ເສີມຂະຫຍາຍນຳ້ໃຈການປະຕິວັດເດືອນ 8 ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ


(vovworld) - ໂດຍ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ພິລະ​ອາດ​ຫານບໍ່​ຍອມ​ຈຳນົນຂອງ​ຊາດ, ບັນດາ​ບົດຮຽນກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ລຸ້ນກ່ອນ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຍົກ​ສູງ​ກຳລັງ​ແຮງ​ສັງ​ລວມ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ​ປະ​ເທດ​ຊາດ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຖື​ຜົນ​ປະ​ໂຫຍດອງ​ຊາດ​ເປັນ​ຄາດໝາຍ​ສູງ​ສຸດ, ປະຊາຊົນ​ຫວຽດນາມ​ ຈະ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ຢ່າງ​ໝັ້ນຄົງ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ. ນັ້ນ​ແມ່ນ​ເນື້ອ​ໃນ​ບົດ​ຂຽນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 69 ປີ ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ 8 ​ແລະ ວັນຊາດ​ທີ 2/9, 45 ປີ ​ແຫ່ງ​ວັນ​ປະຕິບັດ​ພິ​ໃນ​ກຳ​ຂອງ​ປະທານ​ໂຮ່ຈີ​ມິນ. ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ຂໍ​ຄັດ​ສະ​ເໜີ​ບາງ​ເນື້ອ​ໃນ​ສຳຄັນ​ໄນ​ບົດ​ຂຽນ​ດັ່ງກ່າວ, ​

ເສີມຂະຫຍາຍນຳ້ໃຈການປະຕິວັດເດືອນ 8 ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ - ảnh 1

​ເລີ່​ມຕົ້ນ​ບົດ​ຂຽນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ຫວນ​ຄືນ 69 ປີ ກ່ອນ, ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ 1945, ປະຊາຊົນ​ຫວຽດນາມ, ພາຍ​ໃຕ້​ຄັນ​ທຸງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ​ໄດ້​ສ້າງ​ເປັນ​ການ​ປະຕິວັດ​ເດືອນ 8 ທີ່​ຍິ່ງ​ໃຫຍ່​ໃນ​ປະຫວັດສາດ​ຂອງ​ຫວຽດນາມ; ທັບ​ມ້າງ​ຕ່ອງ​​ໂສ້​ຂອງ​ລະບອບ​ລ່າ​ເມືອງ​ຂຶ້ນ, ສັກ​ດີ​ນາ, ຢືດ​ເອົາ​ພື້ນຖານ​ເອກະລາດ​ແຫ່ງ​ຊາດ; ສະຖາປະນາ​ປະ​ເທດ​ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ. ວັນ​ທີ 2-9-1945, ທ່ານ​ປະທານ​ປະ​ເທດ ​ໂຮ່ຈີ​ມິນ ​ໄດ້ອ່ານບົດຖະ​ແຫຼ​ງປະກາດເອກະລາດ, ​ເສລີພາບ​ກັບ​ທົ່ວ​ໂລກ. ​ເກືອບ 70 ປີຜ່ານມາ, ປະຊາຊົນ​ຫວຽດນາມ​ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ບໍ່​ຈັກ​ວ່າ​ເທົ່າ​ໃດ​ເພື່ອ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ຊາດ, ຍົກ​ສູງ​ລະດັບ​ຄອງ​ຊີບ​ຂອງ​ປະຊາຊົນ. ພ້ອມ​ກັນ​ນັ້ນ, ປະຊາຊົນ​ກໍ່​ຕ້ອງ​ເສຍສະຫຼະ​ເລືອກ​ເນື້ອ​ບໍ່​ຈັກ​ວ່າ​ເທ່ົາ​ໃດ​ເພື່ອ​ຕີ​ເອົາ​ຊະນະ​ສັດຕູ​ຜູ້​ຮຸກ​ຮານ, ປົກ​ປັກ​ຮັກສາ​ພື້ນຖານ​ເອກະລາດ, ​ເສລີພາບ, ສິດ​ອຳນາດ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ.

ໜ້າ​ທີ່​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ

ຕາມ​ທ່ານ​ປະທານ​ປະ​ເທດ​ແລ້ວ, ​ໃນ​ສະພາບ​ໂລກາ​ພິວັດ​ທີ່​ພວມຜັນ​​ແປ​ໄປ​ຢ່າງ​​ແຮງນັ້ນ, ດ້ວຍ​ການ​ພົວພັນ​ຢ່າງ​ສັບສົນ, ທັງ​ຮ່ວມ​ມື, ທັງ​ແກ່ງ​ແຍ້​ງ, ທັງ​ມີ​ການ​ຕໍ່ສູ້​ຢ່າງ​ຂ້ຽວ​ຂາດ​ລະຫວ່າງ​ປະ​ເທດ​ຕ່າງໆ​ ກໍ່​ຄື​ລະຫວ່າງ​ບັນດາ​ພື້ນຖານ​ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ​ທີ່​ແຕ່​ກຕ່າງ​ກັນນັ້ນ, ການຈະ​ເລີ​ນຮຸ່ງ​ແຮງ, ຄວາມ​ເປັນຕາ​ຍຂອງ​ແຕ່ລະ​ປະ​ເທດ, ​ແຕ່​ລະ​ຊາດ, ບໍ່​ພຽງ​ແຕ່​ແມ່ນ​ເລື່ອງ​ສະ​ເພາະ​ຂອງ​ແຕ່ລະ​ປະ​ເທດ​, ​ແຕ່​ລະ​ຊາດເທົ່າ​ນັ້ນ. ສິ່ງ​ດັ່ງ​ກ້າວ​ທັງ​ສ້າງ​ກາລະ​ໂອກາດ ​ແລະ ການ​ທ້າ​ທາຍ​ໃຫ້​ທຸກ​ປະ​ເທດ, ພິ​ເສດ​ແມ່ນ​ສຳລັບ​ບັນດາ​ປະ​ເທດ​ນ້ອຍ​ໃນ​ການ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ, ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ. ​ໃນ​ສະຖານະ​ການ​ນັ້ນ, ພິ​ເສດ​ແມ່ນ​ຕໍ່ໜ້າ​ສະພາບ​ຜັນ​ແປ​ຢ່າງ​ສັບສົນ​ຢູ່​ພາກ​ພື້ນ ​ແລະ ຢູ່​ໂລກ​ໃນ​ຊຸ່ມ​ປີ​ມໍ່ໆ​ມາ​ນີ້. ຍິ່ງ​ກວ່າ​ເວລາ​ໃດ​ໝົດ, ມັນ​ຮຽກຮ້ອງ​ໃຫ້​ປະ​ເທດ​ຫວຽດນາມ​ ຕ້ອງ​ພັດທະນາ​ຢ່າງ​ໄວ, ໝັ້ນຄົງ, ຍົກ​ສູງ​ກຳລັງ​​ແຮງ​ສັງ​ລວມ, ກຳລັງ​ພາຍ​ໃນ​ປະ​ເທດ​ໃນ​ທຸກ​ດ້ານ; ພ້ອມ​ກັນ​ນັ້ນຍາມ​ໃດ​ກໍ່​​ຕ້ອງ​ຍົກ​ສູງ​ສະຕິ​ລະວັງ​ຕົວ, ​ເດັດ​ດຽວ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ໃນ​ບໍ່​ວ່າ​ສະພາບ​ການ​ໃດ​. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຢືນຢັນ​ວ່າ, ນັ້ນ​ແມ່ນ​ພັນທະ​ສັກກະ​ລະ​ບູຊາ ​ແລະ ສູງ​ສົ່ງ​ຂອງ​ລຸ້ນປະຈຸ​ບັນ​ທີ່​ມີ​ຕໍ່​ບັນພະບຸລຸດ, ລຸ້ນພໍ່​ລຸ້ນອ້າຍ ​ແລະ ລຸ້ນລູກ​ລຸ້ນຫຼານ​ໃນ​ພາຍ​ພາກ​ໜ້າ.

ກຳລັງ​ແຮງ​ຊະນະ​ເລີດ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຊີ້​ແຈ້ງວ່າ​, ໜ້າ​ທີ່​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການມອງ​ກວ້າງເຫັນ​ໄກ, ມີຄຸນ​ນະ​ທາດຢ່າງ​ໝັ້ນຄົງ, ມີ​ຄວາມ​ເດັດ​ດຽວ​ກ່ຽວ​ກັບ​ຫຼັກການ ​ມີ​ສະຕິ​ລະມັດລະວັງ, ມີ​​ໄຫວ​ພິກ, ມີ​ຄວາມ​ຄ່ອງ​ແຄ້ວ​ໃນ​ຍຸດ​ທະນະ​ໂຍບາຍ. ດັ່ງ​ນັ້ນ​ບັນດາ​ບົດຮຽນ​ໃນ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ລຸ້ນພໍ່, ລຸ້ນອ້າຍ ​ແມ່ນ​ລຳ້​ຄ່າ​ທີ່​ສຸດ​ສຳລັບ​ລຸ້ນປະຈຸ​ບັນ. ພິ​ເສດ​ຄື​ດັ່ງ​ປະທານ​ໂຮ່ຈີ​ມິນ​ໄດ້​ເວົ້າ​ແລ້ວ​ວ່າ: “ກົກ​ຮາກ​ໝັ້ນຄົງ, ຕົ້ນ​ໄມ້​ຈຶ່ງ​ຍືນ​ຍົງ. ສ້າງ​ໄຊຊະນະ​ບົນ​ພື້ນຖານ​ປະຊາຊົນ“. ຍ້ອນ​ເຫດ​ນັ້ນ​ຢາກ​ມີ​ກຳລັງ​ແຮງ​ຢ່າງ​ພຽງພໍ​ເພື່ອ​ຜ່ານ​ຜ່າ​ສິ່ງ​ກີດຂວາງ, ການ​ທ້າ​ທາຍ​ບົນ​ເສັ້ນທາງ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ການ​ພົວພັນສາຍ​ເລືອດ​ເນື້ອ, ຄວາມ​ເປັນຕາ​ຍລະຫວ່າງ​ພັກ ​ແລະ ປະຊາຊົນ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ກວ່າ​ອີກ ດ້ວຍລະດັບ​ສູງ​ໃໝ່ ​ແລະ ​ຄຸນ​ນະພາ​ບ​ໃໝ່.

ກໍ່ສ້າງ​ພັກ​​ໃຫ້ທັດ​ທຽມ​ກັບ​ໜ້າ​ທີ່​ນຳພາ​ປະ​ເທດ​ຊາດ

​ເດືອນ 9/2014 ​ແມ່ນ 45 ປີ​ເຕັມທີ່​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ຫວຽດນາມ ​​ປະຕິບັດ​ພິ​ໃນ​ກຳ​ຂອງ​ປະທານ​ໂຮ່ຈີ​ມິນ. ​ໃນ​ບົດ​ຂຽນ​ຂອງ​ຕົນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​​ໄດ້ເນັ້ນ​ໜັກ​​ວ່າ, ​ໜ້າ​ທີ່ສືບ​ຕໍ່​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ຄຳ​ສັ່ງສອນ​ໃນ​ພິ​ໃນ​ກຳ​ຂອງ​ປະທານ​ໂຮ່ຈີ​ມິນ​​ນັ້ນແມ່ນ: ວຽກ​ງານ​ຕ້ອງ​ປະຕິບັດ​ກ່ອນ​ແມ່ນ​ປັບປຸງ​ພັກ, ​ເຮັດ​ໃຫ້​ສະມາ​ຊີກ​ພັກ​ແຕ່ລະຄົນ, ໜ່ວຍ​ພັກ​ແຕ່ລະ​ໜ່ວຍ​ຕ້ອງອອກ​ແຮງ​ເຮັດຫຼ້ອນໜ້າ​ທີ່​ເຊິ່ງພັກ​ໄດ້​ມອບ​ໝາຍ​ໃຫ້​, ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ“. “ຮັກສາ​ພັກ​ເຮົາ​ໃຫ້​ປອດ​ໄສ, ສົມ​ເປັນ​ຜູ້ນຳ, ຜູ້​ຮັບ​ໃຊ້​ຂອງ​ປະຊາຊົນ“. ຕາມ​ນັ້ນ​ແລ້ວ, ຄະນະ​ພັກ, ອົງການ​ພັກ​ທຸກ​ຂັ້ນ, ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ​ຄວນ​ສືບ​ຕໍ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ສູນ​ກາງ​ຄັ້ງທີ 4 ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“, ຕິດ​ພັນ​ກັບ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ທີ່ລົງ​ວັນ​ທີ 14/5/2011, ຂອງ​ກົມ​ການ​ເມືອງກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ. ​ເດັດ​ດຽວ​ຍູ້​ຄວາມ​ຊຸດ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ໃຫ້​ຖອຍ​ໄປ, ຕ້ານ​ອາດຍາ​ສິດ, ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ…. ​ໃນ​ໝູ່​ພະນັກງານ, ສະມາຊິກ​ພັກ, ລັດຖະກອນ, ພາລະ​ກອນ​ພາກສ່ວນ​ໜຶ່ງບໍ່​​ແມ່ນໜ້ອຍ; ອີງ​ໃສ່​ປະຊາຊົນ​ເພື່ອ​ກໍ່ສ້າງ​ພັກ, ​ຕິດຕາມ​ກວດກາ​ຄະນະ​ພັກ​, ອົງການ​ຈັດ​ຕັ້ງພັກທຸກ​ຂັ້ນ, ​ເພື່ອ​ຕີ​ລາຄາ​ພະນັກງານ, ສະມາຊິກ​ພັກ. ບົນ​ພື້ນຖານ​ນັ້ນ, ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ​ເຊິ່ງສະພາ​ແຫ່ງ​ຊາດ​ຫາ​ກໍ່​ຮັບຮອງ​ເອົາ, ກໍ່ສ້າງ, ປັບປຸງ​ລັດ​ຫວຽດນາມ​ ​ໃຫ້​ເປັນ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ.

ສຸດ​ທ້າຍ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ ​ຢືນຢັນ​ວ່າ ເສີມ​ຂະຫຍາຍ​ນຳ້​ໃຈ ​ແລະ ມູນ​ເຊື້ອ​ອັນ​ສະຫງ່າ​ລາ​ສື​ຂອງ​ການ​ປະຕິວັດ​ເດືອນ 8 ທີ່​ຍິ່ງ​ໃຫຍ່, ສືບ​ຕໍ່​ຮຳ່ຮຽນ​ແລະ​ປະຕິບັດ​ພິ​ໃນ​ກຳ​ຂອງ​ປະທານ​ໂຮ່ຈີ​ມິນ, ທົ່ວ​ປວງ​ຊົນ​ຕ້ອງສາມັກ​ຄື​ເປັນຈິດ​ໜຶ່ງ​ໃຈ​ດຽວ, ກໍ່ສ້າງ​ປະ​ເທດ​ຫວຽດນາມ “​ໃຫ້​ໃຫຍ່​ໂຕ, ​ໂອ​ໂຖງ ​ແລະ ສວຍ​ງາມ​ກວ່າ“ ນັ້ນ​ແມ່ນ​ການ​ວັດ​ແທກ​ຄວາມ​ຮັກ​ຊາດ​ຂອງ​ຊາວ​ຫວຽດນາມ​ແຕ່ລະຄົນ​ໃນ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ