ການຄ້າເອເລັກໂຕນິກຊ່ວຍໃຫ້ແມ່ຍິງເຂດພູສູງ startup ບັນລຸຜົນສຳເລັດ

(VOVWORLD) - ຍ້ອນມີການຄ້າເອເລັກໂຕນິກ ແລະ ບັນດາສື່ສັງຄົມອອນລາຍ, ທຸກຂອດໂຄສະນາ, ຈຳໜ່າຍຜະລິດຕະພັນໄດ້ງ່າຍດາຍກວ່າ.
ການຄ້າເອເລັກໂຕນິກຊ່ວຍໃຫ້ແມ່ຍິງເຂດພູສູງ startup ບັນລຸຜົນສຳເລັດ - ảnh 1 ໄຕບັກ TV ໄດ້ເລືອກເອົາວິທີທີ່ທັນສະໄໝເພື່ອໜູນຊ່ວຍຊາວກະສິກອນເຂດພູສູງຈຳໜ່າຍຜະລິດຕະພັນ
(ພາບ: baolaichau.vn)

        ການຫັນເປັນດີຈີຕອນ, ພັດທະນາການຄ້າເອເລັກໂຕນິກໃນການຜະລິດ, ດຳເນີນທຸລະິດໄດ້ເປີດກາລະໂອກາດຼາຍຢ່າງໃຫ້ແກ່ແມ່ຍິງຢູ່ທົ່ວທຸກເຂດພາກຂອງ ຫວຽດນາມ ໃນການ startup, ໂດຍສະເພາະແມ່ນສຳລັບແມ່ຍິງຊາວເຜົ່າເຂດຫ່າງໄກສອກຫຼີກ. ຢູ່ແຂວງ ລາຍເຈົາ, ບໍລິສັດຫຸ້ນສ່ວນການສື່ສານ ແລະ ການຄ້າການບໍລິການ ໄຕບັກ TV ຂອງນັກທຸລະກິດຍິງ ຄາທິແຮ້ງ, ເຊິ່ງແມ່ນໜຶ່ງໃນບັນດາຮູບແບບບັນລຸຜົນສຳເລັດໃນການເຊື່ອມຕໍ່, ນຳໃຊ້ບັນດາພື້ນຖານດີຈີຕອນເພື່ອ ນຳບັນດາຜະລິດຕະພັນກະເສດ, ສິນຄ້າພິເສດຂອງພໍ່ແມ່ປະຊາຊົນເຂດພູດອຍມາສູ່ຜູ້ບໍລິໂພກ. ວິສາຫະກິດໄດ້ຮັບລາງວັນົມເຊີຍໃນການແຂ່ງຂັນ ແມ່ຍິງ startup ເສີມຂະຫຍາຍຊັບພະຍາກອນທ້ອງຖິ່ນ ປີ 2023 ຂອງສະຫະພັນແມ່ຍິງ ຫວຽດນາມ.

        ບໍລິສັດຫຸ້ນສ່ວນການສື່ສານ ແລະ ການຄ້າການບໍລິການ ໄຕບັກ TV ໄດ້ສ້າງຕັ້ງແຕ່ປີ 2022, ດ້ວຍຈຸດປະສົງໃນເບື້ອງຕົ້ນແມ່ນນຳຄວາມງາມຂອງທຳມະຊາດ, ວັດທະນະທຳ, ອາຫານການກິນຂອງເຂດພູດອຍມາສູ່ຜູ້ຊົມໃນທົ່ວປະເທດ ຜ່ານຊ່ອງໂຄສະນາທາງອອນລາຍ. ໃນວິວັດການໄປຊອກຫາຂໍ້ມູນເອກະສານເພື່ອສ້າງຊ່ອງໂຄສະນາ, ເອື້ອຍ ຄາທິແຮ້ງ ແລະ ບັນດາເພື່ອນຮ່ວມງານເຫັນວ່າ, ເຂດ ໄຕບັກ ມີຫຼາຍຜະລິດຕະພັນກະເສດ, ສິນຄ້າພິເສດ ແລະ ຢາສະໝູນໄພທີ່ຫາຍາກ, ແຕ່ເຖິງຢ່າງໃດກໍ່ຕາມ, ພໍ່ແມ່ປະຊາຊົນຢູ່ແຫ່ງນີ້ພຽງແຕ່ຮູ້ວິທີປູກ ແລະ ຈຳໜ່າຍສິນຄ້າຢູ່ທ້ອງຖິ່ນເທົ່ານັ້ນ, ແຕ່ຍັງບໍ່ທັນຮູ້ວິທີພັດທະນາ ແລະ ໂຄສະນາຜະລິດຕະພັນ. ເອື້ອຍ ຄາທິແຮ້ງ, ໃຫ້ຮູ້ວ່າ:

        ພູມສັນຖານຢູ່ ລາຍເຈົາ ແມ່ນຫຍຸ້ງຍາກທີ່ສຸດ, ສະນັ້ນ, ການແລກປ່ຽນການຄ້າກໍ່ບໍ່ສະດວກ. ໄລຍະທາງຈາກເຂດຂຸຄົ້ນມາຫາລູກຄ້າແມ່ນໄກ ແລະ ລູກຄ້າບໍ່ມີໂອກາດຫຼາຍເພື່ອມາຊອກຮູ້ ແລະ ຊື້ຜະລິດຕະພັນ. ສະນັ້ນ, ການສ້າງຊ່ອງໂຄສະນາໂດຍກົງຜ່ານອີນເຕີເນັດ ແລະ ສື່ສັງຄົມອອນລາຍ, ເວັບໄຊການຄ້າເອເລັກໂຕນິກແມ່ນທາງເລືອກທີ່ດີ ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນຈຳໜ່າຍຜະລິດຕະພັນກະເສດ, ສິນຄ້າພິເສດໄດ້ເປັນຢ່າງດີທີ່ສຸດ. ພວກຂ້າພະເຈົ້າຈິ່ງຕັດສິນໃຈເປັນຂົວເຊື່ອມຕໍ່ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນນຳບັນດາຜະລິດຕະພັນມີຄຸນນະພາບສູງອອກສູ່ລູກຄ້າໃນທົ່ວປະເທດ”.

        ຈາກແນວຄິດນັ້ນ, ຊ່ອງຂາຍສິນຄ້າ, ຈຳໜ່າຍບັນດາຜະລິດຕະພັນກະເສດ, ສິນຄ້າພິເສດ ໄຕບັກ ໄດ້ສ້າງຂຶ້ນດ້ວຍຊື່ວ່າ ໄຕບັກ TV. ໂດຍແມ່ນວິສາຫະກິດໃໝ່, ຫາກໍ່ startup, ນັບແຕ່ເບື້ອງຕົ້ນ, ໄຕບັກ TV ໄດ້ເລືອກເອົາວິທີທີ່ທັນສະໄໝເພື່ອໜູນຊ່ວຍຊາວກະສິກອນເຂດພູສູງຈຳໜ່າຍຜະລິດຕະພັນ.

        ສຳລັບວິສາຫະກິດ startup, ນັບແຕ່ທຳອິດຂ້ເຈົ້າໄດ້ຄິດວ່າຕ້ອງສຸມໃສ່ຜະລິດຕະພັນ ແລະ ປັບປຸງການຫຸ້ມຫໍ່. ວຽກງານທີ 2 ແມ່ນສຸມກຳລັງຄວາມສາມາດເພື່ອໂຄສະນາ, ເຮັດແນວໃດເພື່ອໃຫ້ລູກຄ້າຮູ້ຈັກຜະລິດຕະພັນຂອງຕົນວ່າ ມີຄຸນນະພາບຄືແນວໃດ, ໄດ້ປູກຢູ່ເຂດໃດປະຈຸບັນ, ເມື່ອູກຄ້າຊື້ສິນຄ້າຜ່ານຊ່ອງ ໄຕບັກ TV ກໍ່ມີຄວາມອຸ່ນອ່ຽນໃຈໃນດ້ານຄຸນນະພາບ, ຍ້ອນເຂົາເຈົ້າໄດ້ຮູ້ຕົ້ນກຳເນີດຜະລິດຕະພັນຢ່າງຈະແຈ້ງ, ໄດ້ເຫັນຂັ້ນຕອນພວກຂ້າເຈົ້າຜະລິດອອກຜະລິຕະພັນເພື່ອສົ່ງເຖິງລູກຄ້າ”.

        ໃນວິວັດການພັດທະນາ, ໄຕບັກ TV ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໂດຍສະເພາະແມ່ນປັດໄຈພູມສັນຖານທີ່ບໍ່ສະດວກ. ເຖິງຢ່າງໃດກໍ່ຕາມ, ຍ້ອນມີການຄ້າເອເລັກໂຕນິກ ແລະ ບັນດາສື່ສັງຄົມອອນລາຍ, ທຸກຂອດໂຄສະນາ, ຈຳໜ່າຍຜະລິດຕະພັນໄດ້ງ່າຍດາຍກວ່າ. ບັນດາຜະລິດຕະພັນຂອງວິສາຫະກິດ ເມື່ອໄດ້ຈຳໜ່າຍຜ່ານບັນດາຊ່ອງ, ໂປຼແກຼມການຂາຍທາງອອນລາຍແລ້ວ ກໍ່ລ້ວນແຕ່ໄດ້ຮັບການຄວບຄຸມຢ່າງເຂັ້ມງວດ. ພ້ອມກັນນັ້ນ, ບໍລິສັດຍັງມີພາກສ່ວນຮັບ ແລະ ແກ້ໄຂການຮ້ອງທຸກຂອງລູກຄ້າກ່ຽວກັບຜະລິດຕະພັນຢ່າງທັນການ. ເອື້ອຍ ຄາທິແຮ້ງ, ໃຫ້ຮູ້ວ່າ:

        ແຕ່ເດືອນ, ພວກຂ້າພະເຈົ້າໄດ້ສຳຜັດກັບລູຄ້າທາງອອນລາຍເຖິງ 450.000 ຄົນ. ພື້ນຖານດີຈີຕອນ ເວົ້າລວມ ແລະ ສື່ສັງຄົມອອນລາຍ ເວົ້າເພາະໄດສ້າງຜົປະໂຫຍດ, ນັ້ນແມ່ນສຳຜັດກັບລູກຄ້າຢ່າງວ່ອງໄວ, ມີຊີວິດຊີວາ ດ້ວຍບັນດາວີດີໂອ ແລະ ພາບຖ່າຍ. ພິເສດ, ໃນໄລຍະມໍ່ໆມານີ້, ໄຕບັກ TV ໄດ້ພ້ອມກັບພໍ່ແມ່ປະຊາຊົນ livestream ຈັດການຂາຍເຄື່ອງໂດຍກົງ  ຢູ່ເຂດສວນ, ເຂດຜະລິດ ແລະ ໄດ້ຮັບຫຼາຍໃບສັ່ງຊື້ສິນຄ້າ, ກໍຄືໄດ້ຮັບການສະໜັບສະໜູນຈາກລູກຄ້າ”.

        ໃນສະພາບການຄ້າເອເລັກໂຕນິກພັດທະນາຢ່າງຟົດຟື້ນຄືໃນປະຈຸບັນ, ນັບມື້ນັບມືຫຼາຍຊ່ອງຂາຍສິນຄ້າທາງອອນລາຍໄດ້ສ້າງໃໝ່, ເພື່ອຕອບສະໜອງຄວາມຕ້ອງການຊື້ສິນຄ້າຢ່າງໃຫຍ່ຫຼວງຂອງຜູ້ບໍລິໂພກ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ ໄຕບັກ TV ຍາມໃດກໍ່ຕ້ອງມີການປ່ຽນແປງວິທີເຮັດໃໝ່ເພື່ອສືບຕໍ່ຮັກສາທີ່ຕັ້ງໃນຕະຫຼາດ.

        ພວກຂ້າພະເຈົ້າສຸມຈິດສຸໃຈສ້າງເນື້ອໃນເພື່ອໃຫ້ລູກຄ້າຮັບເອົາ, ຮັກສາພັດທະນາເນື້ອໃນຢ່າງຖືກຕ້ອງ, ຄົບຖ້ວນ. ປະຈຸບັນ, ພວກຂ້າພະເຈົ້າໄດ້ແນະນຳ ແລະ ແບ່ງປັນບັນດາວິທີການເຮັດ ແລະ ບົດຮຽນໃຫ້ແກ່ເອື້ອຍນ້ອງບາງຄົນ ເພື່ອເຮັດແນວໃດນຳບັນດາຜະລິດຕະພັນຂອງເຂົາເຈົ້າມາຂາຍທາງອອນລາຍ, ຜ່ານນັ້ນ ກໍ່ໃຫ້ມີຫຼາຍຄົນຮູ້ຈັກເຖິງ.”

        ປະຈຸບັນ, ບັນດາວິສາຫະກິດ, ຮາກຖານຜະລິດດຳເນີນທຸລະກິດໂດຍແມ່ຍິງເປັນເຈົ້າຂອງລ້ວນແຕ່ໄດ້ ແລະ ພວມເປັນເຈົ້າການຮັບມື, ນຳໃຊ້ກາລະໂອກາດເພື່ອພັດທະນາ. ມີເອື້ອຍນ້ອງແມ່ຍິງຫຼາຍຄົນລ້ວນແຕ່ເປັນເຈົ້າການຊອກຮູ້, ຄົ້ນຄວ້າເພື່ອນຳຜະລິດຕະພັນມາຂາຍທາງສື່ສັງຄົມອອນລາຍ, ເວັບໄຊການຄ້າເອເລັກໂຕນິກເທື່ອລະກ້າວ. ພິເສດ, ບົນພື້ນຖານນຳໃຊ້ແຫຼ່ງວັດຖຸທີ່ມີຢູ່ແລ້ວຂອງທ້ອງຖິ່ນ, ມີແມ່ຍິງຫຼາຍຄົນ startup ບັນລຸຜົນສຳເລັດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນ, ຈາກນັ້ນ, ກໍ່ປະກອບສ່ວນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດເຂດພາກ ແລະ ປະກອບສ່ວນເຂົ້າໃນພື້ນຖານເສດຖະກິດສັງຄົມຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ