(VOVWORLD) -ບັນດາເສັ້ນທາງປູຢາງທີ່ສວຍງາມ, ບັນດາໝູ່ບ້ານທີ່ໃຫຍ່ໄຕໂອ້ໂຖງ, ບັນດາກິດຈະກຳຮັບໃຊ້ຊີວິດປະຊາຊົນທີ່ແທດຈິງ ກໍ່ແມ່ນຫຼັກຖານທີ່ມີຊີວິດຊີວາ ສຳລັບບັນດາຜົນງານທາງດ້ານການພັດທະນາເສດຖະກິດຂອງປະເທດຊາດ ເຊິ່ງປະຊາຊົນຢູ່ເຂດພູສູງ ເຂດເຜົ່າສ່ວນໜ້ອຍພວມໄດ້ຊົມໃຊ້. ໃນຊຸມວັນນີ້ ປະຊາຊົນບັນດາເຜົ່າສ່ວນໜ້ອຍ ໄດ້ມີຄວາມເຊື່ອໝັ້ນຕໍ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ເຊິ່ງໄດ້ເປີດອະນາຄົດອັນດີງາມກວ່າເກົ່າໃຫ້ແກ່ຊາດ ຫວຽດນາມ.
ທ່ານ ກະຊໍເຟືອກ ອະດີດລັດຖະມົນຕີ ຫົວໜ້າຄະນະກຳມະການບັນດາເຜົ່າຂອງລັດຖະບານ |
ແຕ່ລະວັນ ເມື່ອແສງແດດສາດສ່ອງລົງ ຜ່ານສາຍພູ ຮວ່າງລຽນ ທີ່ໃຫຍ່ໂຕມະໂຫຖານ ຢູ່ບ້ານ ລາວຈ໋າຍ ຕາແສງ ຄຸນຮ່າ ແຂວງ ລາຍເຈົາ, ບັນຍາກາດອອກແຮງງານ ມີຄວາມມຟົດຟື້ນມ່ວນຊື່ນຫຼາຍຂຶ້ນ. ບັນດາເສັ້ນທາງອ້ອມໝູ່ບ້ານ, ພໍ່ແມ່ພີນ້ອງເຜົ່າມົ້ງໄດ້ພ້ອມກັນເຮັດອະນາໄມສິ່ງແວດລ້ອມ ພ້ອມທັງປະດັບປະດາເຮືອນຊານ ແຂວນທຸງຊາດຢູ່ໜ້າບ້ານ. ເສັ້ນທາງແຕ່ລະສາຍ ກໍ່ມີຄວາມສວຍງາມກວ່າເກົ່າ ເຮືອນແຕ່ລະຫຼັງກໍ່ໄດ້ຮັບການປະດັບປະດາ ນີ້ກໍ່ແມ່ນວີທີ ເຊິ່ງປະຊາຊົນເຂດພູສູງ ຄຸນຮ່າ ແຂ່ງຂັນກັນມຸ່ງໄປສູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ອ້າຍ ກູ່ອາລີ ຢູ່ບ້ານ ລາວຈ໋າຍໜຶ່ງ ຕາແສງ ຄຸນຮ່າ ເປີດເຜີຍວ່າ:
“ພໍ່ແມ່ພີ່ນ້ອງໃນບ້ານໄດ້ບູລະນະສ້ອມແປງປະດັບປະດາເຮືອນຊານແລ້ວກໍ່ເຮັດອະນາໄມສິ່ງແວດລ້ອມ ເພື່ອຂ່ຳນັບຮັບຕ້ອນວັນບຸນຂອງພັກ. ຂ້າພະເຈົ້າ ແລະ ພໍ່ແມ່ພີ່ນ້ອງມີຄວາມຫວັງ ຢາກສ້າງຮູບພາບໝູ່ບ້ານທີ່ສວຍງາມກວ່າ ເພື່ອໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຮູ້ເຖິງ ແລະ ມາທ່ຽວຢູ່ໝູບ້ານນັບມື້ນັບຫຼາຍຂຶ້ນ”.
ພາຍຫຼັງທີ່ໄດ້ໂຮມຕາແສງເຂົ້າກັນ, ກົງຈັກອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ຢູ່ທີ່ນີ້ໄດ້ເຂົ້າສູ່ເຄື່ອນໄຫວປົກກະຕິ ແລະ ໄດ້ມີຄວາມເຫັນດີເຫັນພ້ອມຈາກຂັ້ນຮາກຖານ. ປະສິດທິຜົນຢ່າງແທດຈິງທີ່ສຸດ ນັ້ນແມ່ນຄວາມພໍໃຈຂອງປະຊາຊົນ. ທ່ານ ໂດ໊ຈ້ອງທີ ຮອງປະທານຄະນະກຳມະການປະຊາຊົນຕາແສງ ຄຸນຮ່າ ໃຫ້ຮູ້ວ່າ:
“ມະຕິກອງປະຊຸມໃຫຍ່ ອົງຄະນະພັກຕາແສງ ໄດ້ກຳນົດສອງໜ້າທີ່ຕົ້ນຕໍ່ ນັ້ນແມ່ນ ພັດທະນາເສດຖະກິດ ຕິດພັນກັບການປູກຕົ້ນໂສມ ລາຍເຈົາ ແລະ ຍົກລະດັບເຂດປູກຊາຄຸນນະພາບສູງ. ພ້ອມກັນນັ້ນກໍ່ພັດທະນາການທ່ອງທ່ຽວຊຸມຊົນ ຕິດພັນກັບການອະນຸລັກເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ”.
ຈາກເນື້ອທີ່ປູກຊາຂຽວອຸ່ມທຸ່ມ, ສວນໂສມຕະຫຼອດຮອດໝູ່ບ້ານທີ່ສະອາດສວຍງາມ ເຂັ້ມຂົ້ນໄປດ້ວຍສີສັນບັນດາເຜົ່າ, ຕາແສງ ຄຸນຮ່າ ພວມນັບມື້ນັບປ່ຽນແປງ, ຂະບວນການແຂ່ງຂັນ ມຸງ່ໄປສູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ແຜ່ກະຈາຍຈາກແຕ່ລະຄອບຄົວ, ແຕ່ລະສະຫະກອນ, ແຕ່ລະໝູ່ບ້ານ ໄດ້ກາຍເປັນກຳລັງໜູນທີ່ສຳຄັນ ເພື່ອໃຫ້ຕາແສງເຂດພູສູງ ຄຸນຮ່າ ຍົກສູງຊີວິດການເປັນຢູ່ ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ພັດທະນາກ້າວຂຶ້ນ. ໃນຂະນະນັ້ນຢູ່ເຂດ ເຕິຍງວຽນ ພໍ່ແມ່ພີ່ນ້ອງຢູ່ແຫ່ງນີ້ ກໍ່ມຸ່ງໄປສູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກດ້ວຍຄວາມຫວັງທີ່ແທດຈິງ. ນາງ ເຣີຈຳເຮີແຢວ ຢູ່ຕາແສງ ເຟຣກູ ແຂວງ ຢາລາຍ ແບ່ງປັນວ່າ:
“ພໍ່ແມ່ພີ່ນ້ອງເຂດ ເຕິຍງວຽນ ຍາມໃດກໍ່ເປັນຈິດໜຶ່ງໃຈດຽວເດີນຕາມພັກ, ເດີນຕາມປະທານ ໂຮ່ຈີມິນ. ຫວັງວ່າ ພັກສືບຕໍ່ເອົາໃສ່ໃຈສ້າງເງື່ອນໄຂໃຫ້ແກ່ເຂດ ເຕິຍງວຽນ ສືບຕໍ່ພັດທະນາເສດຖະກິດ ວັດທະນະທຳການສຶກສາ ດ້ວຍວິທີສ້າງເຂດ ເຕິຍງວຽນ ຮັ່ງມີທາງດ້ານເສດຖະກິດ ແລະ ພູມປັນຍາ. ນີ້ກໍ່ແມ່ນບັນດາບັນຫາສຳຄັນທີ່ສຸດ”.
ສຳລັບປະຊາຊົນເຂດຊາຍແດນ ຊົງມ້າ ແຂວງ ເຊີນລາ, ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ບໍ່ແມ່ນເຫດການການເມືອງທີ່ຫ່າງໄກອີກແລ້ວ ແຕ່ມີຄວາມຜູກພັນຢ່າງສະໜິດແໜ້ນກັບຊີວິດປະຈຳວັນ. ທ່ານຫງວຽນວັນໂດ໋ ສະມາຊິກພັກຢູ່ບ້ານ ຮຶງຮ່າ ຕາແສງ ຈ່ຽງເຄືອງ ແຂວງ ເຊີນລາ ໃຫ້ຮູ້ວ່າ:
“ຫວັງວ່າພັກຈະສ້າງເງື່ອນໄຂທາງດ້ານທຶນຮອນ, ໃຫ້ກູ້ຢືມທຶນຢ່າງກວ້າງຂວາງກວ່າ, ສົ່ງເສີມບັນດາວິສາຫະກິດເຂົ້າຮ່ວມ ແລະ ນຳເຂົ້າປຸງແຕ່ງຢ່າງຫຼວງຫຼາຍກວ່າ ສຳລັບບັນດາຂົງເຂດຄື ກະສິກຳ ປູກຝັງລ້ຽງສັດ ສິນໃນນ້ຳ”. ທ່ານ ກະຊໍເຟືອກ ອະດີດລັດຖະມົນຕີ ຫົວໜ້າຄະນະກຳມະການບັນດາເຜົ່າຂອງລັດຖະບານ ໃຫ້ຮູ້ວ່າ:
“ປັດໄຈບັນດາເຜົ່າ ຍາມໃດກໍ່ແມ່ນປັດໄຈທີ່ສະດຸ້ງໄວ ເຊິ່ງບັນດາອິດທິກຳລັງ ຍາມໃດກໍ່ສວຍໃຊ້ ເພື່ອປຸກປັ່ນຍຸແຍ່ ຫວັງທຳລາຍຄວາມສາມັກຄີແຫ່ງຊາດ. ວິທີດີທີ່ສຸດ ແມ່ນຕ້ອງສ້າງຂະບວນການມະຫາຊົນ ປ້ອງກັນຄວາມສະຫງົບແຫ່ງຊາດ ເພີ່ມທະວີທ່າສະໜາມ ປ້ອງກັນຄວາມສະຫງົບທົ່ວປວງຊົນ, ປັບປຸງການປ້ອງກັນຊາດ ໃນຍຸດທະສາດພັດທະນາເສດຖະກິດສັງຄົມຢ່າງກົມກຽວ”.
ຈາກບັນດາໝູ່ບ້ານເຂດພູສູງ ເຂດຫ່າງໄກສອກຫຼີກ ເຂດຊາຍແດນ, ປະຊາຊົນພວມມຸ່ງໄປສູ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ດ້ວຍຄວາມຫວັງທີ່ລຽບງ່າຍ ແຕ່ຕິດແທດຕົວຈິງ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກບໍ່ພຽງແຕ່ແມ່ນເຫດການການເມືອງສຳຄັນຍິ່ງຂອງປະເທດຊາດເທົ່ານັ້ນ ຫາກຍັງແມ່ນບ່ອນຝາກຝັງຄວາມຄາດຫວັງບືນຕົວຂຶ້ນ ຫຼຸດພົ້ນອອກຈາກຄວາມທຸກຍາກສ້າງຊີວິດການເປັນຢູ່ທີ່ນັບມື້ນັບອີ່ມໝຳສຳລານ ແລະ ຜາສຸກຂອງປະຊາຊົນ.