ກ່ຽວ​ກັບສະບຽງອາຫານ​ໄດ້ພຽງ 40%​ເທົ່າ​ນັ້ນ, ດັ່ງ​ນັ້ນ ການ​ສົ່ງ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳ​ໄປ​ຂາຍ​​ໃຫ້​ຕະຫຼາດ​ຍີ​ປຸ່ນ ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ​ແຕ່​ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ກວດ​ໂລກ​ພະຍາດ. ຖ້າ​ຫາກ​ວ່າ​ພວກ​ເຮົາ​ປະຕິບັດ​ຂອດ​ນີ້​ເປັນ​ຢ່າງ​ດີ, ພວກ​ເຮົາ​ກໍ່​ສາມາດ​ສົ່ງ​ອອກ​ສິນຄ້າ​ໄດ້​ຫຼາຍ​ກ່ວາ. ນອກຈາກ​ນັ້ນ, ກໍ່​ຕ້ອງ​ເພີ່ມ​ກຳລັງ​ແກ່ງ​ແຍ້​ງ, ​ເຮັດ​ໄດ້​ເຊັ່ນ​ນັ້ນ, ພວກ​ເຮົາ​ຈະ​ສາມາດ​ດຶງ​ດູດ​ເງິນ​ລົງທຶນ​ຈາກ​ຍີ​ປຸ່ນ​ໄດ້​ຫຼາຍ​ຂຶ້ນ”
   ສຳລັບ​ບັນຫາ​ແຮງ​ງານ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ມີ​ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ຖື​ວ່າ ນີ້​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ມີ​ການ​ປະກອບສ່ວນ​ບໍ່​ໜ້ອຍ​ເຂົ້າ​ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ​ຢູ່​ພາຍ​ໃນ​ປະ​ເທດ. ປະຈຸ​ບັນ ຫວຽດນາມ​ໄດ້​ບັນດາ​ຂອບ​ເຂດ​ຮ່ວມ​ມື​ກັບ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ, ​ແຕ່​ໃນ​ໄລຍະ​ທີ່​ຈະ​ເຖິງ, ຄວນ​ມີ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ​ລະ​ຫວ່າງບັນດາ​ກະຊວງ​ຂະ​ແໜງ​ການ ​ເພື່ອ​ສືບ​ຕໍ່​ຮັກສາ​ພາບ​ພົດ​ທີ່​ດີ​ກ່ຽວ​ກັບ​ແຮງ​ງານ​ຫວຽດນາມ. ທ່ານ ​ເຈີ​ນຈ້ອງ​ຕວານ ເອກອັກ ຄະລັດຖະທູດຫວຽດນາມ​ປະຈຳ ສ. ​ເກົ່າ​ຫຼີ ​ໃຫ້​ຮູ້​ວ່າ :“ຫວຽດນາມ​ໄດ້​ມີ​ຫຼາຍ​ມາດ​ຕະການ, ຈາກ​ການ​ສຶກສາ​ຈົນ​ເຖິງ​ການ​ຊີ້​ນຳ​ໃຫ້​ແກ່​ບັນດາ​ທ້ອງ​ຖິ່ນ​ຈົ່ງ​ເອົາ​ໃຈ​ໃສ່​ປັບປຸງ​ສະພາບ​ການ​ນີ້, ​ແລ້ວ​ກໍ່​ກະທົບ​ເຖິງຄອບຄົວ ​ແລະ ມີ​ທັງ​ມາດ​ຕະການ​ສຶກສາ​ອົບຮົມ​ແຮງ​ງານ​ຢູ່ ສ. ​ເກົ່າ​ຫຼີ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຮັບ​ຮູ້​​ໄດ້ເຖິງບັນຫາ​ແມ່ນ​ຮັກສາ​ຕະຫຼາດ​ແຮງ​ງານ​ຂອງຫວຽດນາມ”

   ​ໂດຍ​ຖືກ​ດຳ​ເນີນ​ໃນ​ຈຸດ​ເວລາ​ທີ່​ປະ​ເທດ​ຊາດ​ພວມ​ມີ​ການ​ປ່ຽນ​ແປງ​ໃໝ່​ຫຼາຍ​ຢ່າງ, ກອງ​ປະຊຸມ ທີ່​ປຶກສາ​ດ້ານ​ການ​ຄ້າ​ກໍ່​ຄືກ​ອງປະຊຸມ​ວຽກ​ງານ​ການ​ທູດ​ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຳຄັນ. ບັນດາ​ຄຳ​ຄິດ​ຄຳ​ເຫັນ​ປະກອບສ່ວນ​ຢ່າງ​ສຸມ​ຈິດ​ສຸມ​ໃຈ ຂອງ​ບັນດາ​ອົງການ​ຕາງໜ້າທາງ​ການ​ທູດ​ຢູ່​ຕ່າງປະ​ເທດ ຈະ​ເປັນ​ການ​ປະກອບສ່ວນ​ຜັນ​ຂະ​ຫຍາ​ຍ​ແນວທາງ​ການ​ຕ່າງປະ​ເທດ, ນະ​ໂຍບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງຮອບດ້ານ ​ແລະ ມີ​ປະສິດທິ​ຜົນ, ນຳ​ມາ​ຊຶ່ງ​ຜົນງານ​ໃຫ້​ແກ່​ປະ​ເທດ​ຊາດ​ຫຼາຍ​ກ່ວາ​ອີກ ພ້ອມ​ທັງ​ຍົກ​ສູງ​ທີ່​ຕັ້ງບົດບາດ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກອີກດ້ວຍ .

                                                                                                                           ແອງຮ່ວຽນ

 

ຕອບກັບ

ຂ່າວ/ບົດ​ອື່ນ