ເພີ່ມທະວີການຕິດຕາມກວດກາ,ໄຈ້ແຍກຕີລາຄາເພື່ຶອເຕົ້າໂຮມ,ເສີມຂະຫຍາຍພູມປັນຍາປະຊາຊົນ

(vovworld)- ລັດຖະທຳ​ມະນູນ​ປີ 2013 ​ແລະ ຂໍ້​ຕົກລົງ​ເລກທີ 217 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ“ຂໍ້​ກຳນົດ​ການ​ຕິດຕາມກວດກາ, ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ອົງການ​ຈັດ​ຕັ້ງ​ການ​ເມືອງ​ສັງຄົມ” ​ໄດ້​ຢືນຢັນ​​ເຖິງ​ບົດບາດ​ເປັນ​ເຈົ້າ​ຂອງ​ປະຊາຊົນ​ໃນ​ຊີວິດ​ສັງຄົມ​ຫວຽດນາມ. ​ເລື່ອງ​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ​ນີ້ ​ໄດ້​ສ້າງ​ເງື່ອນ​ໄຂ​ເສີມ​ຂະຫຍາຍ​ສະຕິພູມ​ປັນຍາຂອງທົ່ວ​ປວງ​ຊົນ​ຢ່າງ​ແຂງ​ແຮງ ​ໃນ​ການ​ປະຕິບັດ​ຂໍ້​ກຳນົດ​ຕິດຕາມ​ກວດກາ, ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ. ​   ​ໃນ​ບັນດາ​ມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ​ແລະ ຄັ້ງ​ທີ 11, ພັກ​ກອມ​ມູນິດ​ຫວຽດນາມ ລ້ວນ​ແຕ່​ເຊີດ​ຊູ​ບົດບາດ​ຕິດຕາມ​ກວດກາ ​ແລະ​ໄຈ້​ແຍກ​ຕີ​ລາຄາສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາ​ມ. ​ເພື່ອ​ໃຫ້​ບົດບາດ​ດັ່ງກ່າວ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ, ​ໄຈ້​ແຍກ​ຕີ​ລາຄາ​ຫລາຍ​ບັນຫາ​ສັງຄົມ​ຢູ່​ທ້ອງ​ຖິ່ນ.

ເພີ່ມທະວີການຕິດຕາມກວດກາ,ໄຈ້ແຍກຕີລາຄາເພື່ຶອເຕົ້າໂຮມ,ເສີມຂະຫຍາຍພູມປັນຍາປະຊາຊົນ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ
​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ
photo:internet

           ຕິດຕາມ​ກວດກາກໍ່ສ້າງ​ອຳນາດ​ການ​ປົກຄອງ​ຂັ້ນ​ຮາກ​ຖານ

        ນັບ​ແຕ່​ເມື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຂໍ້​ກຳນົດ“​ແນວ​ໂຮມ​ປະ​ເທດ​ຊາດ ຕິດຕາມ​ກວດກາ​ພະນັກງານ, ລັດຖະກອນ, ສະມາຊິກ​ພັກ ຢູ່​ເຂດ​ຊຸມ​ຊົນ”, ຕາ​ແສງ ຟອງ​ຟູ ​ເມືອງ ບີ​ງ​ແຈງ, ນະຄອນ ​ໂຮ່ຈິ​ມີນ ​ໄດ້​ພົ​ບ​ເຫັນ, ຢັ້ງຢືນ ​ແລະ ລົງ​ວິ​ໄນ ພະນັກງານ, ລັດຖະກອນ, ສະມາຊິກ​ພັກ 25 ຄົນ ດ້ວຍ​ຮູບ​ການ​​ໃຫ້​ຢຸດ​ວຽກງານ, ຍົກຍ້າຍ​​ໄປ​ເຮັດ​ວຽກງານ​ອື່ນ, ກ່າວເຕືອນ, ຕຳ​ນິຕໍ່ຫນ້າ​ໝູ່​ປະຊາຊົນ. ການປະຕິບັດ​ວິ​ໄນ​ພະນັກງານ​ທີ່​ມີ​ການ​ກະທຳ​ຜິດ​ຢູ່​ທ້ອງ​ຖິ່ນຢ່າງ​ເດັດ​ດຽວ ບໍ່​ພຽງ​ແຕ່​​ເຮັດ​ໃຫ້​ປະຊາຊົນ ມີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ບົດບາດ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຢ່າງ​ເລິກ​ເຊິ່ງອີກ​ດ​້ວຍ, ປະກອບສ່ວນ​ກໍ່ສ້າງ, ປັບປຸງ​ພັກ, ປັບປຸງ​ກົງຈັກ​ອຳນາດ​ການ​ປົກຄອງ. ທ່ານ​ນາງ ຮີ່ງທິອຸດ, ປະທານ​ແນວ​ໂຮມ​ປະ​ເທດ​ຊາດ ຕາ​ແສງ ຟອງ​ຟູ ​ເມືອງ ບີ​ງ​ແຈງ ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້ ລາຍການ ຕິດຕາມ​ກວດກາ​ຍັງເວົ້າ​ແບບ​ລວມໆ ສະ​ນັ້ນ ລະບົບ​ແນວ​ໂຮ​ມປະ​ເທດ​ຊາດ​ກໍ​ຄື​ການຕິດຕາມ​ກວດກາ​ລວມມີ​ຫລາຍ​ເນື້ອ​ໃນ, ບໍ່​ມີ​ຈຸດ​ສຸມ, ບໍ່​ສະ​ແດງ​ໃຫ້​ເຫັນ​ບົດບາດ, ຄວາມ​ຮັບຜິດຊອບຢ່າງ​ຈະ​ແຈ້ງ, ສະ​ນັ້ນ ປະສິດທິ​ຜົນ​ການ ຕິດຕາມ​ກວດກາ, ​ໄຈ້​ແຍກ​ຕີ​ລາຄາ​ຍັງ​ຈຳກັດ​ຢູ່. ​ນັບ​ແຕ່​ປີ 2013, ​ແນວ​ໂຮມ​ປະ​ເທດ​ຊາດ ຕາ​ແສງ ຟອງ​ຟູ ​ໄດ້​ມານະພະຍາຍາມປ່ຽນ​ໃຫມ່​ຮູບ​ການ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ ດ້ວຍ​ວິທີ ນຳ​ເຂົ້າ​ລາຍການ​​ເຄື່ອນ​ໄຫວ ​ເນື້ອ​ໃນຕິດຕາມ​ກວດກາ ໃນ​ຫລາຍ​ຂົງ​ເຂດ ຢ່າງ​ຄົບ​ຖ້ວນ​. ຈາກ​ນັ້ນ ການ​​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ​ມີ​ປະສິດທິ​ຜົນກ​ວ່າ​ເກົ່າ.”

        ​ປະຕິບັດການຕິດຕາມ​ກວດກາລົງທຶນ​ວົງ​ຄະນາ​ຍາດ, ນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີຕໍ່​ການ​ປະຕິວັດ

        ກ່ອນ​ທີ່​ກົມ​ການ​ເມືອງ​ປະກາດ​ໃຊ້​ຂໍ້​ຕົກລົງ​ເລກທີ 217, ມີ​ຫລາຍ​ທ້ອງ​ຖິ່ນ​ໄດ້​ປະຕິບັດ​ຂໍ້​ກຳນົດ ຕິດຕາມ​ກວດກາ​ລົງທຶນ​ວົງ​ຄະນາ​ຍາດ ຕາມ​ຂໍ້​ຕົກລົງ​ເລກທີ 80 ຂອງ​ນາຍົກລັດຖະມົນຕີ. ຕາມ​ນັ້ນ​ແລ້ວ, ​ໃນ​ທ່ົວ​ປະ​ເທດ, ​ແຕ່ລະ​ເຂດຊຸມ​ຊົນ ​ໄດ້​ສ້າງ​ຕັ້ງ​ຄະນະ​ກວດກາ​ປະຊາຊົນ ​ເພື່ອ​ຕິດຕາມ​ກວດກາ​ວົງ​ຄະນາ​ຍາດ ​ແລະ ບັນດາ​ລາຍການ ຕິດຕາມ​ກວດກາ ​ແມ່ນ​ສຸມ​ໃສ່​ບັນດາ​ກິດ​ຈະ​ກຳ​ສະຫວັດດີ​ການ​ຂອງ​ທ້ອງ​ຖິ່ນ. ນັບ​ແຕ່​ປີ 2013 ​ເປັນ​ຕົ້ນ​ໄປ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຜັນ​ຂະຫຍາຍ​ລາຍການ ຕິດຕາມ​ກວດກາ ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ລັດຖະທຳ​ມະນູນ​ໄດ້​ກຳນົດ​ຄວາມ​ຮັບຜິດຊອບ ​ແລະ ສິດ​ອຳນາດ​ຂອງ​ແນ​​ວ​ໂຮມ​ປະ​ເທດ​ຊາດ​ກ່ຽວ​ກັບ​ການ ຕິດຕາມ​ກວດກາ, ​ໄຈ້​ແຍກ​ຕີ​ລາຄາ, ​ແຕ່​ພວກ​ເຮົາ​ບໍ່​ທັນ​ມີ​ກົດໝາຍ​ວ່າ​ດ້ວຍ​ການ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ, ບໍ່​ທັນ​ມີ​ລັດຖະບັນຍັດ​ການ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ ພວກ​ເຮົາອາດ​ຈະ​ປະຕິບັດ​ໄດ້​ຫລື​ບໍ່​, ພວກ​ຂ້າພະ​ເຈົ້າ​ກຳນົດ​ຜ່ານ​ການຕິດຕາມ​ກວດກາ​ນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ.  ​ເຖິງ​ວ່າ ບໍ່​ທັນ​ມີ​ກົດໝາຍ ​ແຕ່​ຖ້າ​ຫາກ​ລັດຖະບານ ​ແລະ ບັນດາ​ອົງການ​ກ່ຽວ​ຂ້ອງ​ເຫັນ​ວ່າ ຈຳ​ເປັນ​ຕ້ອງ​ປະຕິບັດ​ວຽກນັ້ນ ​ແລະ ຮຽກຮ້ອງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ເຂົ້າຮ່ວມ ​ແລະ ສະ​ເຫ​ນີທຸກ​ຂັ້ນ ຕອ້ງສົ່ງ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ແນວ​​ໂຮມ​ປະ​ເທດ​ຊາດ.”

        ​ເພີ່ມ​ທະວີ​ການ ຕິດຕາມ​ກວດກາ, ​ໄຈ​້​ແຍກ​ຕີ​ລາຄາ​ເພື່ອ​​ເຕົ້າ​ໂຮມພູມ​ປັນຍາປະຊາຊົນ

        ລັດຖະທຳ​ມະນູນ​ປີ 2013 ​ແລະ ຂໍ້​ຕົກລົງ​ເລກທີ 217 ຂອງ​ກົມ​ການ​ເມືອງ ​ໄດ້​ເນັ້ນ​ຫນັກ​ເຖິງ​ບົດບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເພື່ອ​ເຕົ້າ​ໂຮມ, ​ເສີມ​ຂະຫຍາຍ​ພູມ​ປັນຍາ​ຂອງ​ປະຊາຊົນ ຜ່ານ​ການ​ປະຕິບັດ​ຂໍ້​ກຳນົດ ຕິດຕາມ​ກວດກາ ​ແລະ ​ໄຈ້​​ແຍກ​ຕີ​ລາຄາ​ສັງຄົມ. ທ່ານ ດັ້ງ​ວັນ​ຄວາ, ກຳມະການ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະຄອນ ​ໂຮ່ຈິ​ມີນ ຢືນຢັນ​ວ່າ:

        “​ໃນ​ການ​ປະຕິບັດ​ພາລະ​ບົດບາດ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ, ຫນຶ່ງ​ໃນ​ບັນດາ​ບັນຫາ​ສົນ​ໃຈ ນັ້ນ​ແມ່ນ​ເຮັດ​ແນວ​ໃດ​ປຸກລຸກ​​ປະຊາຊົນ​ ​ເຂົ້າ​ຮ່ວມ​ຢ່າງ​ດ້ວຍ​ຄວາມຈິງ​ໃຈ ​ແລະ ຈິດໃຈ​ສ້າງສັນ, ຈາກ​ນັ້ນ ​ການ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ຈຶ່ງ​ໄດ້​ຮັບ​ກາ​ນຍົກ​ສູງ​ຂຶ້ນ​ໄດ້.”

        ຕາມ​ຂໍ້​ກຳນົດການຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ​ຂອງ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ, ​ແຕ່ລະ​ປີ ​ໂດຍ​ອີງ​ໃສ່​ສະພາບ​ຕົວ​ຈິງ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ມີ​ຄວາມ​ຮັບຜິດຊອບ​ສ້າງ​ແຜນການ ຕິດຕາມ​ກວດກາ, ລາຍ​ງານ​ຕໍ່​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ໃນ​ຂັ້ນ​ດຽວ​ທີ່ກ່ອນ​ຜັນ​ຂະຫຍາຍ. ​ເມື່ອ​ມີ​ຄວາມ​ຈຳ​ເປັນ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ສາມາດ​ຜັນ​ຂະ​ຫຍາ​ຍການ​ຕິດຕາມ​ກວດກາ​ນອກ​​ແຜນການ​ທີ່​ໄດ້​ກຳນົດ. ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ກໍ​ໄດ້​ຜັນ​ຂະຫຍາຍ​ການ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ຢ່າງ​ມີ​ປະສິດທິ​ຜົນ​ເທື່ອ​ລະ​ກ້າວ ປະກອບ​ສວນ​ກໍ່ສ້າງ​ພັກ ​ແລະ ອຳນາດ​ການ​ປົກຄອງ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ