ອາພອນສະໄໝ Chula ຊ້ອນແຝງສີສັນຫວຽດ


   

ອາພອນສະໄໝ Chula ຊ້ອນແຝງສີສັນຫວຽດ - ảnh 1
ນັກອອກແບບ Diego Cortizas del valle ກັບຊຸດເສື້ອຍາວຫວຽດນາມ

    ນັກອອກແບບ Diego Cortizas del valle ຊາວ​ແອດ​ສປາຍຊຶ່ງ​ແມ່ນຜູ້ຊ່ຽວຊານດ້ານ ອາພອນສະໄໝ, ທັງ​ເປັນ​ຜູ້ອຳນວຍການ​ບໍລິສັດ ອາພອນສະໄໝ Chula, ໄດ້ຕົກລົງ​​ໄປ​​ດຳລົງ​ຊີວິດ​ຢູ່​ແຫ່ງ​ຫ່າງ​ຈາກ​ບ້ານ​ເກີດ​ເມືອງ​ນອນນັບ​ພັນ ກິ​ໂລ​ແມດ ພາຍຫຼັງ​ໄດ້​ມາຢ້ຽມຢາມຫວຽດນາມ​ເປັນ​ເວລາ 1 ​ເດືອນ ຍ້ອນ​ເຫດຜົນ “ ຮັກ​ຮ່າ​ໂນ້ຍທີ່​ສຸດ ” . ນັກອອກແບບ Diego Cortizas del valle ເວົ້າວ່າ : 

                 “ Diego ມັກ​ເຮັດ​ວຽກ​ຢູ່​ຫວຽດນາມ. Diego ພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​ຕົນ​ມີ​ລູກ​ນຳ​ກັນ 3 ຄົນ ຊ່ຶງ​ລ້ວນ​ແຕ່​ກຳ​ເນີ​ດຢູ່​ຮ່າ​ໂນ້ຍ. ຄອບຄົວ​ຂ້າພະ​ເຈົ້າມັກກິນ​ເຂົ້າ​ຫວຽດນາມ, ​ໄປ​ທ່ອງ​ທ່ຽວ​ຫ້າ​ລອງ, ​ເກາະ ກາດ​ບາ, ​ແຕ່​ສຳລັບ​ດ້ານ​ພາສາ​ຫວຽດ ​ແມ່ນ​ຮຽນ​ຍາກ​ຫຼາຍ ”

    ​ໂດຍ​ໄດ້​ນຳ​ໃຊ້​ພາສາ​ກຶກ ​ເພື່ອ​ພັນ​ລະ​ນາ​ກ່ຽວ​ກັບ​ແຕ່​ລະ​ສັບ​ພາສາ​ຫວຽດ, ​ເຈົ້າ​ຂອງ​ບໍລິສັດ ອາພອນສະໄໝ Chula ທ່ານ​ Diego Cortizas del valle ຢາກ​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ຂອງ​ທັງ​ຄອບ​ຕົວ​ຕົນ​ທີ່​ມີ​ຕໍ່​ປະ​ເທດ​ຫວຽດນາມ, ພິ​ເສດ​ແມ່ນ​ຮ່າ​ໂນ້ຍ ຊຶ່ງ​ແມ່ນ​ແຫ່ງ​ທີ່​ທ່ານ​ພ້ອມ​ດ້ວຍ​ພັນ​ລະ​ຍາ ຍ່າງ​ເລາະ​ຕາມ​ຖະໜົນ​ສາຍ​ຕ່າງໆ​ເ​ພື​ອ່ຊອກ​ຫາ​ສິ່ງ​ທີ່​ເປັນ​ເອກະ​ລັກສະ​ເພາະ​ໃຫ້​ແກ່​ບັນດາ​ຊຸດ​ອາພອນ​ຂອງ​ຕົນ. Diego ​ເປີດ​ເຜີຍ​ວ່າ : 

   “ ພວກ​ຂ້າພະ​ເຈົ້າ​ຢາກ​ແນະນຳ​ຄວາມ​ງາມ​ທັງ​ໝົດ​ຢູ່​ຕາມ​ຖະໜົນ​ຫົນທາງ​ຂອງ​ຮ່າ​ໂນ້ຍຜ່ານ​ບັນດາ​ຊຸດອາພອນສະໄໝຂອງ​ຕົນ. ລູກ​ຄ້າ ຂອງ​ບໍລິສັດ ຈາກ​ບັນດາ​ໝູ່​ເພື່ອນ​ຕະຫຼອດ​ຮອດ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ ມີ​ຄວາມ​ນິຍົມ​ຊົມ​ຊອບ​ບັນດາ​ຊຸດ ອາພອນທີ່​ເຮັດ​ດ້ວຍ​ຜ້າ​ແພ​ຫວຽດນາມ, ພິ​ເສດ​ແມ່ນ​ແພ​​​ໄໝ. ນັ້ນ​ແມ່ນ​ແບບ​ວິທີ​ຂອງ​ບໍລິສັດອາພອນສະໄໝ Chula ຊຶ່ງ​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງຕ້ອງການດ້ານ ອາພອນສະໄໝທຸກ​ຢ່າງ​ຂອງ​ລູກ​ຄ້າ​ຊາວ​ຕ່າງປະ​ເທດ​ດ້ວຍ​ບັນດາ​ຜະລິດ​ຕະພັນ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຫວຽດນາມ ”

      ​ໂດຍ​ແມ່ນ​ລູກ​ຄ້າ​ທີ່​ຜູກ​ພັນ​ກັບ​ບໍລິສັດ Chula ​ເປັນ​ເວລາ 3 ປີ​ແລ້ວ, ນາງ Carmelita ຊາວ​ຟີ​ລິບ​ປິນ ບໍ່​ສາມາດ​ເຊື່​ອງອຳ​ຄວາມ​ຊົມ​ຊອບຂອງ​ຕົນ​ເມື່ອ​ເຕື້ອງ

​ເຖິງ​ເຄື່ອງໝາຍການຄ້າ ອາພອນສະໄໝ ທີ່​ລຶ້ງ​ແກວ​ນກັບ​ຊາວ​ຕ່າງປະ​ເທດ​ຫຼາຍ​ຄົນ​ຢູ່​ຮ່າ​ໂນ້ຍ. ນາງ Carmelita ​ເວົ້າ​ວ່າ : 

    “ ບັນດາ​ຊຸດ ອາພອນສະໄໝຂອງ ບໍລິສັດ​ມີ​ຄວາມ​ເປັນ​ເອກະ​ລັກ​ທີ່​ສຸດ ​ແລະ ​ເປັນຕາ​ເບິ່ງ ຊຶ່ງ​ຖືກ​ເຮັດເຮັດ​ດ້ວຍ​ຜ້າ​ແພ​ຫວຽດນາມ. ຂ້າພະ​ເຈົ້າ​ຊົ​ມຊອບ​ທ່ີ່ສຸດ. ​ເມື່ອ​ໄປ​ທ່ອງ​ທ່ຽວ ຫຼື ກັບ​ເມືອ​ປະ​ເທດ, ໝູ່​ເພື່ອນ​ຂ້າພະ​ເຈົ້າ​ມັກ​ຖາມ​ກ່ຽວ​ກັບ​ບັນ​ດາຊຸດ​ອາພອນ​ທີ່​ຂ້າພະ​ເຈົ້າ​ສັ່ງ​ຊື້​ຢູ່​ບໍລິສັດ Chula. ຊ້ຳ​ບໍ​ໜຳ​ເມື່ອ​ຂ້າພະ​ເຈົ້າ​ຂີ່​ເຮືອບິນ, ກໍ​ຍັງ​ມີ​ແຂກ​ໂດຍສານ​ສົນ​ໃຈ​ເຖິງ​ຊຸດ​ອາພອນ​ຂອງບໍລິສັດ  Chula ”

     ບໍ່​ພຽງ​ແຕ່​ບັນດາ​ຊຸດ ອາພອນສະໄໝ​ເທົ່າ​ນັ້ນ, ຢູ່​ເຮືອນ​ທີ່​ເມືອງ ​ໄຕ​ໂຮ່ ​ແຫ່ງ​ທີ່​ຄອບຄົວ ຂອງ Diego ພວມ​ຢູ່​ນັ້ນ ກໍ​ເຕັມ​ໄປ​ດ້ວຍ​ສີສັນ​ຫວຽດນາມ. ຈາກ​ກຸບ​ໃບ​ຕານ, ກະຈາ​ດ, ຜ້າ​ແພ​ພື້ນ​ເມືອງ, ຊຸດ​ໂຕະ​ຕັ່ງ​ເຮັດດ້ວຍຫວາຍ.....

    Diego ​ເປີດ​ເຜີຍ​ອີກວ່າ : 

    “ ທັດສະນີ​ຍະ​ພາບ, ສັດສາ​ວາ​ສິ່ງ, ມະນຸດ, ອາຫານ​ການ​ກິນ, ​ເຄື່ອງ​ຫັດຖະກຳ, ຜ້າ​ແພ​ພື້ນ​ເມືອງ​ຫວຽດນາມ, ທັງ​ໝົດ​ເຫຼົ່າ​ນັ້ນ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ພວກ​ຂ້າ​ພະ​ເຈົ້າ. ວັດທະນະທຳ​ຫວຽດນາມ​ໄດ້​ດຶງ​ດູດ​ໃຈ​ພວກ​ຂ້າພະ​ເຈົ້າ. ​ເຖິງ​ວ່າ​ຫວຽດນາມ​ຕັ້ງ​ຢູ່​ທະວີບອາຊີ ​ແລະ ​ແອດ​ສປາຍ​ຕັ້ງ​ຢູ່​ເອີ​ລົບ​ກໍ​ຕາມ, ​ແຕ່ 2 ປະ​ເທດ​ຍັງ​ຄົງ​ມີຫຼາຍ​ຈຸດ​ຄ້າຍຄື​ກັນ, ນັ້ນ​ແມ່ນ​ຄວາມ​ຮັກ​ແພງ​ໃນ​ຄອບຄົວ, ການ​ເບິ່ງ​ແຍງ​ລ້ຽງ​ດູ​ລູກ​ເຕົ້າ​ຂອງ​ພໍ່​ແມ່ ” .

ຕອບກັບ

ຂ່າວ/ບົດ​ອື່ນ