(VOVWORLD) - ໃນຊຸມວັນນີ້ ໃນທົ່ວທຸກແຖບຖິ່ນຂອງປະເທດຊາດ, ບັນຍາກາດປິຕິຊົມຊື່ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ແຜ່ກະຈາຍໃນທົ່ວທຸກແຫ່ງຫົນ. ປະຊາຊົນຕັ້ງຄວາມເຊື່ອໝັ້ນຢ່າງສຸດໃຈຕໍ່ບັນດານະໂຍບາຍຊີ້ຂາດຍຸດທະສາດ ເຊິ່ງກອງປະຊຸມໃຫຍ່ຮັບຮອງເອົານັ້ນ ຈະນຳປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາໃໝ່, ຮຸ່ງເຮືອງສີວິໄລ ແລະ ວັດທະນາຖາວອນ.
ຄະນະບໍລິຫານງານສູນກາງພັກສະໄໝທີ XIV ສະເໜີຕົວຕໍ່ກອງປະຊຸມໃຫຍ່ (ພາບ: daihoidangtoanquoc.vn) |
ຢູ່ນະຄອນ ຮ່າໂນ້ຍ, ນັບແຕ່ບັນດານັກປະຕິວັດຜູ້ອາວຸໂສຕະຫຼອດຮອດຄົນລຸ້ນໜຸ່ມ, ນັບແຕ່ກຳມະກອນຜູ້ອອກແຮງງານຕະຫຼອດຮອດຖັນແຖວປັນຍາຊົນ ຕ່າງກໍສະແດງຄວາມເຊື່ອໝັ້ນຢ່າງຊຸດໃຈຕໍ່ໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ. ກອງປະຊຸມໃຫຍ່ໄດ້ຮັບຂໍ້ສັງເກດວ່າ ຈະເປີດການກຳນົດທິດໃໝ່ໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ ແລະ ຄວາມຫວັງຂອງປະຊາຊົນໃນໄລຍະໃໝ່. ທ່ານ ປອ ເກີນຫວຽດແອັງ, ອະດີດຮອງປະທານຜູ້ປະຈຳການສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມເຊື່ອໝັ້ນຕໍ່ການຊີ້ນຳນຳພາອັນສະຫຼາດສ່ອງໃສຂອງພັກທີ່ສຸດ. ພວກເຮົາເຊື່ອມໂຍງສາກົນ ແລະ ຍູ້ແຮງການພັດທະນາອຸດສາຫະກຳ, ມີບັນດານະໂຍບາຍບຸລິມະສິດເພື່ອລະດົມກຳລັງແຮງຂອງທົ່ວທັງຊາດ, ຄວາມສາມັກຄີໃນໝູ່ປະຊາຊົນທຸກຊັ້ນວັນນະ, ສ້າງສາປະເທດຊາດ, ວາງເປົ້າໝາຍເປັນປະເທດໜຶ່ງທີ່ພັດທະນາ ແລະ ມີລາຍຮັບສູງ”.
ນະຄອນ ຮ່າໂນ້ຍ ໄດ້ຮັບການປະດັບປະດາຢ່າງງາມຕາ (ພາບ: VOV5) |
ເອື້ອຍ ເຈິ່ນຖຸ່ຍຈີ ແລະ ເອື້ອຍ ເຈືອງເລນາ, ຢູ່ເກົ່າເຢີຍ, ຮ່າໂນ້ຍ, ແບ່ງປັນວ່າ:
“ໂດຍເປັນຄົນລຸ້ນໜຸ່ມທີ່ໄດ້ກຳເນີດ ແລະ ເຕີບໃຫຍ່ໃນໄລຍະສັນຕິພາບ, ໄດ້ຊົມໃຊ້ບັນດາຜົນງານອັນຍິ່ງໃຫຍ່ຂອງໄລຍະ 40 ປີແຫ່ງການປ່ຽນແປງໃໝ່, ດັ່ງນັ້ນ ຂ້າພະເຈົ້າຍິ່ງມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບຂອງຕົນຕໍ່ພັກ, ຕໍ່ປະເທດຊາດ. ຂ້າພະເຈົ້າເຊື່ອໝັ້ນຢ່າງເລິກເຊິ່ງຕໍ່ບັນດາການກຳນົດທິດ, ນະໂຍບາຍຊີ້ຂາດໃຫຍ່ ທີ່ກອງປະຊຸມໃຫຍ່ຮັບຮອງເອົາ. ພ້ອມດຽວກັນນັ້ນ, ຂໍຢືນຢັນວ່າ ຄົນລຸ້ນໜຸ່ມຈະສືບຕໍ່ຫຼໍ່ລ້ຽງຄວາມຄາດຫວັງອຸທິດສ່ວນ, ຝຶກຝົນຄຸນນະທາດ, ຍົກສູງຄວາມຮູ້ຢ່າງບໍ່ຢຸດຢັ້ງ, ເປັນເຈົ້າຂອງວິທະຍາສາດ - ເຕັກໂນໂລຢີ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດຢ່າງແທ້ຈິງ”.
“ໃນຫຼາຍຄາດໝາຍທີ່ກອງປະຊຸມໃຫຍ່ຄັ້ງທີ XIV ໄດ້ວາງອອກ, ຂ້າພະເຈົ້າມີຄວາມປະທັບໃຈຕໍ່ຄາດໝາຍເຕີບໂຕເສດຖະກິດສອງຕົວເລກໃນໄລຍະໃໝ່. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງຂອງທົ່ວພັກ, ທົ່ວປວງຊົນໃໃນສັງກາດໃໝ່ຂອງປະເທດຊາດ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍເຈດຈຳນົງ, ມານະຈິດ ແລະ ກຳລັງແຮງ, ປະເທດ ຫວຽດນາມ ຈະປະຕິບັດສຳເລັດບັນດາຄາດໝາຍເຫຼົ່ານັ້ນ”.
ຖະໜົນສາຍຕ່າງໆຢູ່ ລາວກາຍ ກໍໄດ້ຮັບການປະດັບປະດາຂ່ຳນັບ ແລະ ຊົມເຊີຍກອງປະຊຸມໃຫຍ່ (ພາບ: VOV) |
ໂດຍຕິດຕາມກອງປະຊຸມໃຫຍ່ຜ່ານບັນດາພາຫະນະສື່ມວນຊົນ, ໃນນັ້ນ ມີວິທະຍຸກະຈາຍສຽງ ຫວຽດນາມ, ປະຊາຊົນບັນດາເຜົ່າແຂວງຊາຍແດນ ລາວກາຍ ຕີລາຄາສູງບັນດາແນວທາງ, ນະໂຍບາຍຊີ້ຂາດຂອງກອງປະຊຸມໃຫຍ່ ແລະ ມີຄວາມປາດຖະໜາຢາກຮ່ວມແຮງຮ່ວມໃຈ, ປະກອບເຫື່ອແຮງເພື່ອນຳມະຕິຂອງກອງປະຊຸມໃຫຍ່ເຂົ້າສູ່ຊີວິດ, ເພື່ອໃຫ້ປະເທດຊາດກ້າວເຂົ້າສັງກາດພັດທະນາໃໝ່ຢ່າງແຂງແຮງ. ປ້າ ດ່າວທິງອກລານ, ຢູ່ຕາແສງ ອຽນບິ່ງ, ແຂວງ ລາວກາຍ ໃຫ້ຮູ້ວ່າ:
“ກອງປະຊຸມໃຫຍ່ສືບຕໍ່ຢັ້ງຢືນ ແລະ ເຮັດໃຫ້ວິໄສທັດຍຸດທະສາດພັດທະນາປະເທດຊາດເລິກເຊິ່ງກວ່າ, ບົນພື້ນຖານສະຫຼຸບພຶດຕິກຳຕົວຈິງຢ່າງພາວະວິໄສ, ມີວິທະຍາສາດ, ພ້ອມທັງກ້າເບິ່ງເຂົ້າບັນດາຂໍ້ຈຳກັດ, ຂໍ້ຄົງຄ້າງໂດຍກົງ ເພື່ອມີບັນດານະໂຍບາຍຊີ້ຂາດປ່ຽນແປງໃໝ່ຢ່າງແຮງ, ຄົບຊຸດ ແລະ ມີຄວາມເປັນໄປໄດ້. ໃນໄລຍະພັດທະນາໃໝ່, ຄຳຮຽກຮ້ອງວາງອອກ ບໍ່ພຽງແຕ່ແມ່ນການເຕີບໂຕເສດຖະກິດເທົ່ານັ້ນ, ຫາກຍັງຍົກສູງຄຸນນະພາບການພັດທະນາ, ຮັບປະກັນຄວາມກ້າວໜ້າ ແລະ ຍຸຕິທຳໃນສັງຄົມ, ປັບປຸງພື້ນຖານວັດທະນະທຳ, ມະນຸດ ແລະ ຄວາມຍືນຍົງຍາວນານອີກດ້ວຍ”.
ນັກຮົບໜຸ່ມ ຫງວຽນຢາຫຽວ |
ຈາກໝູ່ເກາະຫົວຄື້ນລົມແຮງ, ກາງທະເລທີ່ກວ້າງໃຫຍ່ໄພສານ, ພະນັກງານນັກຮົບສູນ DK1 ກໍຝາກຝັງຄວາມເຊື່ອໝັ້ນຢ່າງສຸດໃຈຕໍ່ບັນດາກຳນົດທິດ, ເປົ້າໝາຍຍຸດທະສາດໂດຍກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຮັບຮອງເອົາ, ພ້ອມທັງຢັ້ງຢືນຄວາມຕັດສິນໃຈປົກປັກຮັກສາອະທິປະໄຕທະເລໝູ່ເກາະທີ່ສັກສິດຂອງປະເທດຊາດ. ນັກຮົບໜຸ່ມ ຫງວຽນຢາຫຽວ ແບ່ງປັນວ່າ:
“ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກ ແລະ ລັດ, ປະເທດຊາດຈະກ້າວເຂົ້າສູ່ໄລຍະໃໝ່ດ້ວຍບັນດາຜົນງານທີ່ພົ້ນເດັ່ນ. ທະຫານເຮືອພວກຂ້າພະເຈົ້າ ຍາມໃດກໍຈັບປືນດ້ວຍຄວາມເຊື່ອໝັ້ນ, ຄວາມຕັດສິນໃຈອັນແຮງກ້າປົກປັກຮັກສາອະທິປະໄຕທະເລໝູ່ເກາະ, ໄຫຼ່ທະວີບທາງທິດໃຕ້ຂອງປະເທດຊາດ”.
ບັນດານັກຮົບຢູ່ເຂດທະເລໝູ່ເກາະຕິດຕາມການເຄື່ອນໄຫວຂອງກອງປະຊຸມໃຫຍ່ |
ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ດ້ວຍບັນດານະໂຍບາຍຊີ້ຂາດອັນຖືກຕ້ອງ ຈະນຳພາປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮຸ່ງເຮືອງສີວິໄລ, ວັດທະນາຖາວອນ, ເພື່ອຄວາມຜາສຸກຂອງປະຊາຊົນທຸກຄົນ./.