ສ້າງມໍລະດົກວັດທະນະທຳໂລກ ໂຮ້ຍອານ ໃຫ້ເປັນແບບຢ່າງການ “ທ່ອງທ່ຽວຂຽວ”

(VOVWORLD) -ນະຄອນ ໂຮ້ຍອານ ເປັນໜຶ່ງໃນບັນດາທ້ອງຖິ່ນທຳອິດຢູ່ ຫວຽດນາມ ທີ່ທົດລອງ ປະຕິບັດການແຍກຂີ້ເຫຍື້ອຢູ່ກັບທີ, ບໍ່ນຳໃຊ້ຖົງຢາງພຣາດສະຕິກ.
ສ້າງມໍລະດົກວັດທະນະທຳໂລກ ໂຮ້ຍອານ ໃຫ້ເປັນແບບຢ່າງການ “ທ່ອງທ່ຽວຂຽວ” - ảnh 1(ການທ່ອງທ່ຽວຂຽວແມ່ນທິດກ້າວເດີນຫຼັກຂອງຂະແໜງທ່ອງທ່ຽວ ຢູ່ເຂດດິນແດນແຂວງ ກວາງນາມ)

ຈາກນະຄອນທີ່ມີຄວາມກົດດັນຢ່າງແຮງຈາກຂີ້ເຫຍື້ອ, ມີຄວາມສັບສົນລະຫວ່າງການພັດທະນາການທ່ອງທ່ຽວ ແລະ ການປົກປັກຮັກສາສິ່ງແວດລ້ອມມາເປັນເວລາຫຼາຍປີ. ປະຈຸບັນ, ໂຮ້ຍອານ ໄດ້ຮັບຖືເປັນນະຄອນທີ່ເປັນມິດກັບສິ່ງແວດລ້ອມ. ປີທ່ອງທ່ຽວແຫ່ງຊາດ 2022 ຈະໄຂຂຶ້ນຢູ່ນະຄອນ ໂຮ້ຍອານ ໃນທ້າຍເດືອນ ມີນາ ຈະມາເຖິງນີ້ ດ້ວຍຫົວຂໍ້ວ່າ “ກວາງນາມ- ສະຖານທີ່ທ່ອງທ່ຽວຂຽວ” ຈະສືບຕໍ່ເປັນການຢັ້ງຢືນວ່າ ການທ່ອງທ່ຽວຂຽວແມ່ນທິດກ້າວເດີນຫຼັກຂອງຂະແໜງທ່ອງທ່ຽວ ຢູ່ເຂດດິນແດນແຂວງ ກວາງນາມ ເວົ້າສະເພາະ ແລະ ຂະແໜງທ່ອງທ່ຽວ ຫວຽດນາມ ເວົ້າລວມ ໃນໄລຍະຈະມາເຖິງ.

ນະຄອນ ໂຮ້ຍອານ ເປັນໜຶ່ງໃນບັນດາທ້ອງຖິ່ນທຳອິດຢູ່ ຫວຽດນາມ ທີ່ທົດລອງ ປະຕິບັດການແຍກຂີ້ເຫຍື້ອຢູ່ກັບທີ, ບໍ່ນຳໃຊ້ຖົງຢາງພຣາດສະຕິກ. ເຂດນິເວດວິທະຍາໂລກ ກູລາວຈ່າມ, ນະຄອນ ໂຮ້ຍອານ ໄດ້ຮັບຖືວ່າເປັນສະຖານທີ່ທ່ອງທ່ຽວແບບຢ່າງ ປອດຂີ້ເຫຍື້ອ.  ມີບໍ່ທໍ່ໃດຄົນຮູ້ວ່າ, ກ່ອນນີ້ບໍ່ດົນ, ໃນເວລາຈຸດສຸມ, ແຕ່ລະມື້ ໂຮ້ຍອານ ໄດ້ເກັບຂີ້ເຫຍື້ອກວ່າ 100 ໂຕນ, ໃນຈຳນວນຂີ້ເຫຍື້ອ 2/3 ນັ້ນແມ່ນເກີດມາຈາກການເຄື່ອນໄຫວດ້ານການທ່ອງທ່ຽວ.

ປະຈຸບັນ, ຢູ່ ໂຮ້ຍອານ ສຳລັບວິສາຫະກິດທ່ອງທ່ຽວຫຼາຍແຫ່ງແລ້ວ, ເລື່ອງລາວກ່ຽວກັບການທ່ອງທ່ຽວຂຽວບໍ່ແມ່ນຈຸດໃໝ່ອ່ຽມອີກແລ້ວ. ທ່ານ ຟ້າມຫວູຢຸງ, ຫົວໜ້າບໍລິສັດທ່ອງທ່ຽວ ແລະ ບໍລິການ ຮວາຮົ່ງ ຈຳກັດ ໃຫ້ຮູ້ວ່າ, ເປັນເວລາກວ່າ 2 ປີທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ-19, ອຳນາດການປົກຄອງ, ປະຊາຊົນ ແລະ ປະຊາຄົມວິສາຫະກິດ ລ້ວນແຕ່ມີຄວາມເຂົ້າໃຈວ່າ, ເພື່ອຟື້ນຟູຂະແໜງທ່ອງທ່ຽວ, ແມ່ນບໍ່ມີທາງເລືອກອື່ນອີກແລ້ວ ນອກຈາກຕ້ອງຊອກຫາທິດທາງກ້າວເດີນໃໝ່. ຍ້ອນເຫດນັ້ນ, ປະຊາຄົມວິສາຫະກິດຢູ່ ໂຮ້ຍອານ ຍາມໃດກໍ່ມານະພະຍາຍາມ ສະແດງຄວາມຮັບຜິດຊອບຕໍ່ມໍລະດົກວັດທະນະທຳໂລກ, ສ້າງນະຄອນທ່ອງທ່ຽວໃຫ້ເປັນມິດກັບສິ່ງແວດລ້ອມ, ເປັນສະຖານທີ່ທ່ອງທ່ຽວທີ່ປອດໄພສຳລັບນັກທ່ອງທ່ຽວ.

“ພັດທະນາການທ່ອງທ່ຽວ ຍາມໃດກໍ່ໄປພ້ອມກັບຜົນກະທົບຈາກການກໍ່ມົນລະພິດຕໍ່ສິ່ງແວດລ້ອມ. ສຳລັບ ໂຮ້ຍອານ ແລ້ວ, ນີ້ແມ່ນໄລຍະສ້າງໂຄງປະກອບບັນດາຜະລິດຕະພັນທ່ອງທ່ຽວຄືນໃໝ່. ຢາກໃຫ້ນັກທ່ອງທ່ຽວກັບຄືນມາທ່ຽວ ຕ້ອງເບິ່ງຄືນວ່າ ພວກເຮົາມີຜະລິດຕະພັນໃໝ່ໃດແດ່ ນອກຈາກຜະລິດຕະພັນທີ່ພວກເຮົາໄດ້ຂຸດຄົ້ນມາໃນເວລາກວ່າ 20 ປີມານີ້ ແລະນີ້ແມ່ນບັນດາຮູບແບບຕາມການກຳນົດທິດ ເພື່ອມຸ່ງໄປສູ່ຜະລິດຕະພັນກະສິກຳປອດສານພິດ, ກະສິກຳຂຽວ”.

ປະຈຸບັນ, ໂຮ້ຍອານ ໄດ້ທົດລອງ 5 ຮູບແບບທ່ອງທ່ຽວຂຽວປະສົບຜົນສຳເລັດ. ນອກຈາກນັ້ນ, ຍັງມີວິສາຫະກິດກວ່າ 60 ແຫ່ງໄດ້ໃຫ້ຄຳໝັ້ນສັນຍາບໍ່ນຳໃຊ້ຖົງຢາງພຣາດສະຕິກ, ສູ້ຊົນຮອດປີ 2025 ຢ່າງໜ້ອຍສຸດມີວິສາຫະກິດແຕ່ 70 ຫາ 100 ແຫ່ງມີໃບຢັ້ງຢືນການທ່ອງທ່ຽວຂຽວ. ນີ້ເປັນພື້ນຖານເພື່ອໃຫ້ ໂຮ້ຍອານ ໄດ້ຮັບຮອງເປັນສະຖານທີ່ “ທ່ອງທ່ຽວຂຽວ”. ທ່ານ ຟານຊວັນແທັງ, ປະທານສະມາຄົມທ່ອງທ່ຽວແຂວງ ກວາງນາມ ໃຫ້ຮູ້ວ່າ, ທາງທ້ອງຖິ່ນໄດ້ກໍ່ສ້າງຊຸດມາດຕະຖານທ່ອງທ່ຽວຂຽວສຳເລັດແລ້ວ, ຄາດວ່າຈະໄດ້ປະກາດພາຍຫຼັງພິທີໄຂປີທ່ອງທ່ຽວແຫ່ງຊາດ 2022.

“ປະຕິບັດການທ່ອງທ່ຽວຂຽວ ຫຼື ບໍ່ວ່າຮູບແບບໃດນັ້ນ ກໍ່ຕ້ອງໄດ້ກຳນົດຈຳນວນ ແຕ່ບໍ່ຄວນກຳນົດລັກສະນະ, ໝາຍຄວາມວ່າຕ້ອງສ້າງເປັນລະຫັດຊຸດມາດຕະຖານ. ຕົວຢ່າງຄື ຖ້າຢາກເຂົ້າຮ່ວມຊຸດມາດຕະຖານທ່ອງທ່ຽວຂຽວນັ້ນ ບັງຄັບຕ້ອງມີການໝູນວຽນຂີ້ເຫຍື້ອ, ປະຢັດຂີ້ເຫຍື້ອ, ປະຢັດພະລັງງານ, ນ້ຳ…”

ສ້າງມໍລະດົກວັດທະນະທຳໂລກ ໂຮ້ຍອານ ໃຫ້ເປັນແບບຢ່າງການ “ທ່ອງທ່ຽວຂຽວ” - ảnh 2(ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ຖອດຖອນບົດຮຽນ, ປະສົບການໃນຂັ້ນຕອນການຟື້ນຟູຂະແໜງອຸດສາຫະກຳປອດຄວັນ)

ຈາກບົດຮຽນ, ພຶດຕິກຳຕົວຈິງຢູ່ແຂວງ ກວາງນາມ, ໃນໄລຍະຈະມາເຖິງ, ຂະແໜງທ່ອງທ່ຽວ ຫວຽດນາມ ໄດ້ຖອດຖອນບົດຮຽນ, ປະສົບການໃນຂັ້ນຕອນການຟື້ນຟູຂະແໜງອຸດສາຫະກຳປອດຄວັນ. ທ່ານລັດຖະມົນຕີກະຊວງວັດທະນະທຳ, ທ່ອງທ່ຽວ ແລະ ກິລາ ຫວຽດນາມ ຫງວຽນວັນຮຸ່ງ, ຖືວ່າ:

“ພວກເຮົາໄດ້ກຳນົດເອົາການທ່ອງທ່ຽວເປັນຂະແໜງເສດຖະກິດປາຍແຫຼມນັ້ນ ເນື້ອໃນຂອງຄຳວ່າ “ຂຽວ” ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນການກຳນົດທິດ ເຕີບໂຕແບບຍືນຍົງ. ຂະແໜງທ່ອງທ່ຽວຍັງສວມບົດບາດໜູນຊ່ວຍໃຫ້ຂະແໜງເສດຖະກິດອື່ນອີກ. ບົນພື້ນຖານມະຕິຂອງກົມການເມືອງວ່າດ້ວຍການພັດທະນາຂະແໜງທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແກຼມ, ພິເສດແມ່ນມະຕິຂອງສະພາແຫ່ງຊາດ, ມະຕິຂອງລັດຖະບານ ກ່ຽວກັບການຟື້ນຟູເສດຖະກິດ ໃນນັ້ນມີການຟື້ນຟູຂະແໜງທ່ອງທ່ຽວ… ຫວັງວ່າ, ໃນໄລຍະ 2 ປີຈະມາເຖິງນີ້, ຂະແໜງທ່ອງທ່ຽວ ຫວຽດນາມ ຈະມີການຈະເລີນເຕີບໂຕ”.

        ການພັດທະນາເສດຖະກິດຂຽວ ພວມແມ່ນທ່າອ່ຽງທີ່ຈຳເປັນຂອງຫຼາຍປະເທດໃນໂລກ. ຢູ່ ຫວຽດນາມ, ຄວາມມານະພະຍາຍາມສ້າງເຂດຂຽວ, ສ້າງຈຸດນັດພົບທີ່ປອດໄພໃຫ້ແກ່ນັກທ່ອງທ່ຽວ ໂດຍສະເພາະແມ່ນໃນສະພາບໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນ ຈະປະກອບສ່ວນພັດທະນາແບບຍືນຍົງ, ປົກປັກຮັກສາສະພາບແວດລ້ອມ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ, ປະຫວັດສາດ, ວັດທະນະທຳຊຸມຊົນ, ທິດທັດທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ