ຊາວໜຸ່ມແຂວງ ລາວກາຍ startup ຈາກການນຳໃຊ້ທ່າແຮງຂອງທ້ອງຖິ່ນ

(VOVWORLD) - ນັບແຕ່ເມື່ອເລີ່ມກ້າຮອດເວລາເກັບກູ້ຜັກ Kale ແມ່ນໃຊ້ເວລາປະມານ 2 ເດືອນ, ມີບາງຈຸດເວລາ ຜັກ Kale ມີລາຄາທີ່ຂາຍຢູ່ສວນຂຶ້ນເຖິງ 50.000 ດົ່ງ/ກິໂລກຣາມ.
ຊາວໜຸ່ມແຂວງ ລາວກາຍ startup ຈາກການນຳໃຊ້ທ່າແຮງຂອງທ້ອງຖິ່ນ - ảnh 1(ຜັກ Kale (ຜັກເຄວ) ແມ່ນຜັກທີ່ມີຕົ້ນກຳເນີດມາຈາກຝ່າຍຕາເວັນຕົກ)

ແຂວງ ລາວກາຍ ມີສະມາຊິກຊາວໜຸ່ມ, ຊາວໜຸ່ມກວ່າ 140.00 ຄົນ, ກວມເອົາກວ່າ 30% ຈຳນວນພົນລະເມືອງໃນເກນອາຍຸອອກແຮງງານ. ສະມາຊິກຊາວໜຸ່ມ, ຊາວໜຸ່ມໃນແຂວງແມ່ນກຳລັງປະຈັນບານໃນການອອກແຮງງານ, ທຳການຜະລິດ. ເຂົາເຈົ້າໄດ້ບັນລຸຜົນສຳເລັດດ້ວຍບັນດາຮູບແບບ startup ຍ້ອນຮູ້ວິທີນຳໃຊ້ທ່າແຮງຂອງທ້ອງຖິ່ນ.

ຜັກ Kale (ຜັກເຄວ) ແມ່ນຜັກທີ່ມີຕົ້ນກຳເນີດມາຈາກຝ່າຍຕາເວັນຕົກ, ແຕ່ຜັດເໝາະກັບດິນ ບັກຮ່າ (ລາວກາຍ) ແລະ ສະໜອງບັນດາຜະລິດຕະພັນທີ່ມີຄຸນນະພາບ. ຮູບແບບປູກຕົ້ນໄມ້ນີ້ໄດ້ສຸມໃສ່ຢູ່ບັນດາບ້ານທຸກຍາກທີ່ສຸດຢູ່ເມືອງ ບັກຮ່າ. ນັ້ນແມ່ນບ້ານ ປາຈືຕີ, ຕາແສງ ລຸ່ງຟິ່ງ. ນັບແຕ່ເມື່ອເລີ່ມກ້າຮອດເວລາເກັບກູ້ຜັກ Kale ແມ່ນໃຊ້ເວລາປະມານ 2 ເດືອນ, ມີບາງຈຸດເວລາ ຜັກ Kale ມີລາຄາທີ່ຂາຍຢູ່ສວນຂຶ້ນເຖິງ 50.000 ດົ່ງ/ກິໂລກຣາມ. ອ້າຍ ຮ່າງແຊວກີ, ຢູ່ບ້ານ ປາຈືຕີ, ຕາແສງ ລຸ່ງຟິ່ງ, ແບ່ງປັນວ່າ:

ຜັກກາດຊະນິດນີ້ປູກຍາກນ້ອຍຶ່ງ ແຕ່ໄດ້ຮັບການແນະນຳ ຂ້າພະເຈົ້າຈຶ່ງຮູ້ວິທີເຮັດ. ຜູ້ອາຍຸສູງຈະປະສົບກັບຄວາມຫຍຸ້ງຍາກໃນການບົວລະບັດ. ສ່ວນໄວໜຸ່ມຄືຂ້າພະເຈົ້າກໍ່ມີສ່ວນງ່າຍກວ່າ. ເມື່ອຂ້າພະເຈົ້າປູກນັ້ນ, ຂ້າພະເຈົ້າກໍ່ຊອກຮູ້ຕື່ມ ສະນັ້ນກໍ່ຮູ້ດີກວ່າ, ໃຫ້ສະມັດຕະພາບສູງກວ່າ”.

ໃນຂະນະນັ້ນ, ເມື່ອເຫັນໄດ້ເຖິງຄວາມຕ້ອງການຂອງຕະຫຼາດກ່ຽວກັບທັນຍາຫານປອດສານພິດທີ່ນັບມື້ນັບຫຼາຍກວ່າ, ອ້າຍ ນົງວັນເອືອກ ຕົກລົງຫັນໜອງກວ້າງເກືອບ 1.500 ຕາແມັດ ໄປສູ່ການສ້າງເຮືອນຮົ່ມເພື່ອປູກຜັກ. ອ້າຍ ເອືອກ ໃຫ້ຮູ້ວ່າ ດ້ວຍການໜູນຊ່ວຍຂອງຄະນະຊາວໜຸ່ມ, ຄອບຄົວໄດ້ກູ້ຢືມທຶນ 100 ລ້ານດົ່ງ (ເກືອບ 4.300 USD) ຈາກແຫຼ່ງທຶນກອງທຶນແຫ່ງຊາດກ່ຽວກັບວຽກເຮັດງານທຳ ເພື່ອສ້າງຮູບແບບດັ່ງກ່າວ.

ຮູບແບບປູກຜັກນີ້ໄດ້ນຳມາເຊິ່ງປສິດທິຜົນຢ່າງສູງ. ນອກຈາກການປູກຜັກແລ້ວ, ຄອບຄົວຂ້າພະເຈົ້າຍັງພັດທະນາຟາມລ້ຽງໄກ່ ແລະ ໝູ. ແຫຼ່ງລາຍຮັບທັງໝົດຂອງຄອບຄົວຂອງຂ້າພະເຈົ້າໃນປີ 2022 ກໍ່ໄດ້ປະມານກວ່າ 300 ລ້ານດົງ (ປະມານ 13.000 USD)”.

ຊາວໜຸ່ມແຂວງ ລາວກາຍ startup ຈາກການນຳໃຊ້ທ່າແຮງຂອງທ້ອງຖິ່ນ - ảnh 2ຊາຍໜຸ່ມ ຈາງອາຫຼື, ຢູ່ບ້ານ ຈູງຈາຍ, ຕາແສງ ອີຕີ
(ພາບ: laocaitv.vn)

ໂດຍນຳຄວາມໄຝ່ຝັນຫຼຸດພົ້ນອອກຈາກຄວາມທຸກຍາກ, ຊາຍໜຸ່ມ ຈາງອາຫຼື, ຢູ່ບ້ານ ຈູງຈາຍ, ຕາແສງ ອີຕີ, ເມືອງ ບາດຊາດ ກໍ່ໄດ້ປູກຜັກບໍ່ຖືກຕາມລະດູການ, ສິ່ງທີ່ນັບແຕ່ກ່ອນມາຮອດປະຈຸບັນ ບໍ່ມີຄອບຄົວໃດໃນບ້ານໄດ້ຄິດເຖິງ. ໂດຍໄດ້ຮັບການຊ່ວຍເຫຼືອຂອງຄະນະຊາວໜຸ່ມຕາແສງ ແລະ ທຸກຂັ້ນ, ທຸກຂະແໜງການຕາແສງ ອີຕີ, ພ້ອມກັບຄວາມດຸໝັ່ນໃນການຮ່ຳຮຽນ ແລະ ຜ່ານບັນດາປະສົບການທີ່ເກັບມາໄດ້, ສະນັ້ນ, ພາຍຫຼັງທີ່ຫັກລາຍການແລ້ວ, ລາຍໄດ້ຈາກຜັກປູກບໍ່ຖືກຕາມລະດູການຂອງຄອບຄົວອ້າຍ ຈາງອາຫຼື ກໍ່ໄດ້ 200 ລ້ານດົ່ງ/ປີ (8.600 USD).

“2-3 ປິມານີ້ ກາປູກຜັກແມ່ນໄດ້ດີກວ່າການປູກເຂົ້າ, ສາລີ. ລາຍຮັບກໍ່ຂຶ້ນເຖິງ 12.000 ດົ່ງ/ກິໂລກຣາມ, ເມື່ອທຽບໃສ່ກັບເຂົ້າສານກໍ່ໄດ້ຫຼາຍກວ່າທົບ 5-6 ເທົ່າ”.

ຈາກຮູບແບບ startup ຂອງອ້າຍ ຈາງອາຫຼື, ສະມາຊິກຊາວໜຸ່ມພວມໄດ້ຮັບການຊີ້ນຳ ທະວີຄູນຮູບແບບປູກຜັກບໍ່ຖືກຕາມລະດູການ, ເພື່ອສ້າງວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ແກ່ຊາວໜຸ່ມໃນບໍລິເວນບ້ານ. ອ້າຍ ລີກໍ໊ລຸຍ, ເລຂາຄະນະຊາວໜຸ່ມຕາແສງ ອີຕີ, ໃຫ້ຮູ້ວ່າ:

ຈາງອາຫຼື ແມ່ນສະມາຊິກຊາວໜຸ່ມພັດທະນາເສດຖະກິດເກັ່ງ. ຈາກຮູບແບບຂອງ ອ້າຍ, ພວກຂ້າພະເຈົ້າໄດ້ໂຄສະນາໃຫ້ແກ່ບ້ານ, ບັນດາສະມາຊິກຊາວໜຸ່ມຮ່ຳຮຽນ, ທະວີຄູນ. ແຕ່ລະປີ, ຄະນະຊາວໜຸ່ມຕາແສງ ກໍ່ໄດ້ສ້າງແຜນການໜູນຊ່ວຍຊາວໜຸ່ມ startup, ຫຼັງຈາກນັ້ນ ກໍ່ໂອນມາທະນາຄານນະໂຍບາຍ ເພື່ອສືບຕໍ່ໜູນຊ່ວຍການກູ້ຢຶມຊ່ວຍໃຫ້ຊາວໜຸ່ມລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ”.

ຢູ່ແຂວງ ລາວກາຍ, ສະມາຊິກຊາວໜຸ່ມກວມເອົາກວ່າ 30% ຈຳນວນພົນລະເມືອງໃນເກນອາຍຸອອກແຮງງານ. ໃນຊຸມປີຜ່ານມາ, ການສ້າງວຽກເຮັດງານທຳໃຫ້ແກ່ກຳລັງນີ້ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກທຸກຂັ້ນຂອງຄະນະຊາວໜຸ່ມ ດ້ວຍຫຼາຍໂຄງການລະອຽດ. ອ້າຍ ຫງວຽນຫາຍດັງ, ຮອງເລຂາຄະນະຊາວໜຸ່ມແຂວງ, ປະທານສະຫະພັນຊາວໜຸ່ມແຂວງ ລາວກາຍ, ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໃຫ້ບຸລິມະສິດວຽກງານກຳນົດທິດອາຊີບ, ວຽກເຮັດງານທຳໃຫ້ຊາວໜຸ່ມ, ພິເສດແມ່ນຊາວໜຸ່ມໃນກຸ່ມມັດທະຍົມຕອນປາຍ. ແຕ່ໄປຄຽງຄູ່ກັນນັ້ນ ແມ່ນຍູ້ແຮງການຮ່ວສຳພັນກັບບັນດາວິສາຫະກິດໃນການບຳລຸງສ້າງ ກໍ່ຄືໜູນຊ່ວຍຊາວໜຸ່ມຊອກຫາວຽກງານທີ່ເໝາະສົມ, ໜູນຊ່ວຍຊາໜຸ່ມເສີມຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວຢູ່ທ້ອງຖິ່ນ ເພື່ອສ້າງຄວາມຮັ່ງມີຢູ່ເຂດບ້ານເກີດເມືອງນອນ”.

ຂະບວນການຊາວໜຸ່ມ startup ທີ່ໄດ້ຮັບການຜັນຂະຫຍາຍໃນບໍລິເວນແຂວງ ລາວກາຍ ພວມຄ່ອຍໆຫັນປ່ຽນຄວາມຮັບຮູ້ຂອງຊາວໜຸ່ມຕໍ່ຂົງເຂດ startup, ນະວັດຕະກຳ.

ຕອບກັບ

ຂ່າວ/ບົດ​ອື່ນ