ຮ່ວມແຮງຮ່ວມໃຈເພື່ອປະຕິບັດບັນດາຍຸດທະສາດແຫ່ງການພັດທະນາ ຊາວໜຸ່ມຫວຽດນາມ

ທີ່​ກອງປະຊຸມ​ຄົບ​ຄະນະຄັ້ງທີ 20 ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມຫວຽດນາມ ທີ່​ຫາ​ກໍ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ເນັ້ນໜັກ​ວ່າ: ປີ 2012 ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມຫວຽດນາມ ຄວນເປັນ​ເຈົ້າການ ສົມທົບ​ກັບ​ບັນດາ​ກະຊວງ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ​ເປັນ​ເສນາ​ທິການ ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາຊາວ​ໜຸ່ມ​ຫວຽດນາມ ​ໄລຍະ 2011-2020, ​ໂດຍ​ສຸມ​ໃສ່ 3 ​ເນື້ອ​ໃນ​ສຳຄັນ, ນັ້ນ​ແມ່ນ​ການ​ສຶກສາ​ອົບຮົມ​ແນວ​ຄິດ, ຄຸນສົມບັດ​ແບບ​ແຜນການ​ດຳລົງ​ຊີວິດ​​ທີ່ໂປ່​ງໃສ​ໃຫ້​ແກ່​ຊາວ​ໜຸ່ມ; ​ເອົາ​ໃຈ​ໃສ່​ເຖິງ​ການ​ບຳລຸງ​ສ້າງ​ວິຊາ​ຊີບ ​ແລະ​ ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຊາວ​ໜຸ່ມ, ສ້າງ​ສະພາບ​ແວດ​ລ້ອມ, ສະຖານ​ທີ່​ລະຫຼີ້ນບັນ​ເທິງ​ທີ່ໂປ່​ງ​ໃສ​ໃຫ້​ແກ່​ຊາວ​ໜຸ່ມ​ເຍົາວະ​ຊົນ.

ຮ່ວມແຮງຮ່ວມໃຈເພື່ອປະຕິບັດບັນດາຍຸດທະສາດແຫ່ງການພັດທະນາ ຊາວໜຸ່ມຫວຽດນາມ - ảnh 1

ຮອດ​ປີ 2020 ມີ 80% ຈຳນວນຊາວ​ໜຸ່ມ​ໄດ້​ຮັບ​ການ​ປະກອບ​ເຕັກນິກ​ການ​ດຳລົງ​ຊີວິດ

(ພາບ: sonoivu.angiang.gov.vn)

​   ໃນ​ເດືອນ 12/2011, ທ່ານ​ນາຍົກລັດຖະມົນຕີ​ໄດ້​ເຊັນ​ອະນຸມັດຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາຊາວ​ໜຸ່ມ​ຫວຽດນາມ ​ໄລຍະ 2011-2020, ດ້ວຍ​ຈຸດໝາຍ​ສ້າງ​ລຸ້ນຊາວ​ໜຸ່ມ​ຫວຽດນາມ ພັດທະນາ​ຢ່າງ​ຮອບດ້ານ; ມີ​ລະດັບ​ຄວາມ​ຮູ້, ອາຊີບ ​ແລະ ​ວຽກ​ເຮັດ​ງານ​ທຳ; ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໜຸ່ມທີ່​ມີ​ຄຸນ​ນະພາ​ບສູງ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ໃນ​ໄລຍະ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ, ທັນ​ສະ​ໄໝ​ ແລະ  ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ. ໜື່ງ​ໃນ​ບັນດາ​ຈຸດໝາຍ​ລະອຽດ​ຂອງ​ຍຸດ​ທະ​ສາດ​ແມ່ນ ​ແຕ່ລະ​ປີ ຈະ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ໜຸ່ມ​ຢ່າງ​ໜ້ອຍ​ສຸດ 600.000 ຄົນ, ຊາວ​ໜຸ່ມ​ກ່ວາ 80%​ໄດ້​ຮັບ​ຄຳ​ປຶກສາ​ກ່ຽວ​ກັບ​ດ້ານ​ອາຊີບ ​ແລະ ວຽກ​ເຮັດ​ງານ​ທຳ​, ຫລຸດ​ອັດຕາ​ສ່ວນ​ຜູ້​ຫວ່າງ​ງານ​ໃນ​ໝູ່​ຊາວ​ໜຸ່ມ​ເຂດ​ຕົວ​ເມືອງ​ລົງ​ຕ່ຳ​ກ່ວາ 7% ​ແລະ ຫລຸດ​ອັດຕາ​ສ່ວນ​ຂາດ​ວຽກ​ເຮັດ​ງານ​ທຳ​ຂອງ​ຊາວ​ໜຸ່ມ​ເຂດ​ຊົນນະບົດລົງ​ຕ່ຳ​ກ່ວາ 6%. ຮອດ​ປີ 2020, 70% ຈຳນວນຊາວ​ໜຸ່ມ​ໃນ​ກຳລັງ​ແຮງ​ງານ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ,  ຊາວ​ໜຸ່ມ​ນັກຮຽນ​ທັງ​ໝົດໄດ້​ຮັບ​ການ​ສຶກສາ​ອົບຮົມ ​ແນະນຳ​ວິຊາ​ຊີບ. ບົນ​ຈິດ​ໃຈ​ດັ່ງກ່າວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ​ເລື່ອງ​ຜັນ​ຂະຫຍາຍການ​ປະຕິບັດຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາຊາວ​ໜຸ່ມ​ຫວຽດນາມ ​ໄລຍະ 2011-2020 ຕ້ອງ​ສ້າງ​ກົນ​ໄກ​​ເສີມ​ຂະຫຍາຍ 3 ອົງການ​ຈັດຕັ້ງຄື: ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ໜຸ່ມ ​ແລະ ​ກະຊວງ​ພາຍ​ໃນ​ເປັນ​ຢ່າງ​ດີ​ທີ່​ສຸດ. ​ເລື່ອງ​ສ້າງ​ໂຄງການ​ດຳ​ເນີນ​ງານ​ປະຕິບັດ​ຍຸດ​ທະ​ສາດ ຕ້ອງ​ມອບ​ບັນດາ​ວຽກ​ງານ​ລະອຽດ, ​ເໝາະ​ສົມ​ກັບ​ຊາວ​ໜຸ່ມ ​ແລະ​ ສະພາບ​ການ​ຂອງ​ແຕ່ລະ​ທ້ອງ​ຖິ່ນ, ກະຊວງ, ຂະ​ແໜງ​ການ, ຕິດ​ກັບ​ການ​ນຳ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ​ກໍ​ຄື​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ພ້ອມ​ທັງ​ຊີ້​ແຈ້ງ​ນະ​ໂຍບາຍ​ໜູນ​ຊ່ວຍ​ໄປ​ພ້ອມ​ ​ເພື່ອ​ຮັບປະກັນ​ລັກສະນະ​ເປັນ​ໄປ​ໄດ້​ຂອງ​ໂຄງການ, ສ້າງ​ໂຄງການ​ໂອ້​ລົມ​ສົນທະນາ​ກັບ​ຊາວ​ໜຸ່ມ….

   “​ນີ້​ແມ່ນ​ບັນດາ​ສິ່ງ​ພິ​ເສດ​ໃນ​ປີ 2012 ຊື່​ງພວກ​ເຮົາ​ຕ້ອງ​ຫັນ​ເປັນລະອຽດ ​ເພື່ອ​ໃຫ້​ວຽກ​ງານບັນລຸ​ປະສິດທິ​ຜົນ. ປີ​ນີ້​ແມ່ນ​ປີ​ທີ່ມີ​ກາລະ​ໂອກາດ, ຍ້ອນ​ວ່າ​ຫວ່າງ​ແລ້ວ​ນີ້, ທ່າ​ນນາຍົກລັດຖະມົນຕີ​ໄດ້​ເຊັນ​ອະນຸມັດຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາຊາວ​ໜຸ່ມ​ໄລຍະ 2020, ສະນັ້ນປີ 2012 ຕ້ອ​ງ​ແມ່ນ​ປີ​ຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ. ນີ້​ແມ່ນ​ໜ້ທີ່​ຈຸດ​ສຸມ ຊື່​ງ 1 ​ໃນ​ບັນດາ​ມາດ​ຕະການ​ທີ່​ລະບຸ​ໄວ້​ໃນຍຸດ​ທະ​ສາດ​ ​​ນັ້ນແມ່ນ​ເພື່ອສ້າງລະບົບການ​ເມືອງ​ເວົ້າລວມ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ​ເວົ້າສະ​ເພາະ. ພິ​ເສດ ​ເພື່ອ​ເສີມ​ຂະ​ຫຍາ​ຍ ບົດບາດ​ຂອງ​ຊາວ​ໜຸ່ມ, ​ໃນຍຸດ​ທະ​ສາດ​ມີມາດ​ຕະການ​ຄື: ການ​ນຳບັນດາ​ຂະ​ແໜງ, ທ້ອງ​ຖິ່ນ​ຕ້ອງ​ຈັດການ​ໂອ້​ລົມ​ສົນທະນາ​ກັບ​ຊາວ​ໜຸ່ມ​ເປັນ​ປະຈຳ ​ແລະ​ ປະຕິບັດ​ໃນ​ເດືອນ 3 ​​ແມ່ນດີ​ທີ່​ສຸດ ຍ້ອນ​ວ່າ ນີ້​ແມ່ນ​ເດືອນ​ຊາວ​ໜຸ່ມ….

​  ເພື່ອບັນລຸ​ໄດ້ບັນດາ​ຈຸດໝາຍ​ທີ່​ລະບຸ​ໄວ້​ໃນຍຸດ​ທະ​ສາດ, ບັນຫາ​ສຳຄັນ​ແມ່ນ​ຕ້ອງ​ມີ​ການ​ແກ້​ໄຂ​ຢ່າງ​ຄົບ​ຊຸດ​, ບັນດາ​ກະຊວງ ຂະ​ແໜງ​ການ​ສູນ​ກາງ​ຕ້ອງ​ມີ​ບັນດາ​ມາດ​ຕະການ​ຄື: ສຸມ​ໃສ່​ການ​ຍົກ​ສູງ​ຄຸນະພາບ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄວາມ​ສາມາດ​ເຮັດ​ວຽກ​ຢ່າງ​ເປັນ​ເອກະລາດ, ມີ​ຫົວຄິດ​ປະດິດ​ສ້າງ, ​ຄວາມ​ສາມາດ​ໃນ​ການ​ປະຕິບັດ, ການ​ກໍ່​ຮ່າງ​ສ້າງ​ຕົວ​ຂອງ​ຊາວ​ໜຸ່ມ, ສ້າງ​ຮູບ​ແບບ​ບ້ານ​ຊາວ​ໜຸ່ມ​ກໍ່​ຮ່າງ​ສ້າງ​ຕົວ, ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູ​ແລ້ງ​ສີ​ຂຽວ….​ຄວນ​ໄດ້​ຮັບ​ການ​ປະ​ວີ​ຄູນ, ຫັນ​ເປັນ​ວຽກ​ງານ​ຂອງສັງຄົມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ອອກ​ແຮງ​ງານ ​ແລະ ວຽກ​ເຮັດ​ງານ​ທຳ​ໃນ​ໝູ່​ຊາວ​ໜຸ່ມ​ຢູ່​ທ້ອງ​ຖິ່ນ​ຕ່າງໆ. ທ່ານ​ນາງ ຫງວຽນ​ທິກີ​ມຕຽນ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໃຫ້ຮູ້ວ່າ:

​ກະຊວງ​ສາທາລະນະ​ສຸກ​ມີ​ຄວາ​ມ​ເອົາ​ໃຈ​ໃສ່​ເຖິງ​ຊາວ​ໜຸ່ມ​ທີ່​ສຸດ, ພວກ​ຂ້າພະ​ເຈົ້າພວມ​ສ້າງ 2 ​ແຜນ​ຮ່າງ​ໃຫ່ຍ​ໃຫ້​ແກ່​ຊາວ​ໜຸ່ມ​ຄື: ບຳລຸງ​ສ້າງ​ວິຊາ​ສະ​ເພາະ ​ແລະ​ ຜູ້​ມີຄວາມ​ເກັ່ງ​ກ້າ​ສາມາດ ກັບ​ການ​ບຳລຸງ​ສ້າງ​ພັດທະນາ​​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ຊາວ​ໜຸ່ມ​ຂອງ​ຂະ​ແໜງ. ​ໃນ​ຕົວ​ຈິງ, ບັນດາ​ທ່ານໝໍ​ເກັ່ງ​ເທົ່າ​ທຽມ​ກັບປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ, ສ່ວນ​ຫຼາຍ​ແມ່ນ​ກຳລັງ​ທ່ານໝໍ​ໜຸ່ມ. ກຳລັງ​ນີ້​ຈະ​ລົງ​​ເຄື​ອ່ນ​ໄຫວ​ຢູ່ເຂດ​ພູດ​ອບ ​ເຂດ​ຫ່າງ​ໄກ​ຊອກ​ຫລີກ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຜ່ານ​ນັ້ນ, ພວກ​ຂ້າພະ​ເຈົ້າຈະ​ສ້າງ​ມະຕິ​ຕົກລົງ​ກ່ຽວ​ກັບພັນທະ​ສັງຄົມ​ສະບັບ 1, ສົມທົບ​ກັບ​ທ່ານໝໍ​ໜຸ່ມ​​ເພື່ອຜັນ​ຂະຫຍາຍ​ການປະຕິບັດ​ມະຕິ​ຕົກລົງນີ້

ຮ່ວມແຮງຮ່ວມໃຈເພື່ອປະຕິບັດບັນດາຍຸດທະສາດແຫ່ງການພັດທະນາ ຊາວໜຸ່ມຫວຽດນາມ - ảnh 2

ຕາງໜ້າ​ຄະນະ​ຊາວ​ໜຸ່ມ​ແຂວງ ບິງ​ເຟືອ​ກ ຮັບຮອງ​ເອົາ​ຮ່າງ​ຍຸດ​ທະ​ສາດ​ພັດທະນາ​ຊາວ​ໜຸ່ມ

(ພາບ: baobinhphuoc.com.vn)

​  ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ແຜນການ​ວຽກ​ງານ​ຊາວ​ໜຸ່ມ​ປີ 2012, ການ​ນຳ​ຂະ​ແໜງການ​ຕ່າງໆ​ຖື​ວ່າ ຄວນ​ສຸມ​ໃສ່​ການ​ສອນ​ວິຊາ​ຊີບ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ ​ແລະ ສ້າງ​ບ່ອນ​ລະ​ຫຼີ້ນ, ບັນ​ເທິງ​ທີ່​ໂປ່​ງ​ໃສ​ໃຫ້​ແກ່​ຊາວ​ໜຸ່ມ. ທ່ານ ຮ່ວາງ​ງອກ​ແທງ ຮອງ​ປະທານ​ສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ ​ເວົ້າວ່າ:

   “ຂ້າພະ​ເຈົ້າມີ​ຄວາມ​ສົນ​ໃຈ​ເຖິງ​ບັນຫາ​ໄພ​ຫວ່າງ​ງານ​ຂອງ​ຊາວ​ໜຸ່ມ ​ແລະ ມາດ​ຕະການ​ເພື່ອ​ຫລຸດຜ່ອນ​ໄພ​ຫວ່າ​ງງານ, ກົນ​ໄກ​ການ​ສົມທົບ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ຕ້ອງ​ເຮັດ​ໃຫ້​ແຈ້ງ​​ທິດ​ທາງ​ປະຕິບັດ​ວຽກ​ງານກ່ວາ​ອີກ, ຮັບປະກັນ​ໃຫ້​ຊາວ​ໜຸ່ມ​ມີ​ເງື່ອນ​ໄຂ​ດຳລົງ​ຊີວິດ​ທີ່​ດີ, ມີ​ວຽກ​ເຮັດ​ງານ​ທຳ, ມີ​ບ່ອນ​ລະຫຼີ້ນ, ບັນ​ເທິງ. ທີ 2 ​ແມ່ນ, ປະຈຸ​ບັນ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ດ້ານ​ວັດທະນະທຳ​ຂອງ​ຊາວ​ໜຸ່ມ ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ກຳມະກອນ”​

  ຈຸດໝາຍ​ຂອງຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາຊາວ​ໜຸ່ມ​ຫວຽດນາມ ​ໄລຍະ 2011-2020 ​ແມ່ນ​ພັດທະນາ​ລຸ້ນໜຸ່ມ​ຢ່າງຮອບດ້ານ ​ເພື່ອ​ກາຍ​ເປັນ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ, ຮັບ​ໃຊ້​ພາລະກິດ​ປ່ຽນ​ແປງ​ໃໝ່ ​ແລະ​ ເຊື່ອມ​ໂຍງ​ເຂົ້າກັບ​ເສດຖະກິດ​ໂລກ. ບັນດາ​ກະຊວງ ຂະ​ແໜງ​ການ​ສູນ​ກາງ​ພວມ​ພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ດຳ​ເນີນ​ງານ​ເພື່ອ​ຊາວ​ໜຸ່ມ, ປະຕິບັດ​ຈຸ​ດໝາຍ​ຂອງ​ຍຸດ​ທະ​ສາດ​ເປັນ​ຢ່າງ​ດີ, ​ເພື່ອ​ແນ​ໃສ່​ສ້າງ​ພະລັງ​ຊີວິດ​ໃໝ່​ໃຫ້​ແກ່​ວຽກ​ງານ​ຊາວ​ໜຸ່ມ ​ແລະ​ ຂະ​ບວນການ​ຊາວ​ໜຸ່ມ​ຫວຽດນາມ ທີ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດທະນາ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ.

 

ຕອບກັບ

ຂ່າວ/ບົດ​ອື່ນ