ເສດຖະກິດທົ່ວໂລກປະເຊີນໜ້າກັບຄວາມສ່ຽງຈາກຮົ້ວກີດຂວາງດ້ານການຄ້າ ແລະ ຄວາມຂາດສະຖຽນລະພາບ

(VOVWORLD) - ການເລີ່ມສົງຄາມດ້ານພາສີອາກອນສຳລັບບັນດາພື້ນຖານເສດຖະກິດໃຫຍ່, ພວມສ້າງຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ພື້ນຖານເສດຖະກິດທົ່ວໂລກ
ເສດຖະກິດທົ່ວໂລກປະເຊີນໜ້າກັບຄວາມສ່ຽງຈາກຮົ້ວກີດຂວາງດ້ານການຄ້າ ແລະ ຄວາມຂາດສະຖຽນລະພາບ - ảnh 1OECD ໄດ້ຫຼຸດການຄາດຄະເນການເຕີບໂຕທົ່ວໂລກໃນປີນີ້ລົງລະດັບ 3,1%
(ພາບປະກອບ: Getty Images)

        ບັນດາຮົ້ວກີດຂວາງດ້ານການຄ້າກ່ຽວຂ້ອງເຖິງສົງຄາມດ້ານພາສີອາກອນ ແລະ ສະພາບຄວາມຂາດສະຖຽນລະພາບດ້ານພູມຊາດການເມືອງເພີ່ມຂຶ້ນ ໄດ້ເລີ່ມສົ່ງຜົນສະທ້ອນເຖິງເສດຖະກິດໂລກ, ເຮັດໃຫ້ແງ່ຫວັງການເຕີບໂຕໃນປີນີ້ຄາດຄວາມປະເອີບໃຈກວ່າຫຼາຍ ເມື່ອທຽບໃສ່ການຄາດຄະເນດ້ານເສດຖະກິດທີ່ໄດ້ຍົກອອກມາກ່ອນໜ້ານັ້ນ.

        ໃນບົດລາຍງານແງ່ຫວັງເສດຖະກິດໂລກສະບັບຫຼ້າສຸດ, ປະກາດໃນວັນທີ 17 ມີນາ, ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ຫຼຸດການຄາດຄະເນການເຕີບໂຕທົ່ວໂລກໃນປີນີ້ລົງລະດັບ 3,1%, ຕ່ຳກວ່າປີ 2024 ແມ່ນ 3,2% ແລະ ອາດຈະສືບຕໍ່ຫຼຸດລົງ 3,0% ໃນປີ 2026.

ຜົນກະທົບຈາກສົງຄາມດ້ານພາສີອາກອນ

        ເມື່ອອະທິບາຍໃຫ້ການດັດປັບການຄາດຄະເນການເຕີບໂຕທົ່ວໂລກ, OECD ຖືວ່າ ສາຍເຫດແມ່ນເກີດມາຈາກບັນດາຮົ້ວກີດຂວາງດ້ານການຄ້າທີ່ເພີ່ມຂຶ້ນຢູ່ປະເທດຈຳນວນໜຶ່ງຂຶ້ນກັບກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ກໍ່ຄືຄວາມຂາດສະຖຽນລະພາບດ້ານພູມສາດການເມືອງເພີ່ມຂຶ້ນ ແລະ ນະໂຍບາຍກໍ່ຄວາມກົດດັນຕໍ່ການລົງທຶນ ແລະ ການເບີກຈ່າຍຂອງຄອບຄົວ.

        ຕາມທ່ານເລຂາທິການໃຫຍ່ OECD, Thomas Cormann ແລ້ວ, ບັນດາການປ່ຽນແປງໃນນະໂຍບາຍການຄ້າຂອງ ອາເມລິກາ ນັບແຕ່ເມື່ອທ່ານປະທານາທິບໍດີ Donald Trump ກັບຄືນຂຶ້ນກຳອຳນາດໃນວັນທີ 20 ມັງກອນ, ພິເສດແມ່ນການເລີ່ມສົງຄາມດ້ານພາສີອາກອນສຳລັບບັນດາພື້ນຖານເສດຖະກິດໃຫຍ່, ພວມສ້າງຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ພື້ນຖານເສດຖະກິດທົ່ວໂລກ, ລວມທັງເສດຖະກິດຂອງ ອາເມລິກາ. OECD ຄາດຄະເນວ່າ ການເຕີບໂຕເສດຖະກິດຂອງ ອາເມລິກາ ຈະຊັກຊ້າລົງເຫຼືອພຽງ 2,2% ໃນປີນີ້, ຖັດຈາກນັ້ນແມ່ນ 1,6% ໃນປີ 2026, ຫຼຸດລົງເມື່ອທຽບໃສ່ການຄາດຄະເນກ່ອນນັ້ນແມ່ນ 2,4% ແລະ 2,1% ຕາມລຳດັບ.

        2 ຄູ່ຮ່ວມມືດ້ານເສດຖະກິດແຖວໜ້າ, ແລະ ກໍ່ແມ່ນ 2 ປະເທດບ້ານໃກ້ເຮືອນຄຽງຂອງ ອາເມລິກາ, ເຊິ່ງແມ່ນ ການາດາ ແລະ ເມັກຊີໂກ ກໍ່ຖືກຜົນສະທ້ອນຫຍໍ້ທໍ້ຂອງຂໍ້ຕົກລົງຈັດວາງອັດຕາພາສີ 25% ຈາກອຳນາດການປົກຄອງ ອາເມລິກາ. ພາກພື້ນໃຊ້ສະກຸນເງິນເອີໂລລວມ (Eurozone) ກໍ່ພຽງແຕ່ຄາດຄະເນເພີ່ມຂຶ້ນປະມານ 1,0% ແລະ ອາດຈະຕ່ຳກວ່າອີກ ຖ້າຫາກວ່າສົງຄາມດ້ານພາສີອາກອນລະຫວ່າງ ອາເມລິກາ ແລະ ເອີລົບ ເຄັ່ງຕຶງຂຶ້ນຕື່ມ, ພາຍຫຼັງທີ່ສະຫະພາບ ເອີລົບ ໂຕ້ຕອບເລື່ອງ ອາເມລິກາ ຈັດວາງພາສີສຳລັບ ອາລູມີນຽມ ແລະ ເຫຼັກກ້າ.  ເມື່ອປະເຊີນໜ້າກັບສະພາບເຄັ່ງຕຶງໃນປະຈຸບັນ, ທ່ານເລຂາທິການໃຫຍ່ OECD ເນັ້ນໜັກວ່າ, ການປະທະກັນດ້ານການຄ້າບໍ່ສ້າງຜົນປະໂຫຍດໃຫ້ບໍ່ວ່າພື້ນຖານເສດຖະກິດໃດໝົດ.

        “ສານຂອງຂ້າພະເຈົ້າຕໍ່ບັນດາລັດຖະບານໃນທົ່ວໂລກແມ່ນ: ສິ່ງສຳຄັນທີ່ສຸດໃຫ້ແກ່ການເຕີບໂຕໃນອະນາຄົດ, ໃຫ້ແກ່ການຍົກສູງລະດັບດຳລົງຊີວິດ ແລະ ເພີ່ມລາຍຮັບຂອງບັນດາຄອບຄົວ, ນັ້ນແມ່ນຮັກສາບັນດາຕະຫຼາດເປີດ ເພື່ອໃຫ້ມີຕະຫຼາດທົ່ວໂລກເຄື່ອນໄຫວໂດຍອີງໃສ່ບັນດາກົດເກນຂອງລະບົບການຄ້າ. ຍາມໃດກໍ່ເກີດບັນຫາໃນການເຄື່ອນໄຫວລະບົບການຄ້າທົ່ວໂລກ, ແຕ່ວິທີດີທີ່ສຸດເພື່ອແກ້ໄຂນັ້ນແມ່ນການສົນທະນາ ແລະ ຮ່ວມມືສາກົນ”.

ຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ

        ໃນບົດລາຍງານແງ່ຫວັງເສດຖະກິດທົ່ວໂລກທີ່ໄດ້ຍົກອອກມາໃນປີ 2024, OECD ມີຄວາມປະເອີບໃຈຢ່າງຮອບຄອບຕໍ່ການເຕີບໂຕເສດຖະກິດທົ່ວໂລກ, ແຕ່ຍັງເນັ້ນໜັກເຖິງບັນດາຄວາມສ່ຽງກ່ຽວຂ້ອງເຖິງສະພາບຂາດສະຖຽນລະພາບດ້ານພູມສາດການເມືອງ. ໃນບົດລາຍງານຫຼ້າສຸດ, OECD ໄດ້ເນັ້ນໜັກປັດໄຈດັ່ງກ່າວຫຼາຍກວ່າ ເມື່ອຖືວ່າ ພ້ອມກັບບັນດາຮົ້ວກີດຂວາງດ້ານການຄ້ານັ້ນ, ສິ່ງທີ່ບໍ່ແນ່ນອນກ່ຽວກັບພູມສາດການເມືອງແມ່ນຄວາມສ່ຽງຕົ້ນຕໍສຳລັບການເຕີບໂຕທົ່ວໂລກ. ແບ່ງປັນຕໍ່ທັດສະນະດັ່ງກ່າວ, ທ່ານນາງ Rebecca Christie, ນັກຊ່ຽວຊານສັງກັດສະຖາບັນ Brugel, ຢູ່ ບຣຸກແຊນ (ແບນຊິກ), ໃຫ້ຂໍ້ສັງເກດວ່າ:

        “ພວກເຮົາຕ້ອງສັງເກດບັນດາການກະທຳໃນຕົວຈິງຂອງທ່ານ (Donald Trump) ຫາກບໍ່ແມ່ນມີປະຕິກິລິຍາຕໍ່ທຸກສິ່ງທີ່ທ່ານໄດ້ເວົ້າວ່າຈະເກີດຂຶ້ນ. ສຳລັບ ເອີລົບ, ສິ່ງທີ່ຕ້ອງເຮັດແມ່ນເລືອກເອົາສິ່ງໃດທີ່ແມ່ນຜົນປະໂຫຍດຢ່າງແທ້ຈິງສຳລັບ ເອີລົບ ຫາກບໍ່ແມ່ນບັນດາປະຕິກິລິຍາໂດຍທັນທີ”.

        ໃນຂະນະນັ້ນ, ບັນດາການຜັນແປຫວ່າງມໍ່ໆມານີ້ກ່ຽວຂ້ອງເຖິງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແລະ ວິທີການທີ່ອຳນາດການປົກຄອງ ອາເມລິກາ ແກ້ໄຂການປະທະກັນດັ່ງກ່າວ ກໍ່ໄດ້ສ້າງບັນຍາກາດອັນແນ່ນອນສຳລັບວົງການນັກດຳເນີນທຸລະກິດຢູ່ ເອີລົບ. ຕາມທ່ານ Oliver Roth, ມາຈາກກຸ່ມບໍລິສັດການບໍລິການການເງິນ ODDO BHF ມີສຳນັກງານຕັ້ງຢູ່ ປາຣີ, ປະເທດ ຝລັ່ງ ແລ້ວ, ເລື່ອງອຳນາດການປົກຄອງຂອງ ອາເມລິກາ ຊຸກຍູ້ບັນດາການສົນທະນາໂດຍກົງຂັ້ນສູງສຸດກັບຝ່າຍ ລັດເຊຍ ເພື່ອຊອກຫາວິທີການແກ້ໄຂການປະທະກັນ ລັດເຊຍ - ຢູແກຼນ ແມ່ນສັນຍານທີ່ຕັ້ງໜ້າ, ແຕ່ຄວາມຄາດຫວັງຂອງຕະຫຼາດອາດຈະໄປຝືນກັບຄຸນປະໂຫຍດຖ້າບັນດາການເຄື່ອນໄຫວດ້ານການທູດນີ້ບໍ່ສ້າງບາດກ້າວບຸກທະລຸໄດ້.

        “ທົ່ວໂລກພວມເບິ່ງເຂົ້າການໂອ້ລົມທາງໂທລະສັບລະຫວ່າງທ່ານ Donald Trump ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ຍ້ອນມັນບໍ່ພຽງແຕ່ມີຄວາມສຳຄັນດ້ານການເມືອງສຳລັບປະຊາຊົນ ຢູແກຼນ ເທົ່ານັ້ນ, ຫາກຍັງແມ່ນບາດກ້າວຢ່າງໃຫຍ່ຫຼວງພາໄປເຖິງການສ້າງເສດຖະກິດຢູ່ ເອີລົບ ໃຫ້ມີສະຖຽນລະພາບ, ຖ້າຫາກວ່າ ຢ່າງໜ້ອຍສຸດແມ່ນບັນດາຝ່າຍບັນລຸໄດ້ຂໍ້ຕົກລົງຢຸດຍິງໃນເບື້ອງຕົ້ນ”.

        ຕາມວົງການນັກສັງເກດການແລ້ວ, ຄວາມອາດສາມາດຢຸດຕິບັນດານະໂຍບາຍດ້ານພາສີອາກອນໂຕ້ຕອບເຊິ່ງກັນແລະກັນລະຫວ່າງ ອາເມລິກາ ແລະ ບັນດາຄູ່ຮ່ວມມືດ້ານການຄ້າແມ່ນບໍ່ຫຼາຍ, ເລື່ອງຂາດສະຖຽນລະພາບດ້ານພູມສາດການເມືອງແກ່ຍາວນັ້ນ ຈະເຮັດໃຫ້ການເຕີບໂຕທົ່ວໂລກຖືກຜົນສະທ້ອນຢ່າງໃຫຍ່ຫຼວງກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ