(VOVWORLD) - ຫວຽດນາມ ຫາກໍ່ສຳເລັດລະບຽບການມອບແຜນທີ່ທະເລ ແລະ ບັນຊີລາຍຊື່ຈຸດພິກັດພູມີສາດກ່ຽວຂ້ອງເຖິງເສັ້ນຖານ ເພື່ອຄິດໄລ່ລວງກວ້າງເຂດທະເລຢູ່ອ່າວຕົງແກງ, ພາຍຫຼັງທີ່ ສປຊ ໄດ້ມີແຈ້ງການ ແລະ ເອົາລົງໃນເວັບໄຊຂອງອົງການນີ້. ເຫດການນີ້ບໍ່ພຽງແຕ່ສ້າງຂີດໝາຍແກ່ບາດກ້າວສຳຄັນໃນການຢັ້ງຢືນອະທິປະໄຕແຫ່ງຊາດ, ຮັບໃຊ້ການພັດທະນາເສດຖະກິດເທົ່ານັ້ນ, ຫາກຍັງສະແດງຄວາມເປັນເຈົ້າການຂອງ ຫວຽດນາມ ໃນການປັບປຸງພື້ນຖານນິຕິກຳໃຫ້ຖືກຕ້ອງຕາມກົດໝາຍສາກົນອີກດ້ວຍ.
ໃນແຈ້ງການອອກວັນທີ 12 ມີນາ ຂອງ ເລຂາທິການໃຫຍ່ ສປຊ ທີ່ໄດ້ສົ່ງໃຫ້ບັນດາປະເທດສະມາຊິກໄດ້ຊີ້ແຈ້ງວ່າ ໃນວັນທີ 7 ມີນາ, ຫວຽດນາມ ໄດ້ດຳເນີນການມອບແຜນທີ່ທະເລ ແລະ ບັນຊີລາຍຊື່ຈຸດພິກັດພູມີສາດບັນດາຈຸດກຳນົດເສັ້ນພື້ນຖານຊື່ ສຳລັບເຂດດິນຕໍ່ແຜ່ນຢູ່ເຂດອ່າວຕົງແກງ ແລະ ເສັ້ນຂີດຂັ້ນຢູ່ນອກເຂດນ່ານນ້ຳຢູ່ບໍລິເວນນີ້ໃຫ້ ສປຊ. ສິ່ງດັ່ງກ່າວແມ່ນສອດຄ່ອງກັບຂໍ້ 2 ມາດຕາ 16 ຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.
ແຜນທີ່ເສັ້ນພື້ນຖານເພື່ອຄິດໄລ່ລວງກວ້າງເຂດທະເລ ຫວຽດນາມ ຢູ່ອ່າວຕົງແກງ
(ພາບ: ກະຊວງການຕ່າງປະເທດ)
|
ຄວາມຈຳເປັນຂອງເລື່ອງກຳນົດເສັ້ນພື້ນຖານໃນເຂດອ່າວຕົງແກງ
ກ່ອນທີ່ປະກາດເສັ້ນພື້ນຖານໃນອ່າວຕົງແກງ, ເສັ້ນພື້ນຖານແຄມຝັ່ງໄຫຼ່ທະວີບຂອງ ຫວຽດນາມ ໄດ້ກຳນົດຕາມຖະແຫຼງການລັດຖະບານໃນວັນທີ 12 ພະຈິກ 1982 ກ່ຽວກັບເສັ້ນພື້ນຖານ, ເຊື່ອມຕໍ່ 11 ຈຸດຢູ່ບັນດາຈຸດທີ່່ພົ້ນອອກໄກສຸດຂອງບັນດາໝູ່ເກາະຢູ່ແຄມຝັ່ງທະເລ ຫວຽດນາມ, ແຕ່ ຈຸດຫຼັກໝາຍ 0 ຫາຈຸດທີ A11. ໃນນັ້ນ, ຈຸດຫຼັກໝາຍ “0” ນອນຢູ່ເຂດແດນທາງທິດຕາເວັນຕົກສ່ຽງໃຕ້ຂອງເຂດນ້ຳປະຫວັດສາດ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ; ຈຸດຫຼັກໝາຍສຸດທ້າຍແມ່ນ A11 ນອນຢູ່ເກາະ ກົ່ນກໍ, ແຂວງ ກວ໋າງຈິ. ໃນຈຸດເວລາອອກຖະແຫຼງການເມື່ອປີ 1982, ຫວຽດນາມ ຍັງບໍ່ທັນກຳນົດໄດ້ເສັ້ນພື້ນຖານໃນອ່າວຕົງແກງເທື່ອ. ຕາມມາດຕາທີ 8 ຂອງກົດໝາຍວ່າດ້ວຍທະເລປີ 2012 ແລ້ວ, ລັດຖະບານ ໄດ້ກຳນົດ ແລະ ປະກາດເສັ້ນພື້ນຖານຢູ່ບັນດາເຂດທີ່ຍັງບໍ່ທັນມີເສັ້ນພື້ນຖານ.
ໃນຕົວຈິງ, ສຳລັບປະເທດແຄມທະເລເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ, ເລື່ອງບໍ່ກຳນົດລະອຽດເສັ້ນພື້ນຖານກໍ່ພາໄປເຖິງເລື່ອງຍັງບໍ່ທັນກຳນົດໄດ້ເຂດແດນ ແລະ ຂອບເຂດບັນດາເຂດທະເລ, ເຊິ່ງກໍ່ຄວາມຫຍຸ້ງຍາກໃຫ້ແກ່ວຽກງານຄຸ້ມຄອງ ແລະ ປະຕິບັດກົດໝາຍຢູ່ທະເລໃນການແກ້ໄຂບັນດາວຽກງານທີ່ກ່ຽວຂ້ອງເຖິງການເຂົ້າ - ອອກເມືອງ, ໂລກພະຍາດ, ຄ້າຂາຍເຖື່ອນ, ພິເສດແມ່ນສຳລັບບັນດາວຽກງານທີ່ກ່ຽວຂ້ອງເຖິງປັດໄຈຕ່າງປະເທດ.
ດ້ວຍການກຳນົດໄດ້ເສັ້ນພື້ນຖານ, ປະເທດແຄມທະເລສາມາດສ້າງຂອບເຂດຂອງບັນດາເຂດທະເລຢ່າງຈະແຈ້ງ, ທັງຮັບປະກັນສິດຜົນປະໂຫຍດອັນຊອບທຳຂອງປະເທດນັ້ນ, ທັງເຄົາລົບສິດຂອງບັນດາປະເທດອື່ນບົນພື້ນຖານສອດຄ່ອງກັບກົດໝາຍສາກົນ. ໃນສະພາບການຄວາມຕ້ອງການຄຸ້ມຄອງ ແລະ ພັດທະນາເສດຖະກິດທະເລນັບມື້ນັບເພີ່ມຂຶ້ນ, ເລື່ອງ ຫວຽດນາມ ປະຕິບັດສຳເລັດເສັ້ນພື້ນຖານແມ່ນຈຳເປັນ ແລະ ຈະປະກອບສ່ວນສ້າງສຳເລັດ ກໍຄືເຮັດແຈ້ງເຂດແດນ ແລະ ຂອບເຂດລະເມີດບັນດາເຂດທະເລຂອງ ຫວຽດນາມ ຕາມກົດໝາຍສາກົນ.
ຄວາມສອດຄ່ອງກັບກົດໝາຍສາກົນຂອງເສັ້ນພື້ນຖານ ຫວຽດນາມ
ລະບົບເສັ້ນພື້ນຖານຂອງ ຫວຽດນາມ ໃນເຂດອ່າວຕົງແກງໄດ້ກຳນົດຕາມສອງແບບວິທີ ນັ້ນແມ່ນເສັ້ນພື້ນຖານຊື່ ແລະ ເສັ້ນພື້ນຖານທຳມະດາ.
ເສັ້ນພື້ນຖານຂອງເຂດດິນຕໍ່ແຜ່ນ, ແຄມທະເລໃນເຂດອ່າວຕົງແກງໄດ້ກຳນົດຕາມວິທີເສັ້ນພື້ນຖານຊື່ ຍ້ອນພູມີສັນຖານທຳມະຊາດແຄມຝັ່ງທະເລອ່າວຕົງແກງຢູ່ທະເລຂອງ ຫວຽດນາມ ມີຮູບຮ່າງທີ່ຄົດລ້ຽວ, ສວດຫຼຸບ, ມີບັນດາເກາະລຽບຕາມຝັ່ງທະເລ; ພ້ອມກັບບັນດາເກາະ, ໂງ່ນຫີນນ້ອຍຢູ່ນອກສຸດຂອງອ່າວຮ້າລອງ ໄດ້ສ້າງເປັນລະບົບອ່າວ. ດ້ວຍລັກສະນະພູມີສາດ ແລະ ທຳມະຊາດນີ້, ເສັ້ນພື້ນຖານຂອງເຂດດິນຕໍ່ແຜ່ນຂອງ ຫວຽດນາມ ໃນອ່າວຕົງແກງ ທີ່ໄດ້ກຳນົດມານັ້ນ ແມ່ນສອດຄ່ອງກັບມາດຕາທີ 7 UNCLOS 1982.
ຢູ່ແບກລອງຫວີ, ຫວຽດນາມ ໄດ້ໝູນໃຊ້ແບບວິທີເສັ້ນພື້ນຖານທຳມະດາ ດ້ວຍການກຳນົດລະດັບນ້ຳຕ່ຳສຸດ ເມື່ອກະແສນ້ຳລົງ. ວິທີດັ່ງກ່າວແມ່ນສອດຄ່ອງກັບຂໍ້ກຳນົດໃນມາດຕາທີ 5 ຂອງ UNCLOS 1982 ເມື່ອກຳນົດເສັ້ນພື້ນຖານທຳມະດາ ເພື່ອຄິດໄລ່ລວງກວ້າງຂອງເຂດທະເລ ແມ່ນລະດັບນ້ຳລົງຕ່ຳສຸດລຽບຕາມຝັ່ງທະເລ.
ເລື່ອງ ຫວຽດນາມ ໝູນໃຊ້ 2 ແບບວິທີເສັ້ນພື້ນຖານຊື່ ແລະ ເສັ້ນພື້ນຖານທຳມະດາ ແມ່ນສອດຄ່ອງກັບມາດຕາທີ 14 ຂອງ UNCLOS 1982, ເຊິ່ງກຳນົດວ່າ ປະເທດແຄມທະເລ ອີງຕາມເງື່ອນໄຂທີ່ແຕກຕ່າງກັນ, ສາມາດກຳນົດບັນດາເສັ້ນພື້ນຖານຕາມໜຶ່ງ ຫຼື ຫຼາຍແບບວິທີທີ່ໄດ້ລະບຸໃນມາດຕາທີ 5 ແລະ ມາດຕາທີ 7 ຂອງ UNCLOS 1982. ເປັນອັນວ່າ, ສິ່ງດັ່ງກ່າວໄດ້ສະແດງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການປະຕິບັດ, ເຄົາລົບ UNCLOS 1982 ເຊັ່ນ “ລັດຖະທຳມະນູນຂອງທະເລ ແລະ ມະຫາສະໝຸດ”. ເລື່ອງກຳນົດເສັ້ນພື້ນຖານໃນອ່າວຕົງແກງຂອງ ຫວຽດນາມ ແມ່ນສອດຄ່ອງກັບບັນດາຄຳໝັ້ນສັນຍາຂອງ ຫວຽດນາມ, ບໍ່ສົ່ງຜົນກະທົບຕໍ່ບັນດາສົນທິສັນຍາສາກົນ ເຊິ່ງ ຫວຽດນາມ ເຂົ້າຮ່ວມ ຫຼື ເປັນສະມາຊິກ, ລວມທັງ UNCLOS ແລະ ສົນທິສັນຍາແບ່ງເສັ້ນກຳນົດເຂດອ່າວຕົງແກງ.
ເລື່ອງກຳນົດເສັ້ນພື້ນຖານຢູ່ເຂດອ່າວຕົງແກງ, ປະຕິບັດສຳເລັດລະບຽບມອບເອະສານເພື່ອສຳເນົາຢູ່ ສປຊ ສ້າງພື້ນຖານນິຕິກຳອັນໝັ້ນແກ່ນກວ່າ ເພື່ອປົກປ້ອງ ແລະ ປະຕິບັດອະທິປະໄຕ, ສິດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ, ປະກອບສ່ວນຮັບໃຊ້ການພັດທະນາເສດຖະກິດ, ການຄຸ້ມຄອງທະເລ ແລະ ຊຸກຍູ້ການຮ່ວມມືສາກົນໃນໄລຍະຈະມາເຖິງ./.