“ຄູສອນ” ຫວູທິແບ - startup ຈາກກະສິກຳ

(VOVWORLD) - ປ້າ ຫວູ້ທິແບ ພ້ອມກັບລູກຊາຍຂອງຕົນ, ແມ່ນອ້າຍ ເຈິ່ນແມ້ງຮຸ່ງ ໄດ້ເລີ່ມວາງແຜນ, ຕັດສິນໃຈນຳເຂດທົ່ງນາເລິກໃຫ້ກາຍເປັນຟາມສົ່ງລວມ ຕາມຮູບແບບສວນ, ໜອງ, ຄອກ.
“ຄູສອນ” ຫວູທິແບ - startup ຈາກກະສິກຳ - ảnh 1ປ້າ ຫວ້ທິແບ ພັດຕັດສິນໃຈອອກຈາກນະຄອນ, ກັບເມືອບ້ານ  startup ເຮັດກະສິກຳ
(ພາບ: baothaibinh.com.vn)

        ໂດຍໄດ້ກຳເນີດ, ເຕີບໃຫຍ່ ແລະ ເຮັດວຽກູ່ນະຄອນ ທາຍບິ່ງ, ແຕ່ເມື່ອພັກບຳນານກ່ອນນີ້ 6 ປີ (2018), ປ້າ ຫວ້ທິແບ ພັດຕັດສິນໃຈອອກຈາກນະຄອນ, ກັບເມືອບ້ານ  startup ເຮັດກະສິກຳ., ປີ 2023, ສະຫະພັນແມ່ຍິງແຂວງ ໄດ້ຍ້ອງຍປ້າເປັນຜູ້ເຮັດທຸກິດເກັ່ງ.

        ເມື່ອຍັງເຮັດວຽກ, ປ້າ ແບ ຍາມໃດກໍ່ມີຄວາມໄຝ່ຝັນຢາກມີສວນ, ໜອງໜ້ອຍແຫ່ງໜຶ່ງ ເພື່ອປູກຕົ້ນໄມ້, ລ້ຽງປາ ພາຍຫຼັງຊົ່ວໂມງຂຶ້ນຫ້ອງສອນ. ເວລາພັກບຳນານ, ກັບເມືອບ້ານ, ເມື່ອໄປຜ່ານເຂດທົ່ງນາບ້ານ ຈ່າງວິງ 2 – 3 ຄັ້ງ, ເຫັນວ່າເຂດທົ່ງນາເລິກ ຕົ້ນເຂົ້າຖືກລົ້ມ, ບໍ່ບັນລຸສະມັດສະພາບ, ປ້າ ແບ ໄດ້ຂໍ ອຳນາດການປົກຄອງຕາແສງ ແລະ ບັນດາຄອບຄົວເຂດທົ່ງນາແຫ່ງນີ້ເພື່ອດັດແປງດ້ວຍຈຸດປະສົງລ້ຽງປູກ.

        ພາຍຫຼັງພັກບຳນານເປັນເວລາ 1 ປີ (2019), ໂດຍໄດ້ຮັບຄວາມເຫັນດີຂອງອຳນາດການປົກຄອງຕາແສງ ແລະ ຄອບຄົວທີ່ມີທົ່ງນາ, ປ້າ ແບ ໄດ້ຂົນຂວາຍລູກຂອງຕົນກູ້ຢືມທຶນ ແລະ ລົງທຶນດ້ວຍຈຳນວນເງິນກວ່າ 2 ຕື້ດົ່ງ (ກວ່າ 80.000 USD) ເພື່ອຈ້າງຂຸດໜອງ, ກໍ່ສ້າງຄອກ, ເຮັດສວນໃນເນື້ອທີ່ດິນ 8.000 ຕາແມັດ ເພື່ອສ້າງເປັນຟາມທີ່ມີຂອບຂະໜາດ, ມີວິທະຍາສາດ ເພື່ອພັດທະນາການປູກຝັງ, ລ້ຽງສັດ. ປ້າ ຫວູ້ທິແບ, ໃຫ້ຮູ້ວ່າ:

        ນັບແຕ່ນ້ອງ, ຫຼານ, ຕະຫຼອດຮອດເພື່ອນ, ຄົນບ້ານໃກ້ຄຽງລ້ວນແຕ່ຄັດຄ້ານຂ້າພະເຈົ້າ. ແຕ່ຂ້າພະເຈົ້າຢາກນຳໃຊ້ທຸກສິ່ງທີ່ຕົນໄດ້ຮຽນມາ, ກໍ່ແມ່ນການສົ່ງແຫຼ່ງບັນດານໃຈໃຫ້ແກ່ລູກຫຼານມີຄວາມເມົາມົວອອກແຮງງານ”.

        ປ້າ ຫວູ້ທິແບ ພ້ອມກັບລູກຊາຍຂອງຕົນ, ແມ່ນອ້າຍ ເຈິ່ນແມ້ງຮຸ່ງ ໄດ້ເລີ່ມວາງແຜນ, ຕັດສິນໃຈນຳເຂດທົ່ງນາເລິກໃຫ້ກາຍເປັນຟາມສົ່ງລວມ ຕາມຮູບແບບສວນ, ໜອງ, ຄອກ. ທັງຕ້ອງບົວລະບັດ, ຄິດໄລ່, ກູ້ຢືມທຶນເພື່ອລົງທຶນໃສ່ຮູບແບບດັ່ງກ່າວ, ທັງຕ້ານກັບພະຍາດເຈັບກະດູກສັນຫຼັງ ເຮັດໃຫ້ການໄປມາຂອງປ້າມີຄວາມຫຍຸ້ງຍາກ, ບາງຄັ້ງບາງຄາວ, ປ້າມີແນວຄິດວ່າ, ຈະກັບເມືອນະຄອນ. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມກ້າແກ່ນ ແລະ ບັນດາຄວາມຮູ້ຂອງຄູສອນວິຊາສາດ, ພາຍຫຼັງເວລາ 1 ປີ, ຮູບແບບດັ່ງກ່າວໄດ້ນຳມາເຊິ່ງຜົນສຳເລັດໃນເບື້ອງຕົ້ນ. ປ້າ ຫວູ້ທິແບ, ໃຫ້ຮູ້ວ່າ:

        ປີທຳອິດ, ຂາຍປາໄດ້ກວ່າ 30 ລ້ານດົ່ງ (ກວ່າ 1.200 USD), ຂາຍງົວຫາກຳໄລໄດ້ 24 ລ້ານດົ່ງ (1.000 USD), ຂາຍເປັດໄດ້ 170 ລ້ານດົ່ງ (7.000 USD). 2 ແມ່ລູກມີຄວາມພາກພູໃຈຫຼາຍ, ສືບຕໍ່ລ້ຽງຝູງເປັດຕື່ມອີກ”.

“ຄູສອນ” ຫວູທິແບ - startup ຈາກກະສິກຳ - ảnh 2ຟາມງົວພັນຂອງປ້າ ແບ
(ພາບ: baothaibinh.com.vn)

        ຄວາມປິຕິຊົມຊື່ນໄດ້ບໍ່ດົນກໍ່ເກີດພະຍາດໂຄວິດ - 19. ຝູງເປັດນັບພັນໂຕຂອງປ້າ ແບ ກໍ່ຮອດເວລາຂາຍໄດ້ແລ້ວ ແຕ່ບໍ່ສາມາດຈຳໜ່າຍໄດ້. ປ້າໄດ້ຕັດສິນໃຈຂາຍເຮືອນຢູ່ນະຄອນ ທາຍບິ່ງ ເພື່ອໃຊ້ໜີ້ ແລະ ສືບຕໍ່ລົງທຶນໃຫ້ຟາມ. ແຕ່ລະມື້ອັບເດດຂໍ້ມູນ, ຄວາມຮູ້ທາງອິນເຕີເນັດ, ຊອກຮູ້ຄວາມຕ້ອງການຂອງຕະຫຼາດ, ປ້າ ແບ ຕັດສິນໃຈຫັນປ່ຽນຜົນລະປູກ, ສັດລ້ຽງ, ຫັນປ່ຽນຈາກການປູກໝາກສີດາ, ໝາກກ້ຽງໄປສູ່ການປູກໝາກຂຽບ, ຕົ້ນຄາຍປະດັບ; ຫັນຈາກການລ້ຽງເປັດເອົາຊີ້ນໄປສູ່ການລ້ຽງເປັດເອົາໄຂ່.

        ເບິ່ງລວມແລ້ວ, ມາຮອດປະຈຸບັນ, ຂ້າພະເຈົ້າກໍ່ເຫັນໄດ້ຜົນສຳເລັດສ່ວນໃດໜຶ່ງແລ້ວ. ປີ 2023, ຖ້າຫາກຫັກລາຍຈ່າຍທຳການຜະລິດໄປ ກຳໄລຫາໄດ້ແມ່ນປະມານ 400 ລ້ານດົ່ງ (16.000 USD). ປີນີ້, ຂ້າພະເຈົ້າສູ້ຊົນຫາກຳໄລປະມານ 500 ຫາ 600 ລ້ານດົ່ງ (ແຕ່ 20.000 24.000 USD)”.

        ທ່ານ ຟ້າມເຊີນຫາຍ, ປະທານຄະນະກຳມະການປະຊາຊົນຕາແສງ ຈ້ອງກວານ, ເມືອງ ດົງຮືງ, ແຂວງ ທາຍບິ່ງ ໄດ້ຕີລາຄາວ່າ, ຮູບແບບຂອງປ້າ ຫວູທິແບ ແມ່ນຮູບແບບຈຸດສຸມ, ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງ, ສາມາດຜັນຂະຫຍາຍທະວີຄູນຢູ່ທ້ອງຖິ່ນ, ປະກອບສ່ວນຊຸກຍູ້, ລະດົມກຳລັງໃຈໃຫ້ແກ່ປະຊາຊົນທ້ອງຖິ່ນ ຕັ້ງໜ້າສະສົມເນື້ອທີ່ດິນ, ແກ້ໄຂສະພາບເນື້ອທີ່ນາຖືກປະຫວ່າງ.

        ຮູບແບບຂອງເອື້ອຍ ຫວູທິແບ ໄດ້ປະກອບສ່ວນລະດົມກຳລັງໃຈປະຊາຊົນທ້ອງຖິ່ນຮ່ຳຮຽນຕາມ ເພື່ອຍົກສູງປະສິດທິຜົນ. ໂດຍສະເພາະແມ່ນໃນການສ້າງຊົນນະບົດໃໝ່ ຕ້ອງມີບັນດາຮູບແບບຄືຂອງປ້າ ແບ”.

        ເພື່ອເພີ່ມສະມັດຕະພາບຂອງຟາມ, ໃນໄລຍະຈະມາເຖິງ, ປ້າ ຫວູທິແບ ໃຫ້ຮູ້ວ່າ, ຈະກໍ່ສ້າງຄອກຕື່ມອີກເພື່ອເພີ່ມຈຳນວນການລ້ຽງເປັດເອົາໄຂ່ ແລະ ງົວ; ລົງທຶນກໍ່ສ້າງສາງແຊ່ເຢັນເພື່ອເກັບຮັກສາໄຂ່ເປັດ, ກໍ່ສ້າງເຕົາຝັກໄຂ່ ເພື່ອເປັນເຈົ້າການໃນແນວພັນສັດລ້ຽງ, ຫຼຸດຜ່ອນລາຍຈ່າຍ ແລະ ແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານຢູ່ທ້ອງຖິ່ນຫຼາຍຄົນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ