(VOVWORLD) - ຮອດວັນທີ 04 ສິງຫາ, ບັນດາປະເທດເຂົ້າຮ່ວມການກູ້ຊ່ວຍທາງການບິນໄດ້ປ່ອຍທັນຍາຫານ ແລະ ຢຸກຢາ 675 ແກັດໃຫຍ່, ເທົ່າກັບສິນຄ້າປະມານ 700 ໂຕນລົງເຂດ ກາຊາ.
ປະລິມານເຄື່ອງບັນເທົາທຸກທີ່ສົ່ງເຂົ້າເຂດ ກາຊາ ໃນຊຸມມື້ຜ່ານມາ ຍັງໜ້ອຍຢູ່ເມື່ອທຽບໃສ່ຄວາມຕ້ອງການອັນຮີບດ່ວນຕົວຈິງ
(ພາບ: Corporal Marc-Andre Leclerc/Canadian Forces/Handout via REUTERS)
|
ປະຊາຄົມສາກົນພວມແຂ່ງກັບເວລາເພື່ອເປີດແລວທາງມະນຸດສະທຳຊ່ວຍເຫຼືອໃຫ້ເຂດ ກາຊາ, ໃນສະພາບການທີ່ເຂດດິນແດນນີ້ນັບມື້ນັບຮ້າຍແຮງແລະ ມີປະຊາຊົນນັບພັນຄົນອາດຈະຕົກເຂົ້າສູ່ສະພາບອຶດຫິວ.
ເລີ່ມແຕ່ທ້າຍເດືອນ ກໍລະກົດ, ມີຫຼາຍປະເທດ, ຄື: ຝລັ່ງ, ສະຫະລັດອາຣັບເອັມມີເຣດ (UAE), ແບນຊິກ, ອີຢິບ, ເຢຍລະມັນ, ຈໍແດນ… ໄດ້ດຳເນີນການຂົນສົ່ງ, ປ່ອຍທັນຍາຫານ ແລະ ອຸປະກອນການແພດລົງເຂດ ກາຊາ, ໃນສະພາບແລວມະນຸດສະທຳອື່ນຍັງຖືກກີດຂວາງຫຼາຍຢ່າງ.
ສະພາບມະນຸດສະທຳມືດມົວ
ຕາມຕົວເລກທີ່ຫຼາຍປະເທດໄດ້ປະກາດແລ້ວ, ໄລ່ຮອດວັນທີ 26 ກໍລະກົດ, ຈຸດເວລາທີ່ ອິດສະຣາແອັນ ແຈ້ງ “ຢຸດຕິຍຸດໂທບາຍໂດຍຊົ່ວຄາວ” ແລະ ຜ່ອນຜັນການເຄື່ອນໄຫວອຸປະຖຳຕ່າງໆ, ຮອດວັນທີ 04 ສິງຫາ, ບັນດາປະເທດເຂົ້າຮ່ວມການກູ້ຊ່ວຍທາງການບິນໄດ້ປ່ອຍທັນຍາຫານ ແລະ ຢຸກຢາ 675 ແກັດໃຫຍ່, ເທົ່າກັບສິນຄ້າປະມານ 700 ໂຕນລົງເຂດ ກາຊາ. ກ່ອນໜ້ານັ້ນ, ວັນທີ 03 ສິງຫາ, ກະຊວງປ້ອງກັນປະເທດ ອິດສະຣາແອັນ ກໍ່ໄດ້ແຈ້ງໃຫ້ຊາບວ່າ ມີລົດຂົນສົ່ງກວ່າ 1.200 ຄັນ ທີ່ຂົນສົ່ງເຄື່ອງບັນເທົາທຸກມະນຸດສະທຳ 23.000 ລ້ານໂຕນໄດ້ໄປຜ່ານຊາຍແດນເຂົ້າເຂດ ກາຊາ ໃນໄລຍະກວ່າ 1 ອາທິດຜ່ານມາ. ເຖິງຢ່າງໃດກໍ່ຕາມ, ອົງການສື່ມວນຊົນ ກາຊາ ໃຫ້ຮູ້ວ່າ, ມີລົດພຽງ 674 ຄັນເທົ່ານັ້ນ ແລະ ຕາມການຕີລາຄາລວມຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນແລ້ວ, ເຖິງວ່າຈະມີລົດຂົນສົ່ງ 1.200 ຄັນ, ປະລິມານເຄື່ອງບັນເທົາທຸກທີ່ສົ່ງເຂົ້າເຂດ ກາຊາ ໃນຊຸມມື້ຜ່ານມາ ຍັງໜ້ອຍຢູ່ເມື່ອທຽບໃສ່ຄວາມຕ້ອງການອັນຮີບດ່ວນຕົວຈິງໃນປະຈຸບັນຢູ່ເຂດ ກາຊາ, ດ້ວຍປະຊາກອນກວ່າ 2,3 ລ້ານຄົນທີ່ຕ້ອງອີງໃສ່ເຄື່ອງບັນເທົາທຸກມະນຸດສະທຳຈາກພາຍນອກ.
ຕາມທ່ານ Ross Smith, ຜູ້ອຳນວຍການພາກສ່ວນສະຖານະການສຸກເສີນຂອງອົງການອາຫານໂລກ (WFP) ແລ້ວ, ໄລ່ສະເພາະ WFP ກໍ່ຕ້ອງການມີລົດຂົນສົ່ງຜ່ານຊາຍແດນເຂົ້າເຂດ ກາຊາ 100 ຄັນ/ວັນ ເພື່ອຮັບປະກັນທັນຍາຫານ ແລະ ໂພສະນາການໃນລະດັບຕ່ຳສຸດໃຫ້ແກ່ປະຊາຊົນຢູ່ເຂດດິນແດນນີ້. ຕາມບົດລາຍງານໂດຍອົງການອະນາໄມໂລກ (WHO) ປະກາດໃນວັນທີ 27 ກໍລະກົດ ແລ້ວ, ນັບແຕ່ຕົ້ນປີ 2025, ມີຜູ້ເສຍຊີວິດຍ້ອນຂາດໂພສະນາການຢູ່ເຂດກາຊາ 74 ຄົນ, ໃນນັ້ນ, ໄລ່ສະເພາະເດືອນ ກໍລະກົດ ມີ 63 ຄົນ. ທ່ານ Ross Smith, ໃຫ້ຮູ້ວ່າ:
“ນີ້ແມ່ນໄພພິບັດພວມເກີດຂຶ້ນຢູ່ຕໍ່ໜ້າພວກເຮົາ. ນີ້ບໍ່ພຽງແຕ່ແມ່ນການກ່າວເຕືອນເທົ່ານັ້ນ, ຫາກແມ່ນຄຳຮຽກຮ້ອງໃຫ້ມີການກະທຳ. ບັນດາສິ່ງທີ່ພວມເກີດຂຶ້ນຢູ່ເຂດ ກາຊາ ບໍ່ຄືກັນກັບສິ່ງໃດທີ່ພວກເຮົາເຫັນປະຈັກຕາໃນສະຕະວັດນີ້. ມັນເຮັດໃຫ້ພວກເຮົາຄິດເຖິງບັນດາໄພພິບັດກ່ອນນີ້ຢູ່ Ethiopia ຫຼື Biafra (Nigeria) ໃນສະຕະວັດກ່ອນ. ເປັັນສິ່ງທີ່ຈະແຈ້ງແລ້ວວ່າ, ພວກເຮົາຕ້ອງມີການກະທຳຮີບດ່ວນໃນທັນທີ”.
ຄວາມກົດດັນຈາກສາກົນ
ຕາມວົງການນັກສັງເກດການແລ້ວ, ສາຍເຫດຂອງວິກິດການໃນປະຈຸບັນຢູ່ເຂດ ກາຊາ ແມ່ນການສ້າງຕັ້ງ ແລະ ຮັກສາບັນດາແລວມະນຸດສະທຳແບບຍືນຍົງ. ເລື່ອງຫຼາຍປະເທດດຳເນີນການຂົນສົ່ງທາງອາກາດ ປ່ອຍເຄື່ອງບັນເທົາທຸກ ພຽງແຕ່ແມ່ນມາດຕະການແກ້ໄຂທີ່ມີລັກສະນະຊົ່ວຄາວເທົ່ານັ້ນ. ທ່ານ Ross Smith ຜູ້ອຳນວຍການພາກສ່ວນສະຖານະການສຸກເສີນ ຂອງ WFP, ກໍ່ຕີລາຄາວ່າ ເລື່ອງປ່ອຍເຄື່ອງລົງບັນດາເຂດຊຸມຊົນ ຫຼື ຄ້າຍຫຼົບໄພທີ່ມີຫຼາຍຄົນຢູ່ເຂດ ກາຊາ ຈະພາໄປເຖິງຄວາມສ່ຽງ ເຮັດໃຫ້ປະຊາຊົນຮັບບາດເຈັບ, ແລະການແຈກຢາຍ ເຄື່ອງບັນເທົາທຸກກໍ່ຈະບໍ່ເໝາະສົມເມື່ອປະຊາຊົນລັກຂະໂມຍວຸ້ນວາຍ.
ສະນັ້ນ, OCHA ພ້ອມກັບບັນດາອົງການອື່ນຖືວ່າ ເພື່ອໃຫ້ການກູ້ຊ່ວຍແກ່ເຂດ ກາຊາ ດຳເນີນໄປຢ່າງສະດວກດີ, ປະຊາຄົມສາກົນຕ້ອງກໍ່ຄວາມກົດດັນພໍເປັນໄປໄດ້ເພື່ອໃຫ້ລັດຖະບານ ແລະ ກອງທັບ ອິດສະຣາແອັນ ຜ່ອນຜັນສິ່ງທີ່ຈຳກັດ. ຕາມນັກຊ່ຽວຊານ Bronwen Maddox, ຜູ້ອຳນວຍການຝ່າຍບໍລິຫານກອງທຶນຄົ້ນຄວ້າ Chatham House (ອັງກິດ) ແລ້ວ, ຫວ່າງມໍ່ໆມານີ້ ຫຼາຍປະເທດຝ່າຍຕາເວັນຕົກທີ່ເປັນສຳພັນທະມິດຂອງ ອິດສະຣາແອັນ, ຄື: ຝລັ່ງ, ອັງກິດ, ການາດາ… ຖະແຫຼງວ່າຈະຮັບຮອງລັດ ປາແລັດສະຕິນ ທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນເດືອນ ກັນຍາ ຈະມາເຖິງຢູ່ ນິວຢອກ, ສະແດງໃຫ້ເຫັນວ່າ ນັບທັງບັນດາປະເທດສຳພັນທະມິດທີ່ເປັນມູນເຊື້ອຂອງ ອິດສະຣາແອັນ ກໍບໍ່ສາມາດຍອມຮັບວິກິດການມະນຸດສະທຳຢູ່ເຂດ ກາຊາ ໄດ້, ເຖິງວ່າເລື່ອງຮັບຮອງລັດ ປາແລັດສະຕິນ ພຽງແຕ່ມີລັກສະນະສັນຍາລັກໃນຈຸດເວລານີ້.
“ຂ້າພະເຈົ້າຄິດວ່າທຸກສິ່ງທຸກຢ່າງທີ່ພວມເກີດຂຶ້ນຢູ່ເຂດ ກາຊານັ້ນ ກໍ່ເຮັດໃຫ້ບັນດາປະເທດເພື່ອນມິດກັບ ອິດສະຣາແອັນ ຢ້ານກົວ, ສະນັ້ນ, ເຂົາເຈົ້າໄດ້ເຮັດໃຫ້ການກະທຳທີ່ມີລັກສະນະເປັນສັນຍາລັກນີ້ເຂັ້ມແຂງກວ່າເມື່ອທຽບໃສ່ອະດີດຕະການ”.
ກ່ອນໜ້ານັ້ນ, ໃນແຈ້ງການຢຸດຕິຊົ່ວຄາວໃນວັນທີ 27 ກໍລະກົດ, ກອງທັບ ອິດສະຣາແອັນ ແຈ້ງໃຫ້ຊາບວ່າ ຈະຢຸດຕິການເຄື່ອນໄຫວດ້ານການທະຫານໃນແຕ່ລະວັນ ແຕ່ເວລາ 10 ໂມງ ຮອດເວລາ 20 ໂມງ (ຕາມເວລາທ້ອງຖິ່ນ) ຢູ່ບັນດາເຂດ Al-Mawasi, Deir al-Balah ແລະ ສ່ວນໜຶ່ງຂອງນະຄອນ ກາຊາ - ແຫ່ງທີ່ບໍ່ດຳເນີນບັ້ນຮົບທາງໜ້າດິນນັບແຕ່ເດືອນ ມີນາ. ກຳລັງນີ້ກໍ່ແຈ້ງໃຫ້ຊາບວ່າ ຈະສ້າງຕັ້ງບັນດາເສັ້ນທາງປອດໄພໃຫ້ແກ່ການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳແຕ່ເວລາ 6 ໂມງ ຮອດ23 ໂມງ. ເຖິງຢ່າງໃດກໍ່ຕາມ, ຕາມທ່ານນາງ Olga Cherevko, ຂຶ້ນກັບຫ້ອງການຜູ້ປະສານງານບັນດາບັນຫາມະນຸດສະທຳຂອງສະຫະປະຊາຊາດ (OCHA) ຢູ່ເຂດ ກາຊາ ໃຫ້ຮູ້ວ່າ, ການກວດກາຢູ່ບັນດາປ້ອມກວດກາຄວາມປອດໄພຂອງ ອິດສະຣາແອັນ ຍັງເສຍເວລາຫຼາຍຢູ່, ແກ່ຍາວແຕ່ 2 – 3 ຊົ່ວໂມງ, ສະນັ້ນ, ຫຼາຍຂະບວນລົດຂົນສົ່ງບໍ່ສາມາດປະຕິບັດການແຈກຢາຍເຄື່ອງບັນເທົາທຸກມະນຸດສະທຳໄດ້ຕາມເວລາທີ່ຝ່າຍ ອິດສະຣາແອັນ ໄດ້ກຳນົດ.