ເຂດ​ຕາ​ເວັນ​ອອກ​ກາງປະ​ເຊີນ​ໜ້າ​ກັບ​ໄພ​ເກີດ​ການ​ປະ​ທະ​ກັນ​ຮອບ​ດ້ານ

(VOVWORLD) - ໃນຊຸມວັນທີ່ຜ່ານມາ, ເຫດການເຂັ່ນຂ້າການນຳຂັ້ນສູງຂອງບັນດາກຳລັງ ເຮກໂບລາ ແລະ ຮາມາສ ໄດ້ຍູ້ເຂດຕາເວັນອອກກາງຕົກເຂົ້າສູ່ສະພາບເກີດການໃຊ້ຄວາມຮຸນແຮງຄັ້ງໃໝ່. ຕາມຜູ້ຊ່ຽວຊານຫຼາຍທ່ານແລ້ວ, ໄພເກີດການປະທະກັນຮອບດ້ານຢູ່ພາກພື້ນນີ້ ພວມຢູ່ໃນລະດັບສູງສຸດນັບແຕ່ຫຼາຍເດືອນມານີ້.
ເຂດ​ຕາ​ເວັນ​ອອກ​ກາງປະ​ເຊີນ​ໜ້າ​ກັບ​ໄພ​ເກີດ​ການ​ປະ​ທະ​ກັນ​ຮອບ​ດ້ານ - ảnh 1

ທ່ານຫົວໜ້າການເມືອງຂອງຂະບວນການອິດສະລາມ ຮາມາສ Ismail Haniyeh (ພາບ: France 24)

   ວັນທີ 31 ກໍລະກົດ, ການນຳການເມືອງຂອງຂະບວນການ ອິດສະລາມ ຮາມາສ, ທ່ານ Ismail Haniyeh, ຖືກເຂັ່ນຂ້າຢູ່ນະຄອນຫຼວງ ເຕເຮຣານ ຂອງອີຣານ. ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 30 ກໍລະກົດ, ຫົວໂປ່ຂັ້ນສູງຂອງກຳລັງ ເຮກໂບລາ ຢູ່ ລີບັງ ແມ່ນທ່ານ Fuad Shukr ກໍ່ເສຍຊີວິດ ໃນເຫດບຸກໂຈມຕີທາງອາກາດຂອງກອງທັບ ອິດສະຣາແອັນ ເຂົ້າໃສ່ນະຄອນຫຼວງ ເບຣຸດ ແນໃສ່ໂຕ້ຕອບເລື່ອງສາມັນຊົນ ອິດສະຣາແອັນ ຖືກເສຍຊີວິດ ຍ້ອນຖືກລູກປືນໃຫ່ຍເມື່ອວັນທີ 28 ກໍລະກົດຢູ່ເຂດພູພຽງ ໂກລານ. ການເກີດການໃຊ້ຄວາມຮຸນແຮງໃນປະຈຸບັນ ຍິ່ງເຮັດໃຫ້ເຂດຕາເວັນອອກກາງພັດເຄັ່ງຮ້ອນຂຶ້ນຕື່ມຫຼາຍກ່ວາເວລາໃດໝົດ.

ເຂດ​ຕາ​ເວັນ​ອອກ​ກາງປະ​ເຊີນ​ໜ້າ​ກັບ​ໄພ​ເກີດ​ການ​ປະ​ທະ​ກັນ​ຮອບ​ດ້ານ - ảnh 2

ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: Reuters)

 ເກີດການສູ້ຢັນກັນຮອບດ້ານ ອີຣານ-ອິດສະຣາແອັນ

    ການນຳການເມືອງຂອງຮາມາສ, ທ່ານ Ismail Haniyeh, ຖືກເສຍຊີວິດເມື່ອໄປ ອີຣານ ເຂົ້າຮ່ວມພິທີຮັບດຳລົງຕຳແໜ່ງຂອງທ່ານ Masoud Pezeshkian. ປະທານາທິບໍດີ ອີຣານ ຄົນໃໝ່. ເຖິງວ່າລັດຖະບານ ອິດສະຣາແອັນ ບໍ່ໄດ້ວິຈານ ຫຼືບໍ່ກ່າວຮັບຜິດຊອບໃນເຫດການນີ້ກໍ່ຕາມ, ແຕ່ຕາມວົງການນັກສັງເກດການແລ້ວ, ການເຂັ່ນຂ້າການນຳການເມືອງສູງສຸດຂອງ ຮາມາສ ໄດ້ສ້າງບາດລ້ຽວ ໃນວິດກິດການປະຈຸບັນຢູ່ ຕາເວັນອອກກາງ.

  ຕາມທ່ານ Yossi Mekelberg, ນັກຊ່ຽວຊານໄຈ້ແຍກມາຈາກ Chatham Houseແລ້ວ, ອຳນາດການປົກຄອງ ອີຣານ ໄດ້ຕົກເຂົ້າສູ່ສະພາບຕ້ອງມີການກະທຳ ຖ້າຫາກວ່າ ຢາກຮັກສາທີ່ຕັ້ງ ກໍ່ຄືຄວາມສາມາດນາບຂູ່ຢູ່ໃນພາກພື້ນ. ຄຳຖາມໄດ້ຕັ້ງມາວ່າ ການໂຕ້ຕອບຂອງ ອີຣານ ພ້ອມກັບສຳພັນທະມິດໃນພາກພື້ນ ຈະຖືກຜັນຂະຫຍາຍໃນລະດັບໃດ. ທ່ານ Yossi Mekelberg ຖືວ່າ ການໂຕ້ຕອບຄັ້ງນີ້ຂອງ ອີຣານ ແລະ ສຳພັນທະມິດ ຍາກທີ່ຈະຄາດຄະເນໄດ້ ແລະ ການປະທະກັນອາດຈະເພີ່ມຂຶ້ນແຮງກ່ວາເກົ່າ ຍ້ອນວ່າ, ໃນຈຸດເວລານີ້, ອິດສະຣາແອັນ  ແລະ ກຳລັງ ເຮກໂບລາ ຢູ່ ລີບັງ ພວມມີການຕໍ່ສູ້ລວມກຳລັງ. ແບ່ງປັນການຕີລາຄານີ້, ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ ຍອມຮັບວ່າ ທ່ານບໍ່ສາມາດຄາດຄະເນ ບັນດາການກະທົບທີ່ຈະມາເຖິງ ຕໍ່ຄວາມໝັ້ນຄົງຢູ່ເຂດຕາເວັນອອກກາງໄດ້:

   ສິ່ງຮີບດ່ວນໃນປະຈຸບັນ ນັ້ນແມ່ນ ທຸກຝ່າຍຕ້ອງຍົກອອກການເລືອກເຟັ້ນທີ່ຖືກຕ້ອງໃນຊຸມວັນຈະມາເຖິງ, ຍ້ອນວ່າ ການເລືອກເຟັ້ນນີ້ ແມ່ນຄວາມແຕກຕ່າງກັນລະຫວ່າງເລື່ອງສືບຕໍ່ການໃຊ້ຄວາມຮຸນແຮງ, ຂາດສະຖຽນລະພາບ ແລະ ເສຍຫາຍ, ເຈັບປວດ ຫຼືວ່າກ້າວໄປເຖິງສິ່ງທີ່ດີງາມກ່ວາໃຫ້ທຸກຝ່າຍທີ່ກ່ຽວຂ້ອງ.

ຄວາມຢຸດຕິຂອງຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ?

  ໄປຄຽງຄູ່ກັບໄພເກີດການປະທະກັນຮອບດ້ານຢູ່ພາກພື້ນ, ການໃຊ້ຄວາມຮຸນແຮງໃນປະຈຸບັນ, ພິເສດແມ່ນເຫດການເຂັ່ັນຂ້າການນຳການເມືອງຂອງ ຮາມາສ, ທ່ານ Ismail Haniyeh ກໍ່ຍິ່ງເຮັດໃຫ້ໂອກາດບັນລຸໄດ້ຄຳສັ່ງຢຸດຍິງ ແລະ ແລກປ່ຽນຕົວປະກັນຢູ່ເຂດ ກາຊາ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາສ ນັບມື້ນັບເບົາງບາງຂຶ້ນຕື່ມ. ກ່ອນຈຸດເວລາເກີດການເຂັ່ນຂ້າ, ການເຈລະຈາລະຫວ່າງ ອິດສະຣາແອັນ  ແລະ ຮາມາສ, ຜ່ານການໄກ່ເກ່ຍປອງດອງຂອງ ກາຕາ, ອີຢີບ ແລະ ອາເມລິກາ ໄດ້ຕົກເຂົ້າສູ່ສະພາບຈົນຕະແຈໃນຫຼາຍເດືອນ ແລະ ພຽງແຕ່ມີຄວາມຫວັງໃນອາທິດກ່ອນ ຂະນະທີ່ເຈົ້າໜ້າທີ່ຂອງຝ່າຍຕ່າງໆ ໄດ້ມານະພະຍາຍາມເຊື່ອມຕໍ່ການພົບປະຢູ່ ກາຍໂຣ (ອີຢີບ) ຄືນໃໝ່. ແຕ່ເຖິງແນວນັ້ນກໍ່ຕາມ, ການເຂັ່ນຂ້າທ່ານ Ismail Haniyeh ອາດຈະແມ່ນສິ່ງຢຸດຕິໃຫ້ແກ່ບັນດາຄວາມມານະພະຍາຍາມເຫຼົ່ານັ້ນ.  ທ່ານນາງ Sanam Vakil, ຜູ້ຊ່ຽວຊານ, ຜູ້ອຳນວຍການບັນດາໂຄງການຄົ້ນຄ້ວາຕາເວັນອອກກາງ ແລະ ອາຟຼິກກາເໜືອ ຢູ່ Chatham House, ໃຫ້ຂໍ້ສັງເກດວ່າ:

  ເລື່ອງເຂັ່ນຂ້າທ່ານ Ismail Haniyeh ແນ່ນອນວ່າຈະສົ່ງຜົນກະທົບບໍ່ດີຕໍ່ການເຈລະຈາກ່ຽວກັບຄຳສັ່ງຢຸດຍິງໃນຈຸດເວລານີ້, ຂະນະທີ່ບັນດາຝ່າຍໄດ້ກັບຄືນສູ່ໄລຍະເກີດຄວາມເຄັ່ງຕຶງທີ່ສຸດ ແລະ ເຕັມໄປດ້ວຍຄວາມສ່ຽງ. ຂ້າພະເຈົ້າບໍ່ທັນເຫັນບໍ່ວ່າວິທີການຍາວນານອັນໃດທີ່ມີຄວາມໝາຍໃນໄລຍະທີ່ຈະມາເຖິງ.

  ຕາມການໄຈ້ແຍກຂອງທ່ານນາງ Sanam Vakil, ແລ້ວ, ການກະທຳຫວ່າງມໍ່ໆມານີ້ຈາກຝ່າຍ ອິດສະຣາແອັນ  ສະແດງໃຫ້ເຫັນວ່າ ການນຳ ອິດສະຣາແອັນ  ພວມມີການປ່ຽນແປງຍຸດທະສາດສຳຄັນ, ລະອຽດແມ່ນຫັນທິດບຸລິມະສິດການກະທຳ ໄປເປັນການຮັບມືກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ກ້ວາງຂວາງກ່ວາໃນທົ່ວພາກພື້ນ, ສຳລັບ ອີຣານ ແມ່ນຈຸດສຸມ, ແທນທີ່ສຸມໃສ່ຄວາມມານະພະຍາຍາມບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນຕົວປະກັນກັບ ຮາມາສ ຢູ່ ເຂດ ກາຊາ. ການປ່ຽນແປງນີ້ ບັງຄັບໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຖິງວິກິດການຢູ່ຕາເວັນອອກກາງ ຕ້ອງມີວີທີສຳຜັດອື່ນ, ພິເສດແມ່ນບັນດາສຳພັນທະມິດຝ່າຍຕາເວັນຕົກຂອງ ອິດສະຣາແອັນ ./.

ຕອບກັບ

ຂ່າວ/ບົດ​ອື່ນ