ເສດ​ຖະ​ກິດ ຫວຽດ​ນາມ ພວມ​ມີ​ການ​ເຕີບໂ​ຕ

(VOVWORLD) -  ໄລຍະ 6 ເດືອນຕົ້ນປີນີ້, ພື້ນຖານເສດຖະກິດ ຫວຽດນາມ ມີໝາກຜົນການເຕີບໂຕທີ່ດີກ່ວາເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023 ໃນຫຼາຍຂົງເຂດ. ບັນດາດັດຊະນີສ່ວນຫຼາຍພັດທະນາລື່ນກາຍການຄາດຄະເນໃນເມື່ອກ່ອນ. ສິ່ງນີ້ສະແດງໃຫ້ເຫັນພື້ນຖານເສດຖະກິດ ຫວຽດນາມ ພວມມີການເຕີບໂຕເພື່ອບັນລຸໄດ້ເປົ້າໝາຍພັດທະນາທີ່ໄດ້ວາງອອກໃນທັງປີ 2024.

ເສດ​ຖະ​ກິດ ຫວຽດ​ນາມ ພວມ​ມີ​ການ​ເຕີບໂ​ຕ - ảnh 1ພາບປະກອບ: baodautu.vn

ສະພາບການເສດຖະກິດ ຫວຽດນາມ ໃນ 7 ເດືອນຜ່ານມາໄດ້ຢັ້ງຢືນມີຫຼາຍຈຸດທີ່ພົ້ນເດັ່ນ. ໃນນັ້ນຕ້ອງເວົ້າເທິງເລື່ອງລັດຖະບານ ສືບຕໍ່ມານະພະຍາຍາມປະຕິບັດສຳເລັດລະບອບລະບຽບການ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ໃຫ້ບຸລິມະສິດຊຸກຍູ້ການເຕີບໂຕດ້ານເສດຖະກິດ. ໃນເດືອນກໍລະກົດ, ລັດຖະບານສືບຕໍ່ຍູ້ແຮງການປະກາດໃຊ້ບັນດາເອກະສານແນະນຳບັນດາກົດໝາຍວ່າດ້ວຍການປັບປຸງເພີ່ມເຕີມກົດໝາຍ ວ່າດ້ວຍທີ່ດິນ 2024, ກົດໝາຍວ່າດ້ວຍເຮືອນຢູ່ 2023, ກົດໝາຍວ່າດ້ວຍການດຳເນີນທຸລະກິດອາສັງຫາລິມະຊັບ 2023, ກົດໝາຍວ່າດ້ວຍອົງການສິນເຊື່ອ 2024…

ມີຫຼາຍດັດຊະນີທີ່ມີການເຕີບໂຕຢ່າງຕັ້ງໜ້າ

ພື້ນຖານເສດຖະກິດຫວຽດນາມ ໃນ 7 ເດືອນຜ່ານມາໄດ້ຮັບຮູ້ທ່າອ່ຽງເຕີບໂຕເປັນກວ້າງ, ປີນີ້ດີກ່ວາໄລຍະດຽວກັນຂອງປີ 2023. ໃນນັ້ນ, ພື້ນຖານເສດຖະກິດສືບຕໍ່ທ່າເຕີບໂຕທີ່ຕັ້ງໜ້າໃນທັງ 3 ຂົງເຂດ: ກະສິກຳ, ການບໍລິການ ແລະ ອຸດສາຫະກຳ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ດັດຊະນີການຜະລິດອຸດສາຫະກຳເພີ່ມຂຶ້ນຢູ່ 60/63 ທ້ອງຖິ່ນ, ຄາດວ່າເພີ່ມຂຶ້ນ 8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໝາກຜົນນີ້ສະແດງໃຫ້ເຫັນການຟື້ນຟູເສດຖະກິດໃນວົງກວ້າງ. ພ້ອມກັນນັ້ນ, ເສດຖະກິດມະຫາພາກສືບຕໍ່ມີສະຖຽນລະພາບ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ, ດັດຊະນີລາຄາບໍລິໂພກ (CPI) ສະເລ່ຍ 7 ເດືອນເພີ່ມຂຶ້ນ 4,12%, ເພີ່ມຂຶ້ນ 0.04% ເມື່ອທຽບໃສ່ກັບເດືອນມິຖຸນາ; ການສົ່ງອອກສືບຕໍ່ເພີ່ມຂຶ້ນ, ການສົ່ງອອກເກີນດຸນ 14 ຕື້ USD, ປະກອບສ່ວນເຂົ້າໃນການຮັບປະກັນດຸ່ນຊຳລະ; ການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ບັນລຸ 18 ຕື້ USD, ເພີ່ມຂຶ້ນ 10,9%. ທ່ານນາງ ຟານທິທັ້ງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເນັ້ນໜັກວ່າ:

ຈາກບັນດາຕົວເລກດັ່ງກ່າວອາດຈະເຫັນໄດ້ວ່າ ການຜະລິດອຸດສາຫະກຳໃນປັດຈຸບັນ ພວມມີການຟື້ນຟູຢ່າງແຮງເມື່ອທຽບໃສ່ກັບປີ 2023, ພວມມີທ່າເຕີບໂຕຢ່າງຕັ້ງໜ້າທີ່ສຸດ. ຂະແໜງອຸດສາຫະກຳປຸງແຕ່ງປະດິດສ້າງພວມກັບຄືນສວມບົດບາດນຳໜ້າຂອງພື້ນຖານເສດຖະກິດ. ຄວາມສາມາດໃນການຜະລິດຂອງບັນດາວິສາຫະກິດອຸດສາຫະກຳພາຍໃນປະເທດໄດ້ຟື້ນຟູຢ່າງຕັ້ງໜ້າທີ່ສຸດ, ພ້ອມແລ້ວທີ່ຈະຍາດແຍ່ງບັນດາກາລະໂອກາດສຳຜັດກັບຕະຫຼາດໃໝ່ໃນໄລຍະຈະມາເຖິງ.

ເລື່ອງເສດຖະກິດຫວຽດນາມ ສືບຕໍ່ຮັບຮູ້ບັນດາດັດຊະນີທີ່ຕັ້ງໜ້າ ຊ່ວຍນຳມາເຊິ່ງແງ່ຫວັງທີ່ເປັນໜ້າຊຶນຊົມໃນ 6 ເດືອນທ້າຍປີນີ້ ແລະ ໃນໄລຍະຍາວ. ມີຫຼາຍອົງການ, ການກຳນົດທິດອຳນາດການປົກຄອງ ແລະ ນັກຊ່ຽວຊານສາກົນສືບຕໍ່ຕີລາຄາສູງໝາກຜົນ ແລະ ແງ່ຫວັງຂອງພື້ນຖານເສດຖະກິດ ຫວຽດນາມ. ໃນນັ້ນ, ADB ຍົກສູງການຄາດຄະເນການເຕີບໂຕຂອງ ຫວຽດນາມ ໃນປີ2024 ຂຶ້ນເຖິງ 6%; ຫ້ອງການສຶກສາຄົ້ນຄ້ວາເສດຖະກິດມະຫາພາກ ອາຊຽນ +3 ຄາດວ່າເພີ່ມຂຶ້ນ 6,3%, HSBC ຄາດຄະເນເພີ່ມຂຶ້ນ 6,5%... ຫວຽດນາມ ສືບຕໍ່ແມ່ນຈຸດນັດພົບສຳລັບບັນດານັກລົງທຶນຕ່າງປະເທດ. ທ່ານ Takeo Nakajima ຫົວໜ້າຜູ້ຕາງໜ້າ Jetro ຮ່າໂນ້ຍ ໃຫ້ຮູ້ວ່າ:

ຕາມການສຳຫຼວດຂອງພວກຂ້າພະເຈົ້າ, 70% ຈຳນວນວິສາຫະກິດພວມເຄື່ອນໄຫວຢູ່ ຫວຽດນາມ ໃຫ້ຮູ້ວ່າ ເຂົາເຈົ້າມີຄວາມຕ້ອງການເປີດກວ້າງຂອບຂະໜາດການຜະລິດ ຂອງຕົນດ້ວຍບັນດາຮູບແບບ, ການເຄື່ອນໄຫວດຳເນີນທຸລະກິດໃໝ່. 6 ເດືອນຕົ້ນປີນີ້, ຈຳນວນໂຄງການອອກໃໝ່ຫຼຸດລົງ 20%, ແຕ່ຈຳນວນເງິນລົງທຶນຂອງບັນດາວິສາຫະກິດ ໄດ້ເຄື່ອນໄຫວມາແຕ່ດົນນານ ຢູ່ທີ່ນີ້ພັດມີທ່າອ່ຽງເພີ່ມຂຶ້ນ.

ລະດົມທຸກແຫຼ່ງກຳລັງເພື່ອພັດທະນາເສດຖະກິດ

ນັບແຕ່ຕົ້ນປີ້ 2024, ລັດຖະບານ, ບັນດາກະຊວງ, ຂະແໜງການ, ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ກຳນົດການລະດົມທຸກແຫຼ່ງກຳລັງເພື່ອປະຕິບັດສູງທີ່ສຸດ, ດີທີ່ສຸດ, ສູ້ຊົນບັນລຸໄດ້ ແລະ ລື່ນກາຍບັນດາເປົ້າໝາຍ, ດັດຊະນີທີ່ໄດ້ວາງອອກໃນປີ 2024, ເປັນຕົ້ນແມ່ນດັດຊະນີການເຕີບໂຕຢູ່ລະດັບປະມານ 6,5%. ບັນດາມາດຕະການລະອຽດແມ່ນ: ຍູ້ແຮງການເຕີບໂຕໃນທຸກຂົງເຂດ, ໃນນັ້ນ ມີບັນດາແຫຼ່ງກຳລັງທີ່ເປັນມູນເຊື້ອ ແມ່ນການລົງທຶນ, ການສົ່ງອອກ ແລະ ການບໍລິໂພກ, ພ້ອມທັງຍົກສູງຄຸນນະພາບ ແລະ ຍູ້ແຮງບັນດາກຳລັງໜູນໃໝ່ໃຫ້ຫຼາຍກ່ວາອີກນັ້ນແມ່ນການເຕີບໂຕສີຂຽວ, ການເຕີບໂຕເສດຖະກິດໝູນວຽນ, ເສດຖະກິດດີຈີຕອນ, ເສດຖະກິດແບ່ງປັນ, ເສດຖະກິດພູມປັນຍາ… ລະດົມທຸກແຫຼ່ງກຳລັງເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳ, ການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ, ປະກອບສ່ວນຊຸກຍູ້ການເຕີບໂຕດ້ານເສດຖະກິດ. ສືບຕໍ່ຍູ້ແຮງ 3 ບຸກທະລຸຍຸດທະສາດ ກ່ຽວກັບການພັດທະນາພື້ນຖານໂຄງລ່າງ, ລະບອບລະບຽບການ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢ່າງຄົບຊຸດ.

ເສດ​ຖະ​ກິດ ຫວຽດ​ນາມ ພວມ​ມີ​ການ​ເຕີບໂ​ຕ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: baochinhphu.vn)

ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກໍລະກົດ, ທີ່ໄດ້ດຳເນີນໃນວັນທີ 5 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ບັນດາໜ້າທີ່, ວິທີການຈຸດສຸມໃນເດືອນສິງຫາ ນັບແຕ່ນີ້ຮອດທ້າຍປີ ແລະ ໃນໄລຍະຈະມາເຖິງ.

ເປົ້າໝາຍຂອງພວກເຮົາບໍ່ມີຫຍັງປ່ຽນແປງ, ຕ້ອງຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ດ້ວຍການກຳນົດໂດຍສະພາແຫ່ງຊາດ ອະນຸຍາດ. ການເຕີບໂຕຕ້ອງຊຸກຍູ້ຢ່າງແຮງກ່ວາ. ບັນດາການດຸ່ນດ່ຽງໃຫຍ່ຕ້ອງຮັບປະກັນມີສ່ວນເກີນຫຼາຍກ່ວາ. ໜີ້ສາທາລະນະ, ໜີ້ລັດຖະບານ, ລາຍຈ່າຍເກີນດຸ່ນຕ້ອງໄດ້ຮັບການຄວບຄຸມເປັນຢ່າງດີ. ທີສອງພວກເຮົາຕ້ອງຮັບປະກັນການເມືອງເປັນສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ອະທິປະໄຕ, ເຂດຊາຍແດນແຫ່ງຊາດບໍ່ອາດປ່ຽນແປງໄດ້, ພວກເຮົາຕ້ອງເຮັດໃຫ້ໄດ້ນັ້ນ. ປີນີ້, ໝາກຜົນທີ່ບັນລຸໄດ້ຕ້ອງສູງກວ່າ, ກວມລວມກ່ວາ, ຮອບດ້ານກ່ວາປີ 2023.

ຫວຽດນາມໄດ້ກ້າວເຂົ້າສູ່ໄຕມາດທີ III/2024. ນີ້ໄດ້ຮັບຖືວ່າແມ່ນໄລຍະທີ່ມີຄວາມໝາຍສຳຄັນພິເສດຂອງປີ 2024 ເພື່ອສູ້ຊົນບັນລຸໄດ້ລະດັບສູງທີ່ສຸດໃນແຜນການຂອງປີ 2024. ການພັດທະນາຢ່າງຕັ້ງໜ້າຂອງເສດຖະກິດຫວຽດນາມ ໃນ 7 ເດືອນຜ່ານມາຈະແມ່ນປັດໄຈສຳຄັນ, ປະກອບສ່ວນຊ່ວຍພື້ນຖານເສດຖະກິດບັນລຸໄດ້ລະດັບການເຕີບໂຕ GDP ແຕ່ 6 – 6,5%ໃນປີ 2024.       

ຕອບກັບ

ຂ່າວ/ບົດ​ອື່ນ