ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສະ​ພາ​ບ​ແວດ​ລ້ອມການ​ລົງ​ທຶນ, ການຮ່ວມ​ມືທາງດ້ານ​ເສດ​ຖະ​ກິດ, ການ​ຄ້າ ຫວຽດ​ນາມ - ລາວ

(VOVWORLD) - ກອງປະຊຸມໃຫຍຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ພວມດຳເນີນຢູ່ ຮ່າໂນ້ຍ ໄດ້ເປັນຂີດໝາຍຈຸດເວລາທີີ່ມີຄວາມໝາຍສຳຄັນເປັນພິເສດ ບໍ່ພຽງແຕ່ຕໍ່ວິວັດທະນາການພັດທະນາປະເທດຊາດຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງວາງອອກບັນດາໄມ້ງັດປະກອບສ່ວນສ້າງຜົນປະໂຫຍດລວມເພື່ອພາກພື້ນວັດທະນາຖາວອນ ແລະ ພັດທະນາແບບຍືນຍົງສຳລັບບັນດາຄູ່ຮ່ວມມືຍຸດທະສາດທີ່ເປັນມູນເຊື້ອໃນນັ້ນ ມີ ລາວກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມນິດ ຫວຽດນາມ ໄດ້ຮັບຮູ້ຄືເປັນບ່ອນອີງດ້ານການເມືອງທີ່ສຳຄັນສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືລົງທຶນ ແລະ ການເຄື່ອນໄຫວຂອງປະຊາຄົມວິສາຫະກິດສອງປະເທດ.

ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສະ​ພາ​ບ​ແວດ​ລ້ອມການ​ລົງ​ທຶນ, ການຮ່ວມ​ມືທາງດ້ານ​ເສດ​ຖະ​ກິດ, ການ​ຄ້າ ຫວຽດ​ນາມ - ລາວ - ảnh 1ທ່ານ ຄະນອງລິດ ສີສົມບູນ ຫົວໜ້າສູນຄົ້ນຄວ້າ
ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ

ຈາກສະພາບການພັດທະນາຕົວຈິງຂອງ ຫວຽດນາມ ໃນສະໄໝຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ຢຸດຢູ່ທີ່ການວາງແຜນກຳນົດແນວທາງເທົ່ານັ້ນ, ຫາກຍັງໄດ້ຮັບການຫັນເປັນລະອຽດດ້ວຍບັນດາມະຕິ, ໂຄງການກະທຳ ແລະ ມາດຕະການບໍລິຫານຢ່າງຂ້ຽວຂາດ, ສ້າງສະພາບແວດລ້ອມທີ່ມີສະຖຽນລະພາບ, ຈະແຈ້ງ - ປັດໄຈແກ່ນສານສ້າງຄວາມເຊື່ອໝັ້ນ ແລະ ດຶງດູດບັນດານັກລົງທຶນພາຍໃນ ແລະ ຕ່າງປະເທດ. ຈາກມູມມອງຂອງນັກຄົ້ນຄວ້າຜູ້ໜຶ່ງ, ທ່ານ ຄະນອງລິດ ສີສົມບູນ ຫົວໜ້າສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ ໃຫ້ຂໍ້ສັງເກດວ່າ ບັນດາໝາກຜົນນີ້ ແມ່ນສິ່ງພິສູດທີ່ຈະແຈ້ງໃຫ້ແກ່ກຳລັງຄວາມສາມາດນຳພາ, ຄວາມມີໄຫວພິບ ແລະ ມີຫົວຄິດປະດິດສ້າງໃນວຽກງານຈັດຕັ້ງປະຕິບັດຂອງພັກກອມມູນິດ ຫວຽດນາມ.

ຍ້ອນຄວາມສະຖຽນລະພາບນັ້ນເອງ ໄດ້ກາຍເປັນພື້ນຖານສຳຄັນ ເພື່ອໃຫ້ບັນດາມະຕິຂອງພັກໄດ້ຫັນເປັນບັນດາໂຄງການພັດທະນາເສດຖະກິດ, ດຶງດູດນັກລົງທຶນ ແລະ ເປີດກວ້າງການຮ່ວມມືໃນພາກພື້ນ. ໃນກະແສນັ້ນ, ການຮ່ວມມືເສດຖະກິດ, ການລົງທຶນລະຫວ່າງ ຫວຽດນາມ ແລະ ລາວ ໃນຊຸມປີຜ່ານມາ ໄດ້ຊີ້ໃຫ້ເຫັນປະສິດທິຜົນຂອງບັນດານະໂຍບາຍຊີ້ຂາດໂດຍພັກ ແລະ ລັດ ຫວຽດນາມ ໄດ້ວາງອອກ ແລະ ຜັນຂະຫຍາຍຢ່າງຈະແຈ້ງ. ບັນດາກົນໄກຮ່ວມມືສອງຝ່າຍ, ບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງ, ການຄ້າ ແລະ ການລົງທຶນ ໄດ້ຫັນດ້ວຍບັນດາໂຄງການລະອຽດໃຫ້ປະກົດຜົນເປັນຈິງເປັນເທື່ອລະກ້າວ ເຊັ່ນ: ທ່າກ່ຳປັ່ນສາກົນ ລາວ - ຫວຽດ ຢູ່ເຂດເສດຖະກິດ ຫວູງອ໊າງ (ຮ່າຕິງ, ຫວຽດນາມ); ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ວຽງຈັນ; ສັນຍາວ່າດ້ວຍການຮ່ວມມື ຫວຽດນາມ - ລາວ ໄລຍະ 2026 – 2030… ເມື່ອຕີລາຄາກ່ຽວກັບບັນຫານີ້, ທ່ານ ສົມຊາຍ ນົງລາດ, ທີ່ປຶກສາຝ່າຍເສດຖະກິດ ແລະ ການຄ້າ ສະຖານທູດ ລາວ ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ ການລົງທຶນຂອງ ຫວຽດນາມ ຢູ່ ລາວ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຮ່ວມມືສອງຝ່າຍ.
ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ສ້າງ​ກຳ​ລັງ​ໜູນ​ໃໝ່​ໃຫ້​ແກ່​ສະ​ພາ​ບ​ແວດ​ລ້ອມການ​ລົງ​ທຶນ, ການຮ່ວມ​ມືທາງດ້ານ​ເສດ​ຖະ​ກິດ, ການ​ຄ້າ ຫວຽດ​ນາມ - ລາວ - ảnh 2ທ່ານ ສົມຊາຍ ນົງລາດ, ທີ່ປຶກສາຝ່າຍເສດຖະກິດ ແລະ ການຄ້າ ສະຖານທູດ ລາວ ປະຈຳ ຫວຽດນາມ (ພາບ: VOV)
  ໄລ່ຮອດປີ 2025, ວິສາຫະກິດ ຫວຽດນາມ ໄດ້ລົງທຶນຢູ່ລາວ 267 ໂຄງການ, ລວມມູນຄ່າລົງທຶນທັງໝົດກວ່າ 6,21 ຕື້ USD, ຢືນອັນດັບທີ 1 ໃນຈຳນວນ 85 ປະເທດ ທີ່ ຫວຽດນາມ ພວມລົງທຶນຢູ່ຕ່າງປະເທດ. ບັນດາຕົວເລກດັ່ງກ່າວ ບໍ່ພຽງແຕ່ສ່ອງແສງໃຫ້ເຫັນຂອບຂະໜາດການລົງທຶນເທົ່ານັ້ນ, ຫາກຍັງຊີ້ໃຫ້ເຫັນລັກສະນະຕໍ່ເນື່ອງ ແລະ ສະເໝີຕົ້ນສະເໝີປາຍຂອງບັນດາແຜນນະໂຍບາຍໃຫຍ່ກ່ຽວກັບການຮ່ວມມືດ້ານເສດຖະກິດໃນພາກພື້ນ ເຊິ່ງພັກກອມມູນິດ ຫວຽດນາມ ໄດ້ວາງອອກ ແລະ ຈັດຕັ້ງປະຕິບັດ.

ກົງກັນຂ້າມ, ເຖິງວ່າຈຳນວນໂຄງການ ຂອງວິສາຫະກິດ ລາວ ລົງທຶນ ຢູ່ ຫວຽດນາມ ຍັງຈຳກັດຢູ່ກໍຕາມ, ແຕ່ທ່າອ່ຽງສຶກສາຊອກຮູ້ໂອກາດການລົງທຶນ ພວມນັບມື້ນັບສະແດງອອກຢ່າງຈະແຈ້ງ ແລະ ມີສັນຍານຢ່າງຕັ້ງໜ້າ. ນັບແຕ່ປີ 2018 ມາຮອດປັດຈຸບັນ, ວິສາຫະກິດລາວ ໄດ້ຜັນຂະຫຍາຍ 8 ໂຄງການຢູ່ ຫວຽດນາມ, ດ້ວຍມູນຄ່າການລົງທຶນທັງໝົດກວ່າ 85 ລ້ານ USD, ສ່ວນຫຼາຍແມ່ນໃນຂົງເຂດພະລັງງານທົດແທນ, ທ່າກ່ຳປັ່ນທະເລ ຫວູງອ໊າງ, ໂລຈິສຕິກ ແລະ ການບໍລິການ. ທ່ານ ສົມຊາຍ ນົງລາດ ທີ່ປຶກສາຝ່າຍເສດຖະກິດ ແລະ ການຄ້າ ສະຖານທູດລາວ ປະຈຳ ຫວຽດນາມ ໃຫ້ຮູ້ຕື່ມອີກວ່າ: ດ້ວຍສະພາບແວດລ້ອມການລົງທຶນທີ່ດູດດື່ມຂອງ ຫວຽດນາມ, ມີຫຼາຍວິສາຫະກິດ ລາວ ພວມສຶກສາໂອກາດລົງທຶນຢູ່ ຫວຽດນາມ.

  ໃນສະພາບການກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນນັ້ນ, ບັນດາວິສາຫະກິດ ລາວ ແລະ ຫວຽດນາມ ມີຄວາມຫວັງເປັນພິເສດຕໍ່ບັນດານະໂຍບາຍຊີ້ຂາດໃໝ່ຂອງພັກກອມມູນິດ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ປະຕິຮູບລະບອບລະບຽບການ - ເຊິ່ງເປັນບັນດາປັດໄຈທີ່ສົ່ງຜົນກະທົບໂດຍກົງເຖິງລາຍຈ່າຍ ແລະ ປະສິດທິຜົນການລົງທຶນ.
  ວິສາຫະກິດ ຫວຽດນາມ ຍາມໃດກໍຢາກເປີດກວ້າງການຮ່ວມມືລົງທຶນຢູ່ລາວ ແລະ ກຳປູເຈຍ ເຊິ່ງເປັນຕະຫຼາດທີ່ຫາກໍ່ພົ້ນເດັ່ນ, ມີກຳລັງບົ່ມຊ້ອນຫຼາຍຢ່າງ ແລະ ມີທີ່ຕັ້ງຍຸດສາດໃນພາກພື້ນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະວາງອອກບັນດານະໂຍບາຊີ້ຂາດສຳຄັນ, ສ້າງບາດກ້າວບຸກທະລຸໃນການປະຕິຮູບລະບອບລະບຽບການ, ນະໂຍບາຍ, ຜ່ານັ້ນ ກໍຊຸກຍູ້ການຮ່ວມມືລົງທຶນລະຫວ່າງສອງປະເທດ, ປະກອບສ່ວນຫັນບັນດາເປົ້າໝາຍທີ່ 2 ປະເທດໄດ້ວາງອອກໃຫ້ປະກົດຜົນເປັນຈິງ ກໍຄືເພີ່ມພູນຄູນສ້າງສາຍພົພັນລະຫວ່າງສອງປະເທດໃຫ້ໝັ້ນຄົງທະນົແກ່ນໄປຊົ່ວກາລະນານ”.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV  ຂອງພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ມີຄວາມໝາຍຢ່າງເລິກເຊິ່ງທາງດ້ານການເມືອງເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງໜູນທີ່ແທດຈິງສຳລັບສະພາບແວດລ້ອມການລົງທຶນ ແລະ ການເຄື່ອນໄຫວຂອງປະຊາຄົມວິສາຫະກິດ. ເມື່ອບັນດານະໂຍບາຍຊີ້ຂາດຂອງພັກ ສືບຕໍ່ໄດ້ຫັນເປັນລະອຽດດ້ວຍບັນດາມະຕິ, ໂຄງການຮ່ວມມືທີ່ແທດຈິງນັ້ນ, ສາຍພົວພັນຮ່ວມມືລົງທຶນລະຫວ່າງ ວິສາຫະກິດ ຫວຽດນາມ - ລາວ ໄດ້ຮັບຄວາມຫວັງວ່າ ຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່, ມີປະສິດທິຜົນກວ່າ, ຍືນຍົງກວ່າ, ສົມກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ./.

ຕອບກັບ

ຂ່າວ/ບົດ​ອື່ນ