ວິສາຫະກິດ ດັກລັກ ໜູນໃຊ້ການຄ້າເອເລັກໂຕນິກຊຸກຍູ້ການຈຳໜ່າຍສິນຄ້າ

(VOVWORLD) - ຄວາມຕ້ອງການຊື້, ບໍລິໂພກຂອງປະຊາຊົນກໍ່ມີການປ່ຽນແປງໄປຕາມທິດທັນສະໄໝ, ນຳໃຊ້ເຕັກໂນໂລຊີ. ເຖິງຢ່າງໃດກໍ່ຕາມ, ເພື່ອການຄ້າເອເລັກໂຕນິກພັດທະນາ, ວິສາຫະກິດຢູ່ ດັກລັກ ໄດ້ ແລະ ພວມຍົກສູງຄວາມຮັບຮູ້ກ່ຽວກັບຂະແໜງສິນຄ້າ
ວິສາຫະກິດ ດັກລັກ ໜູນໃຊ້ການຄ້າເອເລັກໂຕນິກຊຸກຍູ້ການຈຳໜ່າຍສິນຄ້າ - ảnh 1(ວິສາຫະກິດ startup ໝູນໃຊ້ກຳລັງແຮງຈາກບັນດາສື່ສັງຄົມອອນລາຍຢ່າງສຸດຂີດ ເພື່ອຈຳໜ່າຍຜະລິດຕະພັນ)

        ປະຈຸບັນ, ການນຳໃຊ້ການຄ້າເອເລັກໂຕນິກໃນບໍລິເວນແຂວງ ດັກລັກ ນັບມື້ນັບຟົດຟື້ນ. ມີຫຼາຍວິສາຫະກິດ, ສະຫະກອນ, ຄອບຄົວຜະລິດດຳເນີນທຸລະກິດໄດ້ຂຸດຄົ້ນ, ນຳໃຊ້ທ່າແຮງດ້ານການຄ້າເອເລັກໂຕນິກ ເພື່ອໂຄສະນາ, ເປີດກວ້າງກາລະໂອກາດຊອກຫາ, ເຊື່ອມຕໍ່ກັບຄູ່ຮ່ວມມື ແລະ ຜູ້ບໍລິໂພກ.

        ໂດຍແມ່ນວິສາຫະກິດ startup ຢູ່ເຂດກະສິກຳຂອງເມືອງ ກຣົງ ອານາ, ແຂວງ ດັກລັກ, ພາຍຫຼັງເຄື່ອນໄຫວເປັນເວລາ 5 ປີ, ບໍລິສັດຫຸ້ນສ່ວນ ເອເດ ກາເຟ ໄດ້ພັດທະນາເຂດວັດຖຸດິບ 100 ເຮັກຕາ, ຂັ້ນຕອນຄົບວົງຈອນ ນັບແຕ່ການຜະລິດ ແລະ ຂາຍຜະລິດຕະພັນເຖິງຜູ້ບໍລິໂພກ. ພ້ອມກັບຕະຫຼາດຢູ່ພາຍໃນປະເທດ, ບໍລິສັດໄດ້ສົ່ງອອກກາເຟໄປຍັງຕະຫຼາດຕ່າງປະເທດຈຳນວນໜຶ່ງ, ຄື: ມາເລເຊຍ, ສິງກະໂປ, ມົງໂກນ… ອ້າຍ ອີຄວານ ນີເອ ກະດຳ, ຫົວໜ້າຫ້ອງດຳເນີນທຸລະກິດຂອງບໍລິສັດຫຸ້ນສ່ວນ ເອເດ ກາເຟ ໃຫ້ຮູ້ວ່າ, ບໍລິສັດໄດ້ໝູນໃຊ້ກຳລັງແຮງຈາກບັນດາສື່ສັງຄົມອອນລາຍຢ່າງສຸດຂີດ ເພື່ອຈຳໜ່າຍຜະລິດຕະພັນກາເຟຜົງ ແລະ ກາເຟສຳເລັດຮູບຂອງວິສາຫະກິດ.

        ອິນເຕີເນັດໄດ້ໜູນຊ່ວຍວິສາຫະກິດເປັນຢ່າງດີ. ຍ້ອນມີອິນເຕີເນັດນັ້ນ, ຍາມໃດ ເອເດ ກາເຟ ກໍ່ຊອກຫາລູຄ້າໄດ້. ທິດທາງດຳເນີນທຸລະກິດຂອງພວກຂ້າພະເຈົ້າແມ່ນ, ບໍ່ຮູ້ກໍ່ຕ້ອງຮຽນ, ທຸກສິ່ງທຸກຢ່າງແມ່ນມີຢູ່ Google, ຈາກເລື່ອງບໍ່ຮູ້ວິທີເຮັດວີດີໂອຄືແນວໃດ, ຫຼື ຽນກ່ຽວກັບບັນດາເລື່ອງລາວຄືແນວໃດ, ກໍ່ຕ້ອງໄດ້ຮຽນເອງ ແລະ ສ້າງບົດລະຄອນເອງ”.

        ໂດຍເຫັນໄດ້ກາລະໂອກາດພັດທະນາດຳເນີນທຸລະກິດໃນພື້ນຖານເຕັກໂນໂລຊີດີຈີຕອນແຕ່ໄວ, ປີ 2019, ສະຫະກອນກະສິກຳ ເຮນາ ຢູ່ເມືອງ ເອອາ ເຮິແລວ ແລະ ກື ເມິກາ, ໄດ້ສ້າງເວັບໄຊສະເພາະ, ສ້າງບັນດາ fanpage ໃນສື່ສັງຄົມອອນລາຍ ແລະ ຂາຍບັນດາຜະລິດຕະພັນຜ່ານເວັບໄຊການຄ້າເອກເລັກໂຕນິກ. ເອື້ອຍ ຕົງທິຮວ່າຍເຟືອງ, ຫົວໜ້າສະຫະກອນກະສິກຳ ເຮນາ ໃຫ້ຮູ້ວ່າ, ເລື່ອງຍູ້ແຮງວຽກງານຕະຫຼາດຢູ່ບັນດາໂປຼແກຼມດີຈີຕອນໄດ້ຊ່ວຍໃຫ້ສະຫະກອນເພີ່ມລາຍຮັບຂຶ້ນທົບຫຼາຍເທົ່າເມື່ອທຽບໃສ່ກັບການຂາຍແບບເຊິ່ງໜ້າ.

        ບໍລິສັດໄດ້ສົ່ງອອກສິນຄ້າໄປຍັງບັນດາປະເທດ ຄື: ມາເລເຊ, ໄຕ້ຫວັນ (ຈີນ), ນິວຊີແລນ ແລະ ອົດສະຕາລີ ໂດຍຜ່ານສື່ສັງຄົມອອນລາຍ. ເຮນາ ກໍ່ໝູນໃຊ້ເຄື່ອງມືຢັ່ງກ່ຽວກັບຂໍ້ມູນລູກຄ້າຕື່ມ, ຜ່ານນັ້ນ ກໍ່ໄດ້ນຳໃຊ້ຍຸດທະສາດໂຄສະນາເຖິງໃຫ້ຖືກຕ້ອງຕາມຄວາມຕ້ອງການຂອງລູຄ້າກວ່າ. ສະນັ້ນ, ບໍລິສັດມີຫຼາຍໃບສັ່ງຊື້ມີຄຸນນະພາບກວ່າ ແລະ ມຸ່ງໄປເຖິງລູຄ້າທີ່ມີຄວາມສາມາດບົ່ມຊ້ອນຫຼາຍກວ່າ”.

        ຮອດເດືອນ ມິຖຸນາ 2024, ດັກລັກ ມີກວ່າ 1.700 ຜະລິດຕະພັນໄດ້ແລກປ່ຽນຄ້າຂາຍຜ່ານຕະຫຼາດເອເລັກໂຕນິກ. ຈຳນວນການແລກປ່ຽນການຄ້າເອເລັກໂຕນິກຂອງບັນດາຮາກຖານຜະລິດ, ດຳເນີນທຸລະກິດຂອງແຂວງໄດ້ຢືນອັນດັບທີ 5 ໃນທົ່ວປະເທດ. ທ່ານ ລຶວວັນຄອຍ, ຫົວໜ້າພະແນກອຸດສາຫະກຳ ການຄ້າ ແຂວງ ດັກລັກ ຢືນຢັນວ່າ, ໃນໄລຍະຈະມາເຖິງ, ບັນດາອົງການທີ່ມີໜ້າທີ່ຈະໜູນຊ່ວຍດ້ານກົນໄກ, ເຊື່ອມຕໍ່ ແລະ ຝຶກອົບຮົມ ເພື່ອຍົກສູງກຳລັງຄວາມສາມາດໃນການຂາຍສິນຄ້າຢູ່ບັນດາເວັບໄຊການຄ້າເອເລັກໂຕນິກໃຫ້ແກ່ບັນດາວິສາຫະກິດ, ສະຫະກອນ.

        “ເພື່ອໜູນຊ່ວຍໃຫ້ແກ່ບັນດາວິສາຫະກິດ, ສະຫະກອນຍົກສູງກຳລັງຄວາມສາມາດ, ໂຄສະນາສົ່ງເສີມການຈຳໜ່າຍບັນດາຜະລິດຕະພັນຢູ່ທ້ອງຖິ່ນ, ພະແນກອຸດສາຫະກຳການຄ້າໄດ້ເປັນເສນາທິການໃຫ້ຄະນະກຳມະການປະຊາຊົນແຂວງ ປະກາດໃຊ້ຫຼາຍນະໂຍບາຍໜູນຊ່ວຍໃຫ້ສະຫະກອນ, ວິສາຫະກິດກ່ຽວກັບໂຄງການສົ່ງເສີມການຄ້າ, ການສ້າງເຄື່ອງໝາຍການຄ້າ. ດ້ານອື່ນ, ພວກຂ້າພະເຈົ້າສົມທົບກັບກົມການຄ້າເອເລັກໂຕນິກເສດຖະກິດດີຈີຕອນ ເພື່ອຈັດການຝຶກອົບຮົມດ້ານຄວາມຮູ້, ທັກສະໃຫ້ແກ່ວິສາຫະກິດ, ສະຫະກອນ ເພື່ອໃຫ້ເຂົາເຈົ້າຍົກສູງກຳລັງຄວາມສາມາດໂຄສະນາຜະລິດຕະພັນເທື່ອລະກ້າວ”.

        ທ່າອ່ຽງການຄ້າເອເລັກໂຕນິກໄດ້ພັດທະນາຢ່າງແຮງ ແລະ ໄວທີ່ສຸດໃນໄລຍະມໍ່ໆມານີ້. ຄວາມຕ້ອງການຊື້, ບໍລິໂພກຂອງປະຊາຊົນກໍ່ມີການປ່ຽນແປງໄປຕາມທິດທັນສະໄໝ, ນຳໃຊ້ເຕັກໂນໂລຊີ. ເຖິງຢ່າງໃດກໍ່ຕາມ, ເພື່ອການຄ້າເອເລັກໂຕນິກພັດທະນາ, ວິສາຫະກິດຢູ່ ດັກລັກ ໄດ້ ແລະ ພວມຍົກສູງຄວາມຮັບຮູ້ກ່ຽວກັບຂະແໜງສິນຄ້າ, ທ່າອ່ຽງບໍລິໂພກ, ຄວາມສາມາດດຳເນີນທຸລະກິດ ເພື່ອຈາກນັ້ນ ກໍ່ຄັດເລືອກບັນດາຜະລິດຕະພັນທີ່ມີຄວາມຕ້ອງການສູງ, ເໝາະສົມກັບຂົງເຂດດຳເນີນທຸລະກິດ. ທ່ານປະລິນຍາເອກ ຫງວຽນຫງອັກຕວຽນ, ຫົວໜ້າສະຖາບັນເສດຖະກິດ ແລະ ຄຸ້ມຄອງ ໄຕງວຽນ, ຖືວ່າ:

        ຢາກຍົກສູງກຳລັງຄວາມສາມາດຂາຍສິນຄ້າໄດ້ນັ້ນ, ເຈົ້າຂອງຕ້ອງຍົກສູງຄວາມຮັບຮູ້ຂອງຕົນ. ຕ້ອງສຸມໃສ່ບຳລຸງສ້າງຖັນແຖວຂາຍສິນຄ້າ ແລະ ນຳໃຊ້ໂອກາດຂອງພື້ນຖານເຕັກໂນໂລຊີເພື່ອປະຕິບັດໃນໄລຍະປະຈຸບັນໃຫ້ເປັນຢ່າງດີ. ຖ້າຂາຍສິນຄ້າຢູ່ບັນດາຮ້ານສັບພະສິນຄ້າ, ຕະຫຼາດແບບດັ້ງເດີມ ຈະສົ່ງຜົນສະທ້ອນຫຼາຍຢ່າງເຖິງຄ່າໃຊ້ຈ່າຍ, ເພາະສະນັ້ນ, ຖ້ານຳໃຊ້ພື້ນຖານເຕັກໂນໂລຊີໄດ້ ກໍ່ຈະຕອບສະໜອງດ້ານຄ່າໃຊ້ຈ່າຍເປັນຢ່າງດີກວ່າ, ມີປະສິດທິຜົນກວ່າ”.

        ບັນດາຫົວໜ່ວຍຜະລິດດຳເນີນທຸລະກິດຢູ່ ດັກລັກ ພວມຂຸດຄົ້ນທ່າແຮງຂອງການຄ້າເອເລັກໂຕນິກຢ່າງມີປະສິດທິຜົນ. ສິ່ງດັ່ງກ່າວໄດ້ປະກອບສ່ວນຍົກສູງມູນຄ່າ, ນຳຫຼາຍຂະແໜງສິນຄ້າທີ່ເປັນທ່າແຮງຂອງແຂວງ ເຂົ້າຮ່ວມຕະຫຼາດໂລກຢ່າງເລິກເຊິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ