ບັນ​ດາ​ແຂວງ​ໄຕ​ບັກ ເອົາ​ໃຈ​ໃສ່​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ

(VOVWORLD) - ຄາວຍັງມີຊີວິດຢູ່, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເຄີຍເວົ້າວ່າ: “ວັດທະນະທຳຍັງຄົງຕົວແມ່ນຊົນຊາດກໍ່ຍັງຄົງຕົວ, ສູນເສຍວັດທະນະທຳແມ່ນສູນເສຍຊົນຊາດ”, “ວັດທະນະທຳແມ່ນວິຍານຂອງແຕ່ລະຊົນຊາດ”.  ບັນດາຄຳສັ່ງສອນນີ້ໂດຍອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າເຂດໄຕບັກໄດ້ຫັນໃຫ້ປະກົດຜົນຕົວຈິງດ້ວຍການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອ ແນໃສ່ສ້າງກຳລັງແຮງພາຍໃນເພື່ອພັດທະນາ.

ບັນ​ດາ​ແຂວງ​ໄຕ​ບັກ ເອົາ​ໃຈ​ໃສ່​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ - ảnh 1ນັກສິລະປະກຳ ລໍ່ວັນບຽນ (ພາບ: VOV)

ຢູ່ເທດສະບານ ເຫງ້ຍໂລະ, ແຂວງ ອຽນບ້າຍ, ຢູ່ບັນດາໝູ່ບ້ານ ຍັງມີຜູ້ອາວຸໂສທີ່ມີຄວາມຮູ້ຢ່າງເລິກເຊິ່ງກ່ຽວກັບບັນດາຈຸດວັດທະນະທຳທີ່ພົ້ນເດັ່ນຂອງຊົນເຜົ່າຜູ້ໄທ, ນັບແຕ່ຕົວໜັງສືຕະຫຼອດຮອດການຂັບລຳ, ການຟ້ອນ, ເຄື່ອງດົນຕີ, ອາຫານການກິນ, ບັນດາການລະຫຼິ້ນພື້ນເມືອງ… ເຂົາເຈົ້າໄດ້ສຸມກຳລັງເຫື່ອແຮງ ເພື່ອອະນຸລັກຮັກສາ, ຖ່າຍທອດໃຫ້ແກ່ຄົນລຸ້ນຕໍ່ໄປ ດ້ວຍຄວາມປາດຖະໜາຢາກໃຫ້ບັນດາຈຸດວັດທະນະທຳນັ້ນຍືນຍົງຄົງຕົວຊົ່ວກາລະນານ.

ເຖິງວ່າມີອາຍຸກ່ວາ 90 ປີແລ້ວກໍ່ຕາມ ແຕ່ນັກສິລະປິນດີເດັ່ນ ລໍ່ວັນບຽນ, ຊົນເຜົ່າຜູ້ໄທ ຢູ່ບ້ານກາງນ່າ, ຕາແສງ ຈຸງເຕິມ, ເທດສະບານ ເຫງ້ຍໂລະ, ແຂວງ ອຽນບ້າຍ ທຸກໆວັນຍັງສອນໜັງສືຜູ້ໄທເດີມ ແລະ ບັນດາວາດຟ້ອນຂອງຊາວເຜົ່າຜູ້ໄທ ໃຫ້ແກ່ພະນັກງານ ແລະ ຊາວທ້ອງຖິ່ນ. ລຸງລໍ່ວັນບຽນ ໃຫ້ຮູ້ວ່າ ໃນຕະຫຼອດໄລຍະຊີ້ນຳນຳພາການປະຕິວັດ, ນຳພາພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຍົກສູງບົດບາດຂອງວັດທະນະທຳ.ຢູ່ກອງປະຊຸມວັດນະທະທຳທົ່ວປະເທດທີ່ໄດ້ດຳເນີນໃນເດືອນພະຈິກປີ 2021, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເປັນຫຼາຍຄັ້ງວ່າ: “ວັດທະນະທຳແມ່ນພື້ນຖານຈິດໃຈຂອງສັງຄົມ, ວັດທະນະທຳຍັງຄົງຕົວ ແມ່ນຊົນຊາດກໍ່ຍັງຄົງຕົວ, ສູນເສຍວັດທະນະທຳ ແມ່ນສູນເສຍຊົນຊາດ”. ໂດຍເຊື່ອມຊືມແນວຄິດນັ້ນ, ບວກກັບຄວາມຮັກ, ຄວາມເອກອ້າງທະນົງໃຈກ່ຽວກັບບັນດາຈຸດຄວາມງາມທາງດ້ານວັດທະນະທຳຂອງຊາດຕົນ, ລຸງໄດ້ສະຫຼະເວລາສ່ວນຫຼາຍໃຫ້ແກ່ການຄົ້ນຄ້ວາ, ໂຄສະນາ, ຟື້ນຟູບັນດາຈຸດຄວາມງາມທາງດ້ານວັດທະນະທຳຊົນເຜົ່າຜູ້ໄທ. ລຸງ ລໍ່ວັນບຽນ ແບ່ງປັນວ່າ:

ໂດຍເປັນຊາວຜູ້ໄທ ທຸກຄົນຕ້ອງຮູ້ຊົນເຜົ່າເຮົາມີຈຸດເປັນເອກະລັກພົ້ນເດັ່ນຫຍັງ. ບັນດາຜູ້ເຖົ້າຜູ້ແກ່, ຜູ້ທີ່ຮູ້ຕ້ອງຖ່າຍຖອດໃຫ້ແກ່ທຸກຄົນເພື່ອຮ່ຳຮຽນຕາມ.

ບໍ່ພຽງແຕ່ຢູ່ເທດສະບານ ເຫງ້ຍໂລະເທົ່ານັ້ນ ຫາກຍັງຢູ່ບັນດາບ້ານທ່ອງທ່ຽວຊຸມຊົນຢູ່ 6 ແຂວງເຂດໄຕບັກຄື: ລາວກາຍ, ລາຍເຈົາ, ອຽນບ້າຍ, ດຽນບຽນ, ເຊີນລາ, ຮ່ວາບິ່ງ, ເຄີຍຈັດບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳຂຶ້ນເປັນປະຈຳ. ນີ້ທັງແມ່ນການເຄື່ອນໄຫວເຊື່ອມຕໍ່, ສ້າງບັນຍາກາດອັນຟົດຟື້ນມ່ວນຊື່ນໃນການພົບປະແລກປ່ຽນ, ທັງແມ່ນວຽກງານທີ່ແທດຈິງເພື່ອອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຊົນຊາດ. ເອື້ອຍລໍ່ທິເຮືອງ, ຫົວໜ້າກອງສິລະປະບ້ານ ຮິມລາມ 2, ຕາແສງ ຮິມລາມ, ນະຄອນ ດ້ຽນບຽນຝູ, ແຂວງ ດຽນບຽນ ໃຫ້ຮູ້ວ່າ:

ອ້າຍເອື້ອຍນ້ອງໃນກອງສິລະປະ ເວົ້າລວມ ຮູ້ສຶກປິຕິຊົມຊື່ນ. ພ້ອມກັນສ້າງ, ຝືກແອບນຳກັນ, ເຮັດແນວໃດເພື່ອໃຫ້ບັນດາລາຍການມີຫຼາຍຮູບຫຼາຍສີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງແຂກທ່ອງທ່ຽວມາຢ້ຽມຊົມ, ກໍ່ຄືໂຄສະນາ, ແນະນຳວັດທະນະທຳທີ່ງ້ປັນເອກະລັກຂອງດຽນບຽນ.

ບັນ​ດາ​ແຂວງ​ໄຕ​ບັກ ເອົາ​ໃຈ​ໃສ່​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ທາງ​ດ້ານ​ວັດ​ທະ​ນະ​ທຳ - ảnh 2ການສັ່ງສອນມູນເຊື້ອວັດທະນະທຳໃຫ້ແກ່ເດັກນ້ອຍຢູ່ເຫງ້ຍໂລ (ພາບ: VOV)

ໃນໂອກາດມາຢາມ ເຊີນລາ ໃນປີ 2014, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ບອກສອນໃຫ້ອຳນາດການປົກຄອງ ແລະ ປະຊາຊົນຢູ່ແຫ່ງນີ້ ຕ້ອງເອົາໃຈໃສ່ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ ດ້ວຍບັນດາຂະບວນການ, ວຽກງານທີ່ແທດຈິງ ແລະ ລະອຽດ. ເພື່ອຜັນຂະຫຍາຍຄຳສັ່ງສອນນີ້, ຢູ່ຕາແສງເຂດພູສູງ ງອກຈຽນ, ເມືອງເມື່ອງລາ ເຊິ່ງແມ່ນທ້ອງຖິ່ນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ອຳນາດການປົກຄອງທ້ອງຖິ່ນ ຍັງໄດ້ປະກາດໃຊ້ 10/77 ແຜນນະໂຍບາຍກ່ຽວກັບຂົງເຂດວັດທະນະທຳ; ແຕ່ລະປີ ໄດ້ປະຕິບັດການຫັນເປັນວຽກງານສັງຄົມໃນປະຊາຊົນກ່ວາ 40.000 USD, ປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຂະບວນການ, ຮັບປະກັນບັນດາລະບອບລະບຽບການວັດທະນະທຳ,ສົ່ງເສີມ, ລະດົມກຳລັງໃຈພໍ່ແມ່ປະຊາຊົນ. ທ່ານບຸຍຕຽນຊີ, ເລຂາຄະນະພັກຕາແສງ ງອກຈຽນ ໃຫ້ຮູ້ວ່າ: 

ຂະບວນການວັດທະນະທຳສິລະປະມະຫາຊົນ ໄດ້ກາຍເປັນ “ເຍື່ອງອາຫານທາງດ້ານຈິດໃຈແມ່ນການກະທຳສຳຄັນພິເສດໃນການຮັກສາສີສັນ, ມູນເຊື້ອຊົນຊາດຂອງງອກຈຽນ. ພື້ນຖານວັດທະນະທຳ ພວມກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ພິເສດຮັບໃຊ້ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນ, ສ້າງວຽກເຮັດງານທຳແບບຍືນຍົງໃຫ້ແກ່ປະຊາຊົນໃນຕາແສງ.

ແຕ່ລະປີ, ເຊີນລາລ້ວນແຕ່ສະຫງວນແຫຼ່ງທຶນໜູນຊ່ວຍໃຫ້ແກ່ບັນດາການເຄື່ອນໄຫວທາງດ້ານວັດທະນະທຳ, ສິລະປະມະຫາຊົນຢູ່ຂັ້ນຮາກຖານ. ທ່ານນາງ ກວ່າງທິຊວຽນ, ຫົວໜ້າຄະນະວັດທະນະທຳ - ສັງຄົມ, ສະພາປະຊາຊົນແຂວງເຊີນລາ ໃຫ້ຮູ້ວ່າ:

ສະພາປະຊາຊົນແຂວງເຊີນລາ ໄດ້ປະກາດໃຊ້ມະຕິ 5 ສະບັບທີ່ກ່ຽວຂ້ອງເຖິງນະໂຍບາຍໜູນຊ່ວຍອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳຂອງຊາດ. ດ້ານອື່ນ, ບັນດານະໂຍບາຍໜູນຊ່ວຍການພັດທະນາວັດທະນະທຳຊົນຊາດໄດ້ປະສົມປະສານເຂົ້າໂຄງການເປົ້າໝາຍແຫ່ງຊາດເພື່ອພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູສູງ.

 “ວັດທະນະທຳຍັງຄົງຕົວ ແມ່ນຊົນຊາດກໍ່ຍັງຄົງຕົວ, ສູນເສຍວັດທະນະທຳ ແມ່ນສູນເສຍຊົນຊາດ”, “ວັດທະນະທຳແມ່ນວິນຍານ ຂອງແຕ່ລະຊົນຊາດ”.  ໂດຍເຂົ້າໃຈໄດ້ລະດັບຄວາມສຳຄັນຂອງວັດທະນະທຳ, ບັນດາທ້ອງຖິ່ນຢູ່ເຂດໄຕບັກ ໄດ້, ພວມເພີ່ມທະວີການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ, ຈັດວັດທະນະທຳທຽບເທົ່າກັບເສດຖະກິດ, ການເມືອງ, ສັງຄົມ. ຈາກນັ້ນ, ກໍ່ສ້າງກຳລັງແຮງພາຍໃນປະເທດເພື່ອພັດທະນາຢ່າງວ່ອງໄວ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ