ເພີ່ມທະວີການພົວພັນຮ່ວມມືຫລາຍດ້ານລະຫວ່າງຫວຽດນາມແລະຮຸງກາຣີ


(vovworld)-ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທາ​ນ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ, ປະ​ທາ​ນາ​ທິ​ບໍ​ດີ ສ.ຮຸງ​ກາ​ຣີ Ader Janos ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສ. ຮຸງ​ກາ​ຣີ ໄດ້​ດຳ​ເນີນ​ການ​ຢ້ຽມ​ຢ​າມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ ແຕ່​ວັນ​ທີ 27-28/11/2014. ການ​ຢ້ຽມ​ຢາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຮຸງ​ກາ​ຣີ ແມ່ນ​ເພື່ອ​ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຫວຽດ​ນາມ ແລະ ຮຸງ​ກາ​ຣີ ອີກ​ບາດ​ກ້າວ​ຫນຶ່ງ, ແລກ​ປ່ຽນ​ຫລາຍ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ເພີ່ມທະວີການພົວພັນຮ່ວມມືຫລາຍດ້ານລະຫວ່າງຫວຽດນາມແລະຮຸງກາຣີ - ảnh 1
ທ່ານ​ປະ​ທາ​ນ​ປະ​ເທດ​ເຈືອງ​ເຕີນ​ຊາງ ແລະ
 ປະ​ທາ​ນາ​ທິ​ບໍ​ດີ ຮຸງ​ກາ​ຣີ Ader Janos

ພາບ:baomoi.com

        ໂດຍ​ຕັ້ງ​ຢູ່ເອີ​ລົບ ກາງ, GDP ຂອງ​ຮຸງ​ກາ​ຣີ ບັນ​ລຸ​ປະ​ມານ 197 ຕື້ USD/ປີ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ແມ່ນ​ເກືອບ 20.000 USD. ໃນ​ຊຸມ​ປີ 60, ຮຸງ​ກາ​ຣີ ໄດ້​ຊອກວິ​ທີ​ເພື່ອ​ຫັນ​ພື້ນ​ຖານ​ເສດ​ຖະ​ກິດ​ເປັນ​ເສ​ລີ ແລະ ປີ 1990 ໄດ້​ຫັນ​ເປັນ​ພື້ນ​ຖານ​ເສດ​ຖະ​ກິ​ດ​ການ​ຕະ​ຫລາດ. ແຕ່​ປີ 1997, ພື້ນ​ຖານ​ເສດ​ຖະ​ກິດ​ໄດ້​ພັດ​ທ​ະ​ນາ​ຢ່າງ​ໝັ້ນ​ທ່ຽງ, GDP ເພີ່​ມ​ຂຶ້ນ 4-5%/ປີ. ກ່ຽວ​ກັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ, ປະ​ຈຸ​ບັນ ຮ​ຸງ​ກາ​ຣີ ສືບ​ຕໍ່​ບຸ​ລິ​ມະ​ສິດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສະ​ຫະ​ພາບ​ເອີ​ລົບຢ່າງ​ເລິກ​ເຊິ່ງ, ປັບ​ປຸງ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ແລະ ພາກ​ພື້ນ, ບຸ​ລິ​ມະ​ສິດ​ການ​ພົວ​ພັ​ນ​ກັບ​ຕ່າງ​ປະ​ເທດ​ກ່ຽວ​ກັບ​ດ້ານ​ພະ​ລັງ​ງານ, ຟື້ນ​ຟູ ແລະ ຊຸກ​ຍູ້​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ໃນ​ນັ້ນ ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ຂອງ​ຮຸງ​ກາ​ຣີ ໃນ​ປະ​ຈຸ​ບັນ​, ຮຸງ​ກາ​ຣີ ກໍ​ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ກັບ ອາ​ຊີ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ, ຖື​​ເລື່ອງເປີດກວ້າງການ​ຮ່ວມ​ມືກັບ​ຫວຽດ​ນາມ ​ມີ​ບົດ​ບາດ​ສຳ​ຄັນໃນ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ​ຂອງ​ຕົນ.

        ກາ​ນ​ພົວ​ພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ໃນ​ກວ່າ 6 ທົດ​ສະ​ວັດ​ຜ່ານ​ມາ

        ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມ​ູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ​ແລະ ຮ​ຸງ​ກາ​ຣີ ​ໄດ້​ມີ​ມາ​ເປັນ​ເວ​ລາເກືອບ 65 ປີ. ຮ​ຸງ​ກາ​ຣີ ໄດ້​ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ​ການ​ສະ​ຫນັບ​ສະ​ຫນູນ ແລະ ການ​ຊ່ວຍ​ເຫລືອ​ອັນ​ລ້ຳ​ຄ່າ​ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຊາດ. ໃນ​ຂະ​ບວ​ນ​ການ “ຫວຽດ​ນາມ, ພວ​ກ​ຂ້າ​ພະ​ເຈົ້າ​ຮຽງ​ບ່າ​ຮຽງ​ໄລ່​ກັບ​ພວກ​ເພື່ອນ”, ຮ​ຸງ​ກາ​ຣີ ໄດ້​ຈັດ​ຕັ້ງ​ການ​ບໍ​ລິ​ຈາກ​ເລືອດ​ ແລະ ບໍ​ລິ​ຈາກວັດ​ຖຸ ເປັນ​ຫລາຍ​ຄັ້ງເພື່ອຊ່ວຍ​ເຫລືອ ຫວຽດ​ນາມ. ຮ​ຸງ​ກາ​ຣີ ກ​ໍ​ແມ່ນ​ສະ​ມາ​ຊິກ​ເຂົ້າ​ຮ່ວມ ຄະ​ນະ​ກຳ​ມະ​ການ​ສາ​ກົນ ຕິດ​ຕາມ ແລະ ກວດ​ກາ​ປະ​ຕິ​ບັດ​ສັນ​ຍາ ປາ​ຣີ ກ່ຽວ​ກັບ​ຫວຽດ​ນາມ, ບຳ​ລຸງ​ສ້າງ​ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃຫ້​ແກ່​ຫວຽດ​ນາມ ເກືອບ 3.500 ຄົນ ໃຫ້​ແກ່​ຫວຽດ​ນາມແລະ ລົບ​ ບ້ວງ​ຫນີ້​ສິນ​ ແຕ່ກ່ອນ​ປີ 1973​​. ພາຍ​ຫລັງ ຮ​ຸງ​ກາ​ຣີ ປ່ຽນ​ແປງ​ລະ​ບອບ​ການ​ເມືອງ, ໃນ​ຊຸມ​ປີ​ຕົ້ນ​ສັດ​ຕະ​ວັດ​ທີ 1990, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ເຖິງວ່າ​ຖືກ​ຫລຸດ​ລົງ​ກໍ​ຕາມ ແຕ່​ປີ 1992, ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ນັ້ນ​ຄ່ອຍ​ໆ​ໄດ້​ຮັບ​ການ​ຟື້ນ​ຟູ.

        ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດ ມ​ີ​ຄວາມ​ຄືບ​ຫນ້າ, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ປີ 2013 ບັນ​ລຸ 148 ລ້ານ USD. ໄລ່​ມາ​ຮອດ​ເດືອນ 8/2014, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ 113,5 ລ້ານ USD. ບັນ​ດາ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ແມ່ນ: ອຸ​ປະ​ກອນ, ໄຟ​ຟ້າ, ເຄື່ອງ​ເຟ​ີ​ນີ​ເຈີ, ສິນ​ໃນ​ນ້ຳ…. ແລະ ນຳ​ເຂົ້າ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຄື: ການ​ຢາ, ເຄື່ອງ​ອາ​ໄລ່, ເຄ​ມີ, ຫົວອາ​ຫານ​ສັດ… ປະ​ຈຸ​ບັນ ຮ​ຸງ​ກາ​ຣີ ມີ 12 ໂຄງ​ການ FDI ຢູ່​ຫວຽດ​ນາມຍັງ​ມີ​ຜົນ​ສັກ​ສິດ​ ດ​້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ແມ່ນ 47,3 ລ້​ານ USD.

        ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ, ຮ​ຸງ​ກາ​ຣີ ຖື​ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ຫນູນ​ຊ່ວຍ​ການ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ (ODA) ຂອງ​ຕົນ. ແຕ່​ປີ 2004, ໂຄງ​ການ ODA ໄດ້​ເລີ່ມ​​ຜັນ​ຂະ​ຫຍາຍ ດ້ວຍ​ໂຄງ​ການ​ລ້ຽງ​ປາ​ນ້ຳ​ຈືດ ແລະ ຄະ​ນະ​ຜູ້​ແທນ​ຈຳ​ນວນ​ຫນຶ່ງ​ຂອງ​ຫວຽດ​ນາມ ໄປ​ຍັງ ຮ​ຸງ​ກາ​ຣີ ເພື່ອ​ແລກ​ປ່ຽນ​ບົດ​ຮຽນ. ປີ 2005 ຮ​ຸງ​ກາ​ຣີ ຊ່ວຍ​ເຫລືອ​ລ້າ​ໃຫ້​ແກ່​ຫວຽດ​ນາມ​ຈຳ​ນວ​ນ​ເງິນ 600.000 USD, ປີ 2006 ແມ່ນ 110.000 USD. ແຫລ່ງ​ທຶນ​ໝັ້ນ​ໝາຍ ODA ຂອງ ຮ​ຸງ​ກາ​ຣີ ທີ່​ສະ​ຫງວນ​ໃຫ​້​ແກ່​ຫວຽດ​ນາມ ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ປີ. ສອງ​ປະ​ເທດ​ກໍ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ວັດ​ທະ​ນະ​ທຳ​ເມື່ອ​ເດືອນ 3/2013, ສ້າງ​ພື້ນ​ຖານ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດນີ້. ການ​ສຶກ​ສາ​ບຳ​ລຸງ​ສ້າງ​ກໍ​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ທີ່​ເປັນ​ມູ​ນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ. ຝ່າຍ ຮ​ຸງ​ກາ​ຣີ ໄດ້​ຊ່ວຍ​ບຳ​ລຸງ​ສ້າງ​ຜູ້​ຊ່ຽວ​ຊານ, ພະ​ນັກ​ງານ​ເຕັກ​ນິກ, ສະ​ຫນອງ​ທຶນ​ສຶກ​ສາ​ໃຫ້​ແກ່​ນັກ​ສຶກ​ສາ​ຫວຽດ​ນາມ. ຄຽງ​ຄູ່​ກັນ​ນັ້ນ ຮ​ຸງ​ກາ​ຣີ ຕີ​ລາ​ຄາ​ສູງ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະ​ຊາ​ຄົມ​ຊາ​ວ​ຫວຽດ​ນາມ ອາ​ໄສ​ຢູ່ ຮ​ຸງ​ກາ​ຣີ ເຊື່ອມ​ຕົວ​ເຂົ້າ​ກັບ​ປະ​ຊາ​ຊົນ​ ຮ​ຸງ​ກາ​ຣີ ແລະ ແມ່ນ​ຂົວ​ຕໍ່​ມິດ​ຕະ​ພາບ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ຮ​ຸງ​ກາ​ຣີ ປະ​ຈຸ​ບັນ ມີ​ປະ​ມານ ກວ່າ 4.000 ຄົນ.

        ການ​ຢ້ຽມ​ຢາ​ມ​ສ້າງ​ກຳ​ລັງ​ຫນູນ​ຊຸກ​ຍູ້​ການ​ພົວ​ພັນ​ຫວຽດ​ນາມ- ຮ​ຸງ​ກາ​ຣີ

        ຜ່ານ​ການ​ທົດ​ສອບ​ຂອງ​ໄລ​ຍະ​ເວ​ລາ, ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດ​ນາມ ແລະ ຮ​ຸງ​ກາ​ຣີ ໃນ​ຊຸມ​ປີ​ຜ່ານ​ມາ​ໄດ້​ພັດ​ທະ​ນາ​ຢ່າງ​ຈົບ​ງາມ, ພິ​ເສດ​ແມ່ນ​ການ​ພົວ​ພັນ​ດ້ານ​ການ​ເມືອງ ຜ່ານ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫລາຍ​ຄະ​ນະ. ໃນ​ໄລ​ຍະ​ມໍ່ໆ​ມານີ້​ແມ່ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ ຮ​ຸງ​ກາ​ຣີ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ. ການ​ຢ້ຽມ​ຢາມ ໄດ້​ເປີດ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ຫລາຍ​ຢ່າງ​ໃຫ້​ແກ່​ສອງ​ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ. ໃນ​ນະ​ໂຍ​ບາຍ​ມຸ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ​ຂອງ​ຕົນ, ຮ​ຸງ​ກາ​ຣີ ຕີ​ລາ​ຄາ​ສູງ ແລະ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ຫວຽດ​ນາມ.

        ເຖິງວ່າ ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ລະ​ຫວ່າ​ຫວຽດ​ນາມ ແລະ ຮ​ຸງ​ກາ​ຣີ ພັດ​ທະ​ນາ​ຢ່າງ​ຈົບ​ງາມ​ໃນ​ຊຸມ​ປີມໍ່ໆ​ມານີ້, ແຕ່​ເມື່ອ​ທຽບ​ໃສ່​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ, ບັນ​ດາ​ໝາກ​ຜົນ​ບັນ​ລຸ​ໄດ້​ຍັງ​ຈຳ​ກັດ​ຢູ່. ສະ​ນັ້ນ ການ​ເປີດກວ້າງ​ທຸກ​ຂົງ​ເຂດ​ຮ່ວມ​ມື, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທັງ​ສອງ​ຝ່າຍ ແມ່ນ​ຄວາມ​ປາດ​ຖະ​ຫນາ​ຂອງ​ບັນ​ດາ​ການ​ນຳ​ຂັ້ນ​ສູງ​ຫວຽດ​ນາມ ແລະ ຮ​ຸງ​ກາ​ຣີ. ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຮ​ຸງ​ກາ​ຣີ Ader Janos ໄດ້​ຮັບ​ຄວາມ​ຫວັງ​ວ່າ​ຈະ​ຊຸກ​ຍູ້​ເລື່ອງ​ຜັນ​ຂະ​ຫຍາຍ​ປະ​ສິ​ດ​ທິ​ຜົນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ພ້ອມ​ທັງ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ສຳ​ພັດ, ຊອກ​ຮ​ູ້​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຄວາມ​ຕ້ອງ​ການ​ຂອງ​ກັນ ແລະ ແລ​ກ​ປ່ຽນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ຊື່​ງ​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ