ຖະໝົນປື້ມຮ່າໂນ້ຍ - ສະຖານທີ່ຖ່າຍຮູບຂອງລຸ້ນໜຸ່ມ

(VOVWORLD) - ຖະໜົມປື້ມຮ່າໂນ້ຍ ໄດ້ເລີ່ມເຄື່ອນໄຫວນັບແຕ່ວັນທີ 01 ພຶດສະພາ 2017 (ເຊິ່ງແມ່ນວັນກຳມະກອນສາກົນ) ໃນຖະໜົນ 19/12, ມີລວງຍາວພຽງ 200 ມ, ທີ່ໃຈກາງນະຄອນຮ່າໂນ້ຍ. ກ່ອນນີ້, ຖະໜົນສາຍນີ້ແມ່ນບ່ອນຈອດລົດໃຫຍ່, ແຕ່ເມື່ອຕົກລົງກໍ່ສ້າງຖະໜົນນີ້ໃຫ້ກາຍເປັນຖະໜົນປື້ມ, ມັນໄດ້ຮັບການປະດັບປະດາຢ່າງສວຍງາມທັນສະໄໝ, ດ້ວຍຕູຂາຍນ້ຳອັດຕະໂນມັດ, ບັນດາຕັ່ງນັ່ງດ້ວຍໄມ້, ບັນດາໂຖຕົ້ນໄມ້ປະດັບຊ່ວຍສ້າງບັນຍາກາດຂຽວ, ເຢັນ. ກໍ່ຍ້ອນແຕ່ລະເຂດໄດ້ຮັບການປະດັບປະດາຢ່າງສວຍງາມ, ສະນັ້ນໄດ້ດຶງດູດຫຼາຍຄົນມາຢ້ຽມຊົມ, ພິເສດແມ່ນລຸ້ນໜຸ່ມມາຖ່າຍຮູບເປັນທີ່ລະນຶກ.

ຖະໝົນປື້ມຮ່າໂນ້ຍ - ສະຖານທີ່ຖ່າຍຮູບຂອງລຸ້ນໜຸ່ມ - ảnh 1

 ຖະໝົນປື້ມຮ່າໂນ້ຍ

(ພາບ: hanoitimes.com.vn)

9 ໂມງເຄິ່ງຂອງມື້ໜຶ່ງຍາມທ້າຍອາທິດ, ແຄງ ນາງສາວຈົ່ງຜົມຍາວ, ນຸ່ງຊຸດສີບົ່ວ, ຈັບດອກເດຊີຂາວ ພວມສ້າງທ່າຢູ່ຂ້າງຮ້ານຂາຍປື້ມເຮັດດ້ວຍແວນ. ເພື່ອນຜູ້ທີ່ຖ່າຍຮູບໃຫ້ນາງແຄງ ເບິ່ງຄືວ່າລຳບາກກວ່າ “ນາງແບບ” ຍ້ອນຕ້ອງຊອກຫາຈຸດຢື່ນເພື່ອໃຫ້ມີພາບຖ່າຍງາມທີ່ສຸດ.

        ນາງແຄງໃຊ້ແວນຕາ, ອາຍຸປະມານກວ່າ 20 ປີ ຢາກຖ່າຍເອົາຊຸດພາບຖ່າຍເປັນທີ່ລະນຶກກ່ອນທີ່ຮຽນຈົບມະຫາວິທະຍາໄລ. ກໍຄືເພື່ອນຂອງຕົນ, ແຄງ ຍາກທີ່ຊອກຫາໄດ້ສະຖານທີ່ເພື່ອຖ່າຍຮູບ. ພາຍຫຼັງພິຈາລະນາກັບຫຼາຍຄົນ, ນາງແຄງ ໄດ້ເລືອກຖະໜົນປື້ມຮ່າໂນ້ຍ ເປັນສະຖານທີ່ຖ່າຍຮູບ. ນີ້ບໍ່ແມ່ນສະຖານທີ່ແຫ່ງໃໝ່, ແຕ່ພັດນາງແຄງ ມັກທີ່ສຸດ ຍ້ອນມັນໄດ້ສະແດງໃຫ້ເຫັນສ່ວນໃດສ່ວນໜຶ່ງກ່ຽວກັບມິດໃສໃຈຄໍຂອງນາງແຄງ ແມ່ນ “ຜູ້ມັກອ່ານປື້ມ”.

        “ນີ້ບໍ່ແມ່ນເປັນຄັ້ງທຳອິດນ້ອງມາແຫ່ງນີ້, ນ້ອງມາຊອກຫາປື້ມເລື່ອງ, ປື້ມ ເປັນຫຼາຍຄັ້ງແລ້ວ, ແຕ່ນີ້ເປັນຄັ້ງທຳອິດທີ່ນ້ອງມາແຫ່ງນີ້ຊຸດຮູບເປັນທີ່ລະນຶກ. ຄັ້ງທຳອິດນ້ອງມາຖະໜົນປື້ມນີ້ເຫັນວ່າມັນງາມຫຼາຍ, ກວ້າງອີກ, ນ້ອງມັກແບບວິທີຈັດແບ່ງຢູ່ທີ່ນີ້, ພິເສດແມ່ນບັນດາໂຖຕົ້ນໄມ້ປະດັບນ້ອຍໆໄດ້ແຂວນໄວ້ຢູ່ບ່ອນສູງໆ, ເຮັດໃຫ້ນ້ອງຮູ້ສຶກຄືຢູ່ໃນສວນ. ເບິ່ງຄືວ່າ ຢູ່ບ່ອນໃດກໍ່ເປັນເຂດທີ່ເປັນໜ້າຖ່າຍຮູບໄດ້. ນ້ອງເຫັນວ່າ ການອອກແບບສະຖາປັດຕະຍາກຳຢູ່ທີ່ນີ້ຄືຂອງຝລັ່ງ”.

        ສ່ວນທ້າວແທ່ງ, ຜູ້ຖ່າຍຮູບໃຫ້ນາງແຄງ ພັດນິຍົມບັນດາເສັ້ນທາງພິເສດຄືແນວນີ້.

        “ຕາມຄວາມຄິດຂອງນ້ອງແລ້ວ, ບໍ່ເປັນທຳມະດາທີ່ເຂົາເຈົ້າເລືອກເສັ້ນທາງ 19/12 ເພື່ອສ້າງເປັນຖະໜົນປື້ມ. ທີ່ໜຶ່ງ, ສ້າງຖະໜົນນີ້ໃຫ້ກາຍເປັນຖະໜົມປື້ມບໍ່ສົ່ງຜົນສະທ້ອນເຖິງທາງຄົມມະນາຄົມ, ທີສອງແມ່ນເສັ້ນທາງນີ້ໄດ້ຖືກປູດ້ວຍຫີນ ມັນແຕກຕ່າງກັບຖະໜົນສາຍອື່ນໆທີ່ປູດ້ວຍເບຕົງ ຫຼື ປູຢາງ. ຖະໜົນສາຍນີ້ເຖິງວ່າສັ້ນໆ, ແຕ່ມີຕົ້ນໄມ້ຢູ່ຕາມ 2 ພາກທາງ, ປະຈຸບັນໄດ້ຮັບການປະກັບປະດາດ້ວຍເຮືອນຂາຍປື້ມ, ບັນດາຕັ່ງນັ່ງດ້ວຍໄມ້ທີ່ສວຍງາມ. ຕັ່ງນັ່ງບາງອັນໄດ້ເຮັດເປັນຮູບວົງມົນໄປອ້ອມກົກຕົ້ນໄມ້. ນອກນັ້ນ, ບັນດາຮ້ານຂາຍປື້ມໄດ້ທາສີສົມກັບຕັ່ງນັ່ງ ແລະ ອ່າງດອກໄມ້ປະດັບ ຍິ່ງໄດ້ສ້າງຄວາມງາມຢູ່ທີ່ນີ້ກວ່າ”.

        ຖະໜົນປື້ມທີ່ກວ້າງຂວາງ, ດ້ວຍ “ເຮືອນ” 16 ຫຼັງ ດ້ວຍເນື້ອທີ່ປະມານ 15 ຕາແມັດ ຂອງ 16 ໂຮງພິມຈຳໜາຍຢູ່ພາຍໃນ ແລະ ຕ່າງປະເທດ ດ້ວຍບັນດາປື້ມ, ໜັງສືພິມ, ວາລະສານ, ປື້ມກະຕຸນ… ຫຼາຍຢ່າງ ທີ່ຮັບໃຊ້ໃຫ້ທຸກຄົນ. ຖະໜົນປື້ມ ບໍ່ພຽງແຕ່ມີຄວາມງາມດ້ານການອອກແບບເທົ່າກັ້ນ ຫາກຍັງທັນສະໄໝອີກດ້ວຍ, ຍ້ອນເມື່ອລື່ມຍາງເຂົ້າຖະໜົນປື້ມ, ມີກະດານເອເລັກໂຕນິກ ເພື່ອຊອກຫາຂໍ້ມູນ, ນີ້ແມ່ນສິ່ງທີ່ໃໝ່ອ່ຽມສຳລັບຊາວຫວຽດນາມ. ເຖິງວ່າແມ່ນເຄື່ອງທັນສະໄໝກໍ່ຕາມ, ແຕ່ນັນໄດ້ແນະນຳດ້ວຍພາສາຫວຽດນາມ, ນັບທັງຜູ້ເຖົ້າຜູ້ແກ່ກໍ່ສາມາດນຳໃຊ້ໄດ້. ບັນດາຂໍ້ມູນແນະນຳໄດ້ສ້າງຄວາມເຂົ້າໃຈງ່າຍຄື: ເລືອກເອົາຫົວເລື່ອງປື້ມ, ຜູ້ຂຽນ ຫຼື ຊະນິດປື້ມ. ຫຼັງຈາກນັ້ນ, ກໍກົດປູມຄັດເລືອກ, ເພື່ອນຈະຮູ້ເລີຍວ່າ ປື້ມຫົວນັ້ນໂດຍໂຮງພິມໃດພິມຈຳໜ່າຍ. ເຕື່ອງລາມ, ນັກຮຽນປໍ 4 ພວມໄດ້ຮັບການແນະນຳຈາກແມ່ຂອງຕົນຊອກຊື້ປື້ມກະຕຸນທີ່ຕົນມັກ ດ້ວຍກະດານເອເລກໂຕນິກ.

ແມ່ຂອງລາມ ກໍ່ບໍ່ລື່ມຖ່າຍຮູບທີ່ລະນຶກບາງແຜ່ນໃຫ້ລູກສາວຂອງຕົນ.

        “ຂ້າພະເຈົ້າຖ່າຍຮູບໃຫ້ລູກສາວບາງແຜ່ນເພື່ອລົງ facebook, ເພື່ອຮອດປີໜ້າ facebook ຈະຫວນຄືນຈຸດເວລານີ້ ເພື່ອເບິ່ງວ່າລູກຂອງຕົນໄດ້ເຕີບໃຫຍ່ຄືແນວໃດ. ທິວທັດຢູ່ທີ່ນີ້ກໍ່ສວຍງາມ, ມື້ນີ້ໂຮງພິມຈຳໜ່າຍ ກິມດົ່ງ ມີປ້າຍໂຄສະນາປື້ມເລື່ອງເຊິ່ງລູກຂອງຂ້າພະເຈົ້າມັກ, ສະນັ້ນຂ້າພະເຈົ້າຍາດເວລາເພື່ອຖ່າຍຮູບເລີຍ”.

        “ລູກມັກຫຼາຍ, ແມ່ໄດ້ໃຫ້ລູກເງິນເພື່ອຊື້ນ້ຳຢູ່ຕູ້ນ້ຳອັດຕະໂນມັດ, ໄດ້ນັ່ງກິນນ້ຳຢູ່ຕັ່ງທີ່ຕັ້ງຢູ່ໃກ້ກັບຕົ້ນໄມ້. ມ່ວນຫຼາຍ”.

        ເອື້ອຍ ເຕີມ, ນັກຄຸ້ມຄອງຖະໜົນປື້ມໃຫ້ຮູ້ວ່າ, ນັບແຕ່ເມື່ອຖະໜົນປື້ມໄດ້ຮັບການສ້າງຕັ້ງ, ມີຫຼາຍຄົນມາຖ່າຍຮູບ, ຜູ້ມາຖ່າຍຮູບແບບທຳມະດາກໍ່ມີ ແລະ ຜູ້ຖ່າຍຮູບແຟຊັນກໍ່ມີ.

        “ພວກຂ້າພະເຈົ້າຍາມໃດກໍ່ມີແຜນນະໂຍບາຍໃກ້ຊິດສະໜິດສະໜົມກັບລູກຄ້າ, ລູກຄ້າມາຖ່າຍຮູບ, ຢ້ຽມຊົມນັບມື້ນັບຫຼາຍ ຖະໜົນປື້ມນີ້ນັບໄດ້ຮັບຄວາມເອົາໃຈໃສ່ ແລະ ເປັນທີ່ຮູ້ຈັກຫຼາຍກວ່າ. ສະນັ້ນ, ແຜນນະໂຍບາຍຂອງພວກຂ້າພະເຈົ້າແມ່ນ ຕ້ອນຮັບຢ່າງເປີດອົກເປີດໃຈກັບລູກຄ້າ, ນັບທັງຜູ້ມາຖ່າຍຮູບ ຫາກບໍ່ແມ່ນມາເພື່ອຊື້ປື້ມ. ດ້ວຍການອອກແບບທີ່ສວຍງາມ, ທັນສະໄໝ, ຖະໜົມປື້ມບໍ່ພຽງແຕ່ແມ່ນແຫ່ງເພື່ອໃຫ້ທຸກຄົນມາຊື້ປື້ມເທົ່ານັ້ນ, ຫາກແມ່ນແຫ່ງພັກຜ່ອນໃນຍາມຕອນທ່ຽງຂອງຫຼາຍຄົນອີກດ້ວຍ”.

        ເອື້ອຍ ເຕີມ ໃຫ້ຮູ້ວ່າ, ຄະນະຄຸ້ມຄອງບໍ່ໄດ້ຄິດໄລ່ຜູ້ເຂົ້າມາຖ່າຍຮູບ, ແຕ່ຢ່າງໜ້ອຍສຸດກໍມີນັບສີບໆຄົນ ຫຼື ກຸ່ມຄົນມາຖ່າຍຮູບ. ຜູ້ມາຢ້ຽມຊົມຢູຸ່ຖະໜົນນີ້ ສ່ວນຫຼາຍກໍຈະຖ່າຍຮູບໄວ້. ແລະນັກຂ່າວຄືຂ້າພະເຈົ້າເອງ, ພາຍຫຼັງເຮັດວຽກແລ້ວກໍ່ໄດ້ຖ່າຍຮູບໄວ້ເພື່ອລົງ facebook ເພື່ອຮອດປີໜ້າ facebook ຈະຫວນຄືນຈຸດເວລານີ້.

ຕອບກັບ

ຂ່າວ/ບົດ​ອື່ນ