ສືບຕໍ່ສ້າງຄວາມໄຝ່ຝັນໄປໂຮງຮຽນໃຫ້ພວກນ້ອງນ້ອຍຢູ່ເຂດພູສູງ

(VOVWORLD) -ໃນຊຸມປີຜ່ານມາ, ພວກນ້ອງນ້ອຍຢູ່ເຂດຊາຍແດນຂອງແຂວງ ເຊີນລາ ໄດ້ຮັບການໜູນຊ່ວຍຈາກໂຄງການ “ລ້ຽງນ້ອງນ້ອຍ ມົກເຈົາ”.
ສືບຕໍ່ສ້າງຄວາມໄຝ່ຝັນໄປໂຮງຮຽນໃຫ້ພວກນ້ອງນ້ອຍຢູ່ເຂດພູສູງ - ảnh 1ໂຄງການໄດ້ລ້ຽງເຂົ້າທ່ຽງໃຫ້ເດັກເກືອບ 2.000 ຄົນ
(ພາບ: sonla.gov.vn)

ຍັງອີກພຽງ 2 ວັນ, ວັນທີ 05 ກັນຍາ, ມີນັກຮຽນ ຫວຽດນາມ ນັບລ້ານຄົນຈະໄປໂຮງຮຽນເຂົ້າຮ່ວມພິທີເປີດສົກຮຽນໃໝ່ 2022 – 2023, ໃນນັ້ນມີພວກນ້ອງນ້ອຍຢູ່ເຂດຊາຍແດນຂອງແຂວງ ເຊີນລາ. ເພື່ອມີເງື່ອນໄຂໄປໂຮງຮຽນເພື່ອຮຽນໜັງສືນັ້ນ, ໃນຊຸມປີຜ່ານມາ, ພວກນ້ອງນ້ອຍຢູ່ເຂດຊາຍແດນຂອງແຂວງ ເຊີນລາ ໄດ້ຮັບການໜູນຊ່ວຍຈາກໂຄງການ “ລ້ຽງນ້ອງນ້ອຍ ມົກເຈົາ”. ໂຄງການແມ່ນການສົມທົບລະຫວ່າງຄະນະຊາວໜຸ່ມຕຳຫຼວດແຂວງ ເຊີນລາ ກັບຫ້ອງການສຶກສາຢູ່ບັນດາເມືອງເຂດຊາຍແດນ. ມາຮອດປະຈຸບັນ, ໂຄງການໄດ້ລ້ຽງເຂົ້າທ່ຽງໃຫ້ເດັກເກືອບ 2.000 ຄົນ, ສືບຕໍ່ສ້າງຄວາມໄຝ່ຝັນໄປໂຮງຮຽນໃຫ້ພວກນ້ອງນ້ອຍຫຼາຍຄົນຢູ່ເຂດຊາຍແດນແຂວງ ເຊີນລາ.

        ເວລາເກືອບ 11 ໂມງຕອນທ່ຽງຢູ່ໂຮງຮຽນອະນຸບານ ຟຽນກ່າຍ, ຕາແສງ ລ໋ອງເຊີບ, ເມືອງ ມົກເຈົາ ພາຍຫຼັງຊົ່ວໂມງຮຽນ… ພວກນ້ອງນ້ອຍພັດເອີ້ນກັນ, ຈັດໂຕະລຽນກັນກະກຽມກິນເຂົ້າ. ຢູ່ເທິງໂຕະ, ນອກຈາກມີເຂົ້າ, ແກງແລ້ວ ກໍໄດ້ມີຊີ້ນ, ມີປາ… ຄາບເຂົ້າທ່ຽງມີໂພສະນາການຢ່າງພຽງພໍເຫຼົ່ານີ້ແມ່ນໄດ້ມາຈາກໂຄງການ “ລ້ຽງພວກນ້ອງນ້ອຍ ມົກເຈົາ”. ໂຄງການນີ້ໄດ້ສ້າງຂຶ້ນໃນຄັ້ງໄປປະຕິບັດງານຢູ່ບັນດາບ້ານ, ຕາແສງເຂດຊາຍແດນ ລ໋ອງເຊີບ, ເມືອງ ມົກເຈົາ, ແຂວງ ເຊີນລາ ຂອງຮ້ອຍຕີ ເຢືອງຫາຍແອັງ (ເລຂາຄະນະຊາວໜຸ່ມຕຳຫຼວດແຂວງ ເຊີນລາ) ພ້ອມກັບເພື່ອນຮ່ວມກົມກອງ.

        “ຂ້າພະເຈົ້າໄດ້ເຫັນປະຈັກຕາບັນດາຮູບພາບຂອງນັກຮຽນອະນຸບານຍ່າງໄປໂຮງຮຽນເອງ ເຄື່ອງຂອງແມ່ນມີແຕ່ກ່ອງເຂົ້າ ແລະ ຕຸກນ້ຳ. ຂ້າພະເຈົ້າຄິດວ່າ ຕ້ອງເຮັດສິ່ງໃດສິ່ງໜຶ່ງເພື່ອຊ່ວຍເຫຼືອພໍ່ແມ່ພີນ້ອງຊາວບ້ານ”.

        ໃນຊຸມມື້ທຳອິດທີ່ຜັນຂະຫຍາຍ, ໂຄງການປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໃນນັ້ນ, ມີຫຼາຍຄອບຄົວບໍ່ສະໜັບສະໜູນ, ຢ້ານວ່າຕ້ອງຈ່າຍເງິນຕື່ມອີກ. ແຕ່ພາຍຫຼັງຜັນຂະຫຍາຍມາເປັນເວລາ 3 ເດືອນ, ນັກຮຽນ 54 ຄົນຂອງໂຮງຮຽນອະນຸບານ ຟຽນກ່າຍ ໄດ້ມີການປ່ຽນແປງນັບທັງທາງດ້ານສຸຂະພາບຮ່າງກາຍ ແລະ ຄວາມສູງ. ອ້າຍ ຈາງລາວຢີ, ຜູ້ເປັນພໍ່ຂອງນັກຮຽນ, ໃຫ້ຮູ້ວ່າ:

        “ພວກຫຼານປາດຖະໜາຢາກໄດ້ໄປໂຮງຮຽນ. ການໄປໂຮງຮຽນນັ້ນ ມີມື້ໄດ້ກິນນ້ຳນົມ, ກິນເຂົ້າໜົມ. ພິເສດແມ່ນຄາບເຂົ້າຕອນທ່ຽງ. ໂຄງການ “ລ້ຽງພວກນ້ອງນ້ອຍ ມົກເຈົາ” ທີ່ລ້ຽງພວກຫຼານນັ້ນ, ຜູ້ເປັນພໍ່ເປັນແມ່ກໍ່ບໍ່ຕ້ອງເປັນຫ່ວງກະກຽມຄາບເຂົ້າທ່ຽງໃຫ້ລູກອີກແລ້ວ”.

        ຈາກປະສິດທິຜົນຂອງໂຄງການ, ມາຮອດປະຈຸບັນ ມີໂຮງຮຽນອະນຸບານທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ 9 ແຫ່ງຂອງຕາແສງ ລອງເຊິບ ກໍໄດ້ຮັບການຜັນຂະຫຍາຍໂຄງການຕື່ມອີກ. ເອື້ອຍຄູ ຫງວຽນທິກວຽນ, ຮອງຫົວໜ໊າອຳນວຍການໂຮງຮຽນອະນຸບານ ລອງເຊິບ, ແບ່ງປັນວ່າ:

        “ນັບແຕ່ເມື່ອໂຄງການ “ລ້ຽງພວກນ້ອງນ້ອຍ ມົກເຈົາ” ໄດ້ຮັບການຜັນຂະຫຍາຍຢູ່ໂຮງຮຽນອະນຸບານ ລອງເຊິບນັ້ນ, ໄດ້ເປັນການໜູນຊ່ວຍຫຼາຍຢ່າງໃຫ້ແກ່ໂຮງຮຽນໃນວຽກງານສຶກສາ. ນັ້ນແມ່ນຮັກສາຈຳນວນນັກຮຽນໄປໂຮງຮຽນເປັນປົກກະຕິກວ່າ, ເດັກໄດ້ກິນແຊບ, ກິນອີ່ມ ແລະ ມີໂພສະນາການຢ່າງຄົບຖ້ວນ. ຈາກນັ້ນ, ເດັກກໍມີຄວາມເມົາມົວໃນການຮ່ຳຮຽນ ແລະ ສະຫຼາດກວ່າ”.

        ເປົ້າໝາຍໃນເບື້ອງຕົ້ນຂອງໂຄງການໜູນຊ່ວຍໂຮງຮຽນອະນຸບານບ້ານ ຟຽງກ່າຍ, ແມ່ນນອນໃນແຜນການສູ້ຊົນນຳບ້ານ ຟຽງກ່າຍ ໃຫ້ກາຍເປັນບ້ານປອດຢາເສບຕິດ ດ້ວຍໂຮງຮຽນທຳອິດທີ່ມີນັກຮຽນ 54 ຄົນ. ຫຼັງຈາກນັ້ນ, ໂຄງການໄດ້ຮັບການສະໜັບສະໜູນຈາກຜູ້ໃຈບຸນໃຈກຸສົນຫຼາຍຄົນ. ມາຮອດປະຈຸບັນ, ມີ  ໂຮງຮຽນ41ແຫ່ງຂຶ້ນກັບ 2 ເມືອງ ມົກເຈົາ, ເວີນໂຮ່ ມີນັກຮຽນ 1.878 ຄົນໄດ້ຮັບການລ້ຽງເຂົ້າທ່ຽງ.

        ດ້ວຍຄວາມຫວັງ “ສ້າງໃຫ້ນ້ອງນ້ອງມີຄວາມຜາສຸກ, ສ້າງອະນາຄົດໃຫ້ນ້ອງນ້ອຍໃຫ້ສົດໃສ”, ຮ້ອຍຕີ ເຢືອງຫາຍແອັງ ຍັງແມ່ນເຈົ້າຂອງໂຄງການ “ຄວາມສຸກໃຫ້ນ້ອງ” ດ້ວຍພາລະໜ້າທີ່ກໍ່ສ້າງເຮືອນຢູ່ ແລະ ລົບລ້າງໂຮງຮຽນຊົ່ວຄາວໃຫ້ແກ່ບັນດາເມືອງຢູ່ເຂດພູສູງ. ນັບແຕ່ເດືອນ ທັນວາ 2021, ໂຄງການຮຽກຮ້ອງໃຫ້ກໍ່ສ້າງເຮືອນຢູ່ 3 ຫຼັງຢູ່ເມືອງ ມົກເຈົາ, ເວິນໂຮ່ ແລະ ເມືອງ ກວິ່ງຍາຍ. ໃນນັ້ນ, ເຮືອນຢູ່ໃຫ້ນ້ອງນ້ອຍ ຂອງນ້ອງ ຮ່າທິຮີ່ງ, ຢູ່ບ້ານ ໄຕຕາລາວ, ຕາແສງ ເຕີນຊວັນ, ເມືອງ ເວີນໂຮ່, ໄດ້ກໍ່ສ້າງສຳເລັດໃນເດືອນ ເມສາ 2022. ແມ່ຂອງນ້ອງ ຮ່າທິຮີ່ງ ເປັນຄົນພິການ, ສະນັ້ນບໍ່ສາມາດອອກແຮງງານໄດ້, ແມ່ຍ່າກໍ່ເປັນຄົນພິການ, ສະນັ້ນ ວຽກງານຢູ່ໃນເຮືອນໂດຍນ້ອງ ຮີ່ງ ເປັນຜູ້ແບກຫາບໝົດ.

        “ມື້ນີ້ລູກໄດ້ຮັບລົດຖີບ ແລະ ເຮືອນຫຼັງໃໝ່, ລູກມີຄວາມສຸກຫຼາຍ. ລູກຂໍສັນຍາວ່າຈະຮ່ຳຮຽນໃຫ້ໄດ້ດີທີ່ສຸດ”.

        ບັນດາ “ເຮືອນແຫ່ງຄວາມສຸກ” ໄດ້ຮັບການກໍ່ສ້າງ, ຮ້ອຍຕີ ເຢືອງຫາຍແອັງ ປາຖະໜາຢາກທະວີຄູນບັນດາຕົວເລກ “ຜາສຸກ” ນັ້ນ, ກໍ່ສ້າງເຮືອນຢູ່, ໂຮງຮຽນຫຼາຍແຫ່ງຢູ່ບັນດາຕາແສງເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກອື່ນໆຂອງແຂວງ ເຊີນລາ ຕື່ມອີກ ແລະ ຫວັງວ່າ ຈະສືບຕໍ່ໄດ້ຮັບຄວາມສົນໃຈ ແລະ ການສະໜັບສະໜູນຈາກວົງຄະນະຍາດຕື່ມອີກ, ສືບຕໍ່ແຜ່ກະຈາຍຄຸນຄ່າທີ່ດີງາມເພື່ອສ້າງເສັ້ນທາງໄປໂຮງຮຽນແກ່ພວກນ້ອງນ້ອຍຢູ່ເຂດພູສູງຊາຍແດນໃຫ້ກວ້າງໄກຫຼາຍກວ່າອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ