(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ແລະ ພັນລະຍາ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 25 – 26 ມີນາ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານ Lawrence Wong ໃນຖານະເປັນນາຍົກລັດຖະມົນຕີ ສິງກະໂປ. ພິເສດ, ເຫດການດັ່ງກ່າວໄດ້ດຳເນີນພາຍຫຼັງການຢ້ຽມຢາມ ສິງກະໂປ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ແຕ່ວັນທີ 11 – 13 ມີນາ ຢ່າງຈົບງາມ, ອັນໄດ້ສ້າງຂີດໝາຍປະຫວັດສາດເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປີດໜ້າປະຫວັດສາດໃໝ່ດ້ວຍວິໄສທັດໄລຍະຍາວ ແລະ ຮອບດ້ານກວ່າ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong (ພາບ: VGP) |
ການຢ້ຽມຢາມສືບຕໍ່ແມ່ນຂີດໝາຍສຳຄັນໃນການພົວພັນດ້ານການທູດລະຫວ່າງສອງປະເທດ, ແມ່ນໂອກາດເພື່ອປັບປຸງ ແລະ ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ຍົກລະດັບ.
ຕັດສິນໃຈຊຸກຍູ້ເນື້ອໃນການພົວພັນຮ່ວມມື
ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ສິງກະໂປ ໄດ້ດຳເນີນພາຍຫຼັງການຢ້ຽມຢາມ ສິງກະໂປ ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ບໍ່ຮອດ 2 ອາທິດ ໃນເດືອນດຽວກັນ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ສິງກະໂປ ໃນປັດຈຸບັນ ພວມພັດທະນາຢ່າງດີງາມທີ່ສຸດ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳຂັ້ນສູງສອງປະເທດ ຊຸກຍູ້ການພົວພັນນີ້. ເມື່ອຕີລາຄາກ່ຽວກັບການຢ້ຽມຢາມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ເຈິ່ນເຟືອກແອັງ ຢັ້ງຢືນວ່າ:
“ການນຳສອງຝ່າຍ ຈະສືບຕໍ່ແລກປ່ຽນບັນດາເນື້ອໃນທີ່ໄດ້ເວົ້າເຖິງໃນການຢ້ຽມຢາມ ສິງກະໂປ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ທີ່ຜ່ານມາ, ຊ່ວຍຜັນຂະຫຍາຍບັນດາເນື້ອໃນຂອງຖະແຫຼງການກ່ຽວກັບການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສິງກະໂປ. ການຢ້ຽມຢາມ ຈະນຳມາເຊິ່ງຫຼາຍຄວາມໝາຍ ແລະ ຜົນປະໂຫຍດທີ່ລະອຽດ, ແທດຈິງໃຫ້ທັງສອງຝ່າຍ”.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ເຈິ່ນເຟືອກແອັງ (ພາບ: VOV) |
ເຖິງວ່າການຢ້ຽມຢາມໄດ້ດຳເນີນໃນເວລາອັນສັ້ນໆເທົ່ານັ້ນ ແຕ່ມີບັນດາເນື້ອໃນລະອຽດທີ່ສຸດເພື່ອຜັນຂະຫຍາຍເນື້ອໃນຂອງການພົວພັນຄູ່ຮ່ວມມືຍຸດທະສາດ, ເຊັ່ນ: ແລກປ່ຽນບັນດາເອກະສານຮ່ວມມືລະຫວ່າງ ຫວຽດນາມ - ສິງກະໂປ, ຜັນຂະຫຍາຍໂຄງການເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ ທີ 18 (VSIP) ຢູ່ແຂວງ ຖ໊າຍບິ່ງ. ຜົນສຳເລັດຂອງບັນດາ VSIP ຢູ່ ຫວຽດນາມ ແມ່ນຂີດໝາຍ, ພະຍານຫຼັກຖານອັນແທດຈິງຂອງການຮ່ວມມືລົງທຶນດຳເນີນທຸລະກິດສອງຝ່າຍ. ໃນພິທີວາງສີລາລຶກກໍ່ສ້າງເຂດ VSIP II ກວາງງາຍ ເມື່ອວັນທີ 12 ມີນາ ຜ່ານມາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫງວຽນຮວ່າບິງ ໄດ້ເນັ້ນໜັກວ່າ:
“ລັດຖະບານ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ຮັກສາສະພາບແວດລ້ອມແຫ່ງການລົງທຶນຢ່າງມີສະຖຽນລະພາບ, ຍູ້ແຮງການປະຕິຮູບລະບອບລະບຽບການບໍລິຫານ, ປັບປຸງລະບົບກົດໝາຍ ເພື່ອສ້າງສະພາບແວດລ້ອມການລົງທຶນທີ່ສະດວກ, ປອດໃສເຂັ້ມແຂງ, ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດເວົ້າລວມ ແລະ ວິສາຫະກິດ ສິງກະໂປ ເວົ້າສະເພາະ ມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ຫວັງວ່າ ບັນດານັກລົງທຶນຈະຮ່ວມເດີນທາງພ້ອມກັບ ຫວຽດນາມ ບືນຕົວຂຶ້ນກ້າວເຂົ້າສູ່ສັງກາດທີ່ວັດທະນາຖາວອນ ແລະ ຮັ່ງມີເຂັ້ມແຂງ”.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫງວຽນຮວ່າບິງ |
ໃນສັງກາດດີຈີຕອນ, ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ໄດ້ຮັບຖືວ່າແມ່ນກຳລັງໜູນຕົ້ນຕໍຊຸກຍູ້ການເຕີບໂຕ. ຫວຽດນາມ ມີແຫຼ່ງກຳລັງໃຫຍ່ທີ່ສຸດ ກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ, ການຊຸກຍູ້ການຮ່ວມມືກັບ ສິງກະໂປ ຫຼາຍກວ່າອີກນັ້ນ ຈະນຳມາເຊິ່ງແຫຼ່ງກຳລັງພັດທະນາຢ່າງໃຫຍ່ຫຼວງໃຫ້ແກ່ທັງສອງປະເທດ. ນອກຈາກນັ້ນ, ໃນຂອບເຂດການຮ່ວມມືເສດຖະກິດສີຂຽວ - ເສດຖະກິດດີຈີຕອນ ແມ່ນຮູບແບບການຮ່ວມມືອັນສຳເລັດຜົນຂອງພາກພື້ນ ອາຊຽນ. ດ້ວຍວິທີປະສານສົມທົບດ້ານວິຊາສະເພາະຂອງ ສິງກະໂປ ກ່ຽວກັບການບໍລິການດີຈີຕອນ, ເຕັກໂນໂລຢີສະອາດ ແລະ ບຸລິມະສິດຂອງ ຫວຽດນາມ ໃນບັນດາຂະແໜງພະລັງງານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ເຊິ່ງພວມພັດທະນາຢ່າງແຮງ, ຜ່ານນັ້ນ ກໍ່ຊ່ວຍໃຫ້ສອງປະເທດກ້າວເຂົ້າສູ່ເສັ້ນທາງແຫ່ງການເຕີບໂຕແບບຍືນຍົງ, ຍາວນານ ຢ່າງໝັ້ນແກ່ນ.
ຮັກສາຮູບແບບການຮ່ວມມືໃນສະພາບການທີ່ມີສິ່ງທ້າທາຍຫຼາຍຢ່າງ
ໃນສະພາບການສາກົນ ແລະ ພາກພື້ນພວມເກີດມີສິ່ງທ້າທາຍບໍ່ແມ່ນໜ້ອຍສຳລັບ ຫວຽດນາມ ແລະ ສິງກະໂປ, ພິເສດແມ່ນການແກ້ງແຍ້ງລະຫວ່າງບັນດາປະເທດໃຫຍ່, ຫວຽດນາມ ແລະ ສິງກະໂປ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນທ່າອ່ຽງພັດທະນາອັນດີງາມ. ທ່ານເອກອັກຄະລັດຖະທູດ ເຈິ່ນເຟືອກແອັງ ຖືວ່າ:
“ໃນສະພາບການໂລກ ແລະ ພາກພື້ນໃນປັດຈຸບັນ, ການເພີ່ມທະວີການຮ່ວມມືສອງຝ່າຍ ກໍຄື ຫຼາຍຝ່າຍໃນຂອບເຂດ ອາຊຽນ ແມ່ນມີຄວາມສຳຄັນຍິ່ງ. ໃນນັ້ນ, ທັງ ຫວຽດນາມ ແລະ ສິງກະໂປ ລ້ວນແຕ່ສວມບົດບາດທີ່ເປັນເຈົ້າການ ແລະ ຕັ້ງໜ້າໃນຄວາມມານະພະຍາຍາມເພີ່ມທະວີການຮ່ວມມື. ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສິງກະໂປ ອາດຈະເຮັດໃຫ້ໂລກພາຍນອກເຫັນໄດ້ວ່າ ອາຊຽນ ແມ່ນອົງການທີ່ມີຄວາມສາມັກຄີທີ່ສຸດ, ພ້ອມທັງປາດຖະໜາຢາກສວມບົດບາດຢ່າງຕັ້ງໜ້າ, ສວມບົດບາດເປັນໃຈກາງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ”.
ປັດຈຸບັນ, ຫວຽດນາມ ແລະ ສິງກະໂປ ໄດ້ສ້າງຕັ້ງກົນໄກພົບປະປະຈຳປີໃຫ້ນາຍົກລັດຖະມົນຕີສອງປະເທດ, ກົນໄກປຶກສາດ້ານການເມືອງ ຫຼື ການສົນທະນາລະຫວ່າງບັນດາກະຊວງ, ຂະແໜງການຂັ້ນຕ່າງໆທີ່ກ່ຽວຂ້ອງ. ຜ່ານນັ້ນ, ກໍ່ສ້າງສຽງເວົ້າລວມສຳລັບບັນດາບັນຫາສາກົນ ແລະ ພາກພື້ນ.
ກວ່າເຄິ່ງສະຕະວັດທີ່ຜ່ານມາ, ສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ສິງກະໂປ ບັນລຸໄດ້ຜົນງານອັນດີງາມຫຼາຍຢ່າງ. ໂດຍເລີ່ມມາຈາກຄວາມຮຽກຮ້ອງຕ້ອງການພັດທະນາໃໝ່ຂອງແຕ່ລະປະເທດ, ຫວຽດນາມ ແລະ ສິງກະໂປ ພວມຕັດສິນໃຈເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ່າອີກ. ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ຈະສືບຕໍ່ເປີດໜ້າປະຫວັດສາດໃໝ່ດ້ວຍແງ່ຫວັງອັນສົດໃສຫຼາຍຢ່າງໃຫ້ແກ່ການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ./.