ການເຕັ້ນລຳ Salsa ຢູ່ຕາມທ້ອງຖະໜົນ, ການເຄື່ອນໄຫວລະຫຼິ້ນທີ່ສົດໄສຂອງໄວໜຸ່ມນະຄອນຫຼວງ


ໄລຍະ​ມໍ່ໆ​ມາ​ນີ້, ຢູ່​ຫວຽດນາມ​ເວົ້າ​ລວມ ​ແລະ ຢູ່​ຮ່າ​ໂນ້ຍ​ເວົ້າສະ​ເພາະ , ການເຕັ້ນລຳ Salsa ຢູ່ພາກ​ພື້ນ ກາຣີ​ເບ ​ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ພວກ​ເພື່ອນ​ຫນຸ່ມ​ຢ່າງ​ຫຼວງ​ຫຼາຍ. ​ໂດຍ​ແມ່ນ​ປະ​ເພດ​ສິລະ​ປະ​ທີ່​ມີ​ລັກສະນະ​ວົງ​ຄະນະ​ຍາດ​ ສາມາດ​ຫຼິ້ນ​ໄດ້​ຢ່າງ​ງ່າຍດາຍ, ການເຕັ້ນລຳ Salsa ບໍ່​ພຽງ​ແຕ່​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ຢູ່​ຕາມ​ບັນດາ​ສະ​ໂມ​ສອນ​, ສະຖານ​ທີ່​ບັນ​ເທິງ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່​ຕາມ​ທ້ອງ​ຖະໜົນ​ອີກ​ດ້ວຍ.
    

ການເຕັ້ນລຳ Salsa ຢູ່ຕາມທ້ອງຖະໜົນ, ການເຄື່ອນໄຫວລະຫຼິ້ນທີ່ສົດໄສຂອງໄວໜຸ່ມນະຄອນຫຼວງ - ảnh 1
ການເຕັ້ນລຳ Salsa ໄດ້​ກາຍ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ພວກ​ເພື່ອນ​ຫນຸ່ມ​ຫວຽດນາມຢ່າງ​ຫຼວງ​ຫຼາຍ

    ​ເດືອນ​ລະ​ເທືອ່ໜຶ່ງ, ​ໃນ​ເວລາ 20 ​ໂມງ 30 ນາ​ທີ​ຂອງ​ວັນ​ເສົາ ກາງ​ເດືອນ, ບັນດາ​ເພື່ອນ​ໜຸ່ມ​ທີ່​ມາ​ຈາກ​ບັນດາ​ສະ​ໂມ​ສອນ​ທີ່​ແຕກ​ຕ່າງ​ກັນ​ຢູ່​ຮ່າ​ໂນ້ຍ ພັດ​ເຕົ້າ​ໂຮມ​ກັນ ຢູ່​ອະນຸສາວະລີ ຫຼີທ້າຍ​ໂຕ. ​ໃຕ້​ລະບົບ​ດອກ​ໄຟ​ຕາມ​ຫົນທາງ, ບັນດາ​ຄູ່​ບາ​ວສາວ​ໄດ້​ພ້ອມ​ກັນເຕັ້ນລຳ Salsa ຕາມ​ຈັ່ງ​ຫວະ​ທຳນອງ​ດົນຕີ​ທີ່​ໜ້າ​ຈັບ​ອົກ​ຈັບ​ໃຈ ອັນ​ໄດ້​ເປັນ​ການບັນ​ເທົ່າ​ຄວາ​ມອິດ​ເມື່ອຍພາຍຫຼັງ​ການ​ເຮັດ​ວຽກ​ເປັນ​ໄລຍະ​ໜຶ່ງ. ຈຳນວນ​ຜູ້​ເຂົ້າ​ຮ່ວມ ການເຕັ້ນລຳ Salsa ​ແມ່ນ​ຂຶ້ນ​​ເຖິງນັບ ຮ້ອຍຄົນ, ​ເຂົາ​ເຈົ້າ​ແມ່ນ​ນັກ​ສຶກສາ, ພະນັກງານ​ທີ່​ເຮັດ​ວຽກ​ງານ​ແຕກ​ຕ່າງ​ກັນ, ​ແຕ່​ພັດ​ມີ​ຈິດ​ໃຈຄວາມ​ເມົາມົວ​ຕໍ່ ການເຕັ້ນລຳ Salsa ​ເຊັ່ນ​ດຽວ​ກັນ. ​ເພື່ອ​ນຟຸ່ງ​ເຟືອງ​ເງິນ ​ເປັນ​ພະນັກງານ​ເຮັດ​ວຽກ​ຢູ່​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ :

    “ ນ້ອງ​ເຂົ້າ​ຮ່ວມ ການເຕັ້ນລຳ Salsa​ໄດ້ 2 ປີ​ແລ້ວ, ​ແລະ ນ້ອງ​ເຄີຍ​ເຂົ້າ​ການ​ເຄື່ອນ​ໄຫວເຕັ້ນລຳ Salsa ຢູ່​ຕາມ​ທ້ອງ​ຖະໜົນ, ຍ້ອນ​ວ່າ​ເມື່ອ​ໄດ້​ຫຼິ້ນ​ຕໍ່ໜ້າ​ມວນ​ຊົນນັ້ນ, ນ້ອງ​ຮູ້ສຶກ​ໄດ້​ສຳ​ພັດ​ກັບ​ຫຼາຍ​ຄົນ, ນັບ​ທັງ​ຜູ້​​ເຕັ້ນ​ລຳ​ບໍ່​ເປັນ, ​ເພື່ອ​ເປັນ​ການ​ສ້າ​ງ​ແຫຼ່ງອາລົມ​ໃຫ້​ແກ່​ຜູ່້ເຕັ້ນ​ລຳ”

     ທ້າວ Jean Franco ນັກທຸລະກິດ​ທີ່​ມາ​ຈາກ ອີ​ຕາ​ລີ ​ໃຫ້​ຮູ້​ວ່າ ລາວ​ເຄີຍ​ໄປໆ​ມາໆ​ຈາກ​ອີ​ຕາ​ລີມາຫວຽດນາມ ​ເພາະ​ວຽກ​ງານ​ເຮ​ັດທຸລະ​ກິດ​ຂອງ​ຕົນ. ​ແຕ່ລະ​ເທື່ອ, ​ເມື່ອ​ມາ​ຫວຽດນາມ​ກົງ​ກັບ​​ໂອກາດ​ຈັດ​ຕັ້ງ ການເຕັ້ນລຳ Salsa ຢູ່​ຕາມ​ທ້ອງ​ຖະໜົນ, ລາວ​ລ້ວນ​ແຕ່​ໄປ​ຊົມ. ທ້າວ Jean Franco​ ເວົ້າວ່າ :

   “ ຂ້າພະ​ເຈົ້າ​ເຫັນ​ວ່າການ​ເຄຶ່ອນ​ໄຫວ​ນີ້​ເປັນ​ໜ້າ​ຈັບ​ອົກ​ຈັບ​ໃຈ​ແທ້, ​ເຖິງ​ວ່າເຕັ້ນລຳ Salsa ບໍ່​ເປັນ​ກໍ​ຕາມ, ​ແຕ່​ຂ້າພະ​ເຈົ້າ​ມັກ​ມາ​ນີ້​ເພື່ອ​ຮັບ​ຊົມ​ພວກ​ເພື່ອນ ເຕັ້ນລຳ Salsa” .

    ນາງ Ana Flavia Pimenla Braasch ນັກ​ທ່ອງ​ທ່ຽວ​ຊາວ ບຣາຊິນ ​ໄດ້​ມີ​ໂອກາດ​ເຂົ້າ​ຮ່ວມ​ການເຕັ້ນລຳ Salsa ​ ​ເມື່ອ​ມີ​ໂອກາດ​ຍ່າງ​ເລາະ​ຫຼິ້ນຢູ່​ບໍລິ​ເວນໜອງ ຮ່ວານກ້ຽມ, ຮ່າໂນ້ຍ. ນາງ Ana Flavia Pimenla Braasch ເວົ້າວ່າ :

    “ ຂ້າພະເຈົ້າໄດ້ຍ່າງຜ່ານ ແລະ ເຫັນມີຫຼາຍຄົນເຕົ້າໂຮມກັນຢູ່ນີ້, ຂ້າພະເຈົ້າໄດ້ຍ່າງເຂົ້າໃກ້ເບິ່ງວ່າ ມີເລື່ອງຫຍັງ? ແລະ ເຫັນວ່າພວກເຂົາ ພວມພ້ອມກັນເຕັ້ນລຳ Salsa. ຂ້າພະເຈົ້າສັງເກດວ່າ ນີ້ແມ່ນການເຄື່ອນໄຫວ ທີ່ຈັບໃຈ ​ເພາະ​ ການເຕັ້ນລຳ Salsa​ ແມ່ນມີ​ຕົ້ນ​ກຳ​ເນີ​ດມາ​ຈາກ​ອາ​ເມ​ລິ​ກາ​ໃຕ້ ຊຶ່ງ​ບ້ານ​ເກີ​ດຂອງ​ຂ້າພະ​ເຈົ້າ. ​ເປັນ​ໜ້າ​ປະ​ທັບ​ໃຈ​ແທ້ ​ເມື່ອ​ຂ້າພະ​ເຈົ້າ​ມີ​ໂອກາດ​ໄດ້​ຮັບ​ຊົມ ​ແລະ ​ເຂົ້າ​ຮ່ວມ ການເຕັ້ນລຳ Salsa​ ຢູ່ນີ້”

   ສ່ວນ​ທ້າວ ຫງວຽນ​ແອ​ງຕ້ວນ ປະທານ​ສະ​ໂມ​ສອນ “ FA  Salsa” ຊຶ່ງ​ແມ່ນ​ຫົວໜ່ວຍ​ຈັດ​ຕັ້ງ ການເຕັ້ນລຳ Salsa ຢູ່​ຕາມ​ທ້ອງ​ຖະໜົນ​ໃຫ້​ຮູ້​ວ່າ :

     “ ຈຸ​ປະສົງ​ຂອງ​ການ​ເຄື່ອນ​ໄຫວ​ນີ້ ​ແມ່ນ​ເພື​່ອສ້າງ​ການ​ເຄື່ອນ​ໄຫວ​ທີ່​ສົດ​​ໃສ​ໃຫ້​ແກ່​ຊາວ​ໜຸ່ມ​ຮ່າ​ໂນ້ຍ. ​ເມື່ອຈັດ​ຕັ້ງ ການເຕັ້ນລຳ Salsa ​ໃນ​ແຕ່ລະ​ເທື່ອ, ​ພວກ​ຂ້າພະ​ເຈົ້າ​ກໍ​ໄດ້​ສົມທົບ​ກັບ​ການ​ແຜ່​ບໍລິຈາກ​ເງິນ, ສ່ວນ​ໜຶ່ງ​ແມ່ນ​ເພື່ອ​ຍົກ​ລະດັບ​ລະບົບ​ເຄື່ອງການ​ສຽງ, ທີ່ 2 ​ແມ່ນ​ເພື່ອ​ເຄື່ອນ​ໄຫວ​ເພື່ອ​ການ​ກຸສົນ. ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ, ການ​ເຄື່ອນ​ໄຫວ​ຂອງ​ສະ​ໂມ​ສອນ​ຍາມ​ໃດ​ກໍ​ຕິດ​ພັນ​ກັບການເຄື່ອນ​ໄຫວ​ເພື່ອ​ການ​ກຸສົນ.”  

ຕອບກັບ

ຂ່າວ/ບົດ​ອື່ນ