ນຳເອົາດົນຕີພື້ນເມືອງມາໃຫ້ມະຫາຊົນ

(vovworld) - ຂັບ​ເສີມ, ຂັບເຈົ່າ​ວັນ, ແລະ ຂັບ​ກາ​ຈູ່ ແມ່ນ​ປະ​ເພດ​ດົນ​ຕີ​ພື້ນ​ເມືອງ​ຂອງ​ພາກ​ເໜືອ, ແຕ່​ດົນ​ຕີ​ປະ​ເພດນີ້​ໄດ້​ຖືກສູນເສຍ​ໄປຫຼາຍ ເພາະ​ວ່າ​ຜູ້​ສືບ​ທອດ​ອາ​ຊີບນີ້​ບໍ່​ມີຫຼາຍ. ດ່ັງ​ນັ້ນ, ການ​ໂຄ​ສະ​ນາ​ເພື່ອ​ດຶງ​ດູດ​ມະ​ຫາ​ຊົນ, ພິ​ເສດ​ແມ່ນ​ໄວ​ໜູ່ມ​ເຂົ້າ​ຮ່ວມ​ການ​ອະ​ນຸ​ລັກ​ຮັກ​ສາ​ສິ​ລະ​ປະ​ປະ​ເພດນີ້​ແມ່ນ​ບັນ​ຫາ​ທີ່​ວາງ​ອອກ​ໃນ​ປະ​ຈຸ​ບັນ. ຮອດ​ຕອນ​ຄ່ຳ​ວັນ​ສຸກ, ວັນ​ເສົາ ແລະ ວັນ​ອາ​ທິດ​​ຂອງສັບ​ປະ​ດາ​ໃດ ບັນ​ດາ​ນັກ​ສິນ​ລະ​ປິນ​ຂອງ​ສູນ​ພັດ​ທະ​ນາ​ດົນ​ຕີ, ສະ​ມາ​ຄົມ​ນັກ​ດົນ​ຕີ​ຫວຽດ​ນາມກໍ່​ຈັດ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ພື້ນ​ເມືອງ​ໂດຍ​ບໍ່​ເສຍ​ຄ່າຢູ່​ເຂດ​ຄຸ້ມ​ເມືອງ​ເກົ່າ​ຮ່າ​ໂນ້ຍ ເພື່ອແນະ​ນຳ​ຮູບ​ການ​ສິ​ລະ​ປະ​ດັ່ງ​ກ່າວ​ເຖິງມະ​ຫາ​ຊົນຢ່າງ​ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ.

​        ຮອດ​ເວ​ລາ 20 ໂມງ 30 ນາ​ທີ​, ຢູ່​ຕາມ​ຖະ​ໜົນ 4 ແຍກ ມ້າ​ໄມ ແລະ ເລືອງງອກ​ກ໋ວຽນ, ​ບັນ​ດາພາ​ລະ​ກອນ​ສູນ​ພັດ​ທະ​ນາ​ດົນ​ຕີ​ຫວຽດ​ນາມໄດ້​ແບ່ງ​ປັນ​ກັນ​ຜູ້​ລະ​ວຽກ, ​ເພື່ອ​​​ຕັ້ງເວ​ທີ​ສະ​ແດງກາງ​ແຈ້ງ​​ດ້ວຍ​ຄວາມສູງ​ເກືອບ 1 ມ, ກວ້າງ 7 ມ ແລະ ຍາວ 3 ມ, ພ້ອມ​ກັບ​ປ້າຍ​ໂຄ​ສະ​ນາ “ລາຍ​ການ​ດົນ​ຕີ​ພື້ນ​ເມືອງ​ນະ​ຄອນ​ຮ່າ​ໂນ້ຍ”.  ​ສ່ວນກອງ​ໃຫ​ຍ່, ກອງ​ນ້ອຍ, ຊໍ…​ກໍ່ຖືກຈັດ​ວາງ​ບົນ​ເວ​ທີ​ສະ​ແດງ​ທັງ​ສອງ​ເບື້ອງ. ເມື່ອ​ຈັດ​ເວ​ທີ​ສະ​ແດງ​ສຳ​ເລັດ​ແລ້ວ, ເຂົາ​ເຈົ້າ​ຈຶ່ງວາງ​ຕັ່ງ​ຢາງ​ປະ​ມານ 6, 7 ແຖວ​ຮັບ​ໃຊ້​ໃຫ້​ແກ່​ຜູ້​ຊົມ. ​ເຖິງວ່າ​ບໍ່​ທັນ​ຮອດ​ໂມງ​ສະ​ແດງແຕ່​ຜູ້​ຊົມ​ໄດ້​ມາ​ນັ່ງ​ເຕັມ​ທີ່​ນັ່ງ.

ນຳເອົາດົນຕີພື້ນເມືອງມາໃຫ້ມະຫາຊົນ - ảnh 1
ນັ​ກ​ສິ​ລະ​​ປິນ​ສະ​ແດງ​ໃນ​ລາຍ​ການ

        ລາຍ​ການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ​ຄື​ແນວນີ້​ໄດ້​ກາຍ​ເປັນ​ຄວາມ​ຊິນ​ເຄີຍ​ສຳ​ລັບ​ຊາວ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ນັບ​ແຕ່​ປີ 2005 ແລ້ວ, ແຕ່​ລາຍ​ການ​ດົນ​ຕີ​ພື້ນ​ເມືອງມື້ນີ້​ພັດ​ຕ່າງ​ກັບ​ທຸກມື້​, ເພາະ​ວ່ານີ້​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 10 ລາຍ​ການ​ສະ​ແດງ​ເພື່ອ​ສະ​ເຫຼີມ​ສະຫຼອງ  60 ປີ ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນຫຼວງ. ນັກ​ດົນ​ຕີ ຢາວ​ຢາງ, ຮອງ​ຜູ້​ອຳ​ນວຍ​ການ​ສູນ​ພັດ​ທະ​ນາ​ດົນ​ຕີ, ສະ​ມາ​ຄົມ​ນັກ​ດົນ​ຕີ​ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ໃນລາຍ​ການມື້ນີ້, ພວກ​ຂ້າ​ພະ​ເຈົ້າ​ຈັດບັນ​ດາ​ບົດ​ເພງ​ກ່ຽວ​ກັບ​ທັງ​ລອງ - ຮ່າ​ໂນ້ຍ. ພວກ​ຂ້າ​ພະ​ເຈົ້າ​ຈະ​ແນະ​ນຳ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ກ່ຽວ​ຂ້ອງ​ເຖິງ​ດົນ​ຕີ​ພື້ນ​ເມືອງ​ຄື: ຂັບ​ເສີມ, ຂັບ​ກວານ​ຫໍ້, ຂັບ​ກາ​ຈູ່...ເປີດ​ສາກ​ລາຍ​ການສະ​ແດງມື້ນີ້​ແມ່ນ​ບົດ​ເພງ ຮ່າ​ໂນ້ຍ​ດ້ວຍ​ຖະ​ໜົນ 36 ສາຍ”.

        ບັນ​ດາ​ບົດ​ເພງ​ຢູ່​ທີ່ນີ້​ລ້ວນ​ແຕ່​ໄດ້​ຮັບ​ການ​ສະ​ແດງ​ພ້ອມ​ກັບ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງຫຼາຍ​ປະ​ເພດ​ຄື: ກອງ, ພິນ​ສາຍ​ດຽວ, ຊໍ… ເພື່ອນ​ຖາວ​ຈາງ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ວັດ​ທະ​ນະ​ທຳ​ຮ່າ​ໂນ້ຍ​ນິ​ຍົມ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ທີ່​ສຸດ.

        “ສຽງ​ກອງ​ງານ​ບຸນ​ໄດ້​ສ້າງ​ຄວາມປະ​ທັບ​ໃຈຫຼາຍ, ເພາະ​ວ່າ​ມີ​ແຕ່​ໜ່ວຍກອງ​ເທົ່າ​ນັ້ນ​ແຕ່​ສາ​ມາດ​ສ້າງ​ເປັນ​ທຳ​ນອງ​ທີ່​ແຕກ​ຕ່າງ​ກັນ. ​ເມື່ອ​ຮັບ​ຟັງ​ນ້ອງ​ຮູ້​ສຶກ​ຄື​ວ່າ​ຕົນ​ເອງ​ພວມ​ເຂົ້າ​ຮ່ວມ​ງານ​ບຸນ​ແທ້ໆ”.

        ເພື່ອນ ແຄ໋ງ​ຮ່​ວຽນ, ນັກ​ສຶກ​ສາ​ປີ​ທີ 2 ສະ​ຖາ​ບັນ​ທະ​ນາ​ຄານ ທັງ​ຊົມ, ທັງ​ຂັບ​ຮ້ອງ​ຕາມ​ທຳ​ນອງ​ເພງ​ພື້ນ​ເມືອງ​ທີ່​ພວມ​ສະ​ແດງ​ບົນ​ເວ​ທີດ້ວຍ​ຄວາມ​ເມົາ​ມົວ.

        “ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ຊົມ​ລາຍ​ການ​ເພງ​ພື້ນ​ເມືອງ​ຄື​ແນວນີ້. ກ່ອນນີ້​ນ້ອງ​ມີ​ແຕ່ໄດ້​ຮັບ ແລະ ​ຊົມຂັບ​ເສິມ, ຂັບ​ເຈົ່າ​ວັນ… ທາງວິ​ທະ​ຍຸ ແລະ ໂທ​ລະ​ພາບ​ເທົ່າ​ນັ້ນ, ແຕ່​ນ້ອງ​ບໍ່​ມັກ. ມື້ນີ້ໄດ້​ຮັບຊົມ ແລະ ຟັງ​ໂດຍ​ກົງ​ຄື​ແນວນີ້​ນ້ອງ​ຮູ້​ສຶກ​ວ່າ​ມັນ​ມ່ວນ ແລະ ມີ​ຊີ​ວິດ​ຊີ​ວາກວ່າຫຼາຍ”.

        ລາຍ​ການ​ສະ​ແດງ​ໄດ້​ດຶງ​ດູດ​ປະ​ຊາ​ຊົນຫຼາຍ​ລຸ້ນ​ຄົນ​ມາ​ຊົມ, ນັບ​ແຕ່​ຜູ້​ເຖົ້າ​ຜູ້​ແກ່, ​ຕະຫຼອດ​ຮອດ​ນັກ​ຮຽນ, ນັກ​ສຶກ​ສາ ແລະ ເດັກ​ນ້ອຍ​ເຍົາ​ວະ​ຊົນ​ອີກ, ອັນ​ໄດ້​ເຮັດ​ໃຫ້​ບັນ​ດາ​ນັກ​ສິນ​ລະ​ປິນ​ດີ​ໃຈຫຼາຍ.ເອື້ອຍ ຊວນ​ກ່​ວຽນ, ນັກ​ສິນ​ລະ​ປິນ​ຂັບ​ເສີມ, ແບ່ງ​ປັນ​ວ່າ:

ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈຫຼາຍ, ເມື່ອ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສິ​ລະປະ​ພື້ນ​ເມືອງ​ໂດຍ​ລຸ້ນ​ກ່ອນ​ປະ​ໄວ້. ມື້​ໃດ​ລາຍ​ການ​ສະ​ແດງ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ກໍ່​ດຶງ​ດູດ​ນັບ​ຮ້ອຍ​ເທື່ອ​ຄົນ​ມາຊົມ, ຜ່ານ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ​ມະ​ຫາ​ຊົນ​ກໍ່​​ມີ​ຄວາມເອົາ​ໃຈ​ໃສ່​ເຖິງ​ດ​ົນ​ຕີ​ພື້ນ​ເມືອງ”.

        ເວ​ລາ 22 ໂມງ, ເມື່ອ​ລາຍ​ການ​ສະ​ແດງສິ້ນ​ສຸດ​ລົງ, ຜູ້​ຊົມ​ກໍ່​ພາ​ກັນ​ກັບ​ເມືອ,ແຕ່​​ໜ້າ​ຕາຜູ້​ໃດ​ກໍ່​ຍີ້ມ​ແຍ້ມ​ແຈ່ມ​ໃສ​ສະ​ແດງໃຫ້​ເຫັນ​ຄວາມ​ພາກ​ພູມ​ໃຈເມື່ອ​ໄດ້​ຮັບ​ຊົມ​ລາຍ​ການດົນ​ຕີ​ພື້ນ​ເມືອງ​, ບາງ​ຄົນ​ກໍ່​ນັດ​ກັນ​ມື້​ອື່ນ​ຈະ​ສືບ​ຕໍ່ມາ​ຊົມ​​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ