ສ້າງເງື່ອນໄຂ, ໜູນຊ່ວຍແມ່ຍິງນະຄອນຫຼວງ ຮ່າໂນ້ຍ startup

(VOVWORLD) - ຜ່ານແຜນຮ່າງໜູນຊ່ວຍແມ່ຍິງນະຄອນຫຼວງ startup ແລະ ໂຄງການແມ່ຍິງເປັນເຈົ້າຂອງຊີວິດ, ມີເອື້ອຍນ້ອງແມ່ຍິງກວ່າ 4.250 ຄົນໄດ້ຮັບການໜູນຊ່ວຍ startup ບັນລຸຜົນສຳເລັດ
ສ້າງເງື່ອນໄຂ, ໜູນຊ່ວຍແມ່ຍິງນະຄອນຫຼວງ ຮ່າໂນ້ຍ startup - ảnh 1ທ່ານນາງ ຫງວຽນແອັງງວຽດ, ຜູ້ກໍ່ຕັ້ງບໍລິສັດຫຸ້ນສ່ວນລົງທຶນ DDA ຫວຽດນາມ ຈຳກັດ
(ພາບ: hanoimoi.vn)

        ແມ່ຍິງກວມເອົາກວ່າ 50,4% ປະຊາກອນ, ແມ່ນກຳລັງແຮງງານມີໜ້າຢູ່ທຸກຂະແໜງການ, ຂົງເຂດ, ເຊິ່ງໄດ້ປະກອບສ່ວນຕັ້ງໜ້າໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມນະຄອນຫຼວງ ຮ່າໂນ້ຍ. ໃນໄລຍະຜ່ານມາ, ນະຄອນ ຮ່າໂນ້ຍ ໄດ້ປະຕິບັດຫຼາຍໂຄງການ, ຄື: “ໜູນຊ່ວຍແມ່ຍິງນະຄອນຫຼວງ startup”, ແຜນຮ່າງ “ແມ່ຍິງເປັນເຈົ້າຂອງຊີວິດ”. ຜ່ານບັນດາໂຄງການ, ມີແມ່ຍິງນັບພັນຄົນ startup ບັນລຸຜົນສຳເລັດ, ມີເສດຖະກິດເປັນປົກກະຕິ.

        ບໍລິສັດຫຸ້ນສ່ວນລົງທຶນ DDA ຫວຽດນາມ ຈຳກັດ ແມ່ນໜຶ່ງໃນບັນດາວິສາຫະກິດເຂົ້າຮ່ວມໂຄງການ “ແມ່ຍິງເປັນເຈົ້າຂອງຊີວິດ” ຂອງນະຄອນຫຼວງ ແລະ ບັນລຸຜົນສຳເລັດຫຼາຍຢ່າງ ຍ້ອນມີການໜູນຊ່ວຍຈາກສະຫະພັນແມ່ຍິງ ຮ່າໂນ້ຍ. ທ່ານນາງ ຫງວຽນແອັງງວຽດ, ຜູ້ກໍ່ຕັ້ງບໍລິສັດຫຸ້ນສ່ວນລົງທຶນ DDA ຫວຽດນາມ ຈຳກັດ, ພ້ອມກັບຖັນແຖວນັກວິທະຍາສາດ, ແພດການຢາ ຫວຽດນາມ ສາມາດສະກັດແຄວຊຽມອົງຄະທາດບໍລິສຸດເຖິງ 99,9% ໄດ້ສຳເລັດ ແລະ ກົມຊັບສິນທາງປັນຍາ (ກະຊວງອຸດສາຫະກຳການຄ້າ ຫວຽດນາມ) ໄດ້ອອກໃບອະນຸຍາດການຜະລິດໃຫ້. ວິສາຫະກິດໄດ້ໜູນຊ່ວຍບັນດາບັນຫາດ້ານນິຕິກຳ, ໂຄສະນາ, ຈຳໜ່າຍຜະລິດຕະພັນ ແລະ ກໍ່ສ້າງຮູບແບບການຜະລິດສີຂຽວບັນລຸຜົນສຳເລັດຕາມກຳນົດມາດຕະຖານ. ທ່ານນາງ ຫງວຽນແອັງງວຽດ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ຮັບການແນະນຳຫຼາຍຢ່າງກ່ຽວກັບຂັ້ນຕອນການຜະລິດ, ຕ້ອງຮັບປະກັນ ແລະ ປະຕິບັດຖືກຕາມບັນດາຂໍ້ກຳນົດຂອງກົດໝາຍ. ສະຫະພັນແມ່ຍິງນະຄອນ ຮ່າໂນ້ຍ ກໍຄືສະຫະພັນແມ່ຍິງ ຫວຽດນາມ ໄດ້ໜູນຊ່ວຍເອື້ອຍນ້ອງແມ່ຍິງຫຼາຍຢ່າງໃນການຈັດງານຕະຫຼາດນັດ, ການສຳມະນາ ເພື່ອໃຫ້ແມ່ຍິງສາມາດພົບປະແລກປ່ຽນ, ແບ່ງປັນບົດຮຽນ ແລະ ຮ່ຳຮຽນເອົາເຊິ່ງກັນ ແລະ ກັນ”.

        ຫັນບັນດາແຫຼ່ງວັດຖຸດິບເບິ່ງຄືວ່າໄດ້ປະຖິ້ມແລ້ວ ແຕ່ກາຍເປັນບັນດາຜະລິດຕະພັນອົງຄະທາດສີຂຽວສ້າງມູນຄ່າຕໍ່ສັງຄົມແມ່ນເປົ້າໝາຍຂອງນັກທຸລະກິດຍິງໜຸ່ມ ຫງວຽນທິເກ໊ແອັງ, ປະທານວິສາຫະກິດສັງຄົມສະຫະພັນໜູນຊ່ວຍແມ່ຍິງພັດທະນາເສດຖະກິດທົ່ວໂລກ RB ແລະ ກຸ່ມໂຄງການ “ຍົກສູງກຳລັງຄວາມສາມາດຫັນເປັນສີຂຽວໃນການຜະລິດ ແລະ ຊຸກຍູ້ການຫັນຜະລິດຕະພັນນ້ຳຢາຊັກຜ້າ Hafalife ເປັນການຄ້າ” ເຊິ່ງໄດ້ຜະລິດຈາກເປືອກໝາກນັດ. ຂັ້ນຕອນການຜະລິດຜະລິດຕະພັນໄດ້ນຳໃຊ້ຕາມບັນດາການຄົ້ນຄວ້າວິທະຍາສາດ ແລະ ຕ່ອງໂສ້ເຕັກໂນໂລຊີທັນສະໄໝ, ມາດຕະຖານ ເອີລົບ, ສ້າງເປັນຜະລິດຕະພັນນ້ຳຢາຊັກຜ້າທີ່ປອດໄພ, ຮັກສາສຸຂະພາບໃຫ້ແກ່ຜູ້ບໍລິໂພກ ແລະ ເປັນມິດກັບສິ່ງແວດລ້ອມ. ເພື່ອພັດທະນາຜະລິດຕະພັນ, ໃນໄລຍະຈະມາເຖິງ, ວິສາຫະກິດຈະປະຕິບັດການຫັນຜະລິດຕະພັນ Hafalife ເປັນການຄ້າ, ໂດຍຮູບແບບກູ້ຢືມທຶນດ້ວຍຜະລິດຕະພັນ ເພື່ອສ້າງໂອກາດໃຫ້ແມ່ຍິງດຳເນີນທຸລະກິດແບບບໍ່ຕ້ອງລົງທຶນ, ເພີ່ມລາຍຮັບ, ມຸ່ງໄປເຖິງການເປັນເຈົ້າການດ້ານການເງິນ, ເປັນເຈົ້າຂອງຊີວິດ. ເອື້ອຍ ຫງວຽນທິເກ໊ແອັງ, ໃຫ້ຮູ້ວ່າ:

        “ວິສາຫະກິດພວກຂ້າພະເຈົ້າກຳນົດວ່າ, ການດຳເນີນທຸລະກິດບໍ່ພຽງແຕ່ແມ່ນເລື່ອງຂາຍຜະລິດຕະພັນເທົ່ານັ້ນ, ຫາກຍັງແມ່ນຄວາມຮັບຜິດຊອບໃນການປົກປັກຮັກສາສິ່ງແວດລ້ອມ, ປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ ແລະ ມຸ່ງໄປເຖິງປະຊາຄົມນຳອີກ. ຜະລິດຕະພັນຂອງພວກຂ້າພະເຈົ້າສົ່ງເຂົ້າຮ່ວມການແຂ່ງຂັນ “ແມ່ຍິງ startup ປະດິດຄິດສ້າງ ຫັນເປັນສີຂຽວ” ປີ 2024 ດ້ວຍຄວາມຫວັງຢາກໜູນຊ່ວຍໃຫ້ແມ່ຍິງນັບພັນຄົນມີຜະລິດຕະພັນທີ່ປອດໄພ ແລະ ປະຢັດ, ພິເສດແມ່ນກົນໄກສະໜອງທຶນໜູນຊ່ວຍແມ່ຍິງເຂົ້າຮ່ວມການດຳເນີນທຸລະກິດ startup ໄດ້ມີລາຍຮັບຕື່ມອີກ”.

ສ້າງເງື່ອນໄຂ, ໜູນຊ່ວຍແມ່ຍິງນະຄອນຫຼວງ ຮ່າໂນ້ຍ startup - ảnh 2ຜະລິດຕະພັນແຄວຊຽມຈາກເປືອກໄຂ່
(ພາບ: hanoimoi.vn)

        ໂຄງການແຄວຊຽມຈາກເປືອກໄຂ່ ຫຼື ໂຄງການຜະລິດນ້ຳຢາຊັກຜ້າ Hafalife ຈາກເປືອກໝາກນັດແມ່ນ 2 ໃນຈຳນວນ 15 ໂຄງການຍາດໄດ້ລາງວັນທີ່ການແຂ່ງຂັນ “ແມ່ຍິງນະຄອນຫຼວງ startup ປະດິດຄິດສ້າງ ຫັນເປັນສີຂຽວປີ 2024” ໂດຍສະຫະພັນແມ່ຍິງ ຮ່າໂນ້ຍ ຜັນຂະຫຍາຍ. ເພື່ອປະກອບສ່ວນປະຕິບັດເປົ້າໝາຍດັ່ງກ່າວ, ໃນໄລຍະຜ່ານມາ, ສະຫະພັນແມ່ຍິງນະຄອນ ຮ່າໂນ້ຍ ທຸກຂັ້ນ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງໃນການສ້າງສະພາບແວດລ້ອມແຫ່ງຄວາມປອດໄພ, ເປັນມິດ, ຕິດພັນກັບການປະຕິບັດແຜນຮ່າງ “ໜູນຊ່ວຍແມ່ຍິງນະຄອນຫຼວງ startup”. ທ່ານນາງ ເລທິທຽນເຮືອງ, ຮອງປະທານສະຫະພັນແມ່ຍິງ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ເຊື່ອມຕໍ່ກັບນັກຊ່ຽວຊານເພື່ອໜູນຊ່ວຍບັນດາວິສາຫະກິດ, ບັນດາຫະສະກອນ, ຄອບຄົວດຳເນີນທຸລະກິດໂດຍແມ່ຍິງເປັນເຈົ້າຂອງ ເພື່ອປະຕິບັດການຫັນປ່ຽນໃໝ່ຮູບແບບເຕີບໂຕຈາກສີນ້ຳຕານໄປສູ່ສີຂຽວ, ຫັນປ່ຽນຈາກການຂຸດຄົ້ນ, ນຳໃຊ້ແຫຼ່ງວັດຖຸທຳມະຊາດໄປສູ່ການພັດທະນາລະບົບຊີວະພາບ, ມຸ່ງໄປເຖິງພື້ນຖານເສດຖະກິດສີຂຽວ, ເສດຖະກິດດີຈີຕອນ ແລະ ເສດຖະກິດໝູນວຽນ”.

        ພ້ອມກັບສະຫະພັນແມ່ຍິງ, ບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ກໍໄດ້ຮ່ວມແຮງຮ່ວມໃຈໜູນຊ່ວຍ, ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງນະຄອນຫຼວງ startup. ທ່ານ ຫງວຽນດິ່ງຮວາ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ:

        “ເລື່ອງເຊື່ອມຕໍ່ການຄ້າ, ແນະນຳ, ໂຄສະນາຜະລິດຕະພັນໝູ່ບ້ານອາຊີບ, ຜະລິດຕະພັນ OCOP, ກະເສດ, ທັນຍາຫານຢູ່ບັນດາງານຕະຫຼາດນັດ, ສັບປະດາສິນຄ້າ, Festival, ງານວາງສະແດງ… ໄດ້ສ້າງເງື່ອນໄຂເພື່ອໃຫ້ບັນດາເຈົ້າຂອງວິສາຫະກິດ, ຮາກຖານການຜະລິດມີໂອກາດແນະນຳ, ໂຄສະນາຜະລິດຕະພັນຂອງຕົນ ຕິດພັນກັບການຖ່າຍທອດເຕັກໂນໂລຊີ, ກໍຄືການເຊື່ອມຕໍ່ເພື່ອຈຳໜ່າຍຜະລິດຕະພັນຂອງຕົນ. ພວກຂ້າພະເຈົ້າກໍ່ໜູນຊ່ວຍການຮັບປະກັນເຄື່ອງໝາຍການຄ້າ, ຍີ່ຫໍ້ ແລະ ໂຄສະນາໃນບັນດາພື້ນຖານເຕັກໂນໂລຊີຂໍ້ມູນຂ່າວສານ”.

        ຕາມສະຫະພັນແມ່ຍິງ ຮ່າໂນ້ຍ ແລ້ວ, ແຕ່ປີ 2018 ມາຮອດປະຈຸບັນ, ຜ່ານແຜນຮ່າງໜູນຊ່ວຍແມ່ຍິງນະຄອນຫຼວງ startup ແລະ ໂຄງການແມ່ຍິງເປັນເຈົ້າຂອງຊີວິດ, ມີເອື້ອຍນ້ອງແມ່ຍິງກວ່າ 4.250 ຄົນໄດ້ຮັບການໜູນຊ່ວຍ startup ບັນລຸຜົນສຳເລັດ; ມີວິສາຫະກິດ, ສະຫະກອນໄດ້ຮັບການໜູນຊ່ວຍໃນການສົ່ງເສີມການຄ້າ, ໂຄສະນາ ແລະ ຈຳໜ່າຍຜະລິດຕະພັນກວ່າ 1.200 ຄັ້ງ. ນີ້ແມ່ນກຳລັງໜູນເພື່ອໃຫ້ແມ່ຍິງນະຄອນຫຼວງຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາລວມຂອງນະຄອນຫຼວງ ຮ່າໂນ້ຍ ແລະ ນັບມື້ນັບຢືນຢັນທີ່ຕັ້ງ, ບົດບາດໃນຄອບຄົວ ແລະ ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ