(VOVWORLD) -
ແຕ່ວັນທີ 3-9 ສິງຫາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມທາງລັດຖະກິດ ປະເທດ ສາທາລະນະລັດ ອິຣັບ ອີຢີບ ແລະ ສາທາລະນະລັດ ອັງໂກລາ. ການຢ້ຽມຢາມມີຄວາມໝາຍສຳຄັນ, ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງ ຫວຽດນາມ ກັບສອງປະເທດ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ (ພາບ: VOV) |
|
ນີ້ແມ່ນການຢ້ຽມຢາມ ອີຢີບ ທາງລັດຖະກິດຄັ້ງທຳອິດຂອງທ່ານປະທານປະເທດ ຫວຽດນາມ ຜູ້ໜຶ່ງພາຍຫຼັງເວລາ 7 ປີ ນັບແຕ່ປີ 2018. ສ່ວນສຳລັບ ອັງໂກລາ, ນີ້ແມ່ນການຢ້ຽມຢາມຂັ້ນສູງສຸດຂອງການນຳ ຫວຽດນາມ ນັບແຕ່ປີ 2008 ແລະ ກົງກັບໂອກາດ ຫວຽດນາມ ແລະ ອັງໂກລາ ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ (1975-2025).
ບັນດາໝາກຜົນ ແລະ ຄວາມຮັບຮູ້ລວມທີ່ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ການນຳສອງປະເທດບັນລຸໄດ້ໃນການຢ້ຽມຢາມຄັ້ງນີ້ ຈະແມ່ນການກຳນົດທິດສຳຄັນ, ມີການກະທົບອັນຍາວນານຕໍ່ການພັດທະນາການພົວພັນໃນໄລຍະທີ່ຈະມາເຖິງ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢີບ ຟານຮຸຍຢຸງ (ພາບ: VOV Cairo) |
ສ້າງບາດກ້າວບຸກທະລຸ, ຍົກລະດັບການພົວພັນ ຫວຽດນາມ-ອີຢີບ
ການຢ້ຽມຢາມ ອີຢີບ ທາງລັດຖະກິດຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແຕ່ງວັນທີ 3-6 ສິງຫາ ມີຄວາມໝາຍຍຸດທະສາດ, ມີການກະທົບອັນຍາວນານຕໍ່ການພັດທະນາການພົວພັນ ຫວຽດນາມ-ອີຢີບ ໃນສະພາບການທີ່ສອງປະເທດ ລ້ວນແຕ່ພວມກ້າວເຂົ້າສູ່ສັງກາດໃໝ່, ຍຸກສະໄໝພັດທະນາໃໝ່. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢີບ ຟານຮຸຍຢຸງ ເນັ້ນໜັກວ່າ:
ການຢ້ຽມຢາມຂອງທ່ານປະທານປະເທດ ເລືອງເກື່ອງ ຄັ້ງນີ້ ແມ່ນເຫດການການເມືອງ ການຕ່າງປະເທດສຳຄັນຂອງສອງປະເທດ, ມີຄວາມໝາຍພິເສດ, ສະແດງໃຫ້ເຫັນຄຳໝັ້ນສັນຍາສ້າງບາດກ້າວບຸກທະລຸ, ຍົກລະດັບການພົວພັນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອເລິກເຊິ່ງຂຶ້ນຕື່ມ. ຜ່ານນັ້ນ, ກໍ່ໄດ້ສ້າງກຳລັງໜູນ, ເປີດໄລຍະຮ່ວມມືໃໝ່, ໂດຍສະເພາະແມ່ນການຮ່ວມມືດ້ານການຄ້າ, ເສດຖະກິດ, ການລົງທຶນລະຫວ່າງ ຫວຽດນາມ-ອີຢີບ ກໍ່ຄືບັນດາປະເທດ ອາຟຼິກກາ.
ໃນໄລຍະຢູ່ຢ້ຽມຢາມ ອີຢີບ, ທ່ານປະທານປະເທດ ເລືອງເກື່ອງ ໄດ້ດຳເນີນການພົບປະສົນທະນາຂັ້ນສູງກັບທ່ານປະທານາທິບໍດີ ອີຢີບ Abdel Fattah El-Sisi; ພົບປະກັບບັນດາການນຳຂັ້ນສູງຂອງ ອີຢີບ. ບົນພື້ນຖານການພົວພັນສອງຝ່າຍພວມພັດທະນາຢ່າງດີງາມ, ຄາດວ່າ ສອງຝ່າຍຈະນຳການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຮອບດ້ານ ເພື່ອແນໃສ່ເປີດຂອບເຂດໃໝ່ ດ້ວຍກຳລັງບົ່ມຊ້ອນໃນການຮ່ວມມືຫຼາຍຢ່າງ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢີບ ຟານຮຸຍຢຸງ ຖືວ່າ:
ສອງປະເທດມີຫຼາຍທ່າແຮງເພິ່ມເຕີ່ມໃຫ້ກັນ ເພື່ອພ້ອມກັນພັດທະນາ, ລ້ວນແຕ່ແມ່ນບັນດາຕະຫຼາດໃຫ່ຍດ້ວຍປະຊາກອນກ່ວາ 100 ລ້ານຄົນ, ມີທີ່ຕັ້ງພູມສາດຍຸດທະສາດສຳຄັນໃນແຜນທີ່ໂລກ. ໃນຂອບເຂດການເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມລົງທຶນອະນາຄົດຄັ້ງທີ 8 ຢູ່ ອາຣັບບີ ຊາອູດີ ເມື່ອເດືອນຕຸລາ ປີ 2024, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຫັນດີນຳທ່ານນາຍົກລັດຖະມົນຕີ ອີຢີບ Mostafa Madbouly ໃນການສົ່ງເສີມບັນດາວິສາຫະກິດສອງປະເທດ ລົງທຶນເຂົ້າຊື່ງກັນ ແລະ ກັນໃນບັນດາຂົງເຂດ ລົດໄຟຟ້າ, ຄົ້ນຄ້ວາຊອບແວ, ພະລັງງານທົດແທນ… ມຸ່ງໄປເຖິງການພົວພັນເສດຖະກິດຢູ່ລະດັບສູງໃໝ່.
ຍູ້ແຮງການພົວພັນຮ່ວມມື ຫວຽດນາມ-ອັງໂກລາ ໃນຫຼາຍຂົງເຂດ
ຫວຽດນາມ-ອັງໂກລາ ແມ່ນສອງປະເທດມີການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອອັນດີງາມໃນຫຼາຍດ້ານ. ການຢ້ຽມຢາມທາງລັດຖະກິດ ອັງໂກລາ ແຕ່ວັນທີ 6-9 ສິງຫາ ຂອງທ່ານປະທານປະເທດ ເລືອງເກື່ອງ ແມ່ນໂອກາດເພື່ອໃຫ້ສອງປະເທດ ສຳຫຼວດ, ຕີລາຄາຄືນໝາກຜົນການຮ່ວມມືໃນໄລຍະທີ່ຜ່ານມາ ແລະ ວາງທິດທາງການພັດທະນາມາດຕະການຊຸກຍູ້ການພົວພັນສອງຝ່າຍໃນໄລຍະທີ່ຈະມາເຖິງ.
ການຢ້ຽມຢາມ ອັງໂກລາ ຂອງທານປະທານປະເທດ ຊື່ງແມ່ນປະເທດພວມດຳລົງຕຳແໜ່ງປະທານຜັດປ່ຽນຂອງສະຫະພາບ ອາຟຼິກກາ ກໍ່ແມ່ນໂອກາດສຳຄັນ ເພື່ອເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ກັບສະຫະພາບ ອາຟຼິກກາ, ອັງໂກລາ ແລະ ອາຊຽນ. ຜ່ານນັ້ນ, ກໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ໃຫ້ແກ່ການພົວພັນຮ່ວມມືລະຫວ່າງ ອາຊຽນ ແລະ ສະຫະພາບ ອາຟຼິກກາ.
ການຢ້ຽມຢາມ ອີຢີບ ແລະ ອັງໂກລາ ຂອງທ່ານປະທານປະເທດ ເລືອງເກື່ອງ ແມ່ນການເຄື່ອນໄຫວທາງການຕ່າງປະເທດທີ່ສຳຄັນຂອງ ຫວຽດນາມ ໃນປີ 2025 ນີ້. ການຢ້ຽມຢາມມີຄວາມໝາຍຍຸດທະສາດ, ມີການກະທົບອັນຍາວນານຕໍ່ການພັດທະນາການພົວພັນລະຫວ່າງ ຫວຽດນາມ ກັບສອງປະເທດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ເປີດບັນດາກຳລັງບົ່ມຊ້ອນຮ່ວມມືໃໝ່ໃນໄລຍະທີ່ຈະມາເຖິງ./.